ສິ່ງ​ຊ່ວຍ​ສຶກ​ສາ
9. ໂລກ​ຂອງ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ


9. ໂລກ​ຂອງ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ

ຮູບ​ພາບ
ແຜນ​ທີ່​ຂອງ​ສະ​ໄໝ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ 9

ກາອູ​ກາຊັດ

ທະເລ​ຄາສະປຽນ

ພູ​ອາຣາຣັດ?

ທະເລ​ດຳ

ອູຣາຕູ

ໂຮຣິ

ທຣອຍ

ຮິດຕີ

ອູເຣ?

ຮາຣານ (ປາດານ-ອາຣາມ)

ອັດຊີ​ເຣຍ

ກັກເກມິດ

ເມໂຊ​ໂປຕາເມຍ

ນິ​ເນ​ເວ

ແມ່​ນ້ຳ​ເອີຟຣັດ

ອັດຊູເຣ

ອັກກາດ

ທົ່ງ​ພຽງ​ດຸຣາ

ຊູຊາ

ແມ່​ນ້ຳ​ຕີກຣິດ

ບາ​ບີ​ໂລນ

ໂຣໂດ

ກິດຕິມ (ໄຊປຣັດ)

ບາເບນ (ຊີນາ)

ຊີເຣຍ

ກາຟະໂຕ (ກະເຣເຕ)

ເອລາມ

ຊີໂດນ

ໂປນີເຊຍ

ດາ​ມັສ​ກັດ

ບາ​ບີ​ໂລນ

ຕີເຣ

ທະເລ​ຊາຍ​ອາຣເບຍ

ອູເຣ?

ທະເລ​ກິນເນເຣດ (ຄາ​ລີ​ເລ)

ເມ​ກິດ​ໂດ

ທະເລ​ໃຫຍ່ ຫລື ທະເລ​ທາງ​ເໜືອ (ທະເລ​ເມດີ​ແຕຣາເນ)

ເຢຣູ​ຊາເລັມ (ຊາເລັມ)

ທະເລ​ທາງ​ໃຕ້ (ອ່າວ​ເປີເຊຍ)

ກາ​ນາ​ອານ

ທະເລ​ເກືອ (ທະເລ​ຕາຍ)

ເບເອນ​ເຊບາ

ຫລ່ຽມນິນ

ໂກເຊັນ

ມີດີອານ

ທະເລ​ຊາຍ​ລີເບຍ

ອອນ

ເອຊີໂອນເກເບ

ເອຢິບ

ນິນ

ພູ​ຊີນາຍ? (ໂຮເຣັບ)

ທະເລ​ແດງ

ກິ​ໂລ​ແມັດ

0 100 200 300 400

ກ ຂ ຄ ງ ຈ ສ ຊ ຍ

1 2 3 4

1

2

2

3

4

5

6

7

8

9

10

11

12

13

14

15

16

17

  1. ພູ​ອາຣາຣັດ ຕາມ​ທີ່​ບອກ​ເລົ່າ​ກັນ​ມາ ເປັນ​ບ່ອນ​ທີ່​ເຮືອ​ຂອງ​ໂນອາມາ​ຈອດ​ຢູ່ (ປຖກ 8:4). ບໍ່​ຮູ້​ຈັກ​ສະຖານ​ທີ່​ແນ່​ນອນ.

  2. ອູເຣ ບ້ານ​ເກີດ​ຂອງ​ອັບ​ຣາ​ຮາມ, ໃກ້​ພູ​ເອີຟຣັດ, ບ່ອນ​ທີ່​ເພິ່ນ​ເກືອບ​ຖືກ​ຂ້າ​ເປັນ​ເຄື່ອງ​ເຜົາ​ຖວາຍ, ໄດ້​ເຫັນ​ທູດ​ຂອງ​ພຣະ​ເຢ​ໂຮ​ວາ, ແລະ ໄດ້​ຮັບ​ອຸລີມ ແລະ ທຸມມີມ (ປຖກ 11:28–12:1; ອຣຮ 1; 3:1). (ອາດ​ເປັນ​ສະຖານ​ທີ່​ສຳ​ລອງ​ສຳ​ລັບ​ອູເຣ ໃນ​ພາກ​ເໜືອ​ຂອງ​ເມໂຊ​ໂປຕາເມຍ.)

  3. ບາ​ບີ​ໂລນ, ບາເບນ (ຊີນາ) ບ່ອນ​ທີ່​ກູເຊ, ລູກ​ຊາຍ​ຂອງ​ຮາມ, ໄດ້​ມາ​ຕັ້ງ​ຖິ່ນ​ຖານ​ກ່ອນ​ໝູ່, ແລະ ແລ້ວ​ແມ່ນ​ນິມໂຣດ. ສະຖານ​ທີ່​ດັ້ງ​ເດີມ​ຂອງ​ຊາວ​ຢາເຣັດ ໃນ​ສະ​ໄໝ​ທີ່​ຫໍ​ບາເບນ​ຕັ້ງ​ຢູ່​ໃນ​ທົ່ງ​ພຽງ​ຊີນາ. ຕໍ່​ມາ​ເປັນ​ເມືອງ​ຫລວງ​ຂອງ​ບາ​ບີ​ໂລນ ແລະ ເປັນ​ວັງ​ຂອງ​ກະສັດ​ບາ​ບີ​ໂລນ, ລວມ​ທັງ​ເນ​ບູ​ກາດ​ເນັດສາ ຜູ້​ໄດ້​ພາ​ຊາວ​ຢິວ​ເປັນ​ຈຳນວນ​ຫລວງ​ຫລາຍ ໄປ​ເປັນ​ຊະ​ເລີຍ​ໃນ​ເມືອງ​ນີ້ ຕິດ​ຕາມ​ດ້ວຍ​ຄວາມ​ພິນາດ​ຂອງ​ກຸງ​ເຢຣູ​ຊາເລັມ (587 ກ່ອນ ຄ.ສ). ຊາວ​ຢິວ​ໄດ້​ເປັນ​ຊະເລີຍ​ຢູ່​ບາ​ບີ​ໂລນ​ເປັນ​ເວລາ 70 ປີ ຈົນ​ເຖິງ​ສະ​ໄໝ​ຂອງ​ກະສັດ​ຊີຣັດ, ຜູ້​ໄດ້​ອະ​ນຸ​ຍາດ​ໃຫ້​ຊາວ​ຢິວ​ກັບ​ຄືນ​ສູ່​ເຢຣູ​ຊາເລັມ ເພື່ອ​ໄປ​ສ້ອມ​ແປງ​ພຣະ​ວິຫານ. ສາດ​ສະ​ດາ​ດາ​ນີ​ເອນ​ກໍ​ໄດ້​ອາ​ໄສ​ຢູ່​ບ່ອນ​ນີ້​ຄື​ກັນ ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ເນບູກາ​ເນັດສາ, ເບັນຊັດ​ຊາເຣ, ແລະ ດາ​ຣີ​ອຸດ ອົງ​ທີ​ໜຶ່ງ (ປຖກ 10:10; 11:1–9; 2 ກສ 24–25; ຢມຢ 27:1–29:10; ອຊກ 1:1; ດນອ 1–12; ອມນ 1:22; ອທ 1:33–43).

  4. ຊູຊາ ເມືອງ​ຫລວງ​ຂອງ​ຈັກ​ກະ​ພົບ​ເປີເຊຍ ພາຍ​ໃຕ້​ການ​ປົກຄອງ​ຂອງ​ດາ​ຣີ​ອຸດ ອົງ​ທີ​ໜຶ່ງ (ດາ​ຣີ​ອຸດ​ມະຫາລາດ), ເຊເຊັດ (ອາຫາ​ຊູເອຣັດ), ແລະ ອາກຕາ​ເຊເຊັດ. ບ້ານ​ຂອງ​ລາຊີ​ນີ​ເອສະເທີ, ຜູ້​ຊຶ່ງ​ຄວາມ​ກ້າຫານ ແລະ ສັດທາ​ຂອງ​ນາງ ໄດ້​ໄວ້​ຊີວິດ​ຂອງ​ຊາວ​ຢິວ. ດາ​ນີ​ເອນ ແລະ ຕໍ່ມາ ເນເຫ​ມີຢາ ໄດ້​ຮັບ​ໃຊ້​ຢູ່​ທີ່​ນີ້ (ນມຢ 1:1; 2:1; ອສທ 1:1; ດນອ 8:2).

  5. ທົ່ງພຽງ​ດຸຣາ ຊັດຣາກ, ເມຊາກ, ແລະ ອາເບັດ​ເນໂກ ໄດ້​ຖືກ​ໂຍນ​ເຂົ້າ​ເຕົາ​ໄຟ​ຮ້ອນ ເມື່ອ​ພວກ​ເຂົາ​ປະຕິ​ເສດ​ບໍ່​ຍອມ​ນະມັດ​ສະການ​ຮູບ​ປັ້ນ​ຄຳ​ທີ່​ເນ​ບູ​ກາດ​ເນັດສາ​ໄດ້​ສ້າງ​ຂຶ້ນ; ພຣະບຸດ​ຂອງ​ພຣະ​ເຈົ້າ​ໄດ້​ຄຸ້ມ​ຄອງ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ອອກ​ມາ​ຈາກ​ເຕົາ​ໄຟ​ຮ້ອນ ໂດຍ​ບໍ່​ໄດ້​ຮັບ​ອັນ​ຕະລາຍ​ໃດໆ (ດນອ 3).

  6. ອັດ​ຊີ​ເຣຍ ອັດ​ຊູເຣ​ເປັນ​ເມືອງ​ຫລວງ​ແຫ່ງ​ທຳ​ອິດ​ຂອງ​ອັດ​ຊີ​ເຣຍ, ຕິດ​ຕາມ​ດ້ວຍ​ນິ​ເນ​ເວ. ຜູ້​ປົກຄອງ​ອັດ​ຊີ​ເຣຍ ຊື່ ຊານ​ມາ​ເນ​ເຊ​ອົງ​ທີ​ຫ້າ ແລະ ຊາກ​ໂກນ​ອົງ​ທີສອງ ໄດ້​ຍຶດຄອງ​ອານາຈັກ​ພາກ​ເໜືອ​ຂອງ​ອິດສະ​ຣາເອນ ແລະ ໄດ້​ພາ​ສິບ​ເຜົ່າ​ໄປ​ເປັນ​ຊະເລີຍ ປະມານ 721 ປີ ກ່ອນ ຄ.ສ. (2 ກສ 14–15; 17–19). ອັດ​ຊີ​ເຣຍ​ໄດ້​ເປັນ​ໄພ​ຕໍ່​ຢູດາ ຈົນ​ເຖິງ 612 ປີ ກ່ອນ ຄ.ສ., ເມື່ອ ອັດ​ຊີ​ເຣຍ​ໄດ້​ຖືກ​ປົກ​ຄອງ​ໂດຍ​ບາ​ບີ​ໂລນ.

  7. ນິ​ເນ​ເວ ເມືອງ​ຫລວງ​ຂອງ​ອັດ​ຊີ​ເຣຍ. ອັດ​ຊີ​ເຣຍ​ໄດ້​ເຂົ້າ​ໂຈມ​ຕີ​ແຜ່ນ​ດິນ​ຢູດາ ລະຫວ່າງ​ການ​ປົກ​ຄອງ​ຂອງ​ເຮເຊ​ກີຢາ ແລະ ການ​ປະຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເອຊາ​ຢາ. ເຢຣູ​ຊາເລັມ, ເມືອງ​ຫລວງ​ຂອງ​ຢູດາ, ໄດ້​ຖືກ​ຮັກ​ສາ​ໄວ້​ຢ່າງ​ໜ້າ​ອັດ​ສະ​ຈັນ​ໃຈ ເມື່ອ​ທູດ​ອົງ​ໜຶ່ງ​ໄດ້​ຂ້າ​ທະຫານ​ເປັນ​ຈຳນວນ 185,000 ຄົນ (2 ກສ 19:32–37). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ສາດ​ສະ​ດາ​ໂຢນາ​ໃຫ້​ເອີ້ນ​ປ່າວ​ເມືອງ​ໃຫ້​ກັບ​ໃຈ (ຢນ 1:2; 3:1–4).

  8. ຮາຣານ ອັບ​ຣາ​ຮາມ​ໄດ້​ອາ​ໄສ​ຢູ່​ບ່ອນ​ນີ້​ຊົ່ວ​ໄລຍະ​ໜຶ່ງ ກ່ອນ​ໄປ​ຫາ​ກາ​ນາ​ອານ. ບິດາ​ຂອງ​ອັບ​ຣາ​ຮາມ ແລະ ນ້ອງ​ຊາຍ​ຂອງ​ເພິ່ນ​ໄດ້​ອາ​ໄສ​ຢູ່​ບ່ອນ​ນີ້​ຕໍ່​ໄປ. ເຣ​ເບ​ກາ (ເມຍ​ຂອງ​ອີຊາກ), ແລະ ຣາເຊັນ, ເລອາ, ບິນຮາ, ແລະ ສີລະປາ (ບັນດາ​ເມຍ​ຂອງ​ຢາໂຄບ), ໄດ້​ມາ​ຈາກ​ເຂດ​ນີ້ (ປຖກ 11:31–32; 24:10; 29:4–6; ອຣຮ 2:4–5).

  9. ກັກເກມິດ ຟາ​ຣາ​ໂອ ເນໂກ ໄດ້​ຜ່າຍ​ແພ້​ເນ​ບູ​ກາດ​ເນັດສາ, ຊຶ່ງ​ເຮັດ​ໃຫ້​ອຳນາດ​ຂອງ​ເອຢິບ​ສິ້ນສຸດ​ລົງ ໃນ​ກາ​ນາ​ອານ (2 ຂຄ 35:20–36:6).

  10. ຊີໂດນ ຫລານ​ຊາຍ​ຂອງ​ຮາມຊື່ ຊີໂອນ ເປັນ​ຄົນ​ພົບ​ເຫັນເມືອງ​ນີ້, ແລະ ເປັນ​ເມືອງ​ຂອງ​ຊາວ​ກາ​ນາ​ອານພາກ​ເໜືອ​ສຸດ (ປຖກ 10:15–20). ມັນ​ເປັນ​ບ້ານ​ຂອງ​ເຢເຊເບນ, ຜູ້​ໄດ້​ນຳ​ການ​ນະມັດ​ສະການ​ພຣະ​ບາອານ​ເຂົ້າ​ມາ​ໃນ​ອິດສະ​ຣາເອນ (1 ກສ 16:30–33).

  11. ຕີເຣ ບ່ອນ​ນີ້​ເປັນ​ເມືອງ​ທີ່​ຕັ້ງ​ຢູ່​ແຄມ​ນ້ຳ ແລະ ເປັນ​ສູນ​ການ​ຄ້າ​ທີ່​ສຳ​ຄັນ​ໃນ​ຊີເຣຍ. ຮີຣາມ​ແຫ່ງ​ຕີເຣ ໄດ້​ສົ່ງ​ໄມ້​ແປກ ແລະ ຄຳ ແລະ ຊ່າງ​ໄມ້ ໄປ​ຊ່ວຍ​ໂຊໂລໂມນ​ສ້າງ​ພຣະ​ວິຫານ​ຂອງ​ເພິ່ນ (1 ກສ 5:1–10, 18; 9:11).

  12. ດາ​ມັສ​ກັດ ອັບ​ຣາ​ຮາມ​ໄດ້​ຊ່ວຍ​ຊີວິດ​ໂລດ​ຢູ່​ບ່ອນ​ນີ້. ມັນ​ເປັນ​ເມືອງ​ສຳ​ຄັນ​ຂອງ​ຊີເຣຍ. ລະຫວ່າງ​ການ​ປົກ​ຄອງ​ຂອງ​ດາວິດ, ຊາວ​ອິດສະ​ຣາເອນ​ໄດ້​ຍຶດ​ເອົາ​ເມືອງ​ນີ້. ເອລີ​ຢາ​ໄດ້​ເຈີມ​ຫົດ​ສົງ​ຮາຊາເອນ ໃຫ້​ເປັນ​ກະສັດ​ປົກ​ຄອງ​ດາ​ມັສ​ກັດ (ປຖກ 14:14–15; 2 ຊມອ 8:5–6; 1 ກສ 19:15).

  13. ກາ​ນາ​ອານ ອັບ​ຣາ​ຮາມ, ອີຊາກ, ຢາໂຄບ, ແລະ ລູກ​ຫລານ​ຂອງ​ພວກ​ເພິ່ນ ໄດ້​ຮັບ​ແຜ່ນ​ດິນ​ແຫ່ງ​ນີ້​ເປັນ​ມູນ​ມໍ​ລະ​ດົກ​ອັນ​ເປັນ​ນິດ (ປຖກ 17:8; 28).

  14. ພູ​ຊີນາຍ (ໂຮເຣັບ) ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ໂມເຊ​ຈາກ​ຟຸ່ມ​ໄມ້​ທີ່​ລຸກ​ເປັນ​ໄຟ (ອພຍ 3:1–2). ໂມເຊ​ໄດ້​ຮັບ​ກົດ ແລະ ພຣະ​ບັນ​ຍັດ​ສິບ​ປະການ (ອພຍ 19–20). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອລີ​ຢາ​ໃນ​ສຸລະ​ສຽງ​ທີ່​ແຜ່ວ​ເບົາ (1 ກສ 19:8–12).

  15. ເອຊີໂອນ​ເກເບ ກະສັດ​ໂຊ​ໂລ​ໂມນ​ໄດ້​ສ້າງ “​ກອງທັບ​ເຮືອ” ໃນ​ເອຊີ​ໂອນ​ເກເບ (1 ກສ 9:26). ອາດ​ເປັນ​ທ່າ​ເຮືອ​ແຫ່ງ​ນີ້ ທີ່​ລາຊີ​ນີ​ແຫ່ງ​ເຊບາ, ຫລັງ​ຈາກ​ໄດ້​ຍິນ​ກ່ຽວ​ກັບ​ຊື່​ສຽງ​ຂອງ​ໂຊ​ໂລ​ໂມນ, ນາງ​ໄດ້​ຂຶ້ນ​ຝັ່ງ​ໄປ​ພົບ​ເພິ່ນ (1 ກສ 10:1–13).

  16. ເອຢິບ ອັບ​ຣາ​ຮາມ​ໄດ້​ເດີນ​ທາງ​ມາ​ບ່ອນ​ນີ້ ເພາະ​ຄວາມ​ອຶດ​ຢາກ​ທີ່​ຮ້າຍ​ແຮງ​ຢູ່​ໃນ​ແຜ່ນ​ດິນ​ອູເຣ (ອຣຮ 2:1, 21). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ອັບ​ຣາ​ຮາມ​ໃຫ້​ສອນ​ຊາວ​ເອຢິບ ເຖິງ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເປີດ​ເຜີຍ​ແກ່​ເພິ່ນ (ອຣຮ 3:15). ຫລັງ​ຈາກ​ພວກ​ອ້າຍ​ຂອງ​ໂຢເຊັບ​ໄດ້​ຂາຍ​ລາວ​ໄປ​ເປັນ​ຂ້າ​ທາດ (ປຖກ 37:28), ໂຢເຊັບ ໄດ້​ກາຍ​ເປັນຜູ້​ດູ​ແລ​ຊັບ​ສິນ​ໃນ​ເຮືອນ​ຂອງ​ໂປ​ຕີ​ຟາຢູ່​ນີ້. ລາວ​ໄດ້​ຖືກ​ສົ່ງ​ເຂົ້າ​ຄຸກ. ລາວ​ໄດ້​ແປ​ຄວາມ​ຝັນ​ຂອງ​ຟາ​ຣາ​ໂອ ແລະ ໄດ້​ຮັບ​ຕຳ​ແໜ່ງ​ເປັນ​ເຈົ້ານາຍ​ໃຫຍ່​ໃນ​ເອຢິບ. ໂຢເຊັບ ແລະ ພວກ​ອ້າຍ​ນ້ອງ​ຂອງ​ລາວ ໄດ້​ຖືກ​ນຳ​ມາ​ພົບ​ກັນ​ອີກ. ຢາໂຄບ ແລະ ຄອບຄົວ​ຂອງ​ເພິ່ນ ໄດ້​ຍ້າຍ​ມາ​ຢູ່​ນີ້ (ປຖກ 39–46). ລູກ​ຫລານ​ຂອງ​ອິດສະ​ຣາເອນ​ໄດ້​ອາ​ໄສ​ຢູ່​ໂກເຊັນ ໃນ​ໄລຍະ​ທີ່​ພວກ​ເຂົາ​ຕັ້ງ​ຫລັກ​ແຫລ່ງຢູ່​ປະເທດ​ເອຢິບ (ປຖກ 47:6).

    ຊາວ​ອິດສະ​ຣາເອນ​ໄດ້​ເພີ່ມ​ທະວີ​ຫລາຍ​ຂຶ້ນ “ແລະ ມີ​ກຳລັງ​ຫລາຍ”; ແລ້ວ​ພວກ​ເຂົາ​ໄດ້​ຖືກ​ຊາວ​ເອຢິບ​ຈັບ​ໄປ​ເປັນ​ທາດ (ອພຍ 1:7–14). ຫລັງ​ຈາກ​ໂຣກລະບາດ​ຫລາຍ​ຢ່າງ​ໄດ້​ເກີດ​ຂຶ້ນ ຟາ​ຣາ​ໂອ ຈຶ່ງ​ໄດ້​ອະນຸຍາດ​ໃຫ້​ຊາວ​ອິດສະ​ຣາເອນ​ໜີ​ຈາກ​ປະເທດ​ເອຢິບ (ອພຍ 12:31–41). ເຢເຣ​ມີຢາ​ໄດ້​ຖືກ​ພາ​ໄປ​ເອຢິບ (ຢມຢ 43:4–7).

  17. ກາຟະໂຕ (ກະເຣເຕ) ແຜ່ນ​ດິນ​ບູຮານ​ຂອງ​ຊາວ​ມີໂນອານ.

ພິມ