Scripture Stories
ຢາ​ໂຄບ ແລະ ເອ​ຊາວ


“ຢາ​ໂຄບ ແລະ ເອ​ຊາວ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ຢາ​ໂຄບ ແລະ ເອ​ຊາວ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 25–27

ຢາ​ໂຄບ ແລະ ເອ​ຊາວ

ສອງ​ອ້າຍ​ນ້ອງ​ກັບສິດ​ທິອ້າຍ​ກົກ​ອັນ​ດຽວ

ຮູບ​ພາບ
ເອ​ຊາວ ແລະ ຢາ​ໂຄບ​ກຳ​ລັງ​ເຮັດ​ວຽກ

ອີ​ຊາກ​ກັບ​ນາງ​ເຣ​ເບ​ກາ​ມີ​ລູກ​ຝາ​ແຝດ, ຢາ​ໂຄບ ແລະ ເອ​ຊາວ. ເອ​ຊາວ​ເປັນ​ນາຍ​ພານ​ທີ່​ເກັ່ງ​ກ້າ. ຢາ​ໂຄບ​ເປັນ​ຄົນ​ສຸກ​ຂຸມ ແລະ ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ.

ປະ​ຖົມ​ມະ​ການ 25:20–28

ຮູບ​ພາບ
ເອຊາວ ແລະ ອີຊາກ

ເອ​ຊາວ​ໄດ້​ເກີດ​ກ່ອນ. ຕາມ​ປົກ​ກະ​ຕິ​ແລ້ວ ລູກ​ກົກ​ຈະ​ໄດ້​ຮັບ​ພອນ​ຂອງ​ສິດ​ທິອ້າຍ​ກົກ​ຈາກ​ພໍ່​ຂອງ​ລາວ. ສິດ​ທິອ້າຍ​ກົກ ໝາຍ​ຄວາມ​ວ່າ​ລາວ​ຕ້ອງ​ນຳ​ພາ​ຄອບ​ຄົວ ແລະ ມີ​ທີ່​ດິນ ແລະ ສັດ​ລ້ຽງ​ຫລາຍ​ກວ່າ​ໝູ່ ເພື່ອ​ຊ່ວຍ​ດູ​ແລ​ຄອບ​ຄົວ. ແຕ່​ເອ​ຊາວ​ສົນ​ໃຈ​ກັບ​ຕົວ​ເອງ​ຫລາຍກວ່າ​ຄອບ​ຄົວ​ຂອງ​ລາວ, ແລະ ລາວບໍ່​ເຊື່ອ​ຟັງ​ພໍ່​ແມ່ ແລະ ພຣະ​ຜູ້​ເປັນ​ເຈົ້າ.

ປະ​ຖົມ​ມະ​ການ 25:25, 32; 26:34–35

ຮູບ​ພາບ
ຢາ​ໂຄບ​ເອົາ​ເຂົ້າ​ໃຫ້​ເອ​ຊາວ​ກິນ

ມື້​ໜຶ່ງ​ເອ​ຊາວ​ໄດ້​ກັບ​ມາ​ຈາກ​ການ​ໄປ​ລ່າ​ສັດ. ລາວ​ຫິວ​ເຂົ້າ​ຫລາຍ ແລະ ໄດ້​ຂໍ​ກິນ​ເຂົ້າ​ນຳ​ຢາ​ໂຄບ. ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ຢາ​ໂຄບ​ໄດ້​ຮັບ​ພອນ​ຂອງ​ສິດ​ທິອ້າຍ​ກົກ ຍ້ອນ​ວ່າ​ເອ​ຊາວບໍ່​ມີ​ຄ່າ​ຄວນ​ສຳ​ລັບ​ມັນ. ຢາ​ໂຄບ​ເວົ້າ​ວ່າ ລາວ​ຈະ​ເອົາ​ອາ​ຫານ​ໃຫ້​ເອ​ຊາວ​ກິນ ຖ້າ​ຫາກ​ເອ​ຊາວມອບ​ສິດ​ທິ​ອ້າຍ​ກົກ​ໃຫ້​ລາວ. ເອ​ຊາວ​ຕົກ​ລົງ ແລະ ໄດ້​ແລກ​ສິດ​ທິ​ອ້າຍ​ກົກ​ກັບ​ອາ​ຫານ​ຂອງ​ຢາ​ໂຄບ.

ປະ​ຖົມ​ມະ​ການ 25:23, 29–34; ເຮັບ​ເຣີ 11:20

ຮູບ​ພາບ
ນາງ​ເຣ​ເບ​ກາ ແລະ ອີ​ຊາກ

ນາງ​ເຣ​ເບ​ກາ ແລະ ອີ​ຊາກ​ຢາກ​ໃຫ້​ລູກ​ຂອງ​ພວກ​ເພິ່ນ​ໄດ້​ຮັບ​ສິ່ງ​ທີ່​ດີ​ທີ່​ສຸດ. ພວກ​ເພິ່ນ​ໂສກ​ເສົ້າ​ທີ່​ເອ​ຊາວ​ໄດ້​ສືບ​ຕໍ່​ເຮັດ​ຕາມ​ໃຈ​ຕົນ ແລະ ບໍ່​ໄດ້​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງພຣະ​ຜູ້​ເປັນ​ເຈົ້າ.

ປະ​ຖົມ​ມະ​ການ 26:34–35

ຮູບ​ພາບ
ອີ​ຊາກ​ກຳ​ລັງ​ເວົ້າ​ລົມ​ກັບ​ເອ​ຊາວ

ອີ​ຊາກ​ໄດ້​ເຖົ້າ​ແກ່​ຫລາຍ ແລະ ສາຍ​ຕາ​ກໍ​ມືດ​ມົວ​ລົງ. ກ່ອນ​ເພິ່ນ​ຕາຍ, ເພິ່ນ​ໄດ້​ຂໍ​ໃຫ້​ເອ​ຊາວ​ໄປ​ລ່າ​ສັດ ແລະ ເຮັດ​ອາ​ຫານ​ແຊບໆ​ໃຫ້​ເພິ່ນ​ກິນ ແລະ ມີ​ຄວາມ​ສຸກ.

ປະ​ຖົມ​ມະ​ການ 27:1–4

ຮູບ​ພາບ
ນາງເຣ​ເບ​ກາ​ກຳ​ລັງ​ຫລຽວ​ເບິ່ງ​ເອ​ຊາວ

ນາງເຣ​ເບ​ກາ​ຮູ້​ວ່າ ມັນ​ເຖິງ​ເວ​ລາ​ທີ່​ອີ​ຊາກ​ຈະ​ມອບ​ສິດ​ທິອ້າຍ​ກົກ.

ປະ​ຖົມ​ມະ​ການ 27:5

ຮູບ​ພາບ
ນາງ​ເຣ​ເບ​ກາ​ກຳ​ລັງ​ເວົ້າ​ລົມ​ກັບ​ຢາ​ໂຄບ

ນາງ​ເຣ​ເບ​ກາ​ໄດ້​ຂໍ​ໃຫ້​ຢາ​ໂຄບ​ໄປ​ເອົາ​ສັດ​ສອງ​ໂຕ ເພື່ອ​ວ່າ​ນາງ​ຈະ​ໄດ້​ເຮັດ​ອາ​ຫານ ກ່ອນ​ເອ​ຊາວ​ກັບ​ຄືນ​ມາ. ແລ້ວ​ຢາ​ໂຄບ​ຈະ​ໄດ້​ຮັບ​ພອນ.

ປະ​ຖົມ​ມະ​ການ 27:6–17

ຮູບ​ພາບ
ອີ​ຊາກ​ກຳ​ລັງ​ມອບ​ພອນ​ໃຫ້​ຢາ​ໂຄບ

ຢາ​ໂຄບ​ໄດ້​ແຕ່ງ​ກາຍ​ຄື​ກັນ​ກັບ​ເອ​ຊາວ ແລະ ໄດ້​ເອົາ​ອາ​ຫານ​ໄປ​ໃຫ້​ພໍ່​ກິນ. ອີ​ຊາກ​ໄດ້​ມອບ​ພອນ​ຂອງ​ສິດ​ທິ​ອ້າຍ​ກົກ​ໃຫ້​ຢາ​ໂຄບ. ເມື່ອ​ເອ​ຊາວ​ກັບ​ຄືນ​ມາ, ລາວໄດ້​ໃຈ​ຮ້າຍ​ໃຫ້​ຢາ​ໂຄບ. ແຕ່​ສິດ​ທິ​ອ້າຍ​ກົກ​ໄດ້​ຖືກມອບ​ໃຫ້​ແກ່​ຢາ​ໂຄບ​ແລ້ວ ເພາະ​ລາວ​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ເອ​ຊາວບໍ່​ໄດ້​ຮັກ​ສາ.

ປະ​ຖົມ​ມະ​ການ 27:18–29

ພິມ