Scripture Stories
ສາດ​ສະ​ດາ​ເອ​ຊາ​ຢາ


“ສາດ​ສະ​ດາ​ເອ​ຊາ​ຢາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ສາດ​ສະ​ດາ​ເອ​ຊາ​ຢາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ເອ​ຊາ​ຢາ 6–79; 53–54

ສາດ​ສະ​ດາ​ເອ​ຊາ​ຢາ

ຄຳ​ທຳ​ນາຍ​ກ່ຽວ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ

ຮູບ​ພາບ
ເອ​ຊາ​ຢາ​ໄດ້​ຖືກ​ເອີ້ນ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ

ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຖືກ​ຍຶດ​ຄອງ​ຫລາຍ​ເທື່ອ ແລະ ຢາກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ປົກ​ປ້ອງ​ພວກ​ເຂົາ. ມີ​ວັນ​ໜຶ່ງ​ຢູ່​ໃນ​ພຣະ​ວິ​ຫານ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຊາຍ​ຄົນ​ໜຶ່ງ​ຊື່ ເອ​ຊາ​ຢາ ໃຫ້​ສິດ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເອ​ຊາ​ຢາ​ຮັກ​ຜູ້​ຄົນ ແລະ ໄດ້​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຄຣິດ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໃຫ້​ລອດ.

ເອ​ຊາ​ຢາ 6:1–8

ຮູບ​ພາບ
ເອ​ຊາ​ຢາ​ກຳ​ລັງ​ທຳ​ນາຍ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ

ເອ​ຊາ​ຢາ​ໄດ້​ຮຽນ​ຮູ້​ວ່າ ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ໃນ​ມື້​ໜຶ່ງ ເພື່ອ​ຊ່ວຍ​ຜູ້​ຄົນ​ຂອງ​ເພິ່ນ​ຈາກ​ບາບ. ແຕ່​ບໍ່​ແມ່ນ​ທຸກ​ຄົນ​ທີ່​ຈະ​ຮັບ​ຮູ້​ພຣະ​ອົງ ວ່າ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຂົາ. ເອ​ຊາ​ຢາ​ໂສກ​ເສົ້າ​ຫລາຍ ຍ້ອນ​ເພິ່ນ​ຮູ້​ວ່າ ຫລາຍ​ຄົນ​ຈະ​ບໍ່​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ.

ເອ​ຊາ​ຢາ 6:9–13; 7:14; 53:1–9

ຮູບ​ພາບ
ເອ​ຊາ​ຢາ​ກຳ​ລັງ​ຂຽນ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຄຣິດ

ແຕ່​ເອ​ຊາ​ຢາ​ໄດ້​ທຳ​ນາຍ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ. ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ກັບ​ຄືນ​ມາ ແລະ ເປັນ​ຈອມ​ກະ​ສັດ​ຂອງ​ທັງ​ແຜ່ນ​ດິນ​ໂລກ. ພຣະ​ອົງ​ຈະ​ສະ​ເດັດ​ມາ​ອີກ ແລະ ສຳ​ເລັດ​ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ໂດຍ​ການ​ນຳ​ຄວາມ​ເມດ​ຕາ ແລະ ສັນ​ຕິ​ສຸກ​ມາ​ໃຫ້​ຕະ​ຫລອດ​ໄປ. ເອ​ຊາ​ຢາ​ໄດ້​ກ່າວ​ວ່າ ທຸກ​ຄົນ​ຈະ​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ ວ່າ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຂົາ.

ເອ​ຊາ​ຢາ 9:6–7; 54:1–10

ພິມ