Scripture Stories
ສາດ​ສະ​ດາ​ຊາ​ມູ​ເອນ


“ສາດ​ສະ​ດາ​ຊາ​ມູ​ເອນ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ສາດ​ສະ​ດາ​ຊາ​ມູ​ເອນ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

1 ຊາ​ມູ​ເອນ 2–3

ສາດ​ສະ​ດາ​ຊາ​ມູ​ເອນ

ທ້າວ​ນ້ອຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເອີ້ນ

ຮູບ​ພາບ
ເອ​ລີ​ກຳ​ລັງ​ເວົ້າ​ລົມ​ກັບ​ພວກ​ຜູ້​ຊາຍ

ເປັນ​ເວ​ລາ​ດົນ​ນານ, ຊາວ​ອິດ​ສະ​ຣາ​ເອນບໍ່​ມີ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ນຳ​ພາ​ພວກ​ເຂົາ. ແຕ່​ຊາວ​ອິດ​ສະ​ຣາ​ເອນ​ມີ​ພວກ​ຜູ້​ປົກ​ຄອງ​ເປັນ​ເວ​ລາ​ຫລາຍ​ປີ. ລະ​ຫວ່າງ​ເວ​ລາ​ນີ້, ນາງ​ຮັນ​ນາ​ໄດ້​ພາ​ລູກ​ຊາຍ​ນ້ອຍ ຊື່​ຊາ​ມູ​ເອນ ໄປ​ອາ​ໄສ​ຢູ່​ນຳ​ເອ​ລີ, ຜູ້​ຊຶ່ງ​ເປັນ​ປະ​ໂລ​ຫິດ ແລະ ຜູ້​ປົກ​ຄອງ​ຄົນ​ໜຶ່ງ​ຂອງ​ອິດ​ສະ​ຣາ​ເອນ. ຊາ​ມູ​ເອນ​ໄດ້​ຊ່ວຍ​ເອ​ລີ​ຢູ່​ໃນ​ພຣະ​ວິ​ຫານ.

1 ຊາ​ມູ​ເອນ 2:11, 18, 26; 3:1

ຮູບ​ພາບ
ພວກ​ລູກ​ຊາຍ​ຂອງ​ເອ​ລີ​ກຳ​ລັງ​ຂະ​ໂມຍ​ສິ່ງ​ຂອງ

ລູກ​ຊາຍ​ສອງ​ຄົນ​ຂອງ​ເອ​ລີ ກໍ​ໄດ້​ຮັບ​ໃຊ້​ຢູ່​ໃນ​ພຣະ​ວິ​ຫານ​ຄື​ກັນ, ແຕ່​ພວກ​ເຂົາ​ໄດ້​ລັກ​ເອົາ​ສິ່ງ​ຂອງ​ທີ່​ຖືກ​ນຳ​ມາຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ. ບາງ​ຄົນ​ໄດ້​ເວົ້າ​ຈົ່ມ​ກັບ​ເອ​ລີ, ແຕ່​ເອ​ລີບໍ່​ໄດ້​ລົງ​ໂທດ​ພວກ​ເຂົາ.

1 ຊາ​ມູ​ເອນ 2:12–17, 22–23

ຮູບ​ພາບ
ຊາ​ມູ​ເອນ

ຄືນ​ໜຶ່ງ​ຊາ​ມູ​ເອນ​ໄດ້​ຍິນ​ສຽງ​ເອີ້ນ​ລາວ. ລາວ​ຄິດ​ວ່າ​ແມ່ນ​ເອ​ລີ, ສະ​ນັ້ນ​ຊາ​ມູ​ເອນ​ຈຶ່ງ​ໄດ້​ໄປ​ຫາ​ເພິ່ນ. ແຕ່​ເອ​ລີ​ບໍ່​ໄດ້​ເອີ້ນ​ລາວ. ເອ​ລີ​ໄດ້​ບອກ​ຊາ​ມູ​ເອນ​ໃຫ້​ກັບ​ຄືນ​ໄປ​ນອນ.

1 ຊາ​ມູ​ເອນ 3:3–5

ຮູບ​ພາບ
ຊາ​ມູ​ເອນ​ກຳ​ລັງ​ເວົ້າ​ລົມ​ກັບ​ເອ​ລີ

ຊາ​ມູ​ເອນ​ໄດ້​ຍິນ​ສຽງ​ເອີ້ນ​ລາວ​ອີກ​ເປັນ​ເທື່ອ​ທີ​ສອງ. ລາວ​ໄດ້​ໄປ​ຫາ​ເອ​ລີ ແລະ ຖາມ​ວ່າ​ເພິ່ນ​ຕ້ອງ​ການ​ອັນ​ໃດ. ແຕ່​ເອ​ລີ​ບໍ່​ໄດ້​ເອີ້ນ​ລາວ. ເອ​ລີ​ໄດ້​ບອກ​ຊາ​ມູ​ເອນ​ໃຫ້​ໄປ​ນອນ.

1 ຊາ​ມູ​ເອນ 3:6

ຮູບ​ພາບ
ເອ​ລີ​ກຳ​ລັງ​ເວົ້າ​ລົມ​ກັບ​ຊາ​ມູ​ເອນ

ຊາ​ມູ​ເອນ​ໄດ້​ຍິນ​ສຽງ​ເອີ້ນ​ລາວ​ອີກ​ເປັນ​ເທື່ອ​ທີ​ສາມ. ລາວ​ໄດ້​ໄປ​ຫາ​ເອ​ລີ​ອີກ ແລະ ຖາມ​ວ່າ​ເພິ່ນ​ຕ້ອງ​ການ​ອັນ​ໃດ. ເທື່ອ​ນີ້, ເອ​ລີ​ຮູ້​ວ່າ ນັ້ນ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ກ່າວ​ກັບ​ຊາ​ມູ​ເອນ. ເອ​ລີ​ໄດ້​ບອກ​ຊາ​ມູ​ເອນ​ໃຫ້​ກັບ​ຄືນ​ໄປ​ນອນ. ເອ​ລີເວົ້າ​ວ່າ ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ເອີ້ນ​ລາວ​ອີກ, ຊາ​ມູ​ເອນ​ຄວນ​ຮັບ​ຟັງ.

1 ຊາ​ມູ​ເອນ 3:8–9

ຮູບ​ພາບ
ຊາ​ມູ​ເອນ​ກຳ​ລັງ​ເວົ້າ​ລົມ​ກັບ​ພຣະ​ເຈົ້າ

ຊາ​ມູ​ເອນ​ໄດ້​ຍິນ​ສຽງ​ເອີ້ນ​ລາວ​ອີກ. ເທື່ອ​ນີ້​ຊາ​ມູ​ເອນ​ໄດ້​ຂໍ​ໃຫ້ພຣະ​ຜູ້​ເປັນ​ເຈົ້າ​ກ່າວ ແລະ ລາວ​ຈະ​ຮັບ​ຟັງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຊາ​ມູ​ເອນ​ວ່າ ເອ​ລີ​ໄດ້​ເຮັດ​ຜິດ ທີ່​ປ່ອຍ​ໃຫ້​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ຮັບ​ໃຊ້​ຢູ່​ໃນ​ພຣະ​ວິ​ຫານ. ຄອບ​ຄົວ​ຂອງ​ເອ​ລີ​ຈະ​ບໍ່​ຖືກ​ອະ​ນຸ​ຍາດ​ໃຫ້​ຮັບ​ໃຊ້​ຢູ່​ໃນ​ພຣະ​ວິ​ຫານ​ອີກ​ຕໍ່​ໄປ.

1 ຊາ​ມູ​ເອນ 3:10–14

ຮູບ​ພາບ
ຊາ​ມູ​ເອນ ແລະ ເອ​ລີ​ກຳ​ລັງ​ເວົ້າ​ລົມ​ກັນ

ມື້​ຕໍ່​ມາ, ເອ​ລີ​ໄດ້​ຖາມ​ຊາ​ມູ​ເອນ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ. ຊາ​ມູ​ເອນ​ໄດ້​ບອກ​ເພິ່ນ. ເອ​ລີຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຜ່ານ​ທາງ​ຊາ​ມູ​ເອນ.

1 ຊາ​ມູ​ເອນ 3:15–18

ຮູບ​ພາບ
ຊາ​ມູ​ເອນ​ກຳ​ລັງ​ຫລຽວ​ເບິ່ງ​ຜູ້​ຄົນ

ຂ່າວ​ໄດ້​ແຜ່​ລາມ​ໄປ​ທົ່ວ​ແຜ່ນ​ດິນ​ອິດ​ສະ​ຣາ​ເອນ. ຜູ້​ຄົນ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ຊາ​ມູ​ເອນ​ໃຫ້​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

1 ຊາ​ມູ​ເອນ 3:19–20

ພິມ