ສິ່ງ​ຊ່ວຍ​ສຶກ​ສາ
ດັດຊະນີ​ແຜນ​ທີ່​ຂອງ​ສະ​ໄໝ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ


ດັດຊະນີ​ແຜນ​ທີ່​ຂອງ​ສະ​ໄໝ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ

ດັດຊະນີ​ແຜນ​ທີ່ ສາ​ມາດ​ຊ່ວຍ​ທ່ານ​ພົບ​ເຫັນ​ສະຖານ​ທີ່​ແຕ່​ລະ​ແຫ່ງ​ຢູ່​ໃນ​ແຜນ​ທີ່. ແຕ່​ລະ​ສະ​ຖານ​ທີ່​ແມ່ນ​ຮ່ວມ​ດ້ວຍ​ເລກ​ແຜນ​ທີ່ ຊຶ່ງ​ຕິດ​ຕາມ​ດ້ວຍ​ຂໍ້​ອ້າງ​ອີງ​ໃນ​ເສັ້ນ​ຕັດ​ກັນ​ຢູ່​ເທິງ​ແຜນ​ທີ່ ທີ່​ປະກອບ​ດ້ວຍ ຕົວ​ອັກ​ສອນ ແລະ ຕົວ​ເລກ. ຕົວ​ຢ່າງ​ເຊັ່ນ, ສະ​ຖານ​ທີ່​ສຳ​ລັບ ຣັບບາ (ອຳມານ) ຢູ່​ໃນ​ແຜນ​ທີ່​ໜ້າ​ທຳ​ອິດ ລະບຸ​ໄວ້​ວ່າ 1:ງ5—ນັ້ນຄື, ແຜນ​ທີ່ 1, ໃນ​ມຸມ​ສາກ ງ5. ທ່ານ​ສາມາດ​ຊອກ​ຫາ​ມຸມ​ສາກ​ໃດ​ໜຶ່ງ​ໂດຍ​ສະ​ເພາະ​ໄດ້ ຢູ່​ໃນ​ແຜນ​ທີ່ ໂດຍ​ການ​ປະ​ສານ​ສົ້ນ​ເທິງ ແລະ ທາງ​ຂ້າງ​ຂອງ​ແຜນ​ທີ່​ເຂົ້າ​ກັນ. ຊື່​ອື່ນ​ອີກ​ຂອງ​ສະຖານ​ທີ່ ໄດ້​ຖືກ​ລະບຸ​ໄວ້​ຢູ່​ໃນ​ວົງ​ເລັບ; ຍົກ​ຕົວ​ຢ່າງ, ຣັບບາ (ອຳມານ). ເຄື່ອງ​ໝາຍ​ຄຳ​ຖາມ ຢູ່​ທາງ​ຫລັງ​ຊື່ ເປັນ​ການ​ບອກ​ວ່າ ສະຖານ​ທີ່ ຊຶ່ງ​ສະແດງ​ໄວ້​ຢູ່​ໃນ​ແຜນ​ທີ່ ອາດ​ເປັນ​ໄປ​ໄດ້ ຫລື ອາດ​ຈະ​ເປັນ​ບ່ອນ​ດັ້ງ​ເດີມ ແຕ່​ຍັງ​ບໍ່​ແນ່​ນອນ.

ພິມ