Scripture Stories
ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ


“ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ (2022)

“ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ

ດາ​ນີ​ເອນ 1; 3

ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ

ການ​ທົດ​ລອງ​ສັດ​ທາ​ທີ່​ອັນ​ຕະ​ລາຍ

ຮູບ​ພາບ
ກະ​ສັດ​ເນ​ບູ​ກາດ​ເນັດ​ຊາ ແລະ ຮູບ​ປັ້ນ​ທອງ​ຄໍາ

ກະ​ສັດ​ເນ​ບູ​ກາດ​ເນັດ​ຊາ​ໄດ້​ສ້າງ​ຮູບ​ປັ້ນ​ໃຫຍ່​ທີ່​ເປັນ​ທອງ​ຄໍາ ແລະ ບັງ​ຄັບ​ໃຫ້​ປະ​ຊາ​ຊົນ​ຂອງ​ເພິ່ນ​ຂາບ​ໄຫວ້​ມັນ. ຖ້າ​ພວກ​ເຂົາ​ປະ​ຕິ​ເສດ, ພວກ​ເຂົາ​ກໍ​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ.

ດາ​ນີ​ເອນ 1:6–7; 3:1–6

ຮູບ​ພາບ
ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ

ໝູ່​ຂອງ​ດາ​ນີ​ເອນ ຊື່​ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ ຮັກ​ພຣະ​ເຈົ້າ ແລະ ບໍ່​ຍອມ​ຂາບ​ໄຫວ້​ພຣະ​ເຈົ້າ​ປອມ​ຂອງ​ກະ​ສັດ. ກະ​ສັດ​ໃຈ​ຮ້າຍ​ໃຫ້​ພວກ​ເຂົາ.

ດາ​ນີ​ເອນ 3:6–15

ຮູບ​ພາບ
ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ​ກຳ​ລັງ​ເວົ້າ​ລົມ​ກັບ​ກະ​ສັດ

ໝູ່​ທັງ​ສາມ​ຄົນ​ໄດ້​ບອກ​ກະ​ສັດ​ວ່າ ພວກ​ເຂົາ​ຈະ​ນະ​ມັດ​ສະ​ການ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ. ພວກ​ເຂົາ​ເຊື່ອ​ວ່າ ພຣະ​ເຈົ້າ​ສາ​ມາດ​ປົກ​ປ້ອງ​ພວກ​ເຂົາ​ໄດ້. ແຕ່​ເຖິງ​ແມ່ນ​ຖ້າ​ຫາກ​ວ່າ ພຣະ​ອົງ​ບໍ່​ຊ່ວຍ​ຊີ​ວິດ​ພວກ​ເຂົາ, ແຕ່​ພວກ​ເຂົາ​ຈະ​ຍຶດ​ໝັ້ນ​ກັບ​ສິ່ງ​ທີ່​ພວກ​ເຂົາ​ເຊື່ອ.

ດາ​ນີ​ເອນ 3:15–18

ຮູບ​ພາບ
ຜູ້​ຊາຍ​ສາມ​ຄົນ ແລະ ທູດ​ສະ​ຫວັນ​ໃນ​ໄຟ

ກະ​ສັດ​ໄດ້​ໂມ​ໂຫ​ຮ້າຍ​ໃຫ້​ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ. ເພິ່ນ​ໄດ້​ສັ່ງ​ໃຫ້​ໂຍນ​ພວກ​ເຂົາ​ເຂົ້າ​ໄປ​ໃນ​ເຕົາ​ໄຟ. ແຕ່​ເມື່ອ​ກະ​ສັດ​ເບິ່ງ​ເຂົ້າ​ໄປ​ໃນ​ເຕົາ​ໄຟ, ເພິ່ນ​ກໍ​ຕົກ​ໃຈ​ທີ່​ເຫັນ​ທູດ​ສະ​ຫວັນ​ຢູ່​ໃນ​ໄຟ​ກັບ​ຜູ້​ຊາຍ​ສາມ​ຄົນ​ນັ້ນ. ພວກ​ເຂົາ​ບໍ່​ໄດ້​ຮັບ​ບາດ​ເຈັບ​ຈາກ​ໄຟ​ເລີຍ.

ດາ​ນີ​ເອນ 3:19–25

ຮູບ​ພາບ
ຜູ້​ຊາຍ​ສາມ​ຄົນ​ຍ່າງ​ອອກ​ມາ​ຈາກ​ໄຟ

ກະ​ສັດ​ໄດ້​ເອີ້ນ​ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ, ແລະ ພວກ​ເຂົາ​ກໍ​ຍ່າງ​ອອກ​ມາ​ຈາກ​ເຕົາ​ໄຟ. ໄຟ​ບໍ່​ໄດ້​ທໍາ​ຮ້າຍ​ພວກ​ເຂົາ ຫລື ແມ່ນ​ແຕ່​ເສື້ອ​ຜ້າ​ຂອງ​ພວກ​ເຂົາ​ກໍ​ບໍ່​ໄໝ້.

ດາ​ນີ​ເອນ 3:26–27

ຮູບ​ພາບ
ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ​​ກຳ​ລັງເວົ້າ​ລົມ​ກັບ​ກະ​ສັດ

ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ ໄດ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ຊີ​ວິດ​ຂອງ​ພວກ​ເຂົາ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ​ກໍ​ຕາມ. ຕົວ​ຢ່າງ​ຂອງ​ພວກ​ເຂົາ​ໄດ້​ຊ່ວຍ​ໃຫ້​ກະ​ສັດ​ເຊື່ອ​ໃນ​ພຣະ​ເຈົ້າ.

ດາ​ນີ​ເອນ 3:28–29

ພິມ