ສິ່ງ​ຊ່ວຍ​ສຶກ​ສາ
12. ເຢຣູ​ຊາເລັມ​ໃນ​ສະ​ໄໝ​ຂອງ​ພຣະ​ເຢຊູ


12. ເຢຣູ​ຊາເລັມ​ໃນ​ສະ​ໄໝ​ຂອງ​ພຣະ​ເຢຊູ

ຮູບ​ພາບ
ແຜນ​ທີ່​ຂອງ​ສະ​ໄໝ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ 12

ເຄື່ອງ​ໝາຍ​ໃຊ້​ແທນ

ເມືອງ​ໃນ​ສະ​ໄໝ​ຂອງ​ພຣະ​ເຢຊູ

ເຂດ​ທີ່​ມີ​ກຳ​ແພງ​ອ້ອມ​ໃນ​ເວລາ​ຕໍ່​ມາ

ເສັ້ນ​ທາງ​ໄປ​ຫາ​ຊາ​ມາ​ເຣຍ

ເບສະທາ (ເມືອງ​ໃໝ່)

ໂຄລະ​ໂຄທາ

ສວນ​ອຸບ​ມຸງ

ສະ​ນ້ຳ​ເບັດຊະທາ

ປະຕູ​ໜອງ​ປາ

ປ້ອມ​ຍາມ​ອັນໂຕນີ

ສະນ້ຳ​ຂອງ​ອິດສະ​ຣາເອນ

ສວນ​ເຄັດເຊ​ມາເນ

ປະຕູ​ຊູຊາ

ປະຕູ​ຄອກແກະ

ລະບຽງ​ຂອງ​ໂຊ​ໂລ​ໂມນ

ພຣະ​ວິຫານ

ພູ​ໝາກ​ກອກ​ເທດ

ຂົວ

ປະຕູ​ງາມ

ເສັ້ນ​ທາງ​ໄປ​ຫາ​ເອມາອຸດ ແລະ ຢົບປາ

ສະນ້ຳ​ຫໍ​ສູງ

ເສັ້ນ​ທາງ​ໄປ​ຫາ​ເບັດ​ທາ​ນີ ແລະ ເຢຣິໂກ

ຍອດ​ພຣະ​ວິຫານ

ວັງ​ຮາສະ​ໂມເນແອນ

ລະບຽງ​ກະສັດ

ລາງ​ລຳ​ລຽງ​ນ້ຳ

ວັງ​ຂອງ​ເຮໂຣດ

ຂັ້ນ​ໄດ​ໄປ​ສູ່​ພຣະ​ວິຫານ

ບໍ່​ນ້ຳ​ກີໂຮນ

ສະ​ນ້ຳ​ງູ​ໃຫຍ່

ເມືອງ​ທາງ​ເໜືອ

ລາງ​ລຳ​ລຽງ​ນ້ຳ

ເຮືອນ​ຂອງ​ກາຢະຟາ

ຮູ​ໃຕ້​ດິນ​ຂອງ​ເຮເຊ​ກີຢາ

ຮ່ອມ​ພູ​ຮິນໂນມ

ຫ້ອງ​ຊັ້ນ​ເທິງ

ຮ່ອມ​ພູ​ກິດໂຣນ

ເມືອງ​ທາງ​ໃຕ້

ສະນ້ຳ​ຊີໂລອາມ

ປະຕູ​ນ້ຳ

ເສັ້ນ​ທາງ​ໄປ​ຫາ​ເບັດ​ເລ​ເຮັມ ແລະ ເຮັບໂຣນ

ນ້ຳພຸ​ເອນໂຣເກນ

ເສັ້ນ​ທາງ​ໄປ​ຫາ​ທະເລ​ຕາຍ

ແມັດ

0 100 200 300 400

ກ ຂ ຄ ງ

1 2 3 4 5 6 7 8

1

2

3

4

5

6

7

8

8

9

10

11

12

13

14

15

16

17

18

  1. ໂຄລະ​ໂຄທາ ອາດ​ເປັນ​ໄປ​ໄດ້​ວ່າ ເປັນ​ສະຖານ​ທີ່​ຄຶງ​ພຣະ​ເຢຊູ (ມທ 27:33–37).

  2. ສວນ​ອຸບມຸງ ອາດ​ເປັນ​ໄປ​ໄດ້​ວ່າ ເປັນ​ສະຖານ​ທີ່​ສຳ​ລັບ​ອຸບ​ມຸງ ບ່ອນ​ທີ່​ພຣະ​ກາຍ​ຂອງ​ພຣະ​ເຢຊູ​ໄດ້​ຖືກ​ເອົາ​ມາ​ວາງ​ໄວ້ (ຢຮ 19:38–42). ພຣະ​ຄຣິດ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ໄດ້​ປະກົດ​ຕົວ​ຕໍ່​ນາງ​ມາຣີ ໄທ​ມັກ​ດາ​ລາ​ໃນ​ສວນ ຢູ່​ນອກ​ອຸບ​ມຸງ​ຂອງ​ພຣະ​ອົງ (ຢຮ 20:1–17).

  3. ປ້ອມ​ຍາມ​ອັນໂຕນີ ພຣະ​ເຢຊູ​ອາດ​ຖືກ​ກ່າວ​ຫາ, ກ່າວ​ໂທດ, ເຍາະ​ເຍີ້ຍ, ແລະ ຖືກ​ຂ້ຽນ​ຕີ ຢູ່​ບ່ອນ​ນີ້ (ຢຮ 18:28–19:16). ໂປໂລ​ໄດ້​ຖືກ​ຈັບ ແລະ ໄດ້​ເລົ່າ​ເລື່ອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ລາວ (ກຈກ 21:31–22:21).

  4. ສະ​ນ້ຳ​ເບັດຊະທາ ພຣະ​ເຢຊູ​ໄດ້​ປິ່ນ​ປົວ​ຄົນ​ປ່ວຍ​ຄົນ​ໜຶ່ງ​ໃນ​ວັນ​ຊະບາໂຕ (ຢຮ 5:2–9).

  5. ພຣະວິຫານ ຄັບຣີ​ເອນ​ໄດ້​ໃຫ້​ສັນ​ຍາ​ຊາຂາ​ຣີຢາ​ວ່າ ນາງ​ເອລີ​ຊາເບັດ ຈະ​ມີ​ລູກ​ຊາຍ (ລກ 1:5–25). ຜ້າ​ກັ້ງ​ໃນ​ພຣະ​ວິຫານ​ໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ​ແຕ່​ເທິງ​ຮອດ​ລຸ່ມ ຕອນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສິ້ນ​ພຣະ​ຊົນ (ມທ 27:51).

  6. ລະບຽງ​ຂອງ​ໂຊ​ໂລ​ໂມນ ພຣະ​ເຢຊູ​ໄດ້​ປະກາດ​ວ່າ ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ຊາວ​ຢິວ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ແກວ່ງ​ກ້ອນ​ຫີນ​ໃສ່​ພຣະ​ອົງ (ຢຮ 10:22–39). ເປໂຕ​ໄດ້​ສັ່ງ​ສອນ​ເຖິງ​ການ​ກັບ​ໃຈ ຫລັງ​ຈາກ​ໄດ້​ປິ່ນ​ປົວ​ຊາຍ​ເປ້ຍ​ລ່ອຍ​ຄົນ​ໜຶ່ງ​ໃຫ້​ຫາຍ​ດີ (ກຈກ 3:11–26).

  7. ປະຕູ​ງາມ ເປໂຕ ແລະ ໂຢຮັນ ໄດ້​ປິ່ນ​ປົວ​ຊາຍ​ເປ້ຍ​ລ່ອຍ​ຄົນ​ໜຶ່ງ (ກຈກ 3:1–10).

  8. ຍອດ​ພຣະ​ວິຫານ ພຣະ​ເຢຊູ​ໄດ້​ຖືກ​ຊາຕານ​ທົດ​ລອງ (ມທ 4:5–7). (ອາດ​ເປັນ​ສະຖານ​ທີ່​ແນ່​ນອນ​ສຳ​ລັບ​ເຫດ​ການ​ນີ້.)

  9. ພູ​ສັກສິດ (ບໍ່​ລະບຸ​ສະຖານ​ທີ່)

    1. ຕາມ​ທີ່​ບອກ​ເລົ່າ​ກັນ​ມາ ຢູ່​ບ່ອນ​ນີ້​ອັບ​ຣາ​ຮາມ​ໄດ້​ສ້າງ​ແທ່ນ​ບູຊາ​ຂຶ້ນ ເພື່ອ​ຖວາຍ​ອີຊາກ (ປຖກ 22:9–14).

    2. ໂຊ​ໂລ​ໂມນ​ໄດ້​ສ້າງ​ພຣະ​ວິຫານ (1 ກສ 6:1–10; 2 ຂຄ 3:1).

    3. ຊາວ​ບາ​ບີ​ໂລນ​ໄດ້​ທຳ​ລາຍ​ພຣະ​ວິຫານ ປະມານ 587 ປີ ກ່ອນ ຄ.ສ. (2 ກສ 25:8–9).

    4. ເຊຣຸບ​ບາເບນ​ໄດ້​ສ້ອມ​ແປງ​ພຣະ​ວິຫານ ປະມານ 515 ປີ ກ່ອນ ຄ.ສ. (ອຊຣ 3:8–10; 5:2; 6:14–16).

    5. ເຮໂຣດ​ໄດ້​ຂະຫຍາຍ​ລານ​ພຣະ​ວິຫານ ແລະ ໄດ້​ສ້ອມ​ແປງ​ພຣະ​ວິຫານ ເລີ່ມ​ແຕ່ 17 ປີ ກ່ອນ ຄ.ສ. ກຸມມານ​ນ້ອຍ​ເຢຊູ​ໄດ້​ຖືກ​ນຳ​ໄປ​ຖວາຍ (ລກ 2:22–39).

    6. ເມື່ອ​ເຖິງ 12 ພັນສາ, ພຣະ​ເຢຊູ​ໄດ້​ສິດ​ສອນ​ຢູ່​ໃນ​ພຣະ​ວິຫານ (ລກ 2:41–50).

    7. ພຣະ​ເຢຊູ​ໄດ້​ຊຳລະ​ພຣະ​ວິຫານ (ມທ 21:12–16; ຢຮ 2:13–17).

    8. ພຣະ​ເຢຊູ​ໄດ້​ສອນ​ໃນ​ພຣະ​ວິຫານ​ຫລາຍ​ເທື່ອ (ມທ 21:23–23:39; ຢຮ 7:14–8:59).

    9. ຊາວ​ໂຣມ​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ຕີໂຕ ໄດ້​ທຳ​ລາຍ​ພຣະ​ວິຫານ ໃນ ຄ.ສ. 70.

  10. ສວນ​ເຄັດເຊ​ມາເນ ພຣະ​ເຢຊູ​ໄດ້​ຮັບ​ທຸກ​ທໍ​ລະ​ມານ, ໄດ້​ຖືກ​ທໍ​ລະ​ຍົດ, ແລະ ໄດ້​ຖືກ​ຈັບ​ກຸມ (ມທ 26:36–46; ລກ 22:39–54).

  11. ພູ​ໝາກ​ກອກ​ເທດ

    1. ພຣະ​ເຢຊູ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ຄວາມ​ພິນາດ​ຂອງ​ເຢຣູ​ຊາເລັມ ແລະ ພຣະ​ວິຫານ. ພຣະ​ອົງ​ຍັງ​ໄດ້​ກ່າວ​ເຖິງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ນຳອີກ (ມທ 24:3–25:46; ເບິ່ງ ຈສ—ມ ນຳ​ອີກ).

    2. ຈາກ​ບ່ອນ​ນີ້ ພຣະ​ເຢຊູ​ໄດ້​ຂຶ້ນສູ່​ສະຫວັນ (ກຈກ 1:9–12).

    3. ໃນ​ວັນທີ 24 ເດືອນ​ຕຸລາ, 1841, ແອວເດີ ອໍສັນ ຮາຍດ໌ ໄດ້​ອຸທິດ​ແຜ່ນ​ດິນ​ສັກສິດ ສຳ​ລັບ​ການ​ກັບ​ຄືນ​ມາ​ຂອງ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ.

  12. ບໍ່ນ້ຳ​ກີໂຮນ ໂຊ​ໂລ​ໂມນ​ໄດ້​ຮັບ​ການ​ເຈີມໃຫ້​ເປັນ​ກະສັດ (1 ກສ 1:38–39). ເຮເຊ​ກີຢາ​ໄດ້​ໃຫ້​ຂຸດ​ຮູ​ໃຕ້​ດິນ ເພື່ອ​ນຳ​ນ້ຳ​ຈາກ​ບໍ່​ນ້ຳ​ເຂົ້າ​ມາ​ໃນ​ເມືອງ (2 ຂຄ 32:30).

  13. ປະຕູ​ນ້ຳ ເອຊະຣາ​ໄດ້​ອ່ານ ແລະ ແປ​ກົດ​ຂອງ​ໂມເຊ​ໃຫ້​ແກ່​ຜູ້​ຄົນ (ນມຢ 8:1–8).

  14. ຮ່ອມ​ພູ​ຮິນໂນມ ຜູ້​ຄົນ​ໄດ້​ນະມັດ​ສະການ​ພຣະ​ປອມ​ຊື່​ໂມເຫລັກ, ຊຶ່ງ​ຮ່ວມ​ດ້ວຍ​ການ​ຂ້າ​ເດັກ​ເປັນ​ເຄື່ອງ​ຖວາຍ (2 ກສ 23:10; 2 ຂຄ 28:3).

  15. ເຮືອນ​ຂອງ​ກາຢະຟາ ພຣະ​ເຢຊູ​ໄດ້​ຖືກ​ນຳ​ໄປ​ຢູ່​ຕໍ່​ໜ້າ​ຂອງ​ກາຢະຟາ (ມທ 26:57–68). ເປໂຕ​ໄດ້​ປະຕິ​ເສດ​ວ່າ​ລາວ​ບໍ່​ຮູ້​ຈັກ​ພຣະ​ເຢຊູ (ມທ 26:69–75).

  16. ຫ້ອງ​ຊັ້ນ​ເທິງ ສະຖານ​ທີ່​ທີ່​ເຊື່ອ​ກັນ​ວ່າ​ເປັນ​ບ່ອນ​ທີ່​ພຣະ​ເຢຊູ​ໄດ້​ສະຫລອງ​ງານ​ປັດ​ສະຄາ ແລະ ໄດ້​ຈັດ​ຕັ້ງ​ສິນ​ລະ​ລຶກ (ມທ 26:20–30). ພຣະອົງ​ໄດ້​ລ້າງ​ຕີນ​ຂອງ​ອັກຄະ​ສາວົກ (ຢຮ 13:4–17) ແລະ ໄດ້​ສອນ​ເຂົາ​ເຈົ້າ (ຢຮ 13:18–17:26).

  17. ວັງ​ຂອງ​ເຮໂຣດ ພຣະ​ຄຣິດ​ໄດ້​ຖືກ​ພາ​ໄປ​ຢູ່​ຕໍ່​ໜ້າ​ເຮໂຣດ, ອາດ​ເປັນ​ສະຖານ​ທີ່​ນີ້ (ລກ 23:7–11).

  18. ເຢຣູ​ຊາເລັມ (ບໍ່​ລະບຸ​ສະຖານ​ທີ່)

    1. ເມນ​ຄີ​ເສ​ເດັກ​ໄດ້​ປົກ​ຄອງ​ເປັນ​ກະສັດ​ຂອງ​ຊາເລັມ (ປຖກ 14:18).

    2. ກະສັດ​ດາວິດ​ໄດ້​ຍຶດ​ຄອງ​ເມືອງ​ຈາກ​ຊາວ​ເຢບຸດ (2 ຊມອ 5:7; 1 ຂຄ 11:4–7).

    3. ເມືອງ​ໄດ້​ຖືກ​ທຳລາຍ​ໂດຍ​ຊາວ​ບາ​ບີ​ໂລນ ປະມານ 587 ປີ ກ່ອນ ຄ.ສ. (2 ກສ 25:1–11).

    4. ພຣະ​ວິນຍານ​ບໍ​ລິ​ສຸດ​ໄດ້​ສະ​ຖິດ​ຢູ່​ກັບ​ຫລາຍ​ຄົນ ໃນ​ວັນ​ເພັນເຕ​ຄໍສະເຕ (ກຈກ 2:1–4).

    5. ເປໂຕ ແລະ ໂຢຮັນ ໄດ້​ຖືກ​ຈັບ ແລະ ໄດ້​ນຳ​ໄປ​ຢູ່​ຕໍ່​ໜ້າ​ສະພາ (ກຈກ 4:1–23).

    6. ອານາເນຍ ແລະ ຊະຟີຣາ​ໄດ້​ຕົວະ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຕາຍ​ໄປ (ກຈກ 5:1–10).

    7. ເປໂຕ ແລະ ໂຢຮັນ ໄດ້​ຖືກ​ຈັບ, ແຕ່​ທູດ​ອົງ​ໜຶ່ງ​ໄດ້​ປົດ​ປ່ອຍ​ເຂົາ​ເຈົ້າ​ອອກ​ຈາກ​ຄຸກ (ກຈກ 5:17–20).

    8. ອັກຄະ​ສາວົກ​ໄດ້​ເລືອກ​ຜູ້​ຊາຍ​ເຈັດ​ຄົນ​ໃຫ້​ມາ​ຊ່ວຍ​ເຂົາ​ເຈົ້າ (ກຈກ 6:1–6).

    9. ປະຈັກ​ພະຍານ​ຂອງ​ຊະເຕ​ຟາໂນ​ຕໍ່​ຊາວ​ຢິວ ໄດ້​ຖືກ​ປະຕິ​ເສດ, ແລະ ລາວ​ຖືກ​ຄວ່າງ​ກ້ອນ​ຫີນ​ໃສ່ ຈົນ​ເຖິງ​ແກ່​ຄວາມ​ຕາຍ (ກຈກ 6:8–7:60).

    10. ຢາ​ໂກ​ໂບ​ໄດ້​ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ (ກຈກ 12:1–2).

    11. ທູດ​ອົງ​ໜຶ່ງ​ໄດ້​ປົດ​ປ່ອຍ​ເປໂຕ​ຈາກ​ຄຸກ (ກຈກ 12:5–11).

    12. ອັກຄະ​ສາວົກ​ໄດ້​ພິ​ຈາ​ລະນາ​ບັນ​ຫາ​ເລື່ອງ​ພິ​ທີ​ຕັດ (ກຈກ 15:5–29).

    13. ຊາວ​ໂຣມ​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ຕີໂຕ ໄດ້​ທຳ​ລາຍ​ເມືອງ ໃນ ຄ.ສ. 70.

ພິມ