Scripture Stories
ເອ​ລີ​ຊາ ແລະ ກອງ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ


“ເອ​ລີ​ຊາ ແລະ ກອງ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ເອ​ລີ​ຊາ ແລະ ກອງ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

2 ກະ​ສັດ 6

ເອ​ລີ​ຊາ ແລະ ກອງ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ລົດ​ຮົບ​ເປັນ​ໄຟ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ພວກ​ທະ​ຫານ​ກຳ​ລັງ​ອ້ອມ​ເມືອງ

ຊາວ​ຊີ​ເຣຍ​ບໍ່​ມັກ​ຊາວ​ອິດ​ສະ​ຣາ​ເອນ. ກະ​ສັດ​ຂອງ​ຊາວ​ຊີ​ເຣຍ​ໄດ້​ສົ່ງ​ກອງ​ທັບ​ຂອງ​ເພິ່ນ​ໄປ​ຈັບ​ສາດ​ສະ​ດາ​ເອ​ລີ​ຊາ. ຕອນ​ກາງ​ຄືນ, ກອງ​ທັບ​ໄດ້​ອ້ອມ​ເມືອງ​ບ່ອນ​ທີ່​ເອ​ລີ​ຊາ​ຢູ່.

2 ກະ​ສັດ 6:8–14

ຮູບ​ພາບ
ເອ​ລີ​ຊາ ແລະ ຄົນ​ຮັບ​ໃຊ້​ກຳ​ລັງ​ຫລຽວ​ເບິ່ງ​ກອງ​ທັບ​ຂອງ​ຊາວ​ຊີ​ເຣຍ

ຄົນ​ຮັບ​ໃຊ້​ໜຸ່ມ​ຂອງ​ເອ​ລີ​ຊາ​ໄດ້​ຕື່ນ​ຂຶ້ນ ແລະ ເຫັນ​ກອງ​ທັບ​ຊີ​ເຣຍ. ລາວ​ໄດ້​ຖາມ​ເອ​ລີ​ຊາ​ວ່າ ພວກ​ເພິ່ນ​ຄວນ​ເຮັດ​ແນວ​ໃດ. ເອ​ລີ​ຊາ​ໄດ້​ບອກ​ຊາຍ​ໜຸ່ມ​ວ່າ​ບໍ່​ໃຫ້​ຢ້ານ. ເພິ່ນ​ໄດ້​ເວົ້າ​ວ່າ ກອງ​ທັບ​ທີ່​ຕໍ່​ສູ້​ແທນ​ພວກ​ເພິ່ນ​ມີ​ຈຳ​ນວນ​ຫລາຍ​ກວ່າ​ພວກ​ເຂົາ.

2 ກະ​ສັດ 6:15–16

ຮູບ​ພາບ
ກອງ​ທັບ​ສະ​ຫວັນ​ພ້ອມ​ດ້ວຍ​ລົດ​ຮົບ​ເປັນ​ໄຟ

ເອ​ລີ​ຊາ​ໄດ້​ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ສະ​ແດງ​ໃຫ້​ຊາຍ​ໜຸ່ມ​ເຫັນ​ສິ່ງ​ທີ່​ເອ​ລີ​ຊາ​ໄດ້​ເຫັນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ລາວ​ເຫັນ​ກອງ​ທັບ​ສະ​ຫວັນ ພ້ອມ​ດ້ວຍ​ຝູງ​ມ້າ ແລະ ລົດ​ຮົບ​ທີ່​ເປັນ​ໄຟ ເພື່ອ​ປົກ​ປ້ອງ​ພວກ​ເພິ່ນ. ກອງ​ທັບ​ຊີ​ເຣຍ​ຕາ​ບອດ​ໂດຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ພວກ​ເຂົາ​ບໍ່​ໄດ້​ຕໍ່​ສູ້​ກັບ​ຊາວ​ອິດ​ສະ​ຣາ​ເອນ​ອີກ​ຕໍ່​ໄປ.

2 ກະ​ສັດ 6:17–23

ພິມ