ສິ່ງ​ຊ່ວຍ​ສຶກ​ສາ
11. ແຜ່ນ​ດິນ​ສັກ​ສິດ​ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ໃໝ່


11. ແຜ່ນ​ດິນ​ສັກ​ສິດ​ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ໃໝ່

ຮູບ​ພາບ
ແຜນ​ທີ່​ຂອງ​ສະ​ໄໝ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ 11

ເຄື່ອງ​ໝາຍ​ໃຊ້​ແທນ

ເຂດ​ແດນ​ທາງ​ການ​ເມືອງ

ຊີໂດນ

ອາບີເລັນ

ຊາເຣັບຕາ

ພູ​ເລ​ບາ​ນອນ

ດາ​ມັສ​ກັດ

ລິຕານີ

ຊີເຣຍ

ພູ​ເຮີໂມນ

ຟຣາປັກ

ຕີເຣ

ໂປນີເຊຍ

ກາຍຊາເຣຍ ຟີ​ລິບ​ປອຍ

ຮ່ອມ​ພູຮູເລ

ຄາ​ລີ​ເລ

ປະໂຕ​ເລມາຍ (ອັກໂກ)

ໂຂຣາຊິນ

ເບັດຊາ​ອີດາ

ກາເປ​ນາອູມ

ກີຊີໂອນ

ການາ

ມັກດາລາ

ທະເລ​ຄາ​ລີ​ເລ (ກິນເນເຣດ)

ພູ​ກາເມນ

ນາ​ຊາ​ເຣັດ

ຕີເບເຣຍ

ພູ​ຕາໂບເຣ

ຢາມຸກ

ນາອິນ

ກາດາຣາ

ກາຍຊາເຣຍ

ພູ​ກິນໂບອາ

ເດກາ​ໂປລີ

ຊາ​ມາ​ເຣຍ

ຊາລິມ?

ຊາ​ມາ​ເຣຍ

ໄອນົນ?

ທົ່ງພຽງ​ຊາໂຣນ

ຊີຂາ

ພູ​ເອບານ

ຢັບໂບກ

ຢົບປາ

ພູ​ເກຣິຊິມ

ອາຣີ​ມາທາຍ

ໄອຢາໂລນ

ເບັດເອນ

ແມ່​ນ້ຳ​ຈໍແດນ

ເປຣີອາ

ຟີລາ​ແດວເຟຍ

ເຢຣິໂກ

ທະເລ​ໃຫຍ່ (ທະເລ​ເມດີ​ແຕຣາເນ)

ອາໂຊໂຕ

ໂຊເຣັກ

ເອມາອຸດ

ເບັດທາ​ບາຣາ

ເຢຣູ​ຊາເລັມ

ພູ​ໝາກ​ກອກ​ເທດ

ເບັດຟາເຄ

ເບັດ​ທາ​ນີ

ກຳຣານ

ທົ່ງພຽງ​ໂມອາບ

ພູ​ເນໂບ

ອາ​ສະ​ກາ​ໂລນ

ເອລາ

ເບັດ​ເລ​ເຮັມ

ຢູດາຍ

ກາສາ

ເຮັບໂຣນ

ມາກາ​ອີຣັດ

ເກຣາ

ໄອດູ​ມີອາ

ທະເລ​ຕາຍ

ອາກໂນນ

ເບໂຊເຣ

ເບເອນ​ເຊບາ

ມາສາດາ

ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຢູດາຍ

ນາບາ​ເຕອາ

ເສເຣັດ

ກິ​ໂລ​ແມັດ

0 20 40 60

ກ ຂ ຄ ງ

1 2 3 4 5 6 7 8

1

1

2

2

3

4

5

6

7

8

9

10

11

12

13

14

15

16

17

  1. ຕີເຣ ແລະ ຊີໂດນ ພຣະ​ເຢຊູ​ໄດ້​ປຽບ​ທຽບ​ໂຂຣາຊິນ ແລະ ເບັດຊາ​ອີດາ ໃສ່​ກັບ ຕີເຣ ແລະ ຊີໂດນ (ມທ 11:20–22). ພຣະ​ອົງ​ໄດ້​ປິ່ນ​ປົວ​ລູກ​ສາວ​ຂອງ​ແມ່​ຍິງ​ຄົນ​ຕ່າງ​ຊາດ (ມທ 15:21–28).

  2. ພູ​ແຫ່ງ​ການ​ປ່ຽນ​ສະພາບ ພຣະ​ເຢຊູ​ໄດ້​ປ່ຽນ​ສະພາບ​ຢູ່​ຕໍ່​ໜ້າ​ເປໂຕ, ຢາ​ໂກ​ໂບ, ແລະ ໂຢຮັນ, ແລະ ເຂົາ​ເຈົ້າ​ໄດ້​ຮັບ​ຂໍ​ກະແຈ​ຂອງ​ອາ​ນາ​ຈັກ (ມທ 17:1–13). (ບາງ​ຄົນ​ເຊື່ອ​ວ່າ ພູ​ແຫ່ງ​ການ​ປ່ຽນ​ສະພາບ ຄື​ພູ​ເຮີໂມນ; ບາງ​ຄົນ​ກໍ​ເຊື່ອ​ວ່າ​ເປັນ​ພູ​ຕາໂບເຣ.)

  3. ກາຍຊາເຣຍ ຟີ​ລິບ​ປອຍ ເປໂຕ​ໄດ້​ເປັນ​ພະຍານ​ວ່າ ພຣະ​ເຢຊູ​ຄື​ພຣະຄຣິດ ແລະ ໄດ້​ຮັບ​ສັນຍາ​ວ່າ ຈະ​ໄດ້​ຮັບ​ຂໍ​ກະແຈ​ຂອງ​ອາ​ນາ​ຈັກ (ມທ 16:13–20). ພຣະ​ເຢຊູ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ການ​ສິ້ນ​ພຣະຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ (ມທ 16:21–28).

  4. ພາກ​ພື້ນ​ຂອງ​ຄາ​ລີ​ເລ ພຣະ​ເຢຊູ​ໄດ້​ໃຊ້​ຊີ​ວິດ​ສ່ວນ​ໃຫຍ່​ຂອງ​ພຣະ​ອົງ ແລະ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ໃນ​ຄາ​ລີ​ເລ (ມທ 4:23–25). ຢູ່​ບ່ອນ​ນີ້ ພຣະ​ອົງ​ໄດ້​ເທດ​ສະ​ໜາ​ທີ່​ໂນນ​ພູ (ມທ 5–7); ໄດ້​ປິ່ນ​ປົວ​ຄົນ​ຂີ້ທູດ (ມທ 8:1–4); ແລະ ໄດ້​ເລືອກ, ໄດ້​ແຕ່ງ​ຕັ້ງ, ແລະ ໄດ້​ສົ່ງ​ອັກຄະ​ສາວົກ​ສິບ​ສອງ​ອອກ​ໄປ, ຊຶ່ງ​ໃນ​ບັນ​ດາ​ຜູ້​ຄົນ​ເຫລົ່າ​ນັ້ນ ຢູດາ ອິສະກາ​ຣິອົດ ເທົ່າ​ນັ້ນ​ທີ່​ປະກົດ​ວ່າ​ບໍ່​ແມ່ນ​ຊາວ​ຄາ​ລີ​ເລ (ມຣກ 3:13–19). ໃນ​ຄາ​ລີ​ເລ ພຣະຄຣິດທີ່​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ ໄດ້​ປະກົດ​ຕໍ່​ບັນດາ​ອັກຄະ​ສາວົກ (ມທ 28:16–20).

  5. ທະເລ​ຄາ​ລີ​ເລ, ຕໍ່​ມາ​ຖືກ​ເອີ້ນ​ວ່າ ທະເລ​ຕີເບເຣຍ ພຣະ​ເຢຊູ​ໄດ້​ສອນ​ຈາກ​ເຮືອ​ຂອງ​ເປໂຕ (ລກ 5:1–3) ແລະ ໄດ້​ເອີ້ນ​ເປໂຕ, ອັນເດອາ, ຢາ​ໂກ​ໂບ, ແລະ ໂຢຮັນ ເພື່ອ​ເປັນ​ຜູ້​ຫາ​ຄົນ (ມທ 4:18–22; ລກ 5:1–11). ພຣະ​ອົງ​ຍັງ​ໄດ້​ຫ້າມລົມ​ພະຍຸ​ນຳ​ອີກ (ລກ 8:22–25), ໄດ້​ສອນ​ຄຳ​ອຸປະມາ​ຈາກ​ເຮືອ (ມທ 13), ໄດ້​ຍ່າງ​ເທິງ​ໜ້າ​ນ້ຳ (ມທ 14:22–32), ແລະ ໄດ້​ປະກົດ​ຕໍ່​ສານຸສິດ​ຂອງ​ພຣະອົງ ຫລັງ​ຈາກ​ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ (ຢຮ 21).

  6. ເບັດຊາ​ອີດາ ເປໂຕ, ອັນເດອາ, ແລະ ຟີລິບ ໄດ້​ເກີດ​ໃນ​ເບັດຊາ​ອີດາ (ຢຮ 1:44). ພຣະ​ເຢຊູ​ໄດ້​ສະ​ເດັດ​ອອກ​ໄປ​ກັບ​ອັກຄະ​ສາວົກ​ຂອງ​ພຣະອົງ ໃກ້​ເບັດຊາ​ອີດາ. ຝູງ​ຊົນ​ໄດ້​ຕິດຕາມ​ພຣະອົງ​ໄປ, ແລະ ພຣະ​ອົງ​ໄດ້​ລ້ຽງ 5,000 ຄົນ (ລກ 9:10–17; ຢຮ 6:1–14). ຢູ່​ບ່ອນ​ນີ້ ພຣະ​ເຢຊູ​ໄດ້​ປິ່ນ​ປົວ​ຜູ້​ຊາຍ​ຕາ​ບອດ​ຄົນ​ໜຶ່ງ (ມຣກ 8:22–26).

  7. ກາເປ​ນາອູມ ນີ້​ແມ່ນ​ບ້ານ​ຂອງ​ເໂຕ (ມທ 8:5, 14). ໃນ​ກາ​ເປ​ນາອູມ, ຊຶ່ງມັດທາຍ​ໄດ້​ເອີ້ນ​ວ່າ “ເມືອງ​ຂອງ​ພຣະ​ເຢຊູ​ເອງ,” ພຣະ​ເຢຊູ​ໄດ້​ປິ່ນ​ປົວ​ຄົນ​ງ່ອຍ (ມທ 9:1–7; ມຣກ 2:1–12), ໄດ້​ໂຜດ​ຂ້ອຍ​ໃຊ້​ຂອງ​ນາຍ​ທະຫານ, ໄດ້​ໂຜດ​ແມ່​ເຖົ້າ​ຂອງ​ເປໂຕ (ມທ 8:5–15), ໄດ້​ເອີ້ນ​ມັດທາຍ​ໃຫ້​ເປັນ​ອັກຄະ​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ (ມທ 9:9), ໄດ້​ໂຜດ​ຄົນ​ຕາ​ບອດ, ໄດ້​ຂັບ​ໄລ່​ຜີ​ມານ​ຮ້າຍ​ອອກ​ໄປ (ມທ 9:27–33), ໄດ້​ໂຜດ​ຊາຍ​ມື​ລີບ​ໃນ​ວັນ​ຊະ​ບາໂຕ (ມທ 12:9–13), ໄດ້​ສິດ​ສອນ​ເລື່ອງ​ອາຫານ​ທິບ​ແຫ່ງ​ຊີວິດ (ຢຮ 6:22–65), ແລະ ໄດ້​ເຫັນ​ດ້ວຍ​ເລື່ອງ​ການ​ຈ່າຍ​ພາສີ, ໂດຍບອກ​ເປໂຕ​ໃຫ້​ໄປ​ເອົາ​ເງິນ​ຈາກ​ປາກ​ຂອງ​ປາ (ມທ 17:24–27).

  8. ມັກດາລາ ນີ້​ແມ່ນ​ບ້ານ​ຂອງ​ນາງ​ມາຣີ ມັກ​ດາລິນ (ມຣກ 16:9). ພຣະ​ເຢຊູ​ໄດ້​ມາ​ບ່ອນ​ນີ້ ຫລັງ​ຈາກ​ໄດ້​ລ້ຽງ​ເຂົ້າ 4,000 ຄົນ (ມທ 15:32–39), ແລະ ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ ໄດ້​ຂໍ​ໃຫ້​ພຣະ​ອົງ​ສະແດງ​ເຄື່ອງ​ໝາຍ​ຈາກ​ສະຫວັນ​ແກ່​ພວກ​ເຂົາ (ມທ 16:1–4).

  9. ການາ ພຣະ​ເຢຊູ​ໄດ້​ປ່ຽນ​ນ້ຳ​ເປັນ​ເຫລົ້າ​ອະງຸ່ນ (ຢຮ 2:1–11) ແລະ ໄດ້​ໂຜດ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ເຈົ້າ​ນາຍ​ຢູ່​ກາເປ​ນາອູມ​ຫາຍ​ດີ (ຢຮ 4:46–54). ການາ​ກໍ​ເປັນ​ບ້ານ​ຂອງ​ນະທາ​ນາເອັນ​ນຳ​ອີກ (ຢຮ 21:2).

  10. ນາຊາເຣັດ ການ​ປະກາດ​ຂອງ​ທູດ​ຕໍ່​ນາງ​ມາຣີ ແລະ ໂຢເຊັບ ໄດ້​ເກີດ​ຂຶ້ນ​ໃນ​ນາຊາເຣັດ (ມທ 1:18–25; ລກ 1:26–38; 2:4–5). ຫລັງ​ຈາກ​ກັບ​ມາ​ຈາກ​ປະເທດ​ເອຢິບ, ພຣະ​ເຢຊູ​ໄດ້​ໃຊ້​ຊີວິດ​ໃນ​ໄວ​ເດັກ ແລະ ໄວ​ໜຸ່ມ​ຂອງ​ພຣະອົງ​ຢູ່​ບ່ອນ​ນີ້ (ມທ 2:19–23; ລກ 2:51–52), ໄດ້​ປະກາດ​ວ່າ ພຣະ​ອົງ​ເປັນ​ພຣະ​ເມ​ຊີ​ອາ, ແລະ ໄດ້​ຖືກ​ຜູ້​ຄົນ​ຂອງ​ພຣະອົງ​ເອງ​ປະຕິ​ເສດ (ລກ 4:14–32).

  11. ເຢຣິໂກ ພຣະ​ເຢຊູ​ໄດ້​ໂຜດ​ຊາຍ​ຕາ​ບອດ​ໃຫ້​ເຫັນ​ຮຸ່ງ (ລກ 18:35–43). ພຣະ​ອົງ​ໄດ້​ຮ່ວມ​ຮັບ​ປະທານ​ອາຫານ​ຄ່ຳ​ນຳ​ຊັກຂ່າຍ, “ນາຍ​ດ່ານ​ພາສີ” (ລກ 19:1–10).

  12. ເບັດທາ​ບາຣາ ໂຢຮັນ​ບັບຕິ​ສະໂຕ​ໄດ້​ເປັນ​ພະຍານ​ວ່າ ລາວ​ແມ່ນ “ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ” (ຢຮ 1:19–28). ໂຢຮັນ​ບັບຕິ​ສະໂຕ​ໄດ້​ໃຫ້​ບັບຕິ​ສະມາ​ແກ່​ພຣະ​ເຢຊູ​ໃນ​ແມ່​ນ້ຳ​ຈໍແດນ ແລະ ໄດ້​ເປັນ​ພະຍານ​ວ່າ ພຣະ​ເຢຊູ​ຄືພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ (ຢຮ 1:28–34).

  13. ຖິ່ນ​ແຫ້ງ​ແລ້ງ​ຢູດາຍ ໂຢຮັນ​ບັບຕິ​ສະໂຕ​ໄດ້​ສັ່ງ​ສອນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ແຫ່ງ​ນີ້ (ມທ 3:1–4), ບ່ອນ​ທີ່​ພຣະ​ເຢຊູ​ໄດ້​ຖື​ສິນ​ອົດ​ເຂົ້າ​ເປັນ​ເວລາ 40 ວັນ ແລະ ໄດ້​ຖືກ​ທົດ​ລອງ (ມທ 4:1–11).

  14. ເອມາອຸດ ພຣະ​ຄຣິດ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ໄດ້​ຍ່າງ​ໃນ​ເສັ້ນ​ທາງ​ໄປ​ຫາ​ເອມາ​ອຸດ ກັບ​ສາ​ນຸ​ສິດ​ສອງ​ຄົນ​ຂອງ​ພຣະ​ອົງ (ລກ 24:13–32).

  15. ເບັດຟາເຄ ສານຸສິດ​ສອງ​ຄົນ​ຂອງ​ພຣະ​ເຢຊູ​ໄດ້​ພາ​ລໍ​ແມ່​ໂຕ​ໜຶ່ງ​ມາ​ໃຫ້​ພຣະອົງ​ຂີ່​ເຂົ້າ​ໄປ​ນະຄອນ​ເຢຣູ​ຊາເລັມ​ຢ່າງ​ມີ​ໄຊ (ມທ 21:1–11).

  16. ເບັດ​ທາ​ນີ ນີ້​ແມ່ນ​ບ້ານ​ຂອງ​ນາງ​ມາຣີ, ນາງ​ມາທາ, ແລະ ລາ​ຊາ​ໂຣ (ຢຮ 11:1). ນາງ​ມາຣີ​ໄດ້​ຟັງ​ຖ້ອຍ​ຄຳ​ຂອງ​ພຣະ​ເຢຊູ, ແລະ ພຣະ​ເຢຊູ​ໄດ້​ກ່າວ​ກັບ​ນາງ​ມາທາ​ເລື່ອງ “ການ​ເລືອກ​ເອົາ​ສິ່ງ​ທີ່​ດີ” (ລກ 10:38–42); ພຣະ​ເຢຊູ​ໄດ້​ໂຜດ​ລາ​ຊາ​ໂຣ​ໃຫ້​ເປັນ​ຄືນ​ມາ​ມີ​ຊີວິດ (ຢຮ 11:1–44); ແລະ ນາງ​ມາຣີ​ໄດ້​ຫົດ​ສົງ​ພຣະ​ບາດ​ຂອງ​ພຣະ​ເຢຊູ (ມທ 26:6–13; ຢຮ 12:1–8).

  17. ເບັດ​ເລ​ເຮັມ ພຣະ​ເຢຊູ​ໄດ້​ກຳ​ເນີດ ແລະ ໄດ້​ຖືກ​ວາງ​ໄວ້​ຢູ່​ໃນ​ຮາງ​ຫຍ້າ (ລກ 2:1–7); ເຫລົ່າ​ທູດ​ໄດ້​ມາ​ບອກ​ຂ່າວ​ແກ່​ຜູ້​ລ້ຽງ​ແກະ​ເຖິງ​ການ​ກຳເນີດ​ຂອງ​ພຣະ​ເຢຊູ (ລກ 2:8–20); ດາວ​ດວງ​ໜຶ່ງ​ໄດ້​ນຳ​ທາງ​ພວກ​ໂຫ​ລາ​ຈານ​ມາ​ຫາ​ພຣະ​ເຢຊູ (ມທ 2:1–12); ແລະ ເຮໂຣດ​ໄດ້​ຂ້າ​ເດັກ​ນ້ອຍ (ມທ 2:16–18).

ພິມ