Scripture Stories
ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ເອ​ລີ​ຢາ


“ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ເອ​ລີ​ຢາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ເອ​ລີ​ຢາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

1 ກະ​ສັດ 19

ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ເອ​ລີ​ຢາ

ການ​ຮັບ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ອາ​ຮາບ​ກຳ​ລັງ​ເວົ້າ​ກັບ​ນາງ​ເຢ​ເຊ​ເບນ, ໄຟ​ຢູ່​ຂ້າງ​ຫລັງ

ກະ​ສັດ​ອາ​ຮາບ​ໄດ້​ບອກ​ລາ​ຊີ​ນີ​ເຢ​ເຊ​ເບນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອົາ​ຊະ​ນະ​ພວກ​ປະ​ໂລ​ຫິດ​ຂອງ​ພະ​ບາ​ອານ. ນາງ​ເຢ​ເຊ​ເບນ​ໃຈ​ຮ້າຍ ແລະ ໄດ້​ເວົ້າ​ວ່າ ນາງ​ຈະ​ຂ້າ​ສາດ​ສະ​ດາ​ເອ​ລີ​ຢາ.

1 ກະ​ສັດ 19:1–2

ຮູບ​ພາບ
ເອ​ລີ​ຢາ​ໄດ້​ພົບ​ເຫັນ​ຖ້ຳ

ເພື່ອ​ຄວາມ​ປອດ​ໄພ, ເອ​ລີ​ຢາ​ຈຶ່ງ​ໄດ້​ໜີ​ຈາກ​ແຜ່ນ​ດິນ​ອິດ​ສະ​ຣາ​ເອນ​ໄປ. ເພິ່ນ​ໄດ້​ເດີນ​ທາງ​ເປັນ​ເວ​ລາ 40 ມື້ ແລະ 40 ຄືນ, ຖື​ສິນ​ອົດ​ເຂົ້າ​ຂະ​ນະ​ທີ່​ເດີນ​ທາງ. ແລ້ວ​ເພິ່ນ​ໄດ້​ມາ​ເຖິງ​ພູ​ຊີ​ນາຍ ແລະ ພົບ​ເຫັນ​ຖ້ຳ​ເພື່ອ​ລີ້​ຊ່ອນ​ຕົວ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເອ​ລີ​ຢາ​ໃຫ້​ຂຶ້ນ​ໄປ​ຈອມ​ພູ​ເຂົາ ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ກ່າວ​ກັບ​ເອ​ລີ​ຢາ.

1 ກະ​ສັດ 19:3, 8–11

ຮູບ​ພາບ
ເອ​ລີ​ຢາ​ກຳ​ລັງ​ຫລຽວ​ເບິ່ງ​ລົມ, ແຜ່ນ​ດິນ​ໄຫວ, ແລະ ໄຟ

ລົມ​ແຮງ​ໄດ້​ພັດ​ມາ ແລະ ເຮັດ​ໃຫ້​ກ້ອນ​ຫີນ​ອ້ອມ​ຮອບ​ຖ້ຳ ແຕກ​ເປັນ​ກ້ອນໆ. ຫລັງ​ຈາກ​ນັ້ນ, ກໍ​ເກີດ​ແຜ່ນ​ດິນ​ໄຫວ. ແລ້ວ​ໄຟ​ໄດ້​ເລີ່ມ​ຕົ້ນ. ເອ​ລີ​ຢາ​ໄດ້​ຍິນ​ສຽງ​ດັງ​ຂອງ​ລົມ, ແຜ່ນ​ດິນ​ໄຫວ, ແລະ ໄຟ. ແຕ່​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ສຽງ​ດັງ​ເຫລົ່າ​ນັ້ນ.

1 ກະ​ສັດ 19:11–12

ຮູບ​ພາບ
ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ກ່າວ​ກັບ​ເອ​ລີ​ຢາ

ແລ້ວ​ເອ​ລີ​ຢາ​ໄດ້​ຍິນ​ສຽງ​ກະ​ຊິບ​ເບົາໆ​ດັງ​ແວ່ວ​ມາ. ເພິ່ນ​ຮູ້​ວ່າ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖາມ​ເອ​ລີ​ຢາ​ວ່າ ເພິ່ນ​ມາ​ເຮັດ​ຫຍັງ​ຢູ່​ຫັ້ນ.

1 ກະ​ສັດ 19:12–13

ຮູບ​ພາບ
ເອ​ລີ​ຢາ​ກຳ​ລັງ​ເວົ້າ​ກັບ​ພຣະ​ຜູ້​ເປັນ​ເຈົ້າ

ເອ​ລີ​ຢາ​ໄດ້​ເວົ້າ​ວ່າ ເພິ່ນ​ກຳ​ລັງ​ລີ້​ຊ່ອນ​ຕົວ​ເພື່ອ​ຄວາມ​ປອດ​ໄພ. ສາດ​ສະ​ດາ​ທຸກ​ຄົນ​ໄດ້​ຖືກ​ຂ້າ​ຕາຍ, ແລະ ຜູ້​ຄົນ​ໄດ້​ປະ​ຕິ​ເສດ​ພຣະ​ຜູ້​ເປັນ​ເຈົ້າ.

1 ກະ​ສັດ 19:14

ຮູບ​ພາບ
ເອ​ລີ​ຢາ​ກຳ​ລັງ​ຊອກ​ຫາ​ເອ​ລີ​ຊາ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປອບ​ໂຍນ​ເອ​ລີ​ຢາ ແລະ ບອກ​ເພິ່ນ​ວ່າ ມີ​ຊາວ​ອິດ​ສະ​ຣາ​ເອນ​ຫລາຍ​ຄົນ​ທີ່​ຍັງ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ເອ​ລີ​ຢາ​ກັບ​ຄືນ​ໄປ​ບ້ານ ແລະ ກຽມ​ສາດ​ສະ​ດາ​ອີກ​ຄົນ​ໜຶ່ງ. ສາດ​ສະ​ດາ​ໃໝ່​ຄົນ​ນີ້​ມີ​ຊື່​ວ່າ ເອ​ລີ​ຊາ.

1 ກະ​ສັດ 19:15–18

ພິມ