Scripture Stories
ໂມ​ເຊ​ຢູ່​ເທິງ​ພູ​ຊີ​ນາຍ


“ໂມ​ເຊ​ຢູ່​ເທິງ​ພູ​ຊີ​ນາຍ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ໂມ​ເຊ​ຢູ່​ເທິງ​ພູ​ຊີ​ນາຍ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ອົບ​ພະ​ຍົບ 19–2024; 31–34; ພຣະ​ບັນ​ຍັດ​ສອງ 4–7

ໂມ​ເຊ​ຢູ່​ເທິງ​ພູ​ຊີ​ນາຍ

ການ​ຊ່ວຍ​ຜູ້​ຄົນ​ໃຫ້​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ພູ​ຊີ​ນາຍ

ໂມ​ເຊ ແລະ ຊາວ​ອິດ​ສະ​ຣາ​ເອນ​ໄດ້​ເດີນ​ທາງ​ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ພວກ​ເຂົາ​ໄດ້​ມາ​ເຖິງ​ພູ​ເຂົາ​ໜ່ວຍ​ໜຶ່ງ​ທີ່​ເອີ້ນ​ວ່າ ພູ​ຊີ​ນາຍ.

ອົບ​ພະ​ຍົບ 19:1

ຮູບ​ພາບ
ໂມ​ເຊ​ກຳ​ລັງ​ອະ​ທິ​ຖານ

ໂມ​ເຊ​ໄດ້​ຂຶ້ນ​ໄປ​ເທິງ​ພູ ເພື່ອ​ເວົ້າ​ລົມ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂມ​ເຊວ່າ ພຣະ​ອົງ​ຢາກ​ກ່າວ​ກັບ​ຊາວ​ອິດ​ສະ​ຣາ​ເອນ​ໜ້າ​ຕໍ່​ໜ້າ.

ອົບ​ພະ​ຍົບ 19:3, 9–11

ຮູບ​ພາບ
ເມກ​ປົກ​ຄຸມ​ພູ​ເຂົາ

ຊາວ​ອິດ​ສະ​ຣາ​ເອນ​ໄດ້​ມາ​ທີ່​ຕີນ​ພູ​ຊີ​ນາຍ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ເມກ​ປົກ​ຄຸມ​ພູ​ເຂົາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢູ່​ໃນ​ເມກ. ພຣະ​ອົງ​ໄດ້​ກ່າວ​ກັບ​ຊາວ​ອິດ​ສະ​ຣາ​ເອນ ແລະ ມອບ​ພຣະ​ບັນ​ຍັດ​ໃຫ້​ພວກ​ເຂົາ. ພູ​ເຂົາ​ໄດ້​ສັ່ນ​ສະ​ເທືອນ​ຂະ​ນະ​ທີ່​ພຣະ​ອົງ​ກ່າວ.

ອົບ​ພະ​ຍົບ 19:16–19; 20:1–17; ພຣະ​ບັນ​ຍັດ​ສອງ 4:12–13, 33; 5:4–5

ຮູບ​ພາບ
ຊາວ​ອິດ​ສະ​ຣາ​ເອນ​ຢ້ານ​ກົວ

ຊາວ​ອິດ​ສະ​ຣາ​ເອນ​ຢ້ານ​ກົວ. ພວກ​ເຂົາ​ຂໍ​ໃຫ້​ໂມ​ເຊ​ເວົ້າ​ລົມ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ວ່າ​ໂມ​ເຊ​ຈະ​ໄດ້​ບອກ​ພວກ​ເຂົາ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ.

ອົບ​ພະ​ຍົບ 20:18–19

ຮູບ​ພາບ
ບັນ​ດາ​ຫົວ​ໜ້າ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຢູ່​ເທິງ​ພູ​ເຂົາ

ໂມ​ເຊ​ໄດ້​ພາ​ອາ​ໂຣນ ແລະ ບັນ​ດາ​ຫົວ​ໜ້າ​ຈຳ​ນວນ 70 ຄົນ ຂຶ້ນ​ໄປ​ເທິງ​ພູ ເພື່ອ​ຮັບ​ເອົາ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກົດ​ຕົວ​ຕໍ່​ພວກ​ເຂົາ.

ອົບ​ພະ​ຍົບ 24:1, 9–11

ຮູບ​ພາບ
ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ຂຽນ​ໃສ່​ແຜ່ນ​ຫີນ​ໃຫ້​ໂມ​ເຊ

ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂມ​ເຊ​ໃຫ້​ປະ​ບັນ​ດາ​ຫົວ​ໜ້າ​ໄວ້ ແລະ ຂຶ້ນ​ໄປ​ເທິງ​ພູ​ບ່ອນ​ສູງ​ກວ່າ​ນັ້ນ. ໂມ​ເຊ​ໄດ້​ເຊື່ອ​ຟັງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຊ້​ພຣະ​ຫັດ​ຂອງ​ພຣະ​ອົງ​ຂຽນ​ກົດ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ໄວ້​ໃນ​ແຜ່ນ​ຫີນ. ເປັນ​ເວ​ລາ 40 ວັນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ໂມ​ເຊ​ຫລາຍ​ສິ່ງ​ຫລາຍ​ຢ່າງ.

ອົບ​ພະ​ຍົບ 24:12–18; 31:18

ຮູບ​ພາບ
ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ສ້າງ​ງົວ​ຄຳ

ຂະ​ນະ​ທີ່​ໂມ​ເຊ​ຢູ່​ເທິງ​ພູ​ຊີ​ນາຍ, ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ໄດ້​ເມື່ອຍ​ລໍ​ຖ້າ​ເພິ່ນ. ພວກ​ເຂົາ​ໄດ້​ບອກ​ໃຫ້​ອາ​ໂຣນ​ເຮັດ​ຮູບ​ປັ້ນ​ໃຫ້​ພວກ​ເຂົາ​ເພື່ອ​ນະ​ມັດ​ສະ​ການ ດັ່ງ​ທີ່​ພວກ​ເຂົາ​ເຄີຍ​ມີ​ໃນ​ປະ​ເທດ​ເອ​ຢິບ. ອາ​ໂຣນ​ໄດ້​ຮວບ​ຮວມ​ຄຳ​ທັງ​ໝົດ​ຂອງ​ພວກ​ເຂົາ ແລະ ໄດ້​ເຮັດ​ຮູບ​ປັ້ນ​ເປັນ​ໂຕ​ງົວ.

ອົບ​ພະ​ຍົບ 32:1–4

ຮູບ​ພາບ
ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ນະ​ມັດ​ສະ​ການ​ງົວ​ຄຳ

ຊາວ​ອິດ​ສະ​ຣາ​ເອນ​ໄດ້​ນະ​ມັດ​ສະ​ການ​ງົວ​ຄຳ ແລະ ຖວາຍ​ເຄື່ອງ​ບູ​ຊາ. ພວກ​ເຂົາ​ເວົ້າ​ວ່າ ງົວ​ຄຳ, ບໍ່​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ, ທີ່​ປົດ​ປ່ອຍ​ພວກ​ເຂົາ​ຈາກ​ປະ​ເທດ​ເອ​ຢິບ.

ອົບ​ພະ​ຍົບ 32:4–6, 21–24

ຮູບ​ພາບ
ໂມ​ເຊ​ກຳ​ລັງ​ລົງ​ມາ​ຈາກ​ພູ​ເຂົາ

ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ນະ​ມັດ​ສະ​ການ​ຮູບ​ປັ້ນ ແລະ ລືມ​ພຣະ​ອົງ​ແລ້ວ. ພຣະ​ອົງ​ໄດ້​ບັນ​ຊາ​ໂມ​ເຊ​ໃຫ້​ກັບ​ໄປ ແລະ ບອກ​ຜູ້​ຄົນ​ໃຫ້​ກັບ​ໃຈ.

ອົບ​ພະ​ຍົບ 32:7–10

ຮູບ​ພາບ
ໂມ​ເຊ​ກຳ​ລັງ​ເວົ້າ​ກັບ​ຊາວ​ອິດ​ສະ​ຣາ​ເອນ, ງົວ​ຄຳ​ຖືກ​ທຳ​ລາຍ

ໂມ​ເຊ​ໄດ້​ລົງ​ມາ​ຈາກ​ພູ​ຊີ​ນາຍ ແລະ ເຫັນ​ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ນະ​ມັດ​ສະ​ການ​ງົວ​ຄຳ. ເພິ່ນ​ໂກດ​ຮ້າຍ​ຢ່າງ​ໜັກ. ຜູ້​ຄົນ​ຍັງ​ບໍ່​ພ້ອມ​ທີ່​ຈະ​ເຊື່ອ​ຟັງ​ກົດ ແລະ ພຣະ​ບັນ​ຍັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂຽນ. ໂມ​ເຊ​ໄດ້​ໂຍນ​ແຜ່ນ​ຫີນ​ລົງ ແລະ ທຳ​ລາຍ​ງົວ​ຄຳ. ເພິ່ນ​ໄດ້​ຊ່ວຍ​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ກັບ​ໃຈ ແລະ ລະ​ນຶກ​ເຖິງ​ພຣະ​ເຈົ້າ​ທີ່​ແທ້​ຈິງ​ຂອງ​ພວກ​ເຂົາ.

ອົບ​ພະ​ຍົບ 32:15–20, 25–29

ຮູບ​ພາບ
ໂມ​ເຊ​ກຳ​ລັງ​ອະ​ທິ​ຖານ

ໂມ​ເຊ​ໄດ້​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອະ​ໄພ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ ແລະ ເຮັດ​ຄຳ​ສັນ​ຍາ​ກັບ​ພວກ​ເຂົາ​ອີກ​ຄັ້ງ. ໂມ​ເຊ​ໄດ້​ສັນ​ຍາ​ທີ່​ຈະ​ນຳ​ພາ ແລະ ສິດ​ສອນ​ພວກ​ເຂົາ.

ອົບ​ພະ​ຍົບ 32:30–34

ຮູບ​ພາບ
ໂມ​ເຊ​ກັບ​ແຜ່ນ​ຫີນ​ພຣະ​ບັນ​ຍັດ​ສິບ​ປະ​ການ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ໂມ​ເຊ​ເຮັດ​ແຜ່ນ​ຫີນ​ໃໝ່​ອີກ ແລະ ເອົາ​ມັນ​ກັບ​ຂຶ້ນ​ໄປ​ເທິງ​ພູ​ຊີ​ນາຍ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ຄຳ​ສັນ​ຍາ​ໃໝ່​ກັບ​ຊາວ​ອິດ​ສະ​ຣາ​ເອນ ແລະ ມອບ​ພຣະ​ບັນ​ຍັດ​ສິບ​ປະ​ການ​ຂອງ​ພຣະ​ອົງ​ໃຫ້​ພວກ​ເຂົາ.

ອົບ​ພະ​ຍົບ 20:2–17; 34:1–17, 28; ພຣະ​ບັນ​ຍັດ​ສອງ 6:24–25; 7:12–13

ພິມ