Scripture Stories
ງານ​ປັດ​ສະ​ຄາ


“ງານ​ປັດ​ສະ​ຄາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ງານ​ປັດ​ສະ​ຄາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ອົບ​ພະ​ຍົບ 11–12; 14–15

ງານ​ປັດ​ສະ​ຄາ

ການ​ປົກ​ປ້ອງ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ໂມ​ເຊ​ກຳ​ລັງ​ອະ​ທິ​ຖານ

ຟາ​ໂຣ​ບໍ່​ຍອມ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ໄປ, ສະ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ບອກ​ໂມ​ເຊ​ວ່າ ພຣະ​ອົງ​ຈະ​ສົ່ງ​ໂຣກ​ລະ​ບາດ​ຢ່າງ​ສຸດ​ທ້າຍ​ມາ. ລູກ​ຊາຍ​ກົກ​ຂອງ​ທຸກ​ຄອບ​ຄົວ​ໃນ​ແຜ່ນ​ດິນ​ເອ​ຢິບ​ຈະ​ຕາຍ, ແມ່ນ​ແຕ່​ລູກ​ຫົວ​ປີ​ຂອງ​ສັດ​ລ້ຽງ.

ອົບ​ພະ​ຍົບ 11:1, 4–10

ຮູບ​ພາບ
ໂມ​ເຊ​ກຳ​ລັງ​ເວົ້າ​ກັບ​ຜູ້​ຄົນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ ຖ້າ​ຫາກ​ຊາວ​ອິດ​ສະ​ຣາ​ເອນ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ, ໂຣກ​ລະ​ບາດ​ຈະ​ຜ່ານ​ພວກ​ເຂົາ​ໄປ ແລະ ບໍ່​ທຳ​ຮ້າຍ​ພວກ​ເຂົາ.

ອົບ​ພະ​ຍົບ 12:3, 13, 23

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ທາ​ເລືອດ​ໃສ່​ຂອບ​ປະ​ຕູ, ພວກ​ເດັກ​ນ້ອຍ​ແນມ​ເບິ່ງ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຊາວ​ອິດ​ສະ​ຣາ​ເອນ​ແຕ່​ລະ​ຄອບ​ຄົວ​ໃຫ້​ຂ້າ​ແກະ​ເຖິກ​ທີ່​ບໍ່​ມີ​ບ່ອນ​ຕຳ​ນິ​ໂຕ​ໜຶ່ງ ແລະ ທາ​ເລືອດ​ໃສ່​ຂອບ​ປະ​ຕູ​ເຮືອນ​ຂອງ​ພວກ​ເຂົາ.

ອົບ​ພະ​ຍົບ 12:4–7

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ກິນ​ເຂົ້າ​ແລງ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ເຮັດ​ອາ​ຫານ ແລະ ກິນ​ຊີ້ນ​ແກະ​ຢ່າງ​ຮີບ​ດ່ວນ. ຂະ​ນະ​ທີ່​ພວກ​ເຂົາ​ກຳ​ລັງ​ກິນ, ພວກ​ເຂົາ​ຄວນ​ນຸ່ງ​ຖື ແລະ ກຽມ​ພ້ອມ​ທີ່​ຈະ​ໜີ​ໄປ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ຖ້າ​ຫາກ​ຊາວ​ອິດ​ສະ​ຣາ​ເອນ​ບໍ່​ເຮັດ​ສິ່ງ​ເຫລົ່າ​ນີ້, ລູກ​ຊາຍ​ກົກ​ຂອງ​ພວກ​ເຂົາ​ຈະ​ບໍ່​ລອດ​ຈາກ​ໂຣກ​ລະ​ບາດ.

ອົບ​ພະ​ຍົບ 12:8–11

ຮູບ​ພາບ
ລູກ​ຊາຍ​ຂອງ​ຟາ​ໂຣ​ຕາຍ

ເປັນ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ, ໂຣກ​ລະ​ບາດ​ໄດ້​ເກີດ​ຂຶ້ນ. ລູກ​ຊາຍ​ກົກ​ຢູ່​ໃນ​ປະ​ເທດ​ເອ​ຢິບ​ໄດ້​ຕາຍ​ໄປ, ລວມ​ທັງ​ລູກ​ຊາຍ​ກົກ​ຂອງ​ຟາ​ໂຣ. ແຕ່​ໂຣກ​ລະ​ບາດ​ໄດ້​ຜ່ານ​ກາຍ​ແຕ່​ລະ​ເຮືອນ​ທີ່​ມີ​ເລືອດ​ແກະ​ຕິດ​ຢູ່​ຂອບ​ປະ​ຕູ. ລູກ​ຊາຍ​ກົກ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ລອດ​ຊີ​ວິດ ຍ້ອນ​ວ່າ​ພວກ​ເຂົາ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ.

ອົບ​ພະ​ຍົບ 12:12–13, 29–30

ຮູບ​ພາບ
ຟາ​ໂຣ​ທີ່​ໂສກ​ເສົ້າ​ໄດ້​ບອກ​ໂມ​ເຊ ແລະ ອາ​ໂຣນ​ໃຫ້​ໜີ​ໄປ

ເມື່ອ​ຟາ​ໂຣ​ໄດ້​ເຫັນ​ລູກ​ຊາຍ​ຂອງ​ຕົນ​ຕາຍ​ຍ້ອນ​ໂຣກ​ລະ​ບາດ, ເພິ່ນ​ຈຶ່ງ​ບອກ​ໂມ​ເຊ ແລະ ອາ​ໂຣນ​ໃຫ້​ພາ​ຊາວ​ອິດ​ສະ​ຣາ​ເອນ​ໜີ​ໄປ​ຈາກ​ປະ​ເທດ​ເອ​ຢິບ.

ອົບ​ພະ​ຍົບ 12:31–33

ຮູບ​ພາບ
ຟາ​ໂຣ​ທີ່​ໃຈ​ຮ້າຍ​ໄດ້​ສົ່ງ​ກອງ​ທັບ​ໄປ

ຊາວ​ອິດ​ສະ​ຣາ​ເອນ​ໄດ້​ໜີ​ໄປ, ແຕ່​ຟາ​ໂຣ​ຍັງ​ໃຈ​ຮ້າຍ​ຢູ່. ເພິ່ນ​ໄດ້​ເຕົ້າ​ໂຮມ​ກອງ​ທັບ ແລະ ລົດ​ຮົບ​ຂອງ​ເພິ່ນ ແລະ ໄລ່​ຕາມ​ຊາວ​ອິດ​ສະ​ຣາ​ເອນ​ໄປ.

ອົບ​ພະ​ຍົບ 12:37–41; 14:5–8

ຮູບ​ພາບ
ກອງ​ທັບ​ກຳ​ລັງ​ໄລ່​ຕາມ​ຊາວ​ອິດ​ສະ​ຣາ​ເອນ

ຊາວ​ອິດ​ສະ​ຣາ​ເອນ​ຕັ້ງ​ຄ້າຍ​ພັກ​ຢູ່​ທີ່​ທະ​ເລ​ແດງ. ບໍ່​ດົນ​ຟາ​ໂຣ ແລະ ກອງ​ທັບ​ຂອງ​ເພິ່ນ​ກໍ​ໄດ້​ມາ​ເຖິງ​ພວກ​ເຂົາ. ເມື່ອ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ເຫັນ​ຊາວ​ເອ​ຢິບ​ກຳ​ລັງ​ມາ, ພວກ​ເຂົາ​ກໍ​ເກີດ​ຄວາມ​ຢ້ານ​ກົວ. ແຕ່​ໂມ​ເຊ​ໄດ້​ບອກ​ຊາວ​ອິດ​ສະ​ຣາ​ເອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົກ​ປ້ອງ​ພວກ​ເຂົາ.

ອົບ​ພະ​ຍົບ 14:9–14

ຮູບ​ພາບ
ໂມ​ເຊ​ໄດ້​ຍົກ​ໄມ້​ຄ້ອນ​ເທົ້າ​ຂຶ້ນ, ທະ​ເລ​ແດງ​ກໍ​ແຍກ​ອອກ

ຂະ​ນະ​ທີ່​ຊາວ​ເອ​ຢິບ​ໃກ້​ຈະ​ມາ​ເຖິງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂມ​ເຊ​ໃຫ້​ຍົກ​ໄມ້​ຄ້ອນ​ເທົ້າ​ຂຶ້ນ. ໂມ​ເຊ​ກໍ​ໄດ້​ເຮັດ​ຕາມ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຍກ​ນ້ຳ​ທະ​ເລ. ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຂ້າມ​ນ້ຳ​ທະ​ເລ​ໄປ​ເທິງ​ດິນ​ແຫ້ງ. ພວກ​ເຂົາ​ໄດ້​ແລ່ນ​ໜີ​ຈາກ​ຟາ​ໂຣ ແລະ ກອງ​ທັບ​ຂອງ​ເພິ່ນ.

ອົບ​ພະ​ຍົບ 14:15–16, 21–22

ຮູບ​ພາບ
ທະ​ເລ​ແດງ​ກຳ​ລັງ​ຖ້ວມ​ກອງ​ທັບ​ເອ​ຢິບ

ກອງ​ທັບ​ເອ​ຢິບ​ໄດ້​ໄລ່​ຕາມ​ຊາວ​ອິດ​ສະ​ຣາ​ເອນ. ເມື່ອ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຂ້າມ​ໄປ​ຫາ​ຟາກ​ນ້ຳ​ປອດ​ໄພ​ທຸກ​ຄົນ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປ່ອຍ​ນ້ຳ​ລົງ​ມາ. ກອງ​ທັບ​ເອ​ຢິບ​ໄດ້​ຈົມ​ນ້ຳ​ຕາຍ.

ອົບ​ພະ​ຍົບ 14:23–30

ຮູບ​ພາບ
ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ຟ້ອນ​ລຳ

ຊາວ​ອິດ​ສະ​ຣາ​ເອນ​ໄດ້​ເປັນ​ອິດ​ສະ​ລະ​ໃນ​ທີ່​ສຸດ. ພວກ​ເຂົາ​ໄດ້​ຮ້ອງ​ເພງ, ຟ້ອນ​ລຳ, ແລະ ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ເຂົາ​ໄດ້​ຈື່​ຈຳ​ງານ​ປັດ​ສະ​ຄາ​ສະ​ເໝີ ວ່າ​ເປັນ​ເວ​ລາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໂຜດ​ຊີ​ວິດ​ຂອງ​ພວກ​ເຂົາ ແລະ ພາ​ພວກ​ເຂົາ​ໜີ​ຈາກ​ປະ​ເທດ​ເອ​ຢິບ.

ອົບ​ພະ​ຍົບ 14:31; 15:1–22

ພິມ