Scripture Stories
ດາ​ວິດ ແລະ ໂກ​ລີ​ອາດ


“ດາ​ວິດ ແລະ ໂກ​ລີ​ອາດ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ດາ​ວິດ ແລະ ໂກ​ລີ​ອາດ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

1 ຊາ​ມູ​ເອນ 17

ດາວິດ ແລະ ໂກລີອາດ

ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ອັນ​ໃຫຍ່​ຫລວງ

ຮູບ​ພາບ
ໂກ​ລີ​ອາດ

ພວກ​ຟີ​ລິດ​ສະ​ຕິນ​ກຳ​ລັງ​ໂຈມ​ຕີ​ຊາວ​ອິດ​ສະ​ຣາ​ເອນ. ທຸກໆ​ເຊົ້າ ຄົນ​ຟີ​ລິດ​ສະ​ຕິນ​ທີ່​ສູງ​ໃຫຍ່​ຄົນ​ໜຶ່ງ ຊື່​ໂກ​ລີ​ອາດ ກໍ​ໄດ້​ອອກ​ມາ​ທ້າ​ທາຍ​ໃຫ້​ຊາວອິດ​ສະ​ຣາ​ເອນ​ສົ່ງ​ຄົນ​ໃດ​ຄົນ​ໜຶ່ງ​ອອກ​ມາ​ສູ້​ຮົບ​ກັບ​ລາວ. ໂກ​ລີ​ອາດໃຫຍ່​ກວ່າ ແລະ ສູງ​ກວ່າ​ທຸກໆ​ຄົນ, ແລະ ລາວ​ກໍ​ໂຫດ​ຮ້າຍ. ລາວ​ໄດ້​ສວມ​ເຄື່ອງ​ປ້ອງ​ກັນ ແລະ ພາຍ​ດາບ, ຫອກ, ແລະ ຖື​ໂລ້​ແຜ່ນ​ໃຫຍ່. ບໍ່​ມີ​ໃຜ​ກ້າ​ອອກ​ໄປ​ສູ້​ຮົບ​ກັບ​ລາວ.

1 ຊາ​ມູ​ເອນ 17:1–11

ຮູບ​ພາບ
ກອງ​ທັບ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ກິນ​ເຂົ້າ

ດາ​ວິດ​ເປັນ​ເດັກ​ລ້ຽງ​ແກະ ຜູ້​ທີ່​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ອ້າຍ​ຂອງ​ລາວ​ເປັນ​ທະ​ຫານ​ໃນ​ກອງ​ທັບ​ຊາວ​ອິດ​ສະ​ຣາ​ເອນ. ມື້​ໜຶ່ງ, ດາ​ວິດ​ໄດ້​ນຳ​ເອົາ​ອາ​ຫານ​ໄປ​ສົ່ງ​ພວກ​ອ້າຍ​ຂອງ​ລາວ. ເມື່ອ​ລາວ​ໄດ້​ໄປ​ເຖິງ​ຄ້າຍ​ທະ​ຫານ, ລາວ​ກໍ​ໄດ້​ຍິນ​ຄຳ​ທ້າ​ທາຍ​ຂອງ​ໂກ​ລີ​ອາດ.

1 ຊາ​ມູ​ເອນ 17:20–23

ຮູບ​ພາບ
ດາ​ວິດ​ກຳ​ລັງ​ເວົ້າ​ລົມ​ກັບ​ພວກ​ທະ​ຫານ

ດາ​ວິດ​ໄດ້​ຖາມ​ພວກ​ທະ​ຫານ​ວ່າ ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ຄົນ​ໃດ​ປ້ອງ​ກັນ​ອິດ​ສະ​ຣາ​ເອນ. ພວກ​ອ້າຍ​ຂອງ​ລາວ​ກໍ​ໄດ້​ໃຈ​ຮ້າຍ ແລະ ໄດ້​ບອກ​ໃຫ້​ລາວ​ກັບ​ໄປ​ດູ​ແລ​ຝູງ​ແກະ. ແຕ່​ດາ​ວິດ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປ້ອງ​ກັນ​ອິດ​ສະ​ຣາ​ເອນ.

1 ຊາ​ມູ​ເອນ 17:24–30

ຮູບ​ພາບ
ດາ​ວິດ​ກຳ​ລັງ​ເວົ້າ​ລົມ​ກັບ​ກະ​ສັດ​ໂຊນ

ກະ​ສັດ​ໂຊນ​ຮູ້​ເຖິງ​ສັດ​ທາ​ຂອງ​ດາ​ວິດ, ສະ​ນັ້ນ​ເພິ່ນ​ຈຶ່ງ​ໃຫ້​ຄົນ​ພາ​ດາ​ວິດ​ມາ​ຫາ​ເພິ່ນ. ດາ​ວິດ​ໄດ້​ບອກ​ກະ​ສັດ​ໂຊນ​ວ່າ ລາວ​ບໍ່​ຢ້ານ​ທີ່​ຈະ​ສູ້​ຮົບ​ກັບ​ໂກ​ລີ​ອາດ. ດາ​ວິດ​ໄດ້​ອະ​ທິ​ບາຍ​ວ່າ ຄັ້ງ​ໜຶ່ງ​ຕອນ​ລາວ​ໄດ້​ດູ​ແລ​ຝູງ​ແກະ​ຂອງ​ລາວ​ຢູ່, ລາວ​ໄດ້​ຂ້າ​ໂຕ​ສິງ ແລະ ໂຕ​ໝີ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົກ​ປ້ອງ​ລາວ​ໃນ​ຕອນ​ນັ້ນ, ແລະ ດາ​ວິດ​ກໍ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົກ​ປ້ອງ​ລາວ​ໃນ​ຕອນ​ນີ້.

1 ຊາ​ມູ​ເອນ 17:31–37

ຮູບ​ພາບ
ດາ​ວິດ​ລອງ​ໃສ່​ເຄື່ອງ​ປ້ອງ​ກັນ

ໂຊນ​ໄດ້​ເອົາ​ເຄື່ອງ​ປ້ອງ​ກັນ​ຂອງ​ເພິ່ນ​ໃຫ້​ດາ​ວິດ. ແຕ່​ມັນ​ບໍ່​ພໍ​ດີ, ສະ​ນັ້ນ​ດາ​ວິດ​ຈຶ່ງ​ແກ້​ມັນ​ອອກ. ລາວ​ໄດ້​ຕັດ​ສິນ​ໃຈ​ອອກ​ໄປ​ສູ້​ຮົບ​ໂດຍ​ບໍ່​ສວມ​ເຄື່ອງ​ປ້ອງ​ກັນ​ໃດໆ.

1 ຊາ​ມູ​ເອນ 17:38–39

ຮູບ​ພາບ
ດາ​ວິດ​ຖື​ກ້ອນ​ຫີນ

ດາ​ວິດ​ໄດ້​ເກັບ​ເອົາ​ກ້ອນ​ຫີນ​ກ້ຽງ​ຫ້າ​ກ້ອນ ແລະ ເອົາ​ໃສ່​ຖົງ. ລາວ​ໄດ້​ເອົາ​ກະ​ຖຸນ ແລະ ໄມ້​ຄ້ອນ​ສຳ​ລັບ​ລ້ຽງ​ແກະ​ຂອງ​ລາວ​ໄປ​ນຳ ແລະ ໄດ້​ອອກ​ໄປ​ຕໍ່​ສູ້​ກັບ​ໂກ​ລີ​ອາດ.

1 ຊາ​ມູ​ເອນ 17:40

ຮູບ​ພາບ
ດາ​ວິດ​ກຳ​ລັງ​ເວົ້າ​ກັບ​ໂກ​ລີ​ອາດ

ເມື່ອ​ໂກ​ລີ​ອາດ​ໄດ້​ເຫັນ​ດາ​ວິດ, ລາວ​ກໍ​ໄດ້​ຮ້ອງ​ຂຶ້ນ​ດັງໆ ແລະ ໄດ້​ເຍາະ​ເຍີ້ຍ​ລາວ. ລາວ​ໄດ້​ເວົ້າ​ວ່າ ເດັກ​ລ້ຽງ​ແກະ​ຈະ​ບໍ່​ສາ​ມາດ​ຊະ​ນະ​ລາວ​ໄດ້​ດອກ. ດາ​ວິດ​ກໍ​ໄດ້​ຮ້ອງ​ຕອບ​ວ່າ ລາວ​ໄວ້​ວາງ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົກ​ປ້ອງ​ລາວ! ດາ​ວິດ​ໄດ້​ເວົ້າ​ວ່າ ລາວ​ຈະ​ຊະ​ນະ​ໂກ​ລີ​ອາດ ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

1 ຊາ​ມູ​ເອນ 17:42–47

ຮູບ​ພາບ
ດາ​ວິດ​ກຳ​ລັງ​ຕໍ່​ສູ້​ກັບ​ໂກ​ລີ​ອາດ

ດາ​ວິດ​ແລ່ນ​ໄປ​ຫາ​ໂກ​ລີ​ອາດ ລາວ​ໄດ້​ຍິງ​ກ້ອນ​ຫີນ​ດ້ວຍ​ກະ​ຖຸນ​ຂອງ​ລາວ​ຢ່າງ​ໄວ. ກ້ອນ​ຫີນ​ນັ້ນ​ໄດ້​ໄປ​ຖືກ​ໜ້າ​ຜາກ​ໂກ​ລີ​ອາດ, ແລະ ຜູ້​ຊາຍ​ໃຫຍ່​ສູງ​ຄົນ​ນັ້ນ​ກໍ​ໄດ້​ລົ້ມ​ລົງ​ພື້ນ​ດິນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ດາ​ວິດ​ໃຫ້​ເອົາ​ຊະ​ນະ​ໂກ​ລີ​ອາດ ໂດຍ​ບໍ່​ຕ້ອງ​ໃຊ້​ດາບ ຫລື ເຄື່ອງ​ປ້ອງ​ກັນ.

1 ຊາ​ມູ​ເອນ 17:48–50

ຮູບ​ພາບ
ດ​າວິດ ແລະ ສົບ​ຂອງ​ໂກ​ລີ​ອາດ

ເມື່ອ​ພວກ​ຟີ​ລິດ​ສະ​ຕິນ​ໄດ້​ເຫັນ​ວ່າ​ໂກ​ລີ​ອາດ​ໄດ້​ຕາຍ​ໄປ​ແລ້ວ, ພວກ​ເຂົາ​ກໍ​ພາ​ກັນ​ແລ່ນ​ປົບ​ໜີ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ. ຊາວ​ອິດ​ສະ​ຣາ​ເອນ​ກໍ​ໄດ້​ໄຊ​ຊະ​ນະ. ດາ​ວິດ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ປົກ​ປ້ອງ​ອິດ​ສະ​ຣາ​ເອນ.

1 ຊາ​ມູ​ເອນ 17:51–53

ພິມ