Scripture Stories
ລາ​ຊີ​ນີ​ເອ​ສະ​ເທີ


“ລາ​ຊີ​ນີ​ເອ​ສະ​ເທີ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ລາ​ຊີ​ນີ​ເອ​ສະ​ເທີ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ເອ​ສະ​ເທີ 2–5; 7–9

ລາ​ຊີ​ນີ​ເອ​ສະ​ເທີ

ກ້າ​ຫານ​ໃນ​ຊ່ວງ​ເວ​ລາ​ທີ່​ອັນ​ຕະ​ລາຍ

ຮູບ​ພາບ
ນາງ​ເອ​ສະ​ເທີ​ຢູ່​ໃນ​ວັງ​ຂອງ​ກະ​ສັດ

ຊາວ​ອິດ​ສະ​ຣາ​ເອນ​ບາງ​ຄົນ​ຖືກ​ເອີ້ນ​ວ່າ​ຊາວ​ຢິວ. ນາງ​ເອ​ສະ​ເທີ​ເປັນ​ຄົນ​ຢິວ​ທີ່​ອາ​ໄສ​ຢູ່​ໃນ​ເປີ​ເຊຍ. ພໍ່​ແມ່​ຂອງ​ນາງ​ເສຍ​ຊີ​ວິດ​ແລ້ວ, ສະ​ນັ້ນ​ພີ່​ນ້ອງ​ຂອງ​ນາງ ຊື່​ມໍ​ເດ​ໄກ ຈຶ່ງ​ໄດ້​ເອົາ​ນາງ​ມາ​ລ້ຽງ. ນາງ​ຖືກ​ເຊື້ອ​ເຊີນ​ໄປ​ທີ່​ວັງ​ຂອງ​ກະ​ສັດ​ກັບ​ຍິງ​ສາວ​ຄົນ​ອື່ນໆ​ໃນ​ອາ​ນາ​ຈັກ. ກະ​ສັດ​ຢາກ​ໄດ້​ລາ​ຊີ​ນີ​ຄົນ​ໃໝ່, ແລະ ເພິ່ນ​ໄດ້​ເລືອກ​ເອົາ​ນາງ​ເອ​ສະ​ເທີ.

ເອ​ສະ​ເທີ 2:2–7, 16–17

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ກົ້ມ​ຂາບ​ຮາ​ມານ

ກະ​ສັດ​ມີ​ຄົນ​ຮັບ​ໃຊ້ ຊື່​ຮາ​ມານ ຜູ້​ທີ່​ຖືກ​ເລື່ອນ​ຊັ້ນ​ໃຫ້​ມີ​ອຳ​ນາດ​ຫລາຍ. ຮາ​ມານ​ໄດ້​ຊ່ວຍ​ກະ​ສັດ​ປົກ​ຄອງ​ແຜ່ນ​ດິນ. ກະ​ສັດ​ໄດ້​ສັ່ງ​ໃຫ້​ທຸກ​ຄົນ​ກົ້ມ​ຂາບ​ຮາ​ມານ.

ເອ​ສະ​ເທີ 3:1–2

ຮູບ​ພາບ
ມໍ​ເດ​ໄກ ແລະ ຮາ​ມານ

ແຕ່​ມໍ​ເດ​ໄກ​ບໍ່​ຍອມ​ກົ້ມ​ຂາບ​ຮາ​ມານ. ມໍ​ເດ​ໄກ​ຈະ​ກົ້ມ​ຂາບ​ພຽງ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ. ສິ່ງ​ນີ້​ເຮັດ​ໃຫ້​ຮາ​ມານ​ໃຈ​ຮ້າຍ. ລາວ​ຢາກ​ລົງ​ໂທດ​ມໍ​ເດ​ໄກ ແລະ ຊາວ​ຢິວ​ທຸກ​ຄົນ.

ອົບ​ພະ​ຍົບ 20:5; ເອ​ສະ​ເທີ 3:5–6, 8

ຮູບ​ພາບ
ທະ​ຫານ​ກຳ​ລັງ​ປະ​ກາດ​ຕໍ່​ກຸ່ມ​ຜູ້​ຄົນ

ຮາ​ມານ​ໄດ້​ບອກ​ກະ​ສັດ​ວ່າ ຊາວ​ຢິວ​ບໍ່​ໄດ້​ເຮັດ​ຕາມ​ກົດ​ໝາຍ​ຂອງ​ກະ​ສັດ. ສະ​ນັ້ນ ກະ​ສັດ​ຈຶ່ງ​ປ່ອຍ​ໃຫ້​ຮາ​ມານ​ຕັ້ງ​ກົດ​ໝາຍ​ໃໝ່​ຂຶ້ນ: ໃນ​ວັນ​ທີ່​ກຳ​ນົດ​ໄວ້, ຊາວ​ຢິວ​ທຸກ​ຄົນ​ຈະ​ຖືກ​ຂ້າ.

ເອ​ສະ​ເທີ 3:8–11, 13

ຮູບ​ພາບ
ມໍ​ເດ​ໄກ​ກຳ​ລັງ​ເວົ້າ​ລົມ​ກັບ​ນາງ​ເອ​ສະ​ເທີ

ມໍ​ເດ​ໄກ​ໄດ້​ຂໍ​ໃຫ້​ນາງ​ເອ​ສະ​ເທີ​ເວົ້າ​ລົມ​ກັບ​ກະ​ສັດ. ກະ​ສັດ​ສາ​ມາດ​ປ່ຽນ​ກົດ​ໝາຍ​ຂອງ​ຮາ​ມານ​ໄດ້ ແລະ ຊ່ວຍ​ຊີ​ວິດ​ຂອງ​ຊາວ​ຢິວ​ໄວ້. ແຕ່​ນາງ​ເອ​ສະ​ເທີ​ກໍ​ຢ້ານ​ກົວ. ບາງ​ເທື່ອ​ກະ​ສັດ​ກໍ​ໄດ້​ຂ້າ​ຜູ້​ຄົນ​ທີ່​ໄດ້​ມາ​ເວົ້າ​ລົມ​ກັບ​ເພິ່ນ​ໂດຍ​ບໍ່​ໄດ້​ຮັບ​ການ​ເຊື້ອ​ເຊີນ.

ເອ​ສະ​ເທີ 4:5–11

ຮູບ​ພາບ
ນາງ​ເອ​ສະ​ເທີ​ກຳ​ລັງ​ຫລຽວ​ເບິ່ງ​ຜູ້​ຄົນ

ມໍ​ເດ​ໄກ​ໄດ້​ຂໍ​ໃຫ້​ນາງ​ເອ​ສະ​ເທີ​ຄິດ​ກ່ຽວ​ກັບ​ຊາວ​ຢິວ​ທີ່​ຈະ​ຖືກ​ຂ້າ​ຕາຍ. ມໍ​ເດ​ໄກ​ໄດ້​ກ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ອາດ​ໄດ້​ວາງ​ນາງ​ເອ​ສະ​ເທີ​ໄວ້​ໃນ​ວັງ​ຂອງ​ກະ​ສັດ​ເພື່ອ​ຊ່ວຍ​ຊີ​ວິດ​ຂອງ​ຊາວ​ຢິວ.

ເອ​ສະ​ເທີ 4:13–14

ຮູບ​ພາບ
ນາງ​ເອ​ສະ​ເທີ​ກຳ​ລັງ​ອະ​ທິ​ຖານ

ນາງ​ເອ​ສະ​ເທີ​ຮູ້​ວ່າ​ນາງ​ຕ້ອງ​ເວົ້າ​ລົມ​ກັບ​ກະ​ສັດ, ແມ່ນ​ແຕ່​ຖ້າ​ນັ້ນ​ໝາຍ​ຄວາມ​ວ່າ ນາງ​ຈະ​ຖືກ​ຂ້າ​ຕາຍ​ກໍ​ຕາມ. ນາງ​ເອ​ສະ​ເທີ​ໄດ້​ຂໍ​ໃຫ້​ຊາວ​ຢິວ ແລະ ຄົນ​ຮັບ​ໃຊ້​ຂອງ​ນາງ​ທຸກ​ຄົນ​ຖື​ສິນ​ອົດ​ເຂົ້າ​ຮ່ວມ​ກັບ​ນາງ.

ເອ​ສະ​ເທີ 4:15–16

ຮູບ​ພາບ
ນາງ​ເອ​ສະ​ເທີ​ກຳ​ລັງ​ຫລຽວ​ເບິ່ງ​ປະ​ຕູ

ຫລັງ​ຈາກ​ໄດ້​ຖື​ສິນ​ອົດ​ເຂົ້າ​ສາມ​ມື້​ແລ້ວ, ນາງ​ເອ​ສະ​ເທີ​ກໍ​ໄດ້​ກະ​ກຽມ​ຕົວ​ນາງ​ເອງ ແລະ ໄດ້​ເຂົ້າ​ເຝົ້າ​ກະ​ສັດ.

ເອ​ສະ​ເທີ 5:1

ຮູບ​ພາບ
ນາງ​ເອ​ສະ​ເທີ​ກຳ​ລັງ​ກົ້ມ​ຂາບ​ກະ​ສັດ

ເມື່ອ​ນາງ​ໄດ້​ເຂົ້າ​ໄປ​ໃກ້​ກະ​ສັດ, ເພິ່ນ​ໄດ້​ເດ່​ໄມ້​ຄ້ອນ​ເທົ້າ​ຂອງ​ເພິ່ນ​ອອກ​ໄປ. ນີ້​ໝາຍ​ຄວາມ​ວ່າ​ກະ​ສັດ​ດີ​ໃຈ​ທີ່​ໄດ້​ເຫັນ​ນາງ ແລະ ຈະ​ບໍ່​ຂ້າ​ນາງ. ເພິ່ນ​ໄດ້​ຖາມ​ວ່າ​ນາງ​ຕ້ອງ​ການ​ຫຍັງ. ນາງ​ເອ​ສະ​ເທີ​ໄດ້​ບອກ​ກະ​ສັດ​ວ່າ ຜູ້​ຄົນ​ຂອງ​ນາງ​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ. ເປັນ​ເພາະ​ກົດ​ໝາຍ​ຂອງ​ຮາ​ມານ, ນາງ ແລະ ຊາວ​ຢິວ​ທຸກ​ຄົນ​ຢູ່​ໃນ​ອາ​ນາ​ຈັກ​ຈະ​ຖືກ​ຂ້າ​ຕາຍ.

ເອ​ສະ​ເທີ 5:2–3; 7:4–6

ຮູບ​ພາບ
ທະ​ຫານ​ກຳ​ລັງ​ປະ​ກາດ​ຕໍ່​ຜູ້​ຄົນ

ກະ​ສັດ​ໃຈ​ຮ້າຍ​ໃຫ້​ຮາ​ມານ ແລະ ໄດ້​ສັ່ງ​ໃຫ້​ຂ້າ​ລາວ​ເສຍ. ກະ​ສັດ​ໄດ້​ຕັ້ງ​ກົດ​ໝາຍ​ໃໝ່​ຂຶ້ນ​ທີ່​ປົກ​ປ້ອງ​ຊາວ​ຢິວ. ບັດ​ນີ້​ເຂົາ​ເຈົ້າ​ຖືກ​ອະ​ນຸ​ຍາດ​ໃຫ້​ປ້ອງ​ກັນ​ຕົວ​ເຂົາ​ເຈົ້າ​ເອງ ຖ້າ​ຫາກ​ຄົນ​ໃດ​ພະ​ຍາ​ຍາມ​ຈະ​ທຳ​ຮ້າຍ​ເຂົາ​ເຈົ້າ.

ເອ​ສະ​ເທີ 7:9–10; 8:10–11

ຮູບ​ພາບ
ນາງ​ເອ​ສະ​ເທີ

ສັດ​ທາ​ຂອງ​ນາງ​ເອ​ສະ​ເທີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄວາມ​ກ້າ​ຫານ​ຂອງ​ນາງ​ທີ່​ຈະ​ເວົ້າ​ລົມ​ກັບ​ກະ​ສັດ ໄດ້​ຊ່ວຍ​ຊີ​ວິດ​ຂອງ​ຜູ້​ຄົນ​ຂອງ​ນາງ​ເອົາ​ໄວ້. ແທນ​ທີ່​ຈະ​ຕາຍ ແລະ ໂສກ​ເສົ້າ, ແຕ່​ໄດ້​ມີ​ການ​ກິນ​ລ້ຽງ​ແທນ. ຊາວ​ຢິວ​ໄດ້​ສະ​ເຫລີມ​ສະ​ຫລອງ.

ເອ​ສະ​ເທີ 8:16–17; 9:18–32

ພິມ