ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 18–24 ເດືອນ​ກໍ​ລະ​ກົດ. ເອ​ຊະ​ຣາ 1; 3–7; ເນ​ເຫ​ມີ​ຢາ 2; 4–6; 8: “ຂ້າ​ພະ​ເຈົ້າ​ກຳ​ລັງ​ເຮັດ​ວຽກ​ທີ່​ສຳ​ຄັນ”


“ວັນ​ທີ 18–24 ເດືອນ​ກໍ​ລະ​ກົດ. ເອ​ຊະ​ຣາ 1; 3–7; ເນ​ເຫ​ມີ​ຢາ 2; 4–6; 8: ‘ຂ້າ​ພະ​ເຈົ້າ​ກຳ​ລັງ​ເຮັດ​ວຽກ​ທີ່​ສຳ​ຄັນ’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 18–24 ເດືອນ​ກໍ​ລະ​ກົດ. ເອ​ຊະ​ຣາ 1; 3–7; ເນ​ເຫ​ມີ​ຢາ 2; 4–6; 8,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ວິ​ຫານ​ຂອງ​ເຊ​ຣຸບ​ບາ​ເບນ

ຮູບ​ພາບ​ພຣະ​ວິ​ຫານ​ຂອງ​ເຊ​ຣຸບ​ບາ​ເບນ, ໂດຍ ແຊມ ລໍ​ເລີ

ວັນ​ທີ 18–24 ເດືອນ​ກໍ​ລະ​ກົດ

ເອ​ຊະ​ຣາ 1; 3–7; ເນ​ເຫ​ມີ​ຢາ 2; 4–6; 8

“ຂ້າ​ພະ​ເຈົ້າ​ກຳ​ລັງ​ເຮັດ​ວຽກ​ທີ່​ສຳ​ຄັນ”

ປະ​ທານ​ເອ​ຊະ​ຣາ ແທັບ ເບັນ​ສັນ ໄດ້​ສິດ​ສອນ​ວ່າ, “ພຣະ​ຄຳ​ຂອງ​ພຣະ​ເຈົ້າ … ມີ​ພະ​ລັງ​ທີ່​ຈະ​ປ້ອງ​ກັນ​ໄພ່​ພົນ ແລະ ຫຸ້ມ​ຫໍ່​ເຂົາ​ເຈົ້າ​ດ້ວຍ​ພຣະ​ວິນ​ຍານ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ຕ້ານ​ທານ​ກັບ​ຄວາມ​ຊົ່ວ​ຮ້າຍ​ໄດ້, ຍຶດ​ໝັ້ນ​ໃນ​ສິ່ງ​ທີ່​ດີ, ແລະ ພົບ​ຄວາມ​ສຸກ​ໃນ​ຊີ​ວິດນີ້” (Teachings of Presidents of the Church: Ezra Taft Benson [2014], 118).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ປະ​ຊາ​ຊົນ​ຊາວ​ຢິວ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ຢູ່​ໃນ​ບາ​ບີ​ໂລນ​ປະ​ມານ 70 ປີ. ພວກ​ເຂົາ​ໄດ້​ສູນ​ເສຍ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ ພຣະ​ວິ​ຫານ, ແລະ ຫລາຍ​ຄົນ​ໄດ້​ລືມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ຕໍ່​ກົດ​ຂອງ​ພຣະ​ເຈົ້າ. ແຕ່​ພຣະ​ເຈົ້າ​ບໍ່​ໄດ້​ລືມ​ໄລ​ພວກ​ເຂົາ. ຕາມ​ຈິງ​ແລ້ວ, ພຣະ​ອົງ​ໄດ້​ປະ​ກາດ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ວ່າ, “ເຮົາ​ຈະ​ສະ​ແດງ​ຄວາມ​ຫ່ວງ​ໃຍ​ຂອງ​ເຮົາ​ສຳ​ລັບ​ພວກ​ເຈົ້າ ທັງ​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ເຮົາ​ທີ່​ວ່າ ຈະ​ນຳ​ພວກ​ເຈົ້າ​ກັບ​ຄືນ​ມາ​ສູ່​ບ້ານ​ເກີດ​ເມືອງ​ນອນ” (ເຢ​ເຣ​ມີ​ຢາ 29:10). ຄຳ​ທຳ​ນາຍ​ນີ້​ເປັນ​ຄວາມ​ຈິງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແປງ​ທາງ​ໃຫ້​ຊາວ​ຢິວ​ເພື່ອ​ກັບ​ຄືນ​ບ້ານ, ແລະ ພຣະ​ອົງ​ໄດ້​ແຕ່ງ​ຕັ້ງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຂຶ້ນ ທີ່​ໄດ້​ບັນ​ລຸ “ວຽກ​ທີ່​ສຳ​ຄັນ” ສຳ​ລັບ​ຜູ້​ຄົນ​ຂອງ​ພຣະ​ອົງ (ເນ​ເຫມີ​ຢາ 6:3). ຜູ້​ຮັບ​ໃຊ້​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ຜູ້​ປົກ​ຄອງ​ຄົນ​ໜຶ່ງ​ຊື່ ເຊ​ຣຸບ​ບາ​ເບນ, ຜູ້​ດູ​ແລ​ການ​ສ້າງ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄືນ​ໃໝ່; ເອ​ຊະ​ຣາ, ຜູ້​ຊຶ່ງ​ເປັນ​ປະ​ໂລ​ຫິດ ແລະ ນັກ​ຂຽນ ທີ່​ໄດ້​ຫັນ​ຫົວ​ໃຈ​ຂອງ​ຜູ້​ຄົນ​ກັບ​ມາ​ຫາ​ກົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ເນ​ເຫ​ມີ​ຢາ, ຜູ້​ຊຶ່ງ​ຕໍ່​ມາ​ໄດ້​ເປັນ​ຜູ້​ປົກ​ຄອງ​ຊາວ​ຢູ​ດາ ທີ່​ໄດ້​ນຳ​ພາ​ການ​ສ້າງ​ກຳ​ແພງ​ອ້ອມ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຄືນ​ໃໝ່. ແນ່​ນອນ, ພວກ​ເພິ່ນ​ໄດ້​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ, ແຕ່​ກໍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ແຫລ່ງ​ທີ່​ບໍ່​ຄາດ​ຄິດ​ນຳ​ອີກ. ປະ​ສົບ​ການ​ຂອງ​ພວກ​ເພິ່ນ​ສາ​ມາດ​ໃຫ້​ຄວາມ​ຮູ້ ແລະ ດົນ​ໃຈ​ເຮົາ, ຍ້ອນ​ວ່າ​ເຮົາ​ກໍ​ຄື​ກັນ ກຳ​ລັງ​ເຮັດ​ວຽກ​ທີ່​ສຳ​ຄັນ. ແລະ ຄື​ກັນ​ກັບ​ພວກ​ເພິ່ນ, ວຽກ​ງານ​ຂອງ​ເຮົາ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ກັບ​ກົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ກັບ​ການ​ປົກ​ປ້ອງ​ທາງ​ວິນ​ຍານ ທີ່​ເຮົາ​ພົບ​ເຫັນ​ຢູ່​ໃນ​ພຣະ​ອົງ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ເອ​ຊະ​ຣາ ແລະ ເນ​ເຫ​ມີ​ຢາ, ໃຫ້​ເບິ່ງ “Ezra” ແລະ “Nehemiah” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເອ​ຊະ​ຣາ 1

ພຣະ​ຜູ້​ເປັນ​ເຈົ້າ​ດົນ​ໃຈ​ຜູ້​ຄົນ​ໃຫ້​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ.

ຫລັງ​ຈາກ​ເປີ​ເຊຍ​ໄດ້​ຍຶດ​ຄອງ​ບາ​ບີ​ໂລນ, ກະ​ສັດ​ເປີ​ເຊຍ, ຊື່​ໄຊ​ຣັດ, ໄດ້​ຖືກ​ດົນ​ໃຈ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ສົ່ງ​ຊາວ​ຢິວ​ກຸ່ມ​ໜຶ່ງ​ກັບ​ຄືນ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ເພື່ອ​ສ້າງ​ພຣະ​ວິ​ຫານ​ຄືນ​ໃໝ່. ຂະ​ນະ​ທີ່​ທ່ານ​ອ່ານ ເອ​ຊະ​ຣາ 1, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ໄຊ​ຣັດ​ເຕັມ​ໃຈ​ທີ່​ຈະ​ເຮັດ​ເພື່ອ​ສະ​ໜັບ​ສະ​ໜູນ​ຊາວ​ຢິວ ໃນ​ວຽກ​ງານ​ທີ່​ສຳ​ຄັນ​ນີ້. ທ່ານ​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ທຳ​ງານ​ຜ່ານ​ທາງ​ຜູ້​ຊາຍ ແລະ ຜູ້​ຍິງ ທີ່​ຢູ່​ອ້ອມ​ຮອບ​ທ່ານ, ລວມ​ທັງ​ຜູ້​ທີ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ແນວ​ໃດ? ສິ່ງ​ນີ້​ແນະ​ນຳ​ຫຍັງ​ຕໍ່​ທ່ານ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ວຽກ​ງານ​ຂອງ​ພຣະ​ອົງ?

ເບິ່ງ ເອ​ຊາ​ຢາ 44:24–28 ນຳ​ອີກ.

ເອ​ຊະ​ຣາ 3:8–13; 6:16–22

ພຣະ​ວິ​ຫານ​ສາ​ມາດ​ນຳ​ຄວາມ​ສຸກ​ມາ​ໃຫ້​ເຮົາ.

ເມື່ອ​ຊາວ​ບາ​ບີ​ໂລນ​ໄດ້​ເຂົ້າ​ໂຈມ​ຕີ​ນະ​ຄອນ​ເຢ​ຣູ​ຊາ​ເລັມ, ເຂົາ​ເຈົ້າ​ໄດ້​ທຳ​ລາຍ​ພຣະ​ວິ​ຫານ ແລະ ໄດ້​ເຜົາ​ມັນ​ຈົນ​ໝົດ​ກ້ຽງ (ເບິ່ງ 2 ກະ​ສັດ 25:1–10; 2 ຂ່າວ​ຄາວ 36:17–19). ທ່ານ​ຄິດ​ວ່າ ທ່ານ​ຈະ​ຮູ້​ສຶກ​ແນວ​ໃດ​ຖ້າ​ຫາກ​ທ່ານ​ຢູ່​ໃນ​ທ່າມ​ກາງ​ຊາວ​ຢິວ​ທີ່​ເຫັນ​ສິ່ງ​ນີ້​ເກີດ​ຂຶ້ນ​ຕໍ່​ໜ້າ​ຕໍ່​ຕາ​ພວກ​ເຂົາ? (ເບິ່ງ ເພງ​ສັນ​ລະ​ເສີນ 137). ໃຫ້​ສັງ​ເກດ​ເບິ່ງ​ວ່າ​ຊາວ​ຢິວ​ຮູ້​ສຶກ​ແນວ​ໃດ, ຫລາຍ​ທົດ​ສະ​ວັດ​ຈາກ​ນັ້ນ, ເມື່ອ​ພວກ​ເຂົາ​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ກັບ​ຄືນ​ໄປ​ສ້າງ​ພຣະ​ວິ​ຫານ​ຄືນ​ໃໝ່ (ເບິ່ງ ເອ​ຊະ​ຣາ 3:8–13; 6:16–22). ໃຫ້​ໄຕ່​ຕອງ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ເອງ​ກ່ຽວ​ກັບ​ພຣະ​ວິ​ຫານ. ເປັນ​ຫຍັງ​ພຣະ​ວິ​ຫານ​ຈຶ່ງ​ເປັນ​ແຫລ່ງ​ທີ່​ໃຫ້​ຄວາມ​ສຸກ? ທ່ານ​ຈະ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ທ່ານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ສຳ​ລັບ​ພຣະ​ວິ​ຫານ​ແນວ​ໃດ?

ສຳ​ລັບ​ຕົວ​ຢ່າງ​ໃນ​ປະ​ຈຸ​ບັນ​ຂອງ​ຄວາມ​ປິ​ຕິ​ຍິນ​ດີ ໃນ​ການ​ສ້າງ​ພຣະ​ວິ​ຫານ, ໃຫ້​ເບິ່ງ ວິ​ດີ​ໂອ “Practice, Celebration, Dedication: Temple Blessings in El Salvador” ແລະ “The Laie Hawaii Temple Youth Cultural Celebration” (ChurchofJesusChrist.org).

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຍ່າງ​ຢູ່​ໃນ​ເດີ່ນ​ພຣະ​ວິ​ຫານ

ພຣະ​ວິ​ຫານ​ສາ​ມາດ​ເປັນ​ແຫລ່ງ​ທີ່​ໃຫ້​ຄວາມ​ສຸກ​ໃນ​ຊີ​ວິດ​ຂອງ​ເຮົາ​ໄດ້.

ເອ​ຊະ​ຣາ 4–6; ເນ​ເຫມີ​ຢາ 2; 46

ເຮົາ​ສາ​ມາດ​ຊ່ວຍ​ເຮັດ​ໃຫ້​ວຽກ​ງານ​ຂອງ​ພຣະ​ເຈົ້າ​ດຳ​ເນີນ​ໄປ​ໜ້າ ເຖິງ​ແມ່ນ​ຈະ​ມີ​ການ​ຕໍ່​ຕ້ານ​ກໍ​ຕາມ.

ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ​ສະ​ເໝີ, ແລະ ສິ່ງ​ນີ້​ກໍ​ເປັນ​ຄວາມ​ຈິງ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຊ​ຣຸບ​ບາ​ເບນ ແລະ ເນ​ເຫ​ມີ​ຢາ. ໃນ​ທັງ​ສອງ​ກໍ​ລະ​ນີ, “ພວກ​ສັດ​ຕູ​ຂອງ​ຊາວ​ຢູ​ດາ” (ເອ​ຊະ​ຣາ 4:1) ແມ່ນ​ຊາວ​ຊາ​ມາ​ເຣຍ—ລູກ​ຫລານ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ຜູ້​ໄດ້​ປະ​ສົມ​ກັບ​ຄົນ​ຕ່າງ​ຊາດ. ການ​ອ່ານ​ກ່ຽວ​ກັບ​ການ​ຕໍ່​ຕ້ານ​ຂອງ​ພວກ​ເຂົາ ເລື່ອງ​ການ​ສ້າງ​ພຣະ​ວິ​ຫານ (ເບິ່ງ ເອ​ຊະ​ຣາ 4–6) ອາດ​ພາ​ທ່ານ​ໃຫ້​ໄຕ່​ຕອງ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ທີ່​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ​ໃນ​ທຸກ​ວັນ​ນີ້ ແລະ ວິ​ທີ​ທີ່​ເຮົາ​ອາດ​ຕອບ​ຮັບ ເມື່ອ​ມີ​ການ​ຕໍ່​ຕ້ານ​ເກີດ​ຂຶ້ນ.

ຄ້າຍ​ຄື​ກັນ​ນີ້, ການ​ອ່ານ​ກ່ຽວ​ກັບ​ວຽກ​ງານ​ຂອງ​ເນ​ເຫ​ມີ​ຢາ ໃນ​ການ​ສ້ອມ​ແປງ​ກຳ​ແພງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ (ເບິ່ງ ເນ​ເຫ​ມີ​ຢາ 2; 46) ອາດ​ເຮັດ​ໃຫ້​ທ່ານ​ສະ​ທ້ອນ​ຄິດ​ເຖິງ​ວຽກ​ງານ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເຮັດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ເນ​ເຫ​ມີ​ຢາ?

ເບິ່ງ Dieter F. Uchtdorf, “We Are Doing a Great Work and Cannot Come Down,” Liahona, May 2009, 59–62 ນຳ​ອີກ.

ເອ​ຊະ​ຣາ 7; ເນ​ເຫ​ມີ​ຢາ 8

ເຮົາ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ.

ແມ່ນ​ແຕ່​ຫລັງ​ຈາກ​ພຣະ​ວິ​ຫານ​ໄດ້​ຖືກ​ສ້າງ​ຄືນ​ໃໝ່​ແລ້ວ, ແຕ່​ຜູ້​ຄົນ​ຂອງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ກໍ​ຍັງ​ດີ້ນ​ລົນ​ທາງ​ວິນ​ຍານ​ຢູ່, ພາກ​ສ່ວນ​ໜຶ່ງ​ເປັນ​ຍ້ອນ​ວ່າ, ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ, ພວກ​ເຂົາ​ບໍ່​ສາ​ມາດ​ເຂົ້າ​ເຖິງ “ໜັງ​ສື​ກົດ​ບັນ​ຍັດ​ຂອງ​ໂມ​ເຊ” (ເນ​ເຫ​ມີ​ຢາ 8:1). ເອ​ຊະ​ຣາ​ທີ່​ເປັນ​ນັກ​ຂຽນ ໄດ້​ຖືກ​ອະ​ນຸ​ຍາດ​ຈາກ​ກະ​ສັດ​ເປີ​ເຊຍ ໃຫ້​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ, ບ່ອນ​ທີ່​ເພິ່ນ​ໄດ້​ນຳ “ໜັງ​ສື​ກົດ​ບັນ​ຍັດ​ອອກ​ມາ​ຍັງ​ບ່ອນ​ທີ່​ປະ​ຊາ​ຊົນ​ໄດ້​ເຕົ້າ​ໂຮມ​ກັນ” (ເນ​ເຫ​ມີ​ຢາ 8:2). ທ່ານ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເອ​ຊະ​ຣາ ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນ ເອ​ຊະ​ຣາ 7:10 ແນວ​ໃດ? ຂະ​ນະ​ທີ່​ທ່ານ​ອ່ານ ເນ​ເຫ​ມີ​ຢາ 8, ຊຶ່ງ​ໃຫ້​ເລື່ອງ​ລາວ​ກ່ຽວ​ກັບ​ຕອນ​ທີ່​ເອ​ຊະ​ຣາ​ກຳ​ລັງ​ອ່ານ​ກົດ​ບັນ​ຍັດ​ຕໍ່​ຜູ້​ຄົນ, ທ່ານ​ຄິດ​ແນວ​ໃດ​ກ່ຽວ​ກັບ​ພະ​ລັງ​ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ທ່ານ?

ເບິ່ງ Teachings: Ezra Taft Benson, 115–24 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເອ​ຊະ​ຣາ 3:8–13; 6:16–22.ຊາວ​ຢິວ​ໄດ້​ສະ​ແດງ​ຄວາມ​ສຸກ​ຂອງ​ພວກ​ເຂົາ​ສຳ​ລັບ​ພຣະ​ວິ​ຫານ ຂະ​ນະ​ທີ່​ມັນ​ກຳ​ລັງ​ຖືກ​ສ້າງ​ຄືນ​ໃໝ່ ແລະ ແລ້ວ​ມັນ​ໄດ້​ຖືກ​ອຸ​ທິດ​ຄືນ​ໃໝ່​ແນວ​ໃດ? ເຮົາ​ກຳ​ລັງ​ເຮັດ​ສິ່ງ​ໃດ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ສຸກ​ຂອງ​ເຮົາ​ສຳ​ລັບ​ພຣະ​ວິ​ຫານ? ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ຮູບ​ພຣະ​ວິ​ຫານ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ວິ​ຫານ​ໄດ້​ນຳ​ຄວາມ​ສຸກ​ມາ​ໃຫ້​ພວກ​ທ່ານ​ແນວ​ໃດ (ເບິ່ງ temples.ChurchofJesusChrist.org).

ເອ​ຊະ​ຣາ 7:6, 9–10, 27–28.ຫລາຍ​ເທື່ອ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ເອ​ຊະ​ຣາ​ໄດ້​ຂຽນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ເຫລືອ​ເພິ່ນ ຂະ​ນະ​ທີ່​ເພິ່ນ​ເດີນ​ທາງ​ໄປ​ຫາ​ນະ​ຄອນ​ເຢ​ຣູ​ຊາ​ເລັມ. ວະ​ລີ​ຂໍ້​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຮູ້​ສຶກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ເຫລືອ​ເຮົາ​ແນວ​ໃດ? ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ຕົວ​ຢ່າງ​ຈາກ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ເນ​ເຫ​ມີ​ຢາ 2; 46.ເລື່ອງ​ລາວ​ຂອງ​ເນ​ເຫ​ມີ​ຢາ​ສາ​ມາດ​ດົນ​ໃຈ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ເມື່ອ​ເຂົາ​ເຈົ້າ​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ ຂະ​ນະ​ທີ່​ເຂົາ​ເຈົ້າ​ເຮັດ “ວຽກ​ທີ່​ສຳ​ຄັນ” (ເນ​ເຫ​ມີ​ຢາ 6:3). ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ສ້າງ​ກຳ​ແພງ​ດ້ວຍ​ສິ່ງ​ຂອງ​ທີ່​ພວກ​ທ່ານ​ມີ​ຢູ່​ໃນ​ເຮືອນ ຂະ​ນະ​ທີ່​ອ່ານ​ຂໍ້​ພຣະ​ຄຳ​ພີ​ທີ່​ສຳ​ຄັນ​ນຳ​ກັນ (ດັ່ງ​ເຊັ່ນ ເນ​ເຫ​ມີ​ຢາ 2:17–20; 4:13–18; 6:1–3). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເນ​ເຫ​ມີ​ຢາ​ກ່ຽວ​ກັບ​ການ​ປະ​ເຊີນ​ໜ້າ​ກັບ​ການ​ຕໍ່​ຕ້ານ? ວຽກ​ທີ່​ສຳ​ຄັນ​ຢ່າງ​ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ເຮັດ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ​ເພື່ອ​ເອົາ​ຊະ​ນະ​ການ​ຕໍ່​ຕ້ານ ໃນ​ວຽກ​ງານ​ນີ້​ແນວ​ໃດ?

ເນ​ເຫ​ມີ​ຢາ 8:1–12.ໃນ ເນ​ເຫ​ມີ​ຢາ 8, ເອ​ຊະ​ຣາ​ໄດ້​ອ່ານ​ກົດ​ຂອງ​ໂມ​ເຊ​ໃຫ້​ຜູ້​ຄົນ​ຟັງ ຜູ້​ທີ່​ຕື່ນ​ເຕັ້ນ​ທີ່​ຈະ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ການ​ອ່ານ ຂໍ້​ທີ 1–12 ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ມີ​ຄວາມ​ຊື່ນ​ຊົມ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຫລາຍ​ຍິ່ງ​ຂຶ້ນ. ຜູ້​ຄົນ​ໄດ້​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ກົດ​ຂອງ​ພຣະ​ເຈົ້າ? ເຮົາ​ຈະ​ຊ່ວຍ​ກັນ​ໃຫ້ “ເຂົ້າ​ໃຈ​ກົດ” ແນວ​ໃດ? (ຂໍ້​ທີ 8).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ. ລະ​ຫວ່າງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ, ໃຫ້​ປ່ອຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ຈາກ​ການ​ສຶກ​ສາ​ສ່ວນ​ຕົວ ທີ່​ມີ​ຄວາມ​ໝາຍ​ຕໍ່​ເຂົາ​ເຈົ້າ​ໂດຍ​ສະ​ເພາະ.

ຮູບ​ພາບ
ເອ​ຊະ​ຣາ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ໃຫ້​ຜູ້​ຄົນ​ຟັງ

ຮູບ​ພາບ​ເອ​ຊະ​ຣາ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ໃຫ້​ຜູ້​ຄົນ​ຟັງ​ຢູ່​ທີ່​ເຢ​ຣູ​ຊາ​ເລັມ, ໂດຍ ເອັຈ ວິວ​ເລີດ ອອດ​ລິບ, © Providence Collection/ໄດ້​ຮັບ​ອະ​ນຸ​ຍາດ​ຈາກ goodsalt.com

ພິມ