ສິ່ງ​ຊ່ວຍ​ສຶກ​ສາ
13. ການ​ເດີນ​ທາງ​ໄປ​ເຜີຍ​ແຜ່​ຂອງ​ອັກຄະ​ສາວົກ​ໂປໂລ


13. ການ​ເດີນ​ທາງ​ໄປ​ເຜີຍ​ແຜ່​ຂອງ​ອັກຄະ​ສາວົກ​ໂປໂລ

ຮູບ​ພາບ
ແຜນ​ທີ່​ຂອງ​ສະ​ໄໝ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ 13

ເຄື່ອງ​ໝາຍ​ໃຊ້​ແທນ

ການ​ເດີນ​ທາງ​ຄັ້ງ​ທຳ​ອິດ

ການ​ເດີນ​ທາງ​ຄັ້ງ​ທີ​ສອງ

ການ​ເດີນ​ທາງ​ຄັ້ງ​ທີ​ສາມ

ການ​ເດີນ​ທາງ​ໄປ​ກຸງ​ໂຣມ

ອີຕາລີ

ທະເລ​ດຳ

ໂຣມ

ມາເກ​ໂດເນຍ

ປົນໂຕ

ສາລາ​ສາມ​ຫລັງ

ບີທີເນຍ

ຕະຫລາດ​ອາປີໂອ

ເທສະ​ໂລນິກ

ຟີ​ລິບ​ປອຍ

ໂປຕີ​ໂອລີ

ໂທອາດ

ເບເຣຍ

ຄາລາເຕຍ

ຊາໂມ​ຕາເກ

ມີເຊຍ

ເອເຊຍ

ເປກາມຳ

ກາເປ​ໂດເກຍ

ອັນຕີ​ໂເຂ​ຍ

ລີເດຍ

ຟີເຄຍ

ຊະມີນາ

ອີໂກ​ນີອົມ

ຕາໂຊ

ຂີໂອ

ເອ​ເຟ​ໂຊ

ປີຊີເດຍ

ລີສະຕຣາ

ອາແຖນ

ໂກຣິນ​ໂທ

ລາວດີ​ເກອາ

ເຣຄີໂອມ

ອະຂາຢາ

ມີເລໂຕ

ປຳຟີເລຍ

ເດຣະເບ

ລີເກຍ

ເປກາ

ອັນຕີ​ໂອເຂຍ

ປັດໂມ

ກີລີເກຍ

ຊີຣະກູ

ມີຣາ

ກະນີໂດ

ໂຣໂດ

ໄຊປຣັດ

ຊາລາມີ

ເມລິຕາ (ມັນຕາ)

ກະເຣເຕ

ປາໂຟ

ຊີໂດນ

ຊີເຣຍ

ຕີເຣ

ງາມ

ໂປນີເຊຍ

ດາ​ມັສ​ກັດ

ປະໂຕ​ເລມາຍ

ທະເລ​ເມດີ​ແຕຣາເນ

ກາຍຊາເຣຍ

ຊາ​ມາ​ເຣຍ

ຢົບປາ

ເຢຣູ​ຊາເລັມ

ກາສາ

ກີເຣເນ

ອາເລັກ​ຊັນເດຍ

ເອຢິບ

ລີເບຍ

ກິ​ໂລ​ແມັດ

0 100 200 300 400

ກ ຂ ຄ ງ ຈ ສ ຊ ຍ

1 2 3 4

1

2

3

4

5

6

7

8

9

10

11

12

13

14

15

16

17

18

19

20

21

22

23

24

25

26

27

  1. ກາສາ ຟີລິບ​ໄດ້​ສັ່ງ​ສອນ​ເຖິງ​ພຣະຄຣິດ ແລະ ໄດ້​ບັບຕິ​ສະມາ​ໃຫ້​ຂ້າ​ຣາຊການ​ຊາວ​ເອທິ​ໂອເປຍ​ຄົນ​ໜຶ່ງ ຕອນ​ລາວ​ເດີນ​ທາງ​ໄປ​ກາສາ (ກຈກ 8:26–39).

  2. ເຢຣູ​ຊາເລັມ ເບິ່ງ ແຜນ​ທີ່ 12 ສຳ​ລັບ​ເຫດ​ການ​ໃນ​ເຢຣູ​ຊາເລັມ.

  3. ຢົບປາ ເປໂຕ​ໄດ້​ຮັບພາບ​ນິມິດ ວ່າພຣະ​ເຈົ້າ​ໄດ້​ມອບ​ຂອງ​ປະທານ​ແຫ່ງ​ການ​ກັບ​ໃຈ ໃຫ້​ແກ່​ຄົນ​ຕ່າງ​ຊາດ (ກຈກ 10; 11:5–18). ເປໂຕ​ໄດ້​ນຳ​ຕາບີທາ​ໃຫ້​ເປັນ​ຄືນ​ມາ​ມີ​ຊີວິດ (ກຈກ 9:36–42).

  4. ຊາ​ມາ​ເຣຍ ຟີລິບ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊາ​ມາ​ເຣຍ (ກຈກ 8:5–13), ແລະ ຕໍ່​ມາ​ເປໂຕ ແລະ ໂຢຮັນ ໄດ້​ສອນ​ຢູ່​ທີ່​ນີ້ (ກຈກ 8:14–25). ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ມອບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແລ້ວ, ຊີໂມນ​ໝໍ​ເວດ​ມົນ​ຄາ​ຖາ ໄດ້​ຂໍ​ຊື້​ຂອງ​ປະທານ​ຈາກ​ເຂົາ​ເຈົ້າ (ກຈກ 8:9–24).

  5. ກາຍຊາເຣຍ ຢູ່​ບ່ອນ​ນີ້, ຫລັງ​ຈາກ​ທູດ​ອົງ​ໜຶ່ງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ນາຍ​ຮ້ອຍ​ຄົນ​ໜຶ່ງ​ຊື່ ໂກເນ​ລີໂອ, ເປໂຕ​ໄດ້​ອະນຸ​ຍາດ​ໃຫ້​ລາວ​ຮັບ​ບັບຕິ​ສະມາ (ກຈກ 10). ຢູ່ບ່ອນ​ນີ້ໂປໂລ​ໄດ້​ກ່າວ​ແກ້​ຄະດີ​ຢູ່​ຕໍ່​ໜ້າ​ອັກ​ຄຣີປາ (ກຈກ 25–26; ເບິ່ງ ຈສ—ປ 1:24–25 ນຳອີກ).

  6. ດາ​ມັສ​ກັດ ພຣະ​ເຢຊູ​ໄດ້​ປະກົດ​ຕໍ່​ໂຊໂລ (ກຈກ 9:1–7). ຫລັງ​ຈາກ​ອານາເນຍ​ໄດ້​ປິ່ນ​ປົວ​ຕາ​ຂອງ​ໂຊໂລ​ໃຫ້​ເຫັນ​ໄດ້​ອີກ​ແລ້ວ, ໂຊໂລ​ກໍ​ໄດ້​ຮັບ​ບັບຕິ​ສະມາ ແລະ ໄດ້​ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ (ກຈກ 9:10–27).

  7. ອັນຕີ​ໂອເຂຍ (ໃນ ຊີເຣຍ) ຢູ່​ບ່ອນ​ນີ້ ສາ​ນຸ​ສິດ​ຖືກ​ເອີ້ນ​ວ່າ ຊາວ​ຄຣິດ​ສະຕຽນ ເປັນ​ເທື່ອ​ທຳ​ອິດ (ກຈກ 11:26). ອາຄະໂບ​ໄດ້​ທຳ​ນາຍ​ເຖິງ​ຄວາມ​ອຶດ​ຢາກ (ກຈກ 11:27–28). ການ​ແຕກ​ແຍກ​ຢ່າງ​ໃຫຍ່​ໄດ້​ເກີດ​ຂຶ້ນ​ທີ່​ອັນຕີ​ໂອເຂຍ ເລື່ອງ​ພິ​ທີ​ຕັດ (ກຈກ 14:26–28; 15:1–9). ໃນ​ອັນຕີ​ໂອເຂຍ ໂປໂລ​ໄດ້​ເລີ່ມ​ຕົ້ນ ການ​ເຜີຍ​ແຜ່​ເທື່ອ​ທີ​ສອງ​ຂອງ​ເພິ່ນ ພ້ອມ​ດ້ວຍ ຊີລາ, ບາຣະ​ນາບາ, ແລະ ຢູດາ ບາຣະ​ຊັບບາ (ກຈກ 15:22, 30, 35).

  8. ຕາໂຊ ບ້ານ​ເກີດ​ຂອງ​ໂປໂລ; ພວກ​ອ້າຍ​ນ້ອງ​ໄດ້​ສົ່ງ​ໂປໂລ​ມາ​ບ່ອນ​ນີ້ ເພື່ອ​ຊ່ວຍ​ປົກ​ປ້ອງ​ຊີ​ວິດ​ເພິ່ນ (ກຈກ 9:29–30).

  9. ໄຊປຣັດ ຫລັງ​ຈາກ​ໄດ້​ຖືກ​ຂົ່ມ​ເຫັງ, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ບາງ​ຈຳນວນ​ໄດ້​ໜີ​ມາ​ຫາ​ເກາະ​ນີ້ (ກຈກ 11:19). ໂປໂລ​ໄດ້​ເດີນ​ທາງ​ຜ່ານ​ໄຊປຣັດ​ໄປ ຕອນ​ເພິ່ນ​ໄປ​ເຜີຍ​ແຜ່​ເທື່ອ​ທຳ​ອິດ​ຂອງ​ເພິ່ນ (ກຈກ 13:4–5), ຕໍ່ມາ ບາຣະ​ນາບາ ແລະ ມາ​ຣະ​ໂກ ກໍ​ໄດ້​ເຮັດ​ແນວ​ນີ້​ຄື​ກັນ (ກຈກ 15:39).

  10. ປາໂຟ ໂປໂລ​ໄດ້​ສາບ​ແຊ່ງ​ໝໍ​ເວດ​ມົນ​ຄາ​ຖາ​ຢູ່​ບ່ອນ​ນີ້ (ກຈກ 13:6–11).

  11. ເດຣະເບ ໂປໂລ ແລະ ບາຣະ​ນາບາ​ໄດ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ໃນ​ເມືອງ​ນີ້ (ກຈກ 14:6–7, 20–21).

  12. ລີສະຕຣາ ເມື່ອ​ໂປໂລ​ໄດ້​ປິ່ນ​ປົວ​ຄົນ​ໜຶ່ງ​ທີ່​ເປັນ​ເປ້ຍ​ແລ້ວ, ເພິ່ນ​ກັບ​ບາຣະ​ນາບາ​ໄດ້​ຖືກ​ຍ້ອງ​ຍໍ​ວ່າ​ເປັນ​ເທບ​ພຣະ​ເຈົ້າ. ໂປໂລ​ໄດ້​ຖືກ​ແກວ່ງ​ກ້ອນ​ຫີນ​ໃສ່ ແລະ ຜູ້​ຄົນ​ຄິດ​ວ່າ​ເພິ່ນ​ໄດ້​ຕາຍ​ແລ້ວ ແຕ່​ເພິ່ນ​ໄດ້​ຟື້ນ​ຂຶ້ນ​ມາ ແລະ ໄດ້​ສັ່ງ​ສອນ​ຕໍ່​ໄປ (ກຈກ 14:6–21). ບ້ານ​ຂອງ​ຕີ​ໂມ​ທຽວ (ກຈກ 16:1–3).

  13. ອີໂກ​ນີອົມ ໃນ​ການ​ໄປ​ເຜີຍ​ແຜ່​ເທື່ອ​ທຳ​ອິດ​ຂອງ​ພວກ​ເພິ່ນ, ໂປໂລ​ກັບ​ບາຣະ​ນາບາ ໄດ້​ສັ່ງ​ສອນ​ຢູ່​ບ່ອນ​ນີ ແລະ ໄດ້​ຖືກ​ຂົ່ມ​ຂູ່​ວ່າ​ຈະ​ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ເພິ່ນ (ກຈກ 13:51–14:7).

  14. ລາວດີ​ເກອາ ແລະ ໂກໂລຊາຍ ລາວດີ​ເກ​ອາ​ເປັນ​ສາຂາ​ແຫ່ງ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ໂປໂລ​ໄດ້​ໄປ​ຢ້ຽມ​ຢາມ ແລະ ໄດ້​ຮັບ​ຈົດ​ໝາຍ​ຈາກ (ກລຊ 4:16). ມັນ​ຍັງ​ເປັນ​ເມືອງ​ໜຶ່ງ ໃນ​ຈຳນວນ​ເຈັດ​ເມືອງ ທີ່​ລະບຸ​ໄວ້​ໃນ ໜັງ​ສື​ພຣະ​ນິມິດ (ເມືອງ​ອື່ນໆ​ແມ່ນ ເອ​ເຟ​ໂຊ, ຊະມີນາ, ເປຄາໂມ, ທົວເຕຣາ, ຊາເດ, ແລະ ຟີລາ​ແດວເຟຍ; ເບິ່ງ ພນມ 1:11). ໂກໂລຊາຍ​ຢູ່​ຫ່າງ​ໄປ​ທາງ​ຕາ​ເວັນ​ອອກ​ຂອງ​ລາວດີ​ເກອາ ປະມານ 18 ກິໂລແມັດ. ໂປໂລ​ໄດ້​ຂຽນ​ເຖິງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຜູ້​ອາ​ໄສ​ຢູ່​ບ່ອນ​ນີ້.

  15. ອັນຕີ​ໂອເຂຍ (ໃນ ປີຊີເດຍ) ໃນການ​ໄປ​ເຜີຍ​ແຜ່​ເທື່ອ​ທຳ​ອິດ​ຂອງ​ພວກ​ເພິ່ນ, ໂປໂລ​ກັບ​ບາຣະ​ນາບາ ໄດ້​ສອນ​ຊາວ​ຢິວວ່າ ພຣະຄຣິດ​ມາ​ຈາກ​ຕະກຸນ​ຂອງ​ດາວິດ. ໂປໂລ​ໄດ້​ມອບ​ພຣະ​ກິດ​ຕິ​ຄຸນ​ໃຫ້​ຊາວ​ອິດສະ​ຣາເອນ, ແລ້ວ​ໃຫ້​ຄົນ​ຕ່າງ​ຊາດ. ໂປໂລ​ກັບ​ບາຣະ​ນາບາ​ໄດ້​ຖືກ​ຂົ່ມ​ເຫັງ ແລະ ຖືກ​ຂັບ​ໄລ່ (ກຈກ 13:14–50).

  16. ມີເລໂຕ ໃນ​ຂະນະ​ທີ່​ເພິ່ນ​ໄປ​ເຜີຍ​ແຜ່​ເທື່ອ​ທີ​ສາມ​ຂອງ​ເພິ່ນ, ໂປໂລ​ໄດ້​ເຕືອນພວກ​ຜູ້​ເຖົ້າ​ແກ່​ຂອງ​ສາດ​ສະ​ໜາ​ຈັກ​ວ່າ ຈະ​ມີ “ຝູງ​ໝາ​ໄນ​ທີ່​ຮ້າຍ​ກາດ” ເຂົ້າ​ມາ​ໃນ​ທ່າມ​ກາງ​ເຂົາ​ເຈົ້າ (ກຈກ 20:29–31).

  17. ປັດໂມ ໂຢຮັນ​ໄດ້​ຖືກ​ຈັບ​ເຂົ້າຄຸກ ຢູ່​ໃນ​ເກາະ​ນີ້ ຕອນ​ເພິ່ນ​ໄດ້​ຮັບ​ພາບ​ນິມິດ ຊຶ່ງ​ຕອນ​ນີ້​ບັນຈຸ​ຢູ່​ໃນ ໜັງ​ສື​ພຣະ​ນິມິດ (ພນມ 1:9).

  18. ເອ​ເຟ​ໂຊ ອາໂປໂລ​ໄດ້​ສັ່ງ​ສອນ​ຢູ່​ບ່ອນນີ​ດ້ວຍ​ພະ​ລັງ (ກຈກ 18:24–28). ໂປໂລ, ຕອນ​ໄປ​ເຜີຍ​ແຜ່​ເທື່ອ​ທີ​ສາມ​ຂອງ​ເພິ່ນ, ໄດ້​ສອນ​ຢູ່​ໃນ​ເມືອງ​ເອ​ເຟ​ໂຊ ເປັນ​ເວລາ​ສອງ​ປີ, ໄດ້​ປ່ຽນ​ໃຈ​ຫລາຍ​ຄົນ (ກຈກ 19:10, 18). ຢູ່​ບ່ອນ​ນີ້ ເພິ່ນ​ໄດ້​ມອບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໂດຍ​ການ​ວາງ​ມື (ກຈກ 19:1–7) ແລະ ໄດ້​ເຮັດ​ສິ່ງ​ມະຫັດ​ສະຈັນ​ຫລາຍ​ຢ່າງ, ລວມ​ທັງ​ການ​ຂັບ​ໄລ່​ຜີ​ມານ​ຮ້າຍ (ກຈກ 19:8–21). ຢູ່​ບ່ອນ​ນີ້ ຜູ້​ທີ່​ນະມັດ​ສະການ​ພຣະ​ອາເຕມາ ໄດ້​ສ້າງ​ຄວາມ​ບໍ່​ສະຫງົບ​ຕໍ່​ຕ້ານ​ໂປໂລ (ກຈກ 19:22–41). ພາກ​ສ່ວນ​ໜຶ່ງ​ຂອງ ໜັງ​ສື​ພຣະ​ນິມິດ ໄດ້​ຂຽນ​ເຖິງ​ສາດ​ສະ​ໜາ​ຈັກ ທີ່​ເມືອງ​ເອ​ເຟ​ໂຊ (ພນມ 1:11).

  19. ໂທອາດ ໃນ​ຂະນະ​ທີ່​ໂປໂລ​ຢູ່​ບ່ອນ​ນີ້ ໃນ​ການ​ເດີນ​ທາງ​ເຜີຍ​ແຜ່​ເທື່ອ​ທີ​ສອງ​ຂອງ​ເພິ່ນ, ເພິ່ນ​ໄດ້​ເຫັນ​ພາບ​ນິມິດ ກ່ຽວ​ກັບ​ຊາຍ​ມາເກ​ໂດເນຍ​ຄົນ​ໜຶ່ງ ຂໍ​ຄວາມ​ຊ່ວຍ​ເຫລືອ (ກຈກ 16:9–12). ໃນ​ຂະນະ​ທີ່​ເພິ່ນ​ຢູ່​ໃນ​ການ​ເຜີຍ​ແຜ່​ເທື່ອ​ທີ​ສາມ​ຂອງ​ເພິ່ນ, ໂປໂລ​ໄດ້​ໂຜດ​ຢູຕີໂຂ​ໃຫ້​ເປັນ​ຄືນ​ມາ​ມີ​ຊີວິດ (ກຈກ 20:6–12).

  20. ຟີ​ລິບ​ປອຍ ໂປໂລ, ຊີລາ, ແລະ ຕີ​ໂມ​ທຽວ ໄດ້​ປ່ຽນ​ໃຈ​ຜູ້ຍິງ​ຄົນ​ໜຶ່ງ​ຊື່ວ່າ ລີເດຍ, ໄດ້​ຂັບ​ໄລ່​ຜີ​ມາ​ຮ້າຍ, ແລະ ໄດ້​ຖືກ​ຂ້ຽນ​ຕີ (ກຈກ 16:11–23). ພວກ​ເພິ່ນ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະຫວັນ ເພື່ອ​ໃຫ້​ໜີ​ອອກ​ຈາກ​ຄຸກ (ກຈກ 16:23–26).

  21. ອາແຖນ ໃນ​ຂະນະ​ທີ່​ໂປໂລ​ຢູ່​ໃນ​ການ​ເຜີຍ​ແຜ່​ເທື່ອ​ທີ​ສອງ​ຂອງ​ເພິ່ນ ທີ່​ອາແຖນ, ເພິ່ນ​ໄດ້​ສິດສອນ ຢູ່​ທີ່​ປະຊຸມ​ຂອງ​ສະພາ (ເອເລ​ໂອປາໂຂ) ກ່ຽວ​ກັບ “ພຣະ​ເຈົ້າ​ທີ່​ເຮົາ​ບໍ່​ຮູ້​ຈັກ” (ກຈກ 17:22–34).

  22. ໂກຣິນ​ໂທ ໂປໂລ​ໄດ້​ໄປ​ເມືອງ​ໂກຣິນ​ໂທ​ໃນ​ການ​ເຜີຍ​ແຜ່​ເທື່ອ​ທີ​ສອງ​ຂອງ​ເພິ່ນ, ບ່ອນທີ່​ເພິ່ນ​ໄດ້​ພັກ​ເຊົາ​ນຳ ອາກິລາ ແລະ ປີຊະ​ກີລາ. ເພິ່ນ​ໄດ້​ສັ່ງ​ສອນ​ຢູ່​ບ່ອນ​ນີ້ ແລະ ໄດ້​ໃຫ້​ບັບຕິ​ສະມາ​ຫລາຍ​ຄົນ (ກຈກ 18:1–18). ຈາກ​ໂຄຣິນໂທ, ໂປໂລ​ໄດ້​ຂຽນ​ສານ​ເຖິງ​ຊາວ​ໂຣມ.

  23. ເທສະ​ໂລນິກ ໂປໂລ​ໄດ້​ສັ່ງ​ສອນ​ຢູ່​ບ່ອນ​ນີ້ ລະຫວ່າງ​ການ​ເດີນ​ທາງ​ເຜີຍ​ແຜ່​ເທື່ອ​ທີ​ສອງ​ຂອງ​ເພິ່ນ. ກຸ່ມ​ເຜີຍ​ແຜ່​ຂອງ​ເພິ່ນ​ໄດ້​ອອກ​ເດີນ​ທາງ​ໄປ​ເມືອງ​ເບເຣຍ ຫລັງ​ຈາກ​ຊາວ​ຢິວ​ໄດ້​ສ້າງ​ຄວາມ​ເດືອດ​ຮ້ອນ​ໃຫ້​ແກ່​ພວກ​ເພິ່ນ (ກຈກ 17:1–10).

  24. ເບເຣຍ ໂປໂລ, ຊີລາ, ແລະ ຕີ​ໂມ​ທຽວ ໄດ້​ພົບ​ເຫັນ​ຫລາຍ​ຄົນ​ທີ່​ມີ​ຈິດ​ໃຈ​ສູງ​ສົ່ງ ໃນ​ລະຫວ່າງ​ການ​ເດີນ​ທາງ​ເຜີຍ​ແຜ່​ເທື່ອ​ທີ​ສອງ​ຂອງ​ໂປໂລ. ຊາວ​ຢິວ​ຈາກ​ເມືອງ​ເທສະ​ໂລນິກ​ໄດ້​ຕິດ​ຕາມ​ມາ ແລະ ໄດ້​ຂົ່ມ​ເຫັງ​ພວກ​ເພິ່ນ (ກຈກ 17:10–13).

  25. ມາເກ​ໂດເນຍ ໂປໂລ​ໄດ້​ສອນ​ຢູ່​ບ່ອນ​ນີ້ ໃນ​ລະຫວ່າງ​ການ​ເດີນ​ທາງ​ເທື່ອ​ທີ​ສອງ ແລະ ທີ​ສາມ​ຂອງ​ເພິ່ນ (ກຈກ 16:9–40; 19:21). ໂປໂລ​ໄດ້​ສັນ​ລະ​ເສີນ​ຄວາມ​ເພື່ອ​ແຜ່​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຢູ່​ແຂວງ​ມາເກ​ໂດເນຍ, ຜູ້​ໄດ້​ຄ້ຳ​ຈູນ​ເພິ່ນ ແລະ ໄພ່​ພົນ​ທີ່​ຍາກ​ຈົນ​ຂອງ​ພຣະ​ເຈົ້າ ທີ່​ເຢຣູ​ຊາເລັມ (ໂຣມ 15:26; 2 ກຣທ 8:1–5; 11:9).

  26. ເມລິຕາ ໂປໂລ​ໄດ້​ປະ​ສົບ​ກັບ​ເຮືອ​ຫລົ້ມ​ຢູ່​ເກາະ​ບ່ອນ​ນີ້ ໃນ​ລະຫວ່າງ​ທາງ​ໄປ​ກຸງ​ໂຣມ (ກຈກ 26:32; 27:1, 41–44). ເພິ່ນ​ບໍ່​ໄດ້​ຮັບ​ອັນ​ຕະ​ລາຍ​ຈາກ​ການ​ຖືກ​ງູ​ກັດ ແລະ ໄດ້​ປິ່ນ​ປົວ​ຫລາຍ​ຄົນ​ທີ່​ເຈັບ​ປ່ວຍ​ຢູ່ ເມລິຕາ (ກຈກ 28:1–9).

  27. ໂຣມ ໂປໂລ​ໄດ້​ສັ່ງ​ສອນ​ຢູ່​ບ່ອນ​ນີ້​ເປັນ​ເວລາ​ສອງ​ປີ ໃນ​ເຮືອນ​ທີ່​ເພິ່ນ​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ອອກ​ໄປ​ຈາກ​ບໍ​ລິ​ເວນ​ບ້ານ (ກຈກ 28:16–31). ເພິ່ນ​ກໍ​ໄດ້​ຂຽນ​ສານ, ຫລື ຈົດ​ໝາຍ, ເຖິງ​ຊາວ​ເອ​ເຟ​ໂຊ, ຊາວ​ຟີ​ລິບ​ປອຍ, ແລະ ຊາວ​ໂກໂລຊາຍ ແລະ ເຖິງ​ຕີ​ໂມ​ທຽວ ແລະ ຟີ​ເລ​ໂມນ ໃນ​ຂະນະ​ທີ່​ຢູ່​ໃນ​ຄຸກ ຢູ່​ກຸງ​ໂຣມ. ເປໂຕ ໄດ້​ຂຽນ​ສານ​ສະບັບ​ທຳ​ອິດ​ຈາກ “ບາ​ບີ​ໂລນ,” ຊຶ່ງ​ອາດ​ເປັນ​ກຸງ​ໂຣມ, ບໍ່​ດົນ​ຫລັງ​ຈາກ​ເນໂຣ​ໄດ້​ຂົ່ມ​ເຫັງ​ຊາວ​ຄຣິດ​ສະ​ຕຽນ​ໃນ ຄ.ສ. 64. ເຊື່ອ​ກັນ​ທົ່ວ​ໄປ​ວ່າ ເປໂຕ ແລະ ໂປໂລ ໄດ້​ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ​ຢູ່​ບ່ອນ​ນີ້.

ພິມ