ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 11–17 ເດືອນ​ກໍ​ລະ​ກົດ. 2 ກະ​ສັດ 17–25: “ເພິ່ນ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຊາດ​ອິດ​ສະ​ຣາ​ເອນ”


“ວັນ​ທີ 11–17 ເດືອນ​ກໍ​ລະ​ກົດ. 2 ກະ​ສັດ 17–25: ‘ເພິ່ນ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຊາດ​ອິດ​ສະ​ຣາ​ເອນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 11–17 ເດືອນ​ກໍ​ລະ​ກົດ. 2 ກະ​ສັດ 17–25,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ໜີ​ຈາກ​ເມືອງ​ທີ່​ຖືກ​ທຳ​ລາຍ

The Flight of the Prisoners [ນັກ​ໂທດ​ທີ່​ກຳ​ລັງ​ແຕກ​ໜີ], ໂດຍ ເຈມສ໌ ທີ​ໂຊ ແລະ ຄົນ​ອື່ນໆ

ວັນ​ທີ 11–17 ເດືອນ​ກໍ​ລະ​ກົດ

2 ກະ​ສັດ 17–25

“ເພິ່ນ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຊາດ​ອິດ​ສະ​ຣາ​ເອນ”

ເມື່ອ​ໂຢ​ສີ​ຢາ​ໄດ້​ຍິນ​ຂໍ້​ຄວາມ​ຈາກ​ປຶ້ມ​ທີ່​ບັນ​ຈຸ​ກົດ​ບັນ​ຍັດ, ເພິ່ນ​ກໍ​ໄດ້​ຕອບ​ຮັບ​ດ້ວຍ​ສັດ​ທາ. ທ່ານ​ຈະ​ຕອບ​ຮັບ​ດ້ວຍ​ສັດ​ທາ​ຕໍ່​ສິ່ງ​ທີ່​ທ່ານ​ອ່ານ​ຢູ່​ໃນ 2 ກະ​ສັດ 17–25 ແນວ​ໃດ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເຖິງ​ແມ່ນ​ວ່າ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ສາດ​ສະ​ດາ​ເອ​ລີ​ຊາ​ເປັນ​ທີ່​ໜ້າ​ປະ​ທັບ​ໃຈ​ກໍ​ຕາມ, ແຕ່​ທາງ​ວິນ​ຍານ​ຂອງ​ອາ​ນາ​ຈັກ​ພາກ​ເໜືອ​ຂອງ​ອິດ​ສະ​ຣາ​ເອນ​ນັບ​ມື້​ນັບ​ເສື່ອມ​ໂຊມ​ລົງ. ກະ​ສັດ​ທີ່​ຊົ່ວ​ຮ້າຍ​ໄດ້​ສົ່ງ​ເສີມ​ການ​ຂາບ​ໄຫວ້​ຮູບ​ເຄົາ​ລົບ, ແລະ ສົງ​ຄາມ ແລະ ການ​ປະ​ຖິ້ມ​ຄວາມ​ເຊື່ອ​ມີ​ເພີ່ມ​ຫລາຍ​ຂຶ້ນ. ໃນ​ທີ່​ສຸດ​ຈັກ​ກະ​ພັດ​ອັດ​ຊີ​ເຣຍ​ໄດ້​ຂຶ້ນ​ຄອບ​ຄອງ ແລະ ໄດ້​ເຮັດ​ໃຫ້​ສິບ​ເຜົ່າ​ຂອງ​ອິດ​ສະ​ຣາ​ເອນ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ.

ໃນ​ເວ​ລາ​ດຽວ​ກັນ, ອາ​ນາ​ຈັກ​ພາກ​ໃຕ້​ຂອງ​ຢູ​ດາຍ​ກໍ​ບໍ່ດີ​ໄປ​ກວ່າ​ນັ້ນ, ການ​ຂາບ​ໄຫວ້​ຮູບ​ເຄົາ​ລົບ​ກໍ​ຂະ​ຫຍາຍ​ໄປ​ທົ່ວ​ທຸກ​ບ່ອນ ໃນ​ທີ່​ນັ້ນ. ແຕ່​ໃນ​ທ່າມ​ກາງ​ການ​ເສື່ອມ​ໂຊມ​ທາງ​ວິນ​ຍານ​ນີ້, ເລື່ອງ​ລາວ​ຢູ່​ໃນ​ພຣະ​ຄຳ​ພີ​ໄດ້​ກ່າວ​ເຖິງ​ກະ​ສັດ​ທີ່​ຊອບ​ທຳ​ສອງ​ອົງ ຜູ້​ຊຶ່ງ, ໃນ​ຊົ່ວ​ໄລ​ຍະ​ໜຶ່ງ, ໄດ້​ຫັນ​ຜູ້​ຄົນ​ຂອງ​ພວກ​ເພິ່ນ​ກັບ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ. ກະ​ສັດ​ອົງ​ໜຶ່ງ​ແມ່ນ ເຮ​ເຊ​ກີ​ຢາ. ລະ​ຫວ່າງ​ການ​ປົກ​ຄອງ​ຂອງ​ເພິ່ນ, ຊາວ​ອັດ​ຊີ​ເຣຍ, ທີ່​ຫາ​ກໍ​ໄດ້​ໄຊ​ຊະ​ນະ​ພາກ​ເໜືອ, ໄດ້​ຄອບ​ຄອງ​ຫລາຍ​ບ່ອນ​ຢູ່​ພາກ​ໃຕ້. ແຕ່​ເຮ​ເຊ​ກີ​ຢາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ສະ​ແດງ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ໄດ້​ປົດ​ປ່ອຍ​ເຢ​ຣູ​ຊາ​ເລັມ​ໃນ​ວິ​ທີ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ. ຕໍ່​ມາ, ຫລັງ​ຈາກ​ຊົ່ວ​ໄລ​ຍະ​ໜຶ່ງ​ຂອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ, ໂຢ​ສີ​ຢາ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ຄອງ. ໂດຍ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ໜັງ​ສື​ທີ່​ບັນ​ຈຸ​ກົດ​ບັນ​ຍັດ, ໂຢ​ສີ​ຢາ​ໄດ້​ປະ​ຕິ​ຮູບ ທີ່​ນຳ​ສາດ​ສະ​ໜາ​ມາ​ສູ່​ຊີ​ວິດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ​ຢ່າງ​ຫລວງ​ຫລາຍ.

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຈຸດ​ຮຸ່ງ​ເຫລື້ອມ​ສອງ​ຈຸດ​ນີ້ ໃນ​ໄລ​ຍະ​ຫລາຍ​ປີ​ທີ່​ມືດ​ມົນ​ເຫລົ່າ​ນັ້ນ​ໃນ​ປະ​ຫວັດ​ສາດ​ຂອງ​ຢູ​ດາຍ? ໃນ​ບັນ​ດາ​ສິ່ງ​ອື່ນໆ, ທ່ານ​ອາດ​ໄຕ່​ຕອງ​ພະ​ລັງ​ແຫ່ງ​ສັດ​ທາ ແລະ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ທ່ານ. ຄື​ກັນ​ກັບ​ອິດສະ​ຣາ​ເອນ ແລະ ຢູ​ດາຍ, ເຮົາ​ທຸກ​ຄົນ​ກໍ​ເຄີຍ​ເລືອກ​ເຮັດ​ສິ່ງ​ທີ່​ດີ ແລະ ສິ່ງ​ທີ່ບໍ່​ດີ. ແລະ ເມື່ອ​ເຮົາ​ຮູ້​ສຶກ​ວ່າ​ຕ້ອງ​ມີ​ການ​ປະ​ຕິ​ຮູບ​ໃນ​ຊີ​ວິດ​ຂອງ​ເຮົາ, ບາງ​ທີ​ຕົວ​ຢ່າງ​ຂອງ​ເຮ​ເຊ​ກີ​ຢາ ແລະ ໂຢ​ສີ​ຢາ ສາ​ມາດ​ດົນ​ໃຈ​ເຮົາ​ໃຫ້ “ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຮົາ” (2 ກະ​ສັດ 18:22).

ເບິ່ງ 2 ຂ່າວ​ຄາວ 29–35; ພາກ “ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ” “ພຣະ​ເຢ​ຊູ​ຈະ​ກ່າວ​ກັບ​ຊາວ​ອິດ​ສະ​ຣາ​ເອນ​ທັງ​ໝົດ​ວ່າ, ‘ຈົ່ງ​ກັບ​ບ້ານ ນຳ​ອີກ.’”

ຮູບ​ພາບ
Learn More image
ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

2 ກະ​ສັດ 18–19

ເຮົາ​ສາ​ມາດ​ຈິງ​ໃຈ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ລະ​ຫວ່າງ​ເວ​ລາ​ທີ່​ມີ​ການ​ທ້າ​ທາຍ.

ເຮົາ​ສ່ວນ​ຫລາຍ​ເຄີຍ​ມີ​ປະ​ສົບ​ການ​ຕອນ​ທີ່​ສັດ​ທາ​ຂອງ​ເຮົາ​ໄດ້​ຮັບ​ການ​ທ້າ​ທາຍ. ສຳ​ລັບ​ເຮ​ເຊ​ກີ​ຢາ ແລະ ຜູ້​ຄົນ​ຂອງ​ເພິ່ນ, ແມ່ນ​ເວ​ລາ​ທີ່​ກອງ​ທັບ​ອັດ​ຊີ​ເຣຍ​ໄດ້​ບຸກ​ໂຈມ​ຕີ​ຢູ​ດາຍ, ໄດ້​ທຳ​ລາຍ​ຫລາຍ​ຫົວ​ເມືອງ, ແລະ ໄດ້​ມຸ້ງ​ໜ້າ​ໄປ​ຫາ​ເຢ​ຣູ​ຊາ​ເລັມ. ຂະ​ນະ​ທີ່​ທ່ານ​ອ່ານ 2 ກະ​ສັດ 18–19, ໃຫ້​ວາດ​ພາບ​ໃນ​ໃຈ​ວ່າ​ທ່ານ​ໄດ້​ອາ​ໄສ​ຢູ່​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ລະ​ຫວ່າງ​ເວ​ລານັ້ນ. ທ່ານ​ຈະ​ຮູ້​ສຶກ​ແນວ​ໃດ, ຍົກ​ຕົວ​ຢ່າງ, ເມື່ອ​ໄດ້​ຍິນ​ຊາວ​ອັດ​ຊີ​ເຣຍ​ຮ້ອງ​ເຍາະ​ເຍີ້ຍ ດັ່ງ​ທີ່​ບັນ​ທຶກ​ຢູ່​ໃນ 2 ກະ​ສັດ 18:28–37 ແລະ 19:10–13? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ສິ່ງ​ທີ່​ເຮ​ເຊ​ກີ​ຢາ​ໄດ້​ເຮັດ ໃນ​ການ​ຕອບ​ຮັບ? (ເບິ່ງ 2 ກະ​ສັດ 19:1–7, 14–19). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຄ້ຳ​ຈູນ​ເຮ​ເຊ​ກີ​ຢາ​ແນວ​ໃດ? (ເບິ່ງ 2 ກະ​ສັດ 19:35–37). ໃຫ້​ໄຕ່​ຕອງວິ​ທີ​ທີ່​ພຣະ​ອົງ​ໄດ້​ຄ້ຳ​ຈູນ​ທ່ານ​ໃນ​ເວ​ລາ​ທີ່​ມີ​ການ​ທ້າ​ທາຍ​ແນວ​ໃດ.

ທ່ານ​ກໍ​ອາດ​ຢາກ​ໄຕ່​ຕອງ​ຄຳ​ບັນ​ຍາຍ​ຂອງ​ເຮ​ເຊ​ກີ​ຢາ​ອີກ​ຢູ່​ໃນ 2 ກະ​ສັດ 18:5–7. ຂໍ້​ເຫລົ່າ​ນັ້ນ​ແນະ​ນຳ​ສິ່ງ​ໃດ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ເຮ​ເຊ​ກີ​ຢາ​ຍັງ​ຄົງ​ຊື່​ສັດ​ເໝືອນ​ເດີມ ເມື່ອ​ມີ​ການ​ທ້າ​ທາຍ? ທ່ານ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເພິ່ນ​ໄດ້​ແນວ​ໃດ?

ເບິ່ງ 3 ນີ​ໄຟ 3–4; D. Todd Christofferson, “Firm and Steadfast in the Faith of Christ,” Liahona, Nov. 2018, 30–33 ນຳ​ອີກ.

2 ກະ​ສັດ 19:20–37

ທຸກ​ສິ່ງ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເຊັນ​ນາ​ເກ​ຣິບ ກະ​ສັດ​ຂອງ​ອັດ​ຊີ​ເຣຍ, ມີ​ເຫດ​ຜົນ​ດີ​ທີ່​ໜ້າ​ເຊື່ອ​ວ່າ ກອງ​ທັບ​ຂອງ​ເພິ່ນ​ຈະຍຶດ​ເອົາ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ໄດ້. ອັດ​ຊີ​ເຣຍ​ໄດ້​ຍຶດ​ຄອງ​ຫລາຍ​ປະ​ເທດ, ລວມ​ທັງ​ອິດ​ສະ​ຣາ​ເອນ—ເຢ​ຣູ​ຊາ​ເລັມ​ຈະ​ແຕກ​ຕ່າງ​ຈາກ​ນັ້ນ​ແນວ​ໃດ? (ເບິ່ງ 2 ກະ​ສັດ 17; 18:33–34; 19:11–13). ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຂ່າວ​ສານ​ສຳ​ລັບ​ເຊັນ​ນາ​ເກ​ຣິບ, ຜ່ານ​ທາງ​ສາດ​ສະ​ດາ​ເອ​ຊາ​ຢາ, ແລະ ມັນ​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ 2 ກະ​ສັດ 19:20–34. ທ່ານ​ຈະ​ສະ​ຫລຸບ​ຂ່າວ​ສານ​ນີ້​ແນວ​ໃດ? ຄວາມ​ຈິງ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ຊ່ວຍ​ທ່ານ​ໃຫ້​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ແຜນ​ຂອງ​ພຣະ​ອົງ?

ເບິ່ງ ຮີ​ລາ​ມັນ 12:4–23; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:16 ນຳ​ອີກ.

2 ກະ​ສັດ 21–23

ພຣະ​ຄຳ​ພີ​ສາ​ມາດ​ຫັນ​ຫົວ​ໃຈ​ຂອງ​ເຮົາ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້.

ທ່ານ​ເຄີຍ​ຮູ້​ສຶກ​ວ່າ ທ່ານ​ຂາດ​ເຂີນ​ບາງ​ຢ່າງ​ທາງ​ວິນ​ຍານ​ບໍ? ບາງ​ທີ​ທ່ານ​ຮູ້​ສຶກ​ວ່າ ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ເຈົ້າ​ຄວນ​ເຂັ້ມ​ແຂງ​ຫລາຍ​ກວ່າ​ນີ້. ແມ່ນ​ຫຍັງ​ທີ່​ຊ່ວຍ​ທ່ານ​ໃຫ້​ຫັນ​ກັບ​ມາ​ຫາ​ພຣະ​ອົງ? ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ອາ​ນາ​ຈັກ​ຢູ​ດາຍ​ໄດ້​ຫັນ​ໜີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ພາຍ​ໃຕ້​ການ​ຄອບ​ຄອງ​ຂອງ​ກະ​ສັດ​ມາ​ນາ​ເຊ (ເບິ່ງ 2 ກະ​ສັດ 21) ແລະ ວິ​ທີ​ທີ່​ກະ​ສັດ​ໂຢ​ສີ​ຢາ​ໄດ້​ຊ່ວຍ​ພວກ​ເຂົາ​ຫັນ​ກັບ​ມາ​ຫາ​ພຣະ​ອົງ (ເບິ່ງ 2 ກະ​ສັດ 22–23). ແມ່ນ​ຫຍັງ​ທີ່​ດົນ​ໃຈ​ໂຢ​ສີ​ຢາ ແລະ ຜູ້​ຄົນ​ຂອງ​ເພິ່ນ? ເລື່ອງ​ນີ້​ອາດ​ດົນ​ໃຈ​ທ່ານ​ໃຫ້​ຫັນ​ກັບ​ມາ “ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ … ດ້ວຍ​ສຸດ​ໃຈ [ຂອງ​ທ່ານ] ແລະ ດ້ວຍ​ສຸດ​ຈິດ [ຂອງ​ທ່ານ]” (2 ກະ​ສັດ 23:3).

ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ສຶກ​ສາ ບົດ​ທີ 6 ໃນ Teachings of Presidents of the Church: Spencer W. Kimball ([2006], 59–68) ນຳ​ອີກ, ໃນ​ນີ້​ປະ​ທານ​ຄິມ​ໂບ​ໄດ້​ແນະ​ນຳ​ວ່າ ເລື່ອງ​ລາວ​ກ່ຽວ​ກັບ​ກະ​ສັດ​ໂຢ​ສີ​ຢາ “ເປັນ​ເລື່ອງ​ໜຶ່ງ​ທີ່​ເດັ່ນ​ທີ່​ສຸດ ຢູ່​ໃນ​ພຣະ​ຄຳ​ພີ​ທັງ​ໝົດ” (ໜ້າ​ທີ 62). ເປັນ​ຫຍັງ​ປະ​ທານ​ຄິມ​ໂບ​ຈຶ່ງ​ຮູ້​ສຶກ​ແນວ​ນີ້? ທ່ານ​ພົບ​ເຫັນ​ຫຍັງ​ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ປະ​ທານ​ຄິມ​ໂບ, ໂດຍ​ສະ​ເພາະ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ເພິ່ນ​ກ່ຽວ​ກັບ​ກະ​ສັດ​ໂຢ​ສີ​ຢາ, ທີ່​ຊ່ວຍ​ທ່ານ​ນຳ​ໃຊ້ 2 ກະ​ສັດ 22–23 ໃນ​ຊີ​ວິດ​ຂອງ​ທ່ານ?

ເບິ່ງ ແອວ​ມາ 31:5; Takashi Wada, “Feasting upon the Words of Christ,” Liahona, May 2019, 38–40; “Josiah and the Book of the Law” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ພຣະ​ຄຳ​ພີ​ສາ​ມາດ​ຊ່ວຍ​ຫັນ​ຫົວ​ໃຈ​ເຮົາ​ໃຫ້​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

2 ກະ​ສັດ 19:14–19.ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ເຮ​ເຊ​ກີ​ຢາ ທີ່​ສາ​ມາດ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ມີ​ບັນ​ຫາ​ຫຍຸ້ງ​ຍາກ ແລະ ມີ​ຄຳ​ຖາມ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາທີ່​ຂໍ​ຄວາມ​ຊ່ວຍ​ເຫລືອ​ແນວ​ໃດ? ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ເຮັດ​ບາງ​ສິ່ງ ເພື່ອ​ວາງ​ສະ​ແດງ​ຢູ່ໃນ​ເຮືອນ ທີ່​ເຕືອນ​ເຂົາ​ເຈົ້າ​ໃຫ້​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ.

2 ກະ​ສັດ 22:3–7.ພະ​ນັກ​ງານ​ທີ່​ອະ​ທິ​ບາຍ​ຢູ່​ໃນ 2 ກະ​ສັດ 22:3–7 ໄດ້​ຮັບ​ເງິນ​ເພື່ອ​ເອົາ​ໄປ​ໃຊ້​ສ້າງ​ພຣະ​ວິ​ຫານ​ຄືນ​ໃໝ່ “ເພາະ​ພວກ​ເຂົາ​ເປັນ​ຄົນ​ສັດ​ຊື່” (ຂໍ້​ທີ 7). ຫລັງ​ຈາກ​ການ​ອ່ານ​ຂໍ້​ເຫລົ່າ​ນີ້​ແລ້ວ, ທ່ານ​ສາ​ມາດ​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ບອກ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ມອບ​ໝາຍ. ເຮົາ​ຈະ​ເປັນ​ຄົນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້​ຄື​ກັນ​ກັບ​ພະ​ນັກ​ງານ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ໄດ້​ແນວ​ໃດ?

2 ກະ​ສັດ 22:8–11, 19; 23:1–3.ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ເຮົາ​ກ່ຽວ​ກັບ​ວິ​ທີ​ທີ່​ໂຢ​ສີ​ຢາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ຕອບ​ຮັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ? ເຮົາ​ຈະ​ຕອບ​ຮັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ພຣະ​ຄຳ​ພີ​ແນວ​ໃດ? ສະ​ມາ​ຊິກ​ຂອງ​ຄອບ​ຄົວ​ທ່ານ​ສາ​ມາດ​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ ຫລື ເລື່ອງ​ລາວ​ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຕິດ​ຕາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

2 ກະ​ສັດ 23:25.ແມ່ນ​ຫຍັງ​ທີ່​ເດັ່ນ​ຕໍ່​ເຮົາ​ກ່ຽວ​ກັບ​ຄຳ​ບັນ​ຍາຍ​ຂອງ​ໂຢ​ສີ​ຢາ ຢູ່​ໃນ​ຂໍ້​ນີ້? ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ໃສ່​ໃນ​ເຈ້ຍ​ທີ່​ເປັນ​ຮູບ​ຫົວ​ໃຈ ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໃນ​ອາ​ທິດ​ນີ້ ເພື່ອ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ສຸດ​ໃຈ​ຂອງ​ເຂົາ​ເຈົ້າ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຈາ​ລຶກ​ທອງ​ຄຳ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 71.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຖ້ອຍ​ຄຳ ແລະ ວະ​ລີ​ທີ່​ດົນ​ໃຈ. ຂະ​ນະ​ທີ່​ທ່ານ​ອ່ານ, ພຣະ​ວິນ​ຍານ​ອາດ​ເຮັດ​ໃຫ້​ທ່ານ​ສົນ​ໃຈ​ກັບ​ຖ້ອຍ​ຄຳ ຫລື ວະ​ລີ​ໃດ​ໜຶ່ງ​ໂດຍ​ສະ​ເພາະ. ມັນ​ອາດ​ດົນ​ໃຈ ແລະ ຊຸກ​ຍູ້​ທ່ານ; ມັນ​ອາດ​ແມ່ນ​ແຕ່​ເບິ່ງ​ຄື​ວ່າ​ຖືກ​ຂຽນ​ໄວ້​ເພື່ອ​ທ່ານ​ເທົ່າ​ນັ້ນ.

ຮູບ​ພາບ
ຜູ້​ຊາຍ​ນຳ​ມ້ວນ​ພຣະ​ຄຳ​ພີ​ມາ​ຖວາຍ​ກະ​ສັດ

ຮູບ​ພາບ​ຜູ້​ຂຽນ​ນຳ​ມ້ວນ​ພຣະ​ຄຳ​ພີ​ມາ​ຖວາຍ​ກະ​ສັດ ໂຢ​ສີ​ຢາ, ໂດຍ ຣໍ​ເບີດ ທີ ແບ​ແຣັດ

ພິມ