ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 6–12 ເດືອນ​ມິ​ຖຸ​ນາ. ນາງ​ຣຸດ; 1 ຊາ​ມູ​ເອນ 1–3: “ໃຈ​ຂອງ​ຂ້າ​ນ້ອຍ​ເຕັມ​ລົ້ນ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ”


“ວັນ​ທີ 6–12 ເດືອນ​ມິ​ຖຸ​ນາ. ນາງ​ຣຸດ; 1 ຊາ​ມູ​ເອນ 1–3: ‘ໃຈ​ຂອງ​ຂ້າ​ນ້ອຍ​ເຕັມ​ລົ້ນ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 6–12 ເດືອນ​ມິ​ຖຸ​ນາ. ນາງ​ຣຸດ; 1 ຊາ​ມູ​ເອນ 1–3,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ

Whither Thou Goest [ແມ່​ໄປ​ທີ່​ໃດ​ລູກ​ກໍ​ຈະ​ໄປ​ທີ່​ນັ້ນ], ໂດຍ ແຊນ​ດີ ຟະ​ເຣັກ​ໂກ​ທັນ ກາ​ກອນ

ວັນ​ທີ 6–12 ເດືອນ​ມິ​ຖຸ​ນາ

ນາງ​ຣຸດ; 1 ຊາ​ມູ​ເອນ 1–3

“ໃຈ​ຂອງ​ຂ້າ​ນ້ອຍ​ເຕັມ​ລົ້ນ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ”

ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຊີ​ວິດ​ຂອງ​ນາງ​ຣຸດ, ນາງ​ນາ​ໂອ​ມີ, ນາງ​ຮັນ​ນາ, ແລະ ຄົນ​ອື່ນໆ​ໃນ​ອາ​ທິດ​ນີ້, ໃຫ້​ຟັງ​ພຣະ​ວິນ​ຍານ​ຢ່າງ​ໃກ້​ຊິດ ແລະ ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ໃດໆ​ທີ່​ທ່ານ​ໄດ້​ຮັບ. ທ່ານ​ຖືກ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ບາງ​ເທື່ອ​ເຮົາ​ວາດ​ພາບ​ວ່າ ຊີ​ວິດ​ຂອງ​ເຮົາ​ຄວນ​ຢູ່​ໃນ​ເສັ້ນ​ທາງ​ທີ່​ແຈ່ມ​ໃສ ນັບ​ແຕ່​ຕອນ​ເລີ່ມ​ຕົ້ນຈົນ​ຈົບ. ເຖິງ​ແນວ​ໃດ, ໄລ​ຍະ​ສັ້ນ​ທີ່​ສຸດ​ລະ​ຫວ່າງ​ສອງ​ຈຸດ​ແມ່ນ​ເສັ້ນ​ຕົງ. ແຕ່​ຊີ​ວິດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ລ່າ​ຊ້າ ແລະ ທາງ​ອ້ອມ ທີ່​ນຳ​ພາ​ເຮົາ​ໄປ​ໃນ​ທາງ​ທີ່​ບໍ່​ຄາດ​ຄິດ. ເຮົາ​ອາດ​ພົບ​ເຫັນ​ວ່າ ຊີ​ວິດ​ຂອງ​ເຮົາ​ແມ່ນ​ແຕກ​ຕ່າງ​ຫລາຍ​ຈາກ​ສິ່ງ​ທີ່​ເຮົາ​ຄິດ​ວ່າ​ເຮົາ​ຄວນ​ເປັນ.

ນາງ​ຣຸດ ແລະ ນາງ​ຮັນ​ນາ ກໍ​ເຂົ້າ​ໃຈ​ເລື່ອງ​ນີ້​ດີ. ນາງ​ຣຸດ​ບໍ່​ໄດ້​ເປັນ​ຄົນ​ອິດ​ສະ​ຣາ​ເອນ, ແຕ່​ນາງ​ໄດ້​ແຕ່ງ​ງານ​ກັບ​ຄົນ​ອິດ​ສະ​ຣາ​ເອນ, ແລະ ເມື່ອ​ສາ​ມີ​ຂອງ​ນາງ​ໄດ້​ຕາຍ​ໄປ, ນາງ​ຕ້ອງ​ໄດ້​ເລືອກ. ນາງ​ຄວນ​ກັບ​ຄືນ​ໄປ​ຫາ​ຄອບ​ຄົວ​ຂອງ​ນາງ ແລະ ຄືນ​ສູ່​ຊີ​ວິດ​ທີ່​ຄຸ້ນ​ເຄີຍ​ບໍ, ຫລື ນາງ​ຕ້ອງ​ຮັບ​ເອົາ​ຄວາມ​ເຊື່ອ​ຖື​ຂອງ​ຊາວ​ອິດ​ສະ​ຣາ​ເອນ ແລະ ບ້ານ​ໃໝ່​ກັບ​ແມ່​ຍ່າ​ຂອງ​ນາງ? (ເບິ່ງ ນາງ​ຣຸດ 1:4–18). ແຜນ​ການ​ຂອງ​ນາງ​ຮັນ​ນາ​ໃນ​ຊີ​ວິດ​ແມ່ນ​ການ​ຢາກ​ມີ​ລູກ, ແລະ ການ​ທີ່​ນາງ​ບໍ່​ສາ​ມາດ​ມີ​ລູກ ໄດ້​ເຮັດ​ໃຫ້​ນາງ​ເຕັມ​ໄປ “ດ້ວຍ​ຄວາມ​ຂົມ​ຂື່ນ” (ເບິ່ງ 1 ຊາ​ມູ​ເອນ 1:1–10). ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ນາງ​ຣຸດ ແລະ ນາງ​ຮັນ​ນາ, ໃຫ້​ພິ​ຈາ​ລະ​ນາ​ສັດ​ທາ​ຂອງ​ເຂົາ​ເຈົ້າ ທີ່​ຕ້ອງ​ມອບ​ຊີ​ວິດ​ໄວ້​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເດີນ​ໄປ​ໃນ​ເສັ້ນ​ທາງ​ທີ່​ບໍ່​ຄາດ​ຄິດ. ແລ້ວ​ທ່ານ​ອາດ​ຄິດ​ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ທ່ານ​ເອງ. ມັນ​ຈະ​ເບິ່ງ​ແຕກ​ຕ່າງ​ຈາກ​ການ​ເດີນ​ທາງ​ຂອງ​ນາງ​ຣຸດ ແລະ ນາງ​ຮັນ​ນາ—ແລະ ຄົນ​ອື່ນໆ​ອີກ. ແຕ່​ຕະ​ຫລອດ​ທົ່ວ​ການ​ທົດ​ລອງ ແລະ ສິ່ງ​ທີ່​ເກີດ​ຂຶ້ນ​ແບບ​ບໍ່​ຄາດ​ຄິດ ລະ​ຫວ່າງ​ຕອນ​ນີ້ ເຖິງ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ທ່ານ, ທ່ານ​ສາ​ມາດ​ຮຽນ​ທີ່​ຈະ​ເວົ້າ​ແບບ​ດຽວ​ກັບ​ນາງ​ຮັນ​ນາ​ວ່າ, “ໃຈ​ຂອງ​ຂ້າ​ນ້ອຍ​ເຕັມ​ລົ້ນ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ” (1 ຊາ​ມູ​ເອນ 2:1).

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ ນາງ​ຣຸດ ແລະ 1 ຊາ​ມູ​ເອນ, ໃຫ້​ເບິ່ງ “Ruth” ແລະ “Samuel, books of” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ນາງ​ຣຸດ

ພຣະ​ຄຣິດ​ສາ​ມາດ​ປ່ຽບ​ຄວາມ​ໂສກ​ເສົ້າ​ເປັນ​ໄຊ​ຊະ​ນະ​ໄດ້.

ເມື່ອ​ສາ​ມີ​ຂອງ​ນາງ​ຣຸດ​ໄດ້​ຕາຍ​ໄປ, ຜົນ​ສະ​ທ້ອນ​ຂອງ​ຄວາມ​ໂສກ​ເສົ້າ​ນັ້ນ ແມ່ນ​ຮ້າຍ​ແຮງ​ຫລາຍ​ກວ່າ​ແມ່​ໝ້າຍ​ໃນ​ທຸກ​ວັນ​ນີ້​ຕ້ອງ​ປະ​ເຊີນ. ໃນ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ໃນ​ເວ​ລາ​ນັ້ນ, ຜູ້​ຍິງ​ທີ່​ປາດ​ສະ​ຈາກ​ສາ​ມີ ຫລື ລູກ​ຊາຍ ບໍ່​ມີ​ສິດ​ທີ່​ຈະ​ມີ​ທີ່​ດິນ ແລະ ບໍ່​ມີ​ຫົນ​ທາງ​ທີ່​ຈະ​ຫາ​ລ້ຽງ​ຊີບ. ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ລາວ​ຂອງ​ນາງ​ຣຸດ, ໃຫ້​ສັງ​ເກດ​ເບິ່ງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປ່ຽນ​ຄວາມ​ໂສກ​ເສົ້າ​ໃຫ້​ກາຍ​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່​ແນວ​ໃດ. ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່​ກ່ຽວ​ກັບ​ນາງ​ຣຸດ ທີ່​ອາດ​ຊ່ວຍ​ເຫລືອ​ນາງ​ໄດ້? ໂບ​ອາດ​ມີ​ບົດ​ບາດ​ແນວ​ໃດ​ໃນ​ການ​ຊ່ວຍ​ກູ້​ນາງ​ຣຸດ​ຈາກ​ສະ​ຖາ​ນະ​ການ​ທີ່​ອັບ​ຈົນ​ຂອງ​ນາງ? (ເບິ່ງ ນາງ​ຣຸດ 4:4–7). ບຸກ​ຄະ​ລິກ​ລັກ​ສະ​ນະ​ທີ່​ເປັນ​ເໝືອນ​ພຣະ​ຄຣິດ​ຢ່າງ​ໃດ​ແດ່ ທີ່​ທ່ານ​ເຫັນ​ຢູ່​ໃນ​ຕົວ​ຂອງ​ນາງ​ຣຸດ ແລະ ໂບ​ອາດ?

ນາງ​ຣຸດ; 1 ຊາ​ມູ​ເອນ 1

ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ວ່າ​ພຣະ​ເຈົ້າ​ຈະ​ນຳ​ພາ ແລະ ຊ່ວຍ​ເຫລືອ​ເຮົາ ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ທ່ານ​ສາ​ມາດ​ເຫັນ​ຕົວ​ເອງ​ຢູ່​ໃນ​ເລື່ອງ​ລາວ​ຂອງ​ນາງ​ຣຸດ, ນາງນາ​ໂອ​ມີ, ແລະ ນາງ​ຮັນ​ນາ​ບໍ? ບາງ​ທີ​ທ່ານ​ເຄີຍ​ທຸກ​ທໍ​ລະ​ມານ​ກັບ​ການ​ສູນ​ເສຍ, ຄື​ກັນ​ກັບ​ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ​ໄດ້​ສູນ​ເສຍ (ເບິ່ງ ນາງ​ຣຸດ 1:1–5). ຫລື ບາງ​ທີ, ຄື​ກັນ​ກັບ​ນາງ​ຮັນ​ນາ, ທ່ານ​ຄອຍ​ຖ້າ​ພອນ​ທີ່​ທ່ານ​ຍັງ​ບໍ່​ໄດ້​ຮັບ​ເທື່ອ (ເບິ່ງ 1 ຊາ​ມູ​ເອນ 1:1–10). ໃຫ້​ໄຕ່​ຕອງ​ຂ່າວ​ສານ​ທີ່​ທ່ານ​ສາ​ມາດ​ຮຽນ​ຮູ້​ຈາກ​ຕົວ​ຢ່າງ​ຂອງ​ຜູ້​ຍິງ​ທີ່​ຊື່​ສັດ​ເຫລົ່າ​ນີ້. ນາງ​ຣຸດ ແລະ ນາງ​ຮັນ​ນາ​ສະ​ແດງ​ສັດ​ທາ​ໃນ​ພຣະ​ເຈົ້າ​ແນວ​ໃດ? ພອນ​ຢ່າງ​ໃດ​ແດ່​ທີ່​ເຂົາ​ເຈົ້າ​ໄດ້​ຮັບ? ທ່ານ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ວ່າ ທ່ານ​ໄດ້ “ມາ​ເພິ່ງ​ພາ​ອາ​ໄສ” ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ (ນາງ​ຣຸດ 2:12) ເຖິງ​ແມ່ນ​ເວ​ລາ​ທີ່​ຊີ​ວິດ​ມີ​ຄວາມ​ຫຍຸ້ງ​ຍາກ​ກໍ​ຕາມ.

ເບິ່ງ Reyna I. Aburto, “Thru Cloud and Sunshine, Lord, Abide with Me!Liahona, Nov. 2019, 57–60 ນຳ​ອີກ.

ຮູບ​ພາບ
ນາງ​ຮັນ​ນາ ແລະ ຊາ​ມູ​ເອນ

For This Child I Prayed [ຂ້າ​ນ້ອຍ​ໄດ້​ອະ​ທິ​ຖານ​ຂໍ​ລູກ​ນຳ​ພຣະ​ອົງ], ໂດຍ ແອວ​ສະ​ແປດ ຢັງ

1 ຊາ​ມູ​ເອນ 2:1–10

ຫົວ​ໃຈ​ຂອງ​ເຮົາ​ສາ​ມາດ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

ຫລັງ​ຈາກ​ນາງ​ຮັນ​ນາ​ໄດ້​ພາ​ທ້າວ​ນ້ອຍ​ຊາ​ມູ​ເອນ​ໄປ​ຍັງ​ພຣະ​ວິ​ຫານ, ນາງ​ໄດ້​ກ່າວ​ຄຳ​ສວຍ​ງາມ​ເພື່ອ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ, ບັນ​ທຶກ​ຢູ່​ໃນ 1 ຊາ​ມູ​ເອນ 2:1–10. ຖ້ອຍ​ຄຳ​ເຫລົ່າ​ນີ້​ປະ​ທັບ​ໃຈ​ຫລາຍ​ກວ່າ​ນັ້ນ ເມື່ອ​ທ່ານ​ພິ​ຈາ​ລະ​ນາ​ເມື່ອ​ບໍ່​ດົນ​ມາ​ນັ້ນ, “ນາງ​ໄດ້​ຮ້ອງ​ໄຫ້, … ດ້ວຍ​ຄວາມ​ຂົມ​ຂື່ນ” (1 ຊາ​ມູ​ເອນ 1:10). ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຂໍ້​ເຫລົ່າ​ນີ້, ຂ່າວ​ສານ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ວ່າ ເພີ່ມ​ພູນ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ເລື່ອງ​ການ​ສັນ​ລະ​ເສີນ ແລະ ຄວາມ​ກະ​ຕັນ​ຍູ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ? ບາງ​ທີ​ເພງ​ຂອງ​ນາງ​ຮັນ​ນາ​ຈະ​ດົນ​ໃຈ​ທ່ານ​ໃນ​ວິ​ທີ​ທາງ​ທີ່​ສ້າງ​ສັນ ເພື່ອ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ—ເພງ, ການ​ແຕ້ມ​ຮູບ, ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ, ຫລື ອັນ​ໃດ​ກໍ​ຕາມ​ທີ່​ສື່​ສານ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ຕໍ່​ພຣະ​ອົງ.

ແນ່​ນອນ, ບໍ່​ພຽງ​ແຕ່​ຄຳ​ອະ​ທິ​ຖານ​ອັນ​ແຮງ​ກ້າ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ຄຳ​ຕອບ​ໃນ​ທາງ​ທີ່​ນາງ​ຮັນ​ນາ​ໄດ້​ຮັບ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຂ່າວ​ສານ​ຂອງ​ປະ​ທານ​ດີ​ເດີ ແອັຟ ອຸກ​ດອບ “Grateful in Any Circumstances” ທີ່​ສາ​ມາດ​ຊ່ວຍ​ທ່ານ​ເວ​ລາ​ທີ່​ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ບໍ່​ໄດ້​ຮັບ​ຄຳ​ຕອບ​ໃນ​ທາງ​ທີ່​ທ່ານ​ຄາດ​ຫວັງ? (Liahona, May 2014, 70–77).

1 ຊາ​ມູ​ເອນ 3

ເຮົາ​ສາ​ມາດ​ໄດ້​ຍິນ ແລະ ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຄື​ກັນ​ກັບ​ເຮົາ​ທຸກ​ຄົນ, ຊາ​ມູ​ເອນ​ຕ້ອງ​ໄດ້​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ຮັບ​ຮູ້​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂະ​ນະ​ທີ່​ທ່ານ​ສຶກ​ສາ 1 ຊາ​ມູ​ເອນ 3, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ທ້າວ​ນ້ອຍ​ຄົນ​ນີ້​ກ່ຽວ​ກັບ​ການ​ຟັງ ແລະ ການ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ເຄີຍ​ມີ​ປະ​ສົບ​ການ​ໃດ​ແດ່​ກັບ​ການ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ? ທ່ານ​ມີ​ໂອ​ກາດ​ໃດ​ແດ່, ຄື​ກັນ​ກັບ​ເອ​ລີ, ເພື່ອ​ຊ່ວຍ​ຄົນ​ອື່ນໆ​ໃຫ້​ຮັບ​ຮູ້ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ກ່າວ​ກັບ​ເຂົາ​ເຈົ້າ? (ເບິ່ງ 1 ຊາ​ມູ​ເອນ 3:7).

ເບິ່ງ ໂຢ​ຮັນ 14:14–21; David P. Homer, “Hearing His Voice,” Liahona, May 2019, 41–43 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ນາງ​ຣຸດ 1:16–18; 2:5–8, 11–12.ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ຕົວ​ຢ່າງ​ຂອງ​ຄວາມ​ເມດ​ຕາ ແລະ ຄວາມ​ຈົງ​ຮັກ​ພັກ​ດີ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້. ເຮົາ​ຈະ​ສະ​ແດງ​ຄວາມ​ເມດ​ຕາ​ຕໍ່​ຄອບ​ຄົວ​ຂອງ​ເຮົາ ແລະ ຄົນ​ອື່ນໆ ແລະ ຈົງ​ຮັກ​ພັກ​ດີ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ? ບົດ “ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ” (ໃນ​ປຶ້ມ ເລື່ອງ​ພຣະ​ຄຳ​ພີ​ເດີມ) ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮຽນ​ຈາກ​ຕົວ​ຢ່າງ​ຂອງ​ນາງ​ຣຸດ​ໄດ້.

1 ຊາ​ມູ​ເອນ 1:15.ບາງ​ທີ​ທ່ານ​ຄວນ​ຖອກ​ເທ​ບາງ​ຢ່າງ​ຈາກ​ກະ​ປ໋ອງ ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ວາດ​ພາບ​ເຫັນ​ສິ່ງ​ທີ່​ນາງ​ຮັນ​ນາ​ໝາຍ​ເຖິງ ເມື່ອ​ນາງ​ເວົ້າ​ວ່າ, “ຂ້າ​ນ້ອຍ … ລະ​ບາຍ​ຄວາມ​ທຸກ​ໜັກ​ໃນ​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.” ເປັນ​ຫຍັງ​ສິ່ງ​ນີ້​ຈຶ່ງ​ເປັນ​ວິ​ທີ​ທີ່​ດີ​ຢ່າງ​ໜຶ່ງ​ເພື່ອ​ບັນ​ຍາຍ​ເຖິງ​ສິ່ງ​ທີ່​ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ຄວນ​ເປັນ? ເຮົາ​ຈະ​ປ່ຽນ​ແປງ​ການ​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ​ແນວ​ໃດ?

1 ຊາ​ມູ​ເອນ 2:1–10.ກາບ​ກອນ​ຂອງ​ນາງ​ຮັນ​ນາ​ທີ່​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ພາ​ທ່ານ​ໃຫ້​ຄິດ​ເຖິງ​ເພງ​ທີ່​ທ່ານ​ໃຊ້​ເພື່ອ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ນຳ​ກັນ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ອາດ​ຄິດ​ຫາ​ທາງ​ອື່ນ​ນຳ​ອີກ ເພື່ອສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ຕໍ່​ພຣະ​ເຢ​ຊູ​ຄຣິດ. ຍົກ​ຕົວ​ຢ່າງ, ເຂົາ​ເຈົ້າ​ສາ​ມາດ​ແຕ້ມ​ຮູບ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ຮັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

1 ຊາ​ມູ​ເອນ 3:1–11.ມັນ​ອາດ​ເປັນ​ສິ່ງ​ສະ​ໜຸກ​ສະ​ໜານ​ທີ່​ຈະ​ສະ​ແດງ​ຕາມ​ເລື່ອງ ຕອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເອີ້ນ​ຊາ​ມູ​ເອນ, ຫລື ຄອບ​ຄົວ​ຂອງ​ທ່ານ​ອາດ​ເບິ່ງ​ວິ​ດີ​ໂອ “Samuel and Eli” (ChurchofJesusChrist.org). ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ເວ​ລາ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ເຂົາ​ເຈົ້າ ແລະ ວິ​ທີ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 42.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ປ່ອຍ​ໃຫ້​ພຣະ​ວິນ​ຍານ​ຊົງ​ນຳ​ການ​ສຶກ​ສາ​ຂອງ​ທ່ານ. ໃຫ້​ອະ​ທິ​ຖານ​ຫວັງ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ນຳ​ພາ​ທ່ານ​ໄປ​ຫາ​ສິ່ງ​ທີ່​ທ່ານ​ຕ້ອງ​ການ​ທີ່​ຈະ​ຮຽນ​ຮູ້. ຈົ່ງ​ມີ​ຄວາມ​ຮູ້​ສຶກ​ໄວ​ຕໍ່​ການ​ກະ​ຊິບ​ຂອງ​ພຣະ​ອົງ, ເຖິງ​ແມ່ນ​ວ່າ​ສິ່ງ​ນີ້​ພາ​ທ່ານ​ໄປ​ອ່ານ​ຫົວ​ຂໍ້​ທີ່​ທ່ານ​ບໍ່​ຄາດ​ຄິດ ຫລື ສຶກ​ສາ​ໃນ​ວິ​ທີ​ທາງ​ທີ່​ແຕກ​ຕ່າງ​ກໍ​ຕາມ.

ຮູບ​ພາບ
ທ້າວ​ນ້ອຍ​ຊາ​ມູ​ເອນ​ຢູ່​ໃນ​ຜ້າ​ເຕັ້ນ

ຮູບ​ພາບ​ຊາ​ມູ​ເອນ​ໄດ້​ຍິນ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ ແຊມ ລໍ​ເລີ

ພິມ