Scripture Stories
ຫໍ​ຄອຍ​ເມືອງ​ບາ​ເບນ


“ຫໍ​ຄອຍ​ເມືອງ​ບາ​ເບນ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ຫໍ​ຄອຍ​ເມືອງ​ບາ​ເບນ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 11

ຫໍ​ຄອຍ​ເມືອງ​ບາ​ເບນ

ຜູ້​ຄົນ​ພະ​ຍາ​ຍາມ​ສ້າງ​ທາງ​ໄປ​ຫາ​ສະ​ຫວັນ

ຮູບ​ພາບ
ຄົນ​ຊົ່ວ

ຫລັງ​ຈາກ​ນ້ຳ​ຖ້ວມ, ຜູ້​ຄົນ​ເລີ່ມ​ຕົ້ນ​ບໍ່​ເຊື່ອ​ຟັງ​ພຣະ​ເຈົ້າ. ບາງ​ຄົນ​ບໍ່​ເຊື່ອ​ແຜນ​ຂອງ​ພຣະ​ເຈົ້າ. ໂດຍ​ທີ່​ບໍ່​ທູນ​ຖາມ​ພຣະ​ເຈົ້າ​ກ່ອນ, ພວກ​ເຂົາ​ໄດ້​ເລີ່ມ​ສ້າງ​ຫໍ​ຄອຍ ເພື່ອ​ພະ​ຍາ​ຍາມ​ໄປ​ຫາ​ສະ​ຫວັນ. ມັນ​ເປັນ​ພຣະ​ວິ​ຫານ​ປອມ​ທີ່​ເອີ້ນ​ວ່າ ຫໍ​ຄອຍ​ເມືອງ​ບາ​ເບນ.

ປະ​ຖົມ​ມະ​ການ 11:4, 9

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ສ້າງ​ຫໍ​ຄອຍ

ພຣະ​ເຈົ້າ​ບໍ່​ພໍ​ພຣະ​ໄທ​ທີ່​ຜູ້​ຄົນ​ກຳ​ລັງ​ສ້າງ​ຫໍ​ຄອຍ. ພຣະ​ອົງ​ໄດ້​ປ່ຽນ​ພາ​ສາ​ຂອງ​ພວກ​ເຂົາ ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ເຂົ້າ​ໃຈ​ກັນ​ແລະ​ກັນ. ຍ້ອນ​ວ່າ​ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ກັນ​ແລະ​ກັນ, ພວກ​ເຂົາ​ຈຶ່ງ​ໄດ້​ຢຸດ​ການ​ສ້າງ​ຫໍ​ຄອຍ.

ປະ​ຖົມ​ມະ​ການ 11:6–8; ອີ​ເທີ 1:33

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ໜີ

ພຣະ​ເຈົ້າ​ໄດ້​ກະ​ຈັດ​ກະ​ຈາຍ​ຜູ້​ຄົນ ແລະ ສົ່ງ​ພວກ​ເຂົາ​ໄປ​ທົ່ວ​ທັງ​ແຜ່ນ​ດິນ​ໂລກ​ເພື່ອ​ຢູ່​ອາ​ໄສ.

ປະ​ຖົມ​ມະ​ການ 11:9

ພິມ