ສິ່ງ​ຊ່ວຍ​ສຶກ​ສາ
ສະຫລຸບ ແລະ ເຄື່ອງ​ໝາຍ​ໃຊ້​ແທນ


ສະຫລຸບ ແລະ ເຄື່ອງ​ໝາຍ​ໃຊ້​ແທນ

ເສັ້ນ​ຂີດ​ອ້ອມ​ຢູ່​ໃນ​ແຜນ​ທີ່​ຂ້າງ​ລຸ່ມ​ນີ້ ບົ່ງ​ບອກ​ເຖິງ​ບໍ​ລິ​ເວນ​ຂອງ​ແຜນ​ທີ່​ແຕ່​ລະ​ໃບ​ທີ່​ໝາຍ​ເລກ​ໄວ້. ແຜນ​ທີ່​ເຫລົ່າ​ນີ້​ປະກອບ​ດ້ວຍ​ພາກ​ພື້ນ​ອັນ​ກວ້າງ​ໃຫຍ່ ລວມ​ທັງ​ບໍ​ລິ​ເວນ​ພື້ນ​ທີ່​ທາງ​ພູ​ມີ​ສາດ ຊຶ່ງ​ເປັນ​ບໍ​ລິ​ເວນ​ຈຳ​ກັດ​ທີ່​ນ້ອຍໆ.

  1. ຮູບ​ຮ່າງ​ແຜນ​ທີ່​ຂອງ​ແຜ່ນ​ດິນ​ສັກ​ສິດ

  2. ການ​ອົບ​ພະ​ຍົບ​ຂອງ​ຊາວ​ອິດສະ​ຣາເອນ​ຈາກ​ເອຢິບ ແລະ ເຂົ້າ​ໄປ​ໃນ​ກາ​ນາ​ອານ

  3. ການ​ແບ່ງ​ແຍກ​ຂອງ 12 ເຜົ່າ

  4. ຈັກ​ກະ​ພົບ​ຂອງ​ດາວິດ ແລະ ໂຊ​ໂລ​ໂມນ

  5. ຈັກ​ກະ​ພົບ​ອັດ​ຊີ​ເຣຍ

  6. ຈັກ​ກະ​ພົບ​ບາ​ບີ​ໂລນ​ໃໝ່ ແລະ ອາ​ນາ​ຈັກ​ເອຢິບ

  7. ຈັກ​ກະ​ພົບ​ເປີເຊຍ

  8. ຈັກ​ກະ​ພົບ​ໂຣມ

  9. ໂລກ​ຂອງ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ

  10. ກາ​ນາ​ອານ​ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ

  11. ແຜ່ນ​ດິນ​ສັກ​ສິດ​ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ໃໝ່

  12. ເຢຣູ​ຊາເລັມ​ໃນ​ສະ​ໄໝ​ຂອງ​ພຣະ​ເຢຊູ

  13. ການ​ເດີນ​ທາງ​ໄປ​ເຜີຍ​ແຜ່​ຂອງ​ອັກຄະ​ສາວົກ​ໂປໂລ

  14. ຄວາມ​ສູງ​ຂອງ​ແຜ່ນ​ດິນ​ສັກ​ສິດ

ຮູບ​ພາບ
ແຜນ​ທີ່​ສະຫລຸບ

1

6

10

5

11

9

14

8

13

3

4

2

7

12

ຕໍ່​ໄປ​ນີ້​ແມ່ນ​ເຄື່ອງ​ໝາຍ​ໃຊ້​ແທນ ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ເຄື່ອງ​ໝາຍ​ທີ່​ແຕກ​ຕ່າງ​ກັນ ແລະ ຂະ​ໜາດ​ຂອງ​ຕົວ​ພິມ ທີ່​ໃຊ້​ໃນ​ແຜນ​ທີ່. ນອກ​ເໜືອ​ຈາກ​ນີ້, ແຜນ​ທີ່​ແຕ່​ລະ​ໃບ ຍັງ​ມີ​ເຄື່ອງ​ໝາຍ​ໃຊ້​ແທນ​ພ້ອມ​ດ້ວຍ​ຄຳ​ອະ​ທິ​ບາຍ​ຂອງ​ເຄື່ອງ​ໝາຍ​ເພີ່ມ​ເຕີມ ທີ່​ກ່ຽວ​ກັບ​ແຜນ​ທີ່​ນັ້ນ​ໂດຍ​ສະ​ເພາະ.

ຮູບ​ພາບ
ເຄື່ອງ​ໝາຍ​ໃຊ້​ແທນ

ຈຸດ​ສີ​ແດງ ໝາຍ​ເຖິງ ເມືອງ ຫລື ໝູ່​ບ້ານ.

ຮູບ​ສາມ​ຫລ່ຽມ​ນ້ອຍ​ສີ​ດຳ ໝາຍ​ເຖິງ ພູ​ເຂົາ.

ທະເລ​ຕາຍ

ຂະ​ໜາດ​ຂອງ​ຕົວ​ພິມ​ນີ້ ຖືກ​ໃຊ້​ສຳ​ລັບ​ພູ​ມີ​ພາກ ດັ່ງ​ເຊັ່ນ ທະເລ, ແມ່​ນ້ຳ, ພູ​ຜາ, ທະເລ​ຊາຍ, ແລະ ເກາະ​ຕ່າງໆ.

ເຢຣູ​ຊາເລັມ

ຂະ​ໜາດ​ຂອງ​ຕົວ​ພິມ​ນີ້ ຖືກ​ໃຊ້​ສຳ​ລັບ ເມືອງ ແລະ ໝູ່​ບ້ານ (ແລະ ສຳ​ລັບ​ສະຖານ​ທີ່​ປີກ​ຫຍ່ອຍ ຢູ່​ໃນ​ແຜນ​ທີ່​ຂອງ​ເມືອງ​ເຢຣູ​ຊາເລັມ).

ໂມອາບ

ຂະ​ໜາດ​ຂອງ​ຕົວ​ພິມ​ນີ້ ຖືກ​ໃຊ້​ສຳ​ລັບ​ການ​ແບ່ງ​ແຍກ​ທາງ​ການ​ເມືອງ​ທີ່​ນ້ອຍ​ກວ່າ ດັ່ງ​ເຊັ່ນ​ພາກ​ພື້ນ, ຜູ້​ຄົນ, ແລະ ເຜົ່າ​ຕ່າງໆ.

ຢູດາຍ

ຮູບ​ຮ່າງ​ຂອງ​ຕົວ​ພິມ​ນີ້ ຖືກ​ໃຊ້​ສຳ​ລັບ​ການ​ແບ່ງ​ແຍກ​ທາງ​ການ​ເມືອງ​ທີ່​ໃຫຍ່​ກວ່າ ດັ່ງ​ເຊັ່ນ ຈັກ​ກະ​ພົບ ແລະ ປະ​ຊາ​ຊາດ.

ພິມ