Scripture Stories
ດາ​ນີ​ເອນ ແລະ ຄວາມ​ຝັນ​ຂອງ​ກະ​ສັດ


“ດາ​ນີ​ເອນ ແລະ ຄວາມ​ຝັນ​ຂອງ​ກະ​ສັດ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ດາ​ນີ​ເອນ ແລະ ຄວາມ​ຝັນ​ຂອງ​ກະ​ສັດ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ດາ​ນີ​ເອນ 2

ດາ​ນີ​ເອນ ແລະ ຄວາມ​ຝັນ​ຂອງ​ກະ​ສັດ

ຂ່າວ​ສານ​ທີ່​ລຶກ​ລັບ​ຂອງ​ພຣະ​ເຈົ້າ​ເຖິງກະ​ສັດ

ຮູບ​ພາບ
ກະ​ສັດ​ກຳ​ລັງ​ຝັນ

ກະ​ສັດ​ແຫ່ງ​ບາ​ບີ​ໂລນ​ໄດ້​ມີ​ຄວາມ​ຝັນ​ທີ່​ເຮັດ​ໃຫ້​ເພິ່ນ​ເປັນ​ທຸກ​ໃຈ. ເພິ່ນ​ບັນ​ຊາ​ໃຫ້​ບັນ​ດາ​ປະ​ໂລ​ຫິດ ແລະ ພວກ​ໂຫ​ລາ​ຈານ​ຂອງ​ເພິ່ນ​ບອກ​ເພິ່ນ​ວ່າ​ຄວາມ​ຝັນ​ນັ້ນ​ໝາຍ​ເຖິງ​ຫຍັງ.

ດາ​ນີ​ເອນ 2:1–3

ຮູບ​ພາບ
ກະ​ສັດ​ກຳ​ລັງ​ຄິດ​ຢູ່

ກະ​ສັດ​ຈະ​ບໍ່​ບອກ​ເຂົາ​ເຈົ້າ​ວ່າ​ເພິ່ນ​ຝັນ​ກ່ຽວ​ກັບ​ຫຍັງ. ເພິ່ນ​ເວົ້າ​ວ່າ​ຖ້າ​ຫາກ​ບັນ​ດາ​ປະ​ໂລ​ຫິດ ແລະ ພວກ​ໂຫລາ​ຈານ​ມີ​ອຳ​ນາດ​ແທ້ໆ, ເຂົາ​ເຈົ້າ​ຈະ​ສາ​ມາດ​ບອກ​ເພິ່ນ​ວ່າ​ຄວາມ​ຝັນ​ນັ້ນ​ຄື​ຫຍັງ ແລະ ວ່າ​ມັນ​ໝາຍ​ເຖິງ​ຫຍັງ.

ດາ​ນີ​ເອນ 2:4–9

ຮູບ​ພາບ
ກະ​ສັດ​ກຳ​ລັງ​ຂັບ​ໄລ່​ພວກ​ໂຫລາ​ຈານໃຫ້​ອອກ​ໄປ

ບັນ​ດາ​ປະ​ໂລ​ຫິດ ແລະ ພວກ​ໂຫ​ລາ​ຈານ​ໄດ້​ບອກ​ກະ​ສັດ​ວ່າ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ແກ້​ຄວາມ​ຝັນ​ຂອງ​ເພິ່ນ​ໄດ້ ຖ້າ​ເພິ່ນ​ບໍ່​ບອກ​ວ່າ​ເພິ່ນ​ໄດ້​ຝັນ​ກ່ຽວ​ກັບ​ຫຍັງ. ເຂົາ​ເຈົ້າ​ເວົ້າ​ວ່າ​ບໍ່​ມີ​ຄົນ​ໃດ​ສາ​ມາດ​ເຮັດ​ໄດ້. ກະ​ສັດ​ໄດ້​ໃຈ​ຮ້າຍ ແລະ ເວົ້າ​ວ່າ​ເພິ່ນ​ຈະ​ຂ້າ​ພວກ​ໂຫ​ລາ​ຈານ​ທຸກ​ຄົນ​ໃນ​ອາ​ນາ​ຈັກ, ລວມ​ທັງ​ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ.

ດາ​ນີ​ເອນ 2:10–13

ຮູບ​ພາບ
ດາ​ນີ​ເອນ​ກຳ​ລັງ​ເວົ້າ​ລົມ​ກັບ​ທະຫານ

ເມື່ອ​ທະ​ຫານ​ຂອງ​ກະ​ສັດ​ໄດ້​ມາ​ຈັບ​ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ, ດາ​ນີ​ເອນ​ໄດ້​ຂໍ​ເວ​ລາ​ຕື່ມ​ອີກ​ເພື່ອ​ວ່າ​ລາວ​ຈະ​ສາ​ມາດ​ແກ້​ຄວາມ​ຝັນ​ໃຫ້​ກະ​ສັດ​ໄດ້. ດາ​ນີ​ເອນ​ຮູ້​ວ່າ​ພຣະ​ເຈົ້າ​ຮູ້​ຈັກ ແລະ ເຫັນ​ທຸກ​ສິ່ງ, ແມ່ນ​ແຕ່​ຄວາມ​ຝັນ. ດາ​ນີ​ເອນ​ໄດ້​ຂໍ​ໃຫ້​ໝູ່​ຂອງ​ລາວ​ອະ​ທິ​ຖານ​ນຳລາວ.

ດາ​ນີ​ເອນ 2:14–18

ຮູບ​ພາບ
ດາ​ນີ​ເອນ​ກຳ​ລັງ​ອະ​ທິ​ຖານ

ພຣະ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ດາ​ນີ​ເອນ​ເຫັນ​ຄວາມ​ຝັນ​ຂອງ​ກະ​ສັດ​ຢູ່​ໃນ​ພາບ​ນິ​ມິດ ແລະ ໄດ້​ສິດ​ສອນ​ດາ​ນີ​ເອນ​ວ່າ​ມັນ​ໝາຍ​ເຖິງ​ຫຍັງ. ດາ​ນີ​ເອນ​ໄດ້​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ທີ່​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ລາວ ແລະ ໝູ່​ຂອງ​ລາວ ແລະ ໄດ້​ຊ່ວຍ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໄວ້. ແລ້ວ​ລາວ​ໄດ້​ໄປ​ບອກ​ກະ​ສັດ​ເຖິງ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ນັ້ນ.

ດາ​ນີ​ເອນ 2:19–25

ຮູບ​ພາບ
ດາ​ນີ​ເອນ​ກຳ​ລັງ​ເວົ້າ​ລົມ​ກັບ​ກະ​ສັດ

ດາ​ນີ​ເອນ​ໄດ້​ກ່າວ​ວ່າ ຄວາມ​ຝັນ​ຂອງ​ກະ​ສັດ​ແມ່ນ​ກ່ຽວ​ກັບ​ຮູບ​ປັ້ນ​ໃຫຍ່ ທີ່​ຖືກ​ທຳ​ລາຍ​ໂດຍ​ກ້ອນ​ຫີນ​ທີ່​ຖືກ​ຕັດ​ອອກ​ມາ​ຈາກ​ໜ້າ​ຜາ. ຮູບ​ປັ້ນ​ນັ້ນ​ເປັນ​ຕົວ​ແທນ​ໃຫ້​ແກ່​ອາ​ນາ​ຈັກ​ຕ່າງໆ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ກ້ອນ​ຫີນ​ທີ່​ຖືກ​ຕັດ​ອອກ​ມາ​ຈາກ​ໜ້າ​ຜາ ເປັນ​ຕົວ​ແທນ​ໃຫ້​ແກ່​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ທີ່​ຈະ​ເຕັມ​ໄປ​ທົ່ວ​ແຜ່ນ​ດິນ​ໂລກ. ກະ​ສັດ​ຮູ້​ວ່າ​ດາ​ນີ​ເອນ​ໄດ້​ເວົ້າ​ຄວາມ​ຈິງ.

ດາ​ນີ​ເອນ 2:26–49

ພິມ