Scripture Stories
ໂນ​ອາ ແລະ ຄອບ​ຄົວ​ຂອງ​ເພິ່ນ


“ໂນ​ອາ ແລະ ຄອບ​ຄົວ​ຂອງ​ເພິ່ນ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ໂນ​ອາ ແລະ ຄອບ​ຄົວ​ຂອງ​ເພິ່ນ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 6–9; ໂມ​ເຊ 8

ໂນ​ອາ ແລະ ຄອບ​ຄົວ​ຂອງ​ເພິ່ນ

ເຮືອ, ນ້ຳ​ຖ້ວມ, ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ໂນ​ອາ​ກຳ​ລັງ​ຫລຽວ​ເບິ່ງ​ຜູ້​ຄົນ

ໂນ​ອາ ແລະ ຄອບ​ຄົວ​ຂອງ​ເພິ່ນ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ. ຄົນ​ອື່ນ​ທັງ​ໝົດ​ຊົ່ວ​ຮ້າຍ​ຫລາຍ​ທີ່​ສຸດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂນ​ອາ​ວ່າ​ນ້ຳ​ຈະ​ຖ້ວມ​ແຜ່ນ​ດິນ​ໂລກ ຖ້າ​ຫາກ​ຜູ້​ຄົນ​ບໍ່​ກັບ​ໃຈ.

ປະ​ຖົມ​ມະ​ການ 6:5–13; ໂມ​ເຊ 8:13–17

ຮູບ​ພາບ
ໂນ​ອາ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ

ໂນ​ອາ​ໄດ້​ສິດ​ສອນ​ຜູ້​ຄົນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ພວກ​ເຂົາ ແລະ ປະ​ສົງ​ໃຫ້​ພວກ​ເຂົາ​ກັບ​ໃຈ ແລະ ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ພວກ​ເຂົາບໍ່​ໄດ້​ເຊື່ອ​ຟັງ.

ໂມ​ເຊ 8:19–30

ຮູບ​ພາບ
ໂນ​ອາ ແລະ ຄອບ​ຄົວ​ກຳ​ລັງ​ສ້າງ​ເຮືອ

ໂນ​ອາ​ໂສກ​ເສົ້າ​ທີ່​ຜູ້​ຄົນ​ບໍ່ກັບ​ໃຈ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂນ​ອາ​ໃຫ້​ສ້າງ​ເຮືອ​ໃຫຍ່. ເຮືອ​ນັ້ນ​ຈະ​ຮັກ​ສາ​ຄອບ​ຄົວ​ຂອງ​ໂນ​ອາ​ໃຫ້​ປອດ​ໄພ​ລະ​ຫວ່າງ​ນ້ຳ​ຖ້ວມ.

ປະ​ຖົມ​ມະ​ການ 6:14–18; ໂມ​ເຊ 8:25

ຮູບ​ພາບ
ສັດ​ສາ​ວາ​ສິ່ງ​ກຳ​ລັງ​ຍ່າງ​ຂຶ້ນ​ເຮືອ

ຄອບ​ຄົວ​ຂອງ​ໂນ​ອາ​ໄດ້​ນຳ​ອາ​ຫານ​ເຂົ້າ​ເຮືອ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ສັດ​ແຕ່​ລະ​ຊະ​ນິດ​ຢ່າງ​ໜ້ອຍ​ໜຶ່ງ​ຄູ່ ມາ​ໃຫ້​ໂນ​ອາ. ສັດ​ສາ​ວາ​ສິ່ງ​ໄດ້​ເຂົ້າ​ໄປ​ໃນ​ເຮືອ, ແລະ ເຈັດ​ມື້​ຈາກ​ນັ້ນ ຝົນ​ກໍ​ໄດ້​ຕົກ​ລົງ​ມາ.

ປະ​ຖົມ​ມະ​ການ 6:18–22; 7:1–9

ຮູບ​ພາບ
ເຮືອ​ກຳ​ລັງ​ລ່ອງ​ໄປ​ໃນ​ທະ​ເລ

ເປັນ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ, ຝົນ​ໄດ້​ຕົກ​ເປັນ​ເວ​ລາ 40 ມື້ ແລະ 40 ຄືນ. ນ້ຳ​ໄດ້​ຖ້ວມ​ແຜ່ນ​ດິນ​ໂລກ.

ປະ​ຖົມ​ມະ​ການ 7:6–23

ຮູບ​ພາບ
ໂນ​ອາ ແລະ ຄອບ​ຄົວ

ຄອບ​ຄົວ​ຂອງ​ໂນ​ອາ ແລະ ສັດ​ສາ​ວາ​ສິ່ງ​ທັງ​ໝົດ​ຢູ່​ໃນ​ເຮືອ​ຢ່າງ​ປອດ​ໄພ ຢູ່​ເທິງ​ນ້ຳ.

ປະ​ຖົມ​ມະ​ການ 7:24; 8:1–3

ຮູບ​ພາບ
ໂນ​ອາ, ຄອບ​ຄົວ, ແລະ ສັດ​ສາ​ວາ​ສິ່ງ​ຢູ່​ເທິງ​ແຜ່ນ​ດິນ

ເມື່ອ​ນ້ຳ​ຖ້ວມ​ໄດ້​ສິ້ນ​ສຸດ​ລົງ, ເຮືອ​ກໍ​ຢຸດ​ຢູ່​ເທິງ​ດິນ​ແຫ້ງ. ໂນ​ອາ ແລະ ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ສ້າງ​ແທ່ນ​ບູ​ຊາ ເພື່ອ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຂອບ​ພຣະ​ໄທ​ພຣະ​ອົງ​ສຳ​ລັບ​ການ​ປົກ​ປັກ​ຮັກ​ສາ​ເຂົາ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ ຈະ​ບໍ່​ໃຫ້​ນ້ຳ​ຖ້ວມ​ໂລກ​ອີກ​ຈັກ​ເທື່ອ. ພຣະ​ອົງ​ໄດ້​ສົ່ງ​ຮຸ້ງ​ກິນ​ນ້ຳ​ມາ ເພື່ອ​ເຕືອນ​ເຮົາ​ເຖິງ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ.

ປະ​ຖົມ​ມະ​ການ 8:13–22; 9:8–17

ພິມ