Scripture Stories
ນາງ​ຣາ​ຮາບ ແລະ ພວກ​ນັກ​ສືບ


“ນາງ​ຣາ​ຮາບ ແລະ ພວກ​ນັກ​ສືບ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ນາງ​ຣາ​ຮາບ ແລະ ພວກ​ນັກ​ສືບ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ໂຢ​ຊວຍ 26

ນາງ​ຣາ​ຮາບ ແລະ ພວກ​ນັກ​ສືບ

ການ​ເລືອກ​ທີ່​ຊ່ວຍ​ຊີ​ວິດ​ຄອບ​ຄົວ

ຮູບ​ພາບ
ຜູ້​ຄົນ​ໃນ​ເມືອງ​ກຳ​ລັງ​ຫລຽວ​ເບິ່ງ​ບ່ອນ​ໄກໆ

ຜູ້​ຍິງ​ຄົນ​ໜຶ່ງ​ຊື່ ຣາ​ຮາບ ໄດ້​ອາ​ໄສ​ຢູ່​ເມືອງ​ເຢ​ຣິ​ໂກ ກ່ອນ​ມັນ​ຖືກ​ຊາວ​ອິດ​ສະ​ຣາ​ເອນ​ຍຶດ​ຄອງ. ນາງ​ໄດ້​ຍິນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຍກ​ນ້ຳ​ທະ​ເລ​ແດງ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ. ນາງ​ຣາ​ຮາບ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ຊ່ວຍ​ຊາວ​ອິດ​ສະ​ຣາ​ເອນ​ຕໍ່​ສູ້​ກັບ​ເມືອງ​ຂອງ​ນາງ. ຜູ້​ຄົນ​ໃນ​ເມືອງ​ເຢ​ຣິ​ໂກ​ເປັນ​ຄົນ​ຊົ່ວ​ຮ້າຍ.

ໂຢ​ຊວຍ 2:9–11

ຮູບ​ພາບ
ພວກ​ນັກ​ສືບ​ກຳ​ລັງ​ລີ້​ຊ່ອນ​ຕົວ​ຈາກ​ພວກ​ທະ​ຫານ​ຍາມ

ສາດ​ສະ​ດາ​ໂຢ​ຊວຍ​ໄດ້​ນຳ​ພາ​ກອງ​ທັບ​ອິດ​ສະ​ຣາ​ເອນ. ເພິ່ນ​ໄດ້​ສົ່ງ​ນັກ​ສືບ​ສອງ​ຄົນ​ໄປ​ເມືອງ​ເຢ​ຣິ​ໂກ. ແຕ່​ມີ​ຄົນ​ເຫັນ​ພວກ​ນັກ​ສືບ, ແລະ ກະ​ສັດ​ຂອງ​ເມືອງ​ເຢ​ຣິ​ໂກ​ໄດ້​ສົ່ງ​ພວກ​ທະ​ຫານ​ຍາມ​ໄປ​ຈັບ​ພວກ​ເຂົາ.

ໂຢ​ຊວຍ 2:1–3

ຮູບ​ພາບ
ນາງ​ຣາ​ຮາບ​ກຳ​ລັງ​ເວົ້າ​ກັບ​ພວກ​ນັກ​ສືບ

ພວກ​ນັກ​ສືບ​ໄດ້​ມາ​ເຮືອນ​ຂອງ​ນາງ​ຣາ​ຮາບ. ນາງ​ຣາ​ຮາບ​ໄດ້​ຕົກ​ລົງ​ຊ່ວຍ​ເຫລືອ​ພວກ​ນັກ​ສືບ, ສະ​ນັ້ນ​ນາງ​ຈຶ່ງ​ໄດ້​ເຊື່ອງ​ພວກ​ເຂົາ​ໄວ້​ຢູ່​ເທິງ​ຫລັງ​ຄາ​ພຽງ​ຂອງ​ນາງ.

ໂຢ​ຊວຍ 2:4–6

ຮູບ​ພາບ
ນາງ​ຣາ​ຮາບ​ກຳ​ລັງ​ເຊື່ອງ​ພວກ​ນັກ​ສືບ

ຄົນ​ຂອງ​ກະ​ສັດ​ໄດ້​ຄົ້ນ​ເຮືອນ​ນາງ​ຣາ​ຮາບ ແຕ່​ກໍ​ບໍ່​ພົບ​ພວກ​ນັກ​ສືບ. ຫລັງ​ຈາກ​ພວກ​ທະ​ຫານ​ຍາມ​ໄດ້​ອອກ​ໄປ​ແລ້ວ, ນາງ​ຣາ​ຮາບ​ຂໍ​ໃຫ້​ພວກ​ນັກ​ສືບ​ປົກ​ປ້ອງ​ຄອບ​ຄົວ​ຂອງ​ນາງ ເມື່ອ​ກອງ​ທັບ​ຂອງ​ພວກ​ເຂົາ​ມາ​ຕໍ່​ສູ້​ກັບ​ເມືອງ​ເຢ​ຣິ​ໂກ. ພວກ​ນັກ​ສືບ​ໄດ້​ສັນ​ຍາ​ກັບ​ນາງ​ຣາ​ຮາບ​ວ່າ ຄອບ​ຄົວ​ຂອງ​ນາງ​ຈະ​ປອດ​ໄພ. ແລ້ວ​ນາງ​ຣາ​ຮາບ​ໄດ້​ໂຍນ​ເຊືອກ​ອອກ​ຈາກ​ປ່ອງ​ຢ້ຽມ​ຂອງ​ນາງ ເພື່ອ​ວ່າ​ພວກ​ນັກ​ສືບ​ຈະ​ໄດ້​ໃຊ້​ເພື່ອ​ຫລົບ​ໜີ​ໄປ.

ໂຢ​ຊວຍ 2:3, 12–15

ຮູບ​ພາບ
ນາງ​ຣາ​ຮາບ ແລະ ຄອບ​ຄົວ​ກຳ​ລັງ​ໜີ​ຈາກ​ເມືອງ​ເຢ​ຣິ​ໂກ

ພວກ​ນັກ​ສືບ​ໄດ້​ກັບ​ມາ​ບອກ​ສາດ​ສະ​ດາ​ໂຢ​ຊວຍ ແລະ ບອກ​ກອງ​ທັບ​ອິດ​ສະ​ຣາ​ເອນ​ວ່າ ບໍ່​ໃຫ້​ທຳ​ຮ້າຍ​ຄົນ​ໃດ​ໃນ​ຄອບ​ຄົວ​ຂອງ​ນາງ​ຣາ​ຮາບ. ຕໍ່​ມາ, ເມື່ອ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ໄປ​ຕໍ່​ສູ້​ກັບ​ເມືອງ​ເຢ​ຣິ​ໂກ, ພວກ​ເຂົາ​ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ນາງ​ຣາ​ຮາບ. ຄວາມ​ກ້າ​ຫານ​ຂອງ​ນາງ​ຣາ​ຮາບ​ໄດ້​ຊ່ວຍ​ຊີ​ວິດ​ຂອງ​ຄອບ​ຄົວ​ຂອງ​ນາງ​ໄວ້. ຄອບ​ຄົວ​ຂອງ​ນາງ​ໄດ້​ເຂົ້າ​ຮ່ວມ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ໂຢ​ຊວຍ 2:23; 6:25; ເຮັບ​ເຣີ 11:31

ພິມ