Scripture Stories
ສາດ​ສະ​ດາ​ເອ​ລີ​ຊາ


“ສາດ​ສະ​ດາ​ເອ​ລີ​ຊາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ສາດ​ສະ​ດາ​ເອ​ລີ​ຊາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

2 ກະ​ສັດ 2; 4

ສາດ​ສະ​ດາ​ເອ​ລີ​ຊາ

ການ​ອັດ​ສະ​ຈັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ເອ​ລີ​ຢາ​ກຳ​ລັງ​ເວົ້າ​ລົມ​ກັບ​ເອ​ລີ​ຊາ

ຜ່ານ​ທາງ​ສາດ​ສະ​ດາ​ເອ​ລີ​ຢາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ກຽມ​ເອ​ລີ​ຊາ​ໃຫ້​ເປັນ​ສາດ​ສະ​ດາ​ຄົນ​ຕໍ່​ໄປ. ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອົາ​ເອ​ລີ​ຢາ​ຂຶ້ນ​ໄປ​ສະ​ຫວັນ.

2 ກະ​ສັດ 2:1–15

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ເທ​ນ້ຳ​ມັນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ເອ​ລີ​ຊາ​ເຮັດ​ການ​ອັດ​ສະ​ຈັນ​ຫລາຍ​ຢ່າງ. ມີ​ເທື່ອ​ໜຶ່ງ​ເອ​ລີ​ຊາ​ໄດ້​ອວຍ​ພອນຜູ້​ຍິງ​ທີ່​ຍາກ​ຈົນ​ຄົນ​ໜຶ່ງໃຫ້​ມີ​ນ້ຳ​ມັນ​ຫລາຍໆ​ແກ້ວ. ແລ້ວຜູ້ຍິງຄົນນັ້ນ​ໄດ້​ເອົາ​ນ້ຳ​ມັນ​ເຫລົ່າ​ນັ້ນ​ໄປ​ຂາຍ​ເພື່ອ​ໃຊ້​ໜີ້.

2 ກະ​ສັດ 4:1–7

ຮູບ​ພາບ
ເອ​ລີ​ຊາ​ກຳ​ລັງ​ເວົ້າ​ລົມ​ກັບ​ຄອບ​ຄົວ​ໜຶ່ງ

ມີ​ອີກ​ເທື່ອ​ໜຶ່ງ, ຜູ້​ຍິງ​ທີ່​ຊື່​ສັດ​ຄົນ​ໜຶ່ງ​ໄດ້​ຮັບ​ໃຊ້ເອ​ລີ​ຊາ ແລະ ດີ​ຕໍ່​ເພິ່ນ​ຫລາຍ​ທີ່​ສຸດ. ເອ​ລີ​ຊາ​ໄດ້​ຖາມ​ວ່າ ນາງ​ຢາກ​ໃຫ້​ເພິ່ນ​ຊ່ວຍ​ນາງ​ແນວ​ໃດ​ແດ່. ນາງ​ຢາກ​ມີ​ລູກ. ເອ​ລີ​ຊາ​ໄດ້​ອວຍ​ພອນ​ນາງ​ກັບ​ສາ​ມີ​ຂອງ​ນາງ ​ໃຫ້​ມີ​ລູກ​ຊາຍ​ຄົນ​ໜຶ່ງ.

2 ກະ​ສັດ 4:8–17

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສະ​ເຫລີມ​ສະ​ຫລອງ

ແຕ່​ຫລັງ​ຈາກ​ສອງ​ສາມ​ປີ, ລູກ​ຊາຍ​ໄດ້​ລົ້ມ​ປ່ວຍ ແລະ ຕາຍ​ໄປ. ຜູ້​ຍິງ​ຄົນ​ນັ້ນ​ໄດ້​ໄປ​ຊອກ​ຫາ​ເອ​ລີ​ຊາ ຍ້ອນ​ວ່າ​ນາງ​ມີ​ສັດ​ທາ​ວ່າ ເພິ່ນ​ສາ​ມາດ​ຊ່ວຍ​ໂຜດ​ລູກ​ຊາຍ​ຂອງ​ນາງ​ໄດ້. ເອ​ລີ​ຊາ​ໄດ້​ມາ ແລະ ອວຍ​ພອນ​ທ້າວ​ນ້ອຍ, ແລະ ລາວ​ໄດ້​ມີ​ຊີ​ວິດ​ຄືນ​ອີກ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ເອ​ລີ​ຊາ​ເຮັດ​ການ​ອັດ​ສະ​ຈັນ​ຫລາຍ​ຢ່າງ. ເພິ່ນ​ເປັນ​ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່​ຄົນ​ໜຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

2 ກະ​ສັດ 4:18–37

ພິມ