Scripture Stories
ທ້າວ​ນ້ອຍ​ດາ​ວິດ


“ທ້າວ​ນ້ອຍ​ດາ​ວິດ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ທ້າວ​ນ້ອຍ​ດາ​ວິດ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

1 ຊາ​ມູ​ເອນ 16

ທ້າວ​ນ້ອຍ​ດາ​ວິດ

ເດັກ​ລ້ຽງ​ແກະ​ໄດ້​ຖືກ​ເອີ້ນ​ໃຫ້​ກາຍ​ເປັນ​ກະ​ສັດ

ຮູບ​ພາບ
ຊາ​ມູ​ເອນ​ກຳ​ລັງ​ເດີນ​ທາງ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ສາດ​ສະ​ດາ​ຊາ​ມູ​ເອນ​ໃຫ້​ໄປ​ຊອກ​ຫາ​ກະ​ສັດ​ອົງ​ໃໝ່. ໂຊນ, ຜູ້​ເປັນ​ກະ​ສັດ​ໃນ​ເວ​ລາ​ນັ້ນ, ໄດ້​ເຊົາ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຊາ​ມູ​ເອນ​ໃຫ້​ເດີນ​ທາງ​ໄປ​ເບັດ​ເລ​ເຮັມ ແລະ ຊອກ​ຫາ​ຊາຍ​ຄົນ​ໜຶ່ງ​ຊື່ ເຢ​ຊີ. ກະ​ສັດ​ອົງ​ໃໝ່​ຈະ​ມາ​ຈາກ​ພວກ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ເຢ​ຊີ.

1 ຊາ​ມູ​ເອນ 16:1–5

ຮູບ​ພາບ
ຊາ​ມູ​ເອນ ແລະ ​ພວກ​ລູກ​ຊາຍ​ຂອງ​ເຢ​ຊີ

ພວກ​ລູກ​ຊາຍ​ໃຫຍ່​ຂອງ​ເຢ​ຊີ​ເປັນ​ຄົນ​ສູງ​ໃຫຍ່ ແລະ ແຂງ​ແຮງ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຊາ​ມູ​ເອນ​ບໍ່​ໃຫ້​ຕັດ​ສິນ​ພວກ​ເຂົາ​ຕາມ​ຮູບ​ຮ່າງ​ໜ້າ​ຕາ.

1 ຊາ​ມູ​ເອນ 16:6–10

ຮູບ​ພາບ
ຊາ​ມູ​ເອນ​ກຳ​ລັງ​ເວົ້າ​ລົມ​ກັບ​ເຢ​ຊີ

ຊາ​ມູ​ເອນ​ໄດ້​ຖາມ​ເຢ​ຊີ​ຖ້າ​ຫາກ​ວ່າ​ລາວ​ມີ​ລູກ​ຊາຍ​ຄົນ​ອື່ນໆ​ອີກ​ຫລື​ບໍ່. ເຢ​ຊີ​ເວົ້າ​ວ່າ ລູກ​ຊາຍ​ຫລ້າ​ຂອງ​ລາວ, ດາ​ວິດ, ກຳ​ລັງ​ດູ​ແລ​ຝູງ​ແກະ​ຢູ່. ດາ​ວິດ​ໄດ້​ຖືກ​ພາ​ມາ​ຫາ​ຊາ​ມູ​ເອນ.

1 ຊາ​ມູ​ເອນ 16:11

ຮູບ​ພາບ
ຊາ​ມູ​ເອນ ແລະ ເຢ​ຊີ​ກຳ​ລັງ​ຫລຽວ​ເບິ່ງ​ດາ​ວິດ ເດັກ​ລ້ຽງ​ແກະ

ດາ​ວິດ​ມີ​ຮູບ​ຮ່າງ​ນ້ອຍ​ກວ່າ​ພວກ​ອ້າຍ​ຂອງ​ລາວ ແລະ ເປັນ​ພຽງ​ເດັກ​ລ້ຽງ​ແກະ​ເທົ່າ​ນັ້ນ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ເບິ່ງ​ທີ່​ຮູບ​ຮ່າງ​ຂອງ​ດາ​ວິດ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ວ່າ ໃຈ​ຂອງ​ດາ​ວິດ​ເຕັມ​ໄປ​ດ້ວຍ​ສັດ​ທາ. ພຣະ​ອົງ​ໄດ້​ບອກ​ຊາ​ມູ​ເອນ​ວ່າ ດາ​ວິດ​ຈະ​ເປັນ​ກະ​ສັດ. ຊາ​ມູ​ເອນ​ໄດ້​ອວຍ​ພອນ​ດາ​ວິດ. ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ໄດ້​ກະ​ກຽມ​ດາ​ວິດ​ເພື່ອ​ໃຫ້​ເປັນ​ກະ​ສັດ.

1 ຊາ​ມູ​ເອນ 16:12–13

ພິມ