Scripture Stories
ກອງ​ທັບ​ຂອງ​ກີ​ເດ​ໂອນ


“ກອງ​ທັບ​ຂອງ​ກີ​ເດ​ໂອນ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ກອງ​ທັບ​ຂອງ​ກີ​ເດ​ໂອນ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ພວກ​ຜູ້​ປົກ​ຄອງ 6–7

ກອງ​ທັບ​ຂອງ​ກີ​ເດ​ໂອນ

ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ສົງ​ຄາມ

ຮູບ​ພາບ
ຊາວ​ມີ​ດີ​ອານ​ກຳ​ລັງ​ລັກ​ອາ​ຫານ

ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ໄດ້​ຮັບ​ພອນ​ເປັນ​ເວ​ລາ​ຫລາຍ​ປີ. ແຕ່​ພວກ​ເຂົາ​ໄດ້​ເລືອກ​ບໍ່​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ. ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ລະ​ນຶກ​ເຖິງ​ພຣະ​ອົງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປ່ອຍ​ໃຫ້​ສັດ​ຕູ​ຊາວ​ມີ​ດີ​ອານ​ມາ​ລັກ​ອາ​ຫານ ແລະ ສັດ​ຂອງ​ພວກ​ເຂົາ. ຊາວ​ອິດ​ສະ​ຣາ​ເອນ​ເກີດ​ຄວາມ​ອຶດ​ຢາກ, ສະ​ນັ້ນ​ພວກ​ເຂົາ​ຈຶ່ງ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ອົງ​ຊ່ວຍ​ເຫລືອ.

ພວກ​ຜູ້​ປົກ​ຄອງ 6:1–7

ຮູບ​ພາບ
ທູດ​ອົງ​ໜຶ່ງ​ກຳ​ລັງ​ເວົ້າ​ກັບ​ກີ​ເດ​ໂອນ

ກີ​ເດ​ໂອນ​ມາ​ຈາກ​ຄອບ​ຄົວ​ທີ່​ຍາກ​ຈົນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ທູດ​ອົງ​ໜຶ່ງ​ມາ​ເອີ້ນ​ລາວ​ໃຫ້​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ. ກີ​ເດ​ໂອນ​ປະ​ຫລາດ​ໃຈ​ວ່າ​ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ເລືອກ​ລາວ.

ພວກ​ຜູ້​ປົກ​ຄອງ 6:11–15

ຮູບ​ພາບ
ຕໍ່​ມາ​ຜູ້​ຄົນ​ໃຈ​ຮ້າຍ​ໃຫ້​ກີ​ເດ​ໂອນ​ທີ່​ທຳ​ລາຍ​ຮູບ​ປັ້ນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ກີ​ເດ​ໂອນ​ໃຫ້​ທຳ​ລາຍ​ສະ​ຖານ​ທີ່​ຕ່າງໆ ບ່ອນ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ປອມ. ເມື່ອ​ກີ​ເດ​ໂອນ​ເຊື່ອ​ຟັງ, ຜູ້​ຄົນ​ກໍ​ໃຈ​ຮ້າຍ.

ພວກ​ຜູ້​ປົກ​ຄອງ 6:25–27

ຮູບ​ພາບ
ພໍ່​ຂອງ​ກີ​ເດ​ໂອນ​ກຳ​ລັງ​ປົກ​ປ້ອງ​ລາວ​ຈາກ​ຜູ້​ຄົນ​ທີ່​ໃຈ​ຮ້າຍ

ຊາວ​ອິດ​ສະ​ຣາ​ເອນ​ຢາກ​ຂ້າ​ກີ​ເດ​ໂອນ. ແຕ່​ພໍ່​ຂອງ​ກີ​ເດ​ໂອນ​ໄດ້​ກິ້ງ​ກ່ອມ​ພວກ​ເຂົາ​ບໍ່​ໃຫ້​ທຳ​ຮ້າຍ​ລາວ. ກີ​ເດ​ໂອນ​ໄດ້​ຖືກ​ຮັກ​ສາ​ໄວ້​ໃຫ້​ປອດ​ໄພ.

ພວກ​ຜູ້​ປົກ​ຄອງ 6:28–32

ຮູບ​ພາບ
ກີ​ເດ​ໂອນ​ກຳ​ລັງ​ອະ​ທິ​ຖານ

ກີ​ເດ​ໂອນ​ບໍ່​ຄິດ​ວ່າ​ລາວ​ຈະ​ສາ​ມາດ​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ໄດ້. ກອງ​ທັບ​ມີ​ດີ​ອານ​ມີ​ຈຳ​ນວນ​ພົນ​ຫລາຍ​ກວ່າ 135,000 ຄົນ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ໃຫ້​ແກ່​ກີ​ເດ​ໂອນ.

ພວກ​ຜູ້​ປົກ​ຄອງ 6:13–16; 8:10

ຮູບ​ພາບ
ພວກ​ທະ​ຫານ​ກຳ​ລັງ​ໜີ​ຈາກ​ກອງ​ທັບ

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ຮູ້​ວ່າ ພວກ​ເຂົາ​ສາ​ມາດ​ໄຊ​ຊະ​ນະ​ດ້ວຍ​ກຳ​ລັງ​ຂອງ​ພຣະ​ອົງ, ບໍ່​ແມ່ນ​ດ້ວຍ​ກຳ​ລັງ​ຂອງ​ພວກ​ເຂົາ​ເອງ. ເຖິງ​ແມ່ນ​ວ່າ​ຊາວ​ອິດ​ສະ​ຣາ​ເອນ​ມີ​ຈຳ​ນວນ​ພົນ​ພຽງ​ແຕ່ 32,000 ຄົນ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ກີ​ເດ​ໂອນ​ສົ່ງ​ພວກ​ທະ​ຫານ​ທີ່​ຢ້ານ​ກົວ​ກັບ​ບ້ານ. ຫລັງ​ຈາກ 22,000 ຄົນ​ໄດ້​ກັບ​ບ້ານ, ທະ​ຫານ​ຊາວ​ອິດ​ສະ​ຣາ​ເອນ​ເຫລືອ​ຢູ່​ພຽງ​ແຕ່ 10,000 ຄົນ.

ພວກ​ຜູ້​ປົກ​ຄອງ 7:2–3

ຮູບ​ພາບ
ພວກ​ທະ​ຫານ​ກຳ​ລັງ​ກິນ​ນ້ຳ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ 10,000 ຄົນ ກໍ​ຍັງ​ມີ​ຫລາຍ​ໂພດ. ພຣະ​ອົງ​ໄດ້​ບອກ​ກີ​ເດ​ໂອນ​ໃຫ້​ພາ​ກອງ​ທັບ​ລົງ​ໄປ​ກິນ​ນ້ຳ. ຜູ້​ທີ່​ໃຊ້​ລີ້ນ​ເລຍ​ກິນ​ນ້ຳ ໃຫ້​ສົ່ງ​ກັບ​ບ້ານ. ຜູ້​ທີ່​ກອບ​ນ້ຳ​ຂຶ້ນ​ມາ​ກິນ ໃຫ້​ຢູ່​ຕໍ່. ບັດ​ນີ້​ມີ​ທະ​ຫານ​ຈຳ​ນວນ 300 ຄົນ​ທີ່​ໄດ້​ຢູ່​ຕໍ່.

ພວກ​ຜູ້​ປົກ​ຄອງ 7:4–7

ຮູບ​ພາບ
ພວກ​ທະ​ຫານ​ຊາວ​ອິດ​ສະ​ຣາ​ເອນ​ພ້ອມ​ດ້ວຍ​ແກ ແລະ ກະ​ບອງ ອ້ອມ​ຄ້າຍ​ພັກ​ຂອງ​ພວກ​ມີ​ດີ​ອານ

ໃນ​ທີ່​ສຸດ, ຊາວ​ອິດ​ສະ​ຣາ​ເອນ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ສູ້. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ກີ​ເດ​ໂອນ​ເຫັນ​ວິ​ທີ​ທີ່​ຈະ​ໄຊ​ຊະ​ນະ​ຊາວ​ມີ​ດີ​ອານ. ກີ​ເດ​ໂອນ​ໄດ້​ບອກ​ກອງ​ທັບ​ຂອງ​ລາວ​ໃຫ້​ໃຊ້​ແກ ແລະ ກະ​ບອງ ເພື່ອ​ເຮັດ​ໃຫ້​ສັດ​ຕູ​ຢ້ານ​ກົວ. ສຽງ​ດັງ ແລະ ແສງ​ໄຟ​ໄດ້​ເຮັດ​ໃຫ້​ຊາວ​ມີ​ດີ​ອານ​ສັບ​ສົນ​ຢ່າງ​ໜັກ ຈົນ​ວ່າ​ພວກ​ເຂົາ​ເລີ່ມ​ຕໍ່​ສູ້​ກັນ​ເອງ. ແລ້ວ​ພວກ​ເຂົາ​ໄດ້​ຮ້ອງ​ຂຶ້ນ ແລະ ແລ່ນ​ໜີ​ໄປ.

ພວກ​ຜູ້​ປົກ​ຄອງ 7:16–22

ຮູບ​ພາບ
ກີ​ເດ​ໂອນ​ກຳ​ລັງ​ນຳ​ພາ​ກອງ​ທັບ

ຍ້ອນ​ວ່າ​ກີ​ເດ​ໂອນ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ຊາວ​ອິດ​ສະ​ຣາ​ເອນ​ຈຶ່ງ​ໄດ້​ໄຊ​ຊະ​ນະ​ກອງ​ທັບ​ໃຫຍ່​ຂອງ​ຊາວ​ມີ​ດີ​ອານ​ດ້ວຍ​ຈຳ​ນວນ​ພົນ​ພຽງ​ແຕ່ 300 ຄົນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ.

ພວກ​ຜູ້​ປົກ​ຄອງ 7:23–25

ພິມ