Scripture Stories
ສາດ​ສະ​ດາ​ໂຢ​ນາ


“ສາດ​ສະ​ດາ​ໂຢ​ນາ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ (2021)

“ສາດ​ສະ​ດາ​ໂຢ​ນາ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ

ໂຢ​ນາ 1–4

ສາດ​ສະ​ດາ​ໂຢ​ນາ

ການ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ໂຢ​ນາ​ເບິ່ງ​ຄື​ໂສກ​ເສົ້າ

ໂຢ​ນາ​ເປັນ​ສາດ​ສະ​ດາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເພິ່ນ​ໃຫ້​ເຕືອນ​ປະ​ຊາ​ຊົນ​ໃນ​ເມືອງ​ນີ​ເນ​ເວ​ວ່າ ເມືອງ​ຂອງ​ພວກ​ເຂົາ​ຈະ​ຖືກ​ທໍາ​ລາຍ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ.

ໂຢ​ນາ 1:1–2

ຮູບ​ພາບ
ໂຢ​ນາ​ກຳ​ລັງ​ຂຶ້ນ​ເຮືອ

ແຕ່​ປະ​ຊາ​ຊົນ​ໃນ​ເມືອງ​ນີ​ເນ​ເວ​ເປັນ​ສັດ​ຕູ​ກັບ​ຊາວ​ອິດ​ສະ​ຣາ​ເອນ. ໂຢ​ນາ​ບໍ່​ຢາກ​ສັ່ງ​ສອນ​ພວກ​ເຂົາ. ເພິ່ນ​ຈຶ່ງ​ຂຶ້ນ​ເຮືອ​ເພື່ອ​ຈະ​ໄດ້​ໄປ​ໄກໆ​ຈາກ​ເມືອງ​ນີ​ເນ​ເວ.

ໂຢ​ນາ 1:3

ຮູບ​ພາບ
ເຮືອ​ຢູ່​ທະ​ເລ​ທີ່​ມີ​ພະ​ຍຸ

ຂະ​ນະ​ທີ່​ໂຢ​ນາ​ຢູ່​ໃນ​ເຮືອ, ກໍ​ເກີດ​ພະ​ຍຸ​ໃຫຍ່. ພວກ​ຜູ້​ຊາຍ​ທີ່​ຢູ່​ໃນ​ເຮືອ​ພາ​ກັນ​ຢ້ານ​ຕາຍ. ພວກ​ເຂົາ​ໄດ້​ຂໍ​ໃຫ້​ໂຢ​ນາ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຊ່ວຍ​ຊີ​ວິດ​ພວກ​ເຂົາ.

ໂຢ​ນາ 1:4–6

ຮູບ​ພາບ
ໂຢ​ນາ​ກຳ​ລັງ​ເວົ້າ​ລົມ​ກັບ​ຄົນ​ໃນ​ເຮືອ

ໂຢ​ນາ​ຮູ້​ຢູ່​ແລ້ວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ພະ​ຍຸ​ມາ ເພາະ​ເພິ່ນ​ກຳ​ລັງ​ໜີ​ຈາກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ເພິ່ນ​ເຮັດ. ໂຢ​ນາ​ຢາກ​ຊ່ວຍ​ຊີ​ວິດ​ຜູ້​ຄົນ​ຢູ່​ໃນ​ເຮືອ. ເພິ່ນ​ເວົ້າ​ວ່າ ຖ້າ​ພວກ​ເຂົາ​ໂຍນ​ເພິ່ນ​ລົງ​ໄປ​ໃນ​ທະ​ເລ, ພະ​ຍຸ​ກໍ​ຈະ​ຢຸດ.

ໂຢ​ນາ 1:12

ຮູບ​ພາບ
ຄົນ​ໃນ​ເຮືອ​ໂຍນ​ໂຢ​ນາ​ລົງ​ຈາກ​ເຮືອ

ພວກ​ຜູ້​ຊາຍ​ບໍ່​ຢາກ​ໂຍນ​ໂຢ​ນາ​ລົງ​ນໍ້າ. ພວກ​ເຂົາ​ພະ​ຍາ​ຍາມ​ທີ່​ຈະ​ພາຍ​ເຮືອ​ເຂົ້າ​ຝັ່ງ, ແຕ່​ພະ​ຍຸ​ນັ້ນ​ແຮງ​ເກີນ​ໄປ. ໃນ​ທີ່​ສຸດ, ພວກ​ເຂົາ​ກໍ​ໂຍນ​ໂຢ​ນາ​ລົງ​ໄປ​ໃນ​ທະ​ເລ.

ໂຢ​ນາ 1:13–15

ຮູບ​ພາບ
ປາ​ໃຫຍ່​ກຳ​ລັງກືນ​ກິນ​ໂຢ​ນາ

ພະ​ຍຸ​ໄດ້​ຢຸດ​ລົງ. ແຕ່​ໂຢ​ນາ​ໄດ້​ຖືກ​ປາ​ໃຫຍ່​ກືນ​ກິນ.

ໂຢ​ນາ 1:15, 17

ຮູບ​ພາບ
ໂຢ​ນາ​ຢູ່​ແຄມ​ທະ​ເລ

ໂຢ​ນາ​ໄດ້​ຢູ່​ໃນ​ທ້ອງ​ປາ​ເປັນ​ເວ​ລາ​ສາມ​ມື້​ສາມ​ຄືນ. ໃນ​ຊ່ວງ​ເວ​ລາ​ນັ້ນ, ໂຢ​ນາ​ໄດ້​ອະ​ທິ​ຖານ ແລະ ກັບ​ໃຈ. ເພິ່ນ​ຢາກ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິນ​ຄໍາ​ອະ​ທິ​ຖານ​ຂອງ​ໂຢ​ນາ ແລະ ເຮັດ​ໃຫ້​ປາ​ຄາຍ​ໂຢ​ນາ​ລົງ​ດິນ​ແຫ້ງ.

ໂຢ​ນາ 1:17; 2:1–10

ຮູບ​ພາບ
ໂຢ​ນາ​ກຳ​ລັງ​ສັ່ງ​ສອນ​ປະ​ຊາ​ຊົນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂຢ​ນາ​ອີກ​ຄັ້ງ ໃຫ້​ສັ່ງ​ສອນ​ປະ​ຊາ​ຊົນ​ຊາວ​ນີ​ເນ​ເວ. ເທື່ອ​ນີ້ ໂຢ​ນາ​ໄດ້​ເຊື່ອ​ຟັງ. ເພິ່ນ​ໄດ້​ໄປ​ຍັງ​ເມືອງ​ນີ​ເນ​ເວ ແລະ ບອກ​ປະ​ຊາ​ຊົນ​ໃຫ້​ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທໍາ​ລາຍ​ເມືອງ​ຂອງ​ພວກ​ເຂົາ. ກະ​ສັດ ແລະ ປະ​ຊາ​ຊົນ​ຂອງ​ເພິ່ນ​ໄດ້​ກັບ​ໃຈ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ອະ​ໄພ​ແກ່​ພວກ​ເຂົາ ແລະ ບໍ່​ໄດ້​ທໍາ​ລາຍ​ເມືອງ​ນີ​ເນ​ເວ.

ໂຢ​ນາ 3

ຮູບ​ພາບ
ໂຢ​ນາ​ເບິ່ງ​ຄື​ໃຈ​ຮ້າຍ

ແຕ່​ໂຢ​ນາ​ຜິດ​ຫວັງ​ທີ່​ປະ​ຊາ​ຊົນ​ບໍ່​ໄດ້​ຖືກ​ທໍາ​ລາຍ. ເພິ່ນ​ຄິດ​ວ່າ ພວກ​ເຂົາ​ບໍ່​ສົມ​ຄວນ​ໄດ້​ຮັບ​ການ​ໃຫ້​ອະ​ໄພ.

ໂຢ​ນາ 4:1–2

ຮູບ​ພາບ
ໂຢ​ນາ​ກຳ​ລັງ​ຫລຽວ​ເບິ່ງ​ຕົ້ນ​ໄມ້​ທີ່​ຕາຍ

ເພື່ອ​ສິດ​ສອນ​ບົດ​ຮຽນ​ໃຫ້​ແກ່​ໂຢ​ນາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ດານ​ໃຫ້​ຕົ້ນ​ໄມ້​ຕົ້ນ​ໜຶ່ງ​ເກີດ​ຂຶ້ນ​ເປັນ​ຮົ່ມ​ໃຫ້​ໂຢ​ນາ. ແລ້ວ​ຕົ້ນ​ໄມ້​ກໍ​ຕາຍ, ແລະ ໂຢ​ນາ​ຮູ້​ສຶກ​ເສຍ​ໃຈ​ກັບ​ຕົ້ນ​ໄມ້​ນັ້ນ.

ໂຢ​ນາ 4:5–9

ຮູບ​ພາບ
ໂຢ​ນາ​ກຳ​ລັງ​ສິດ​ສອນ​ກຸ່ມ​ຜູ້​ຄົນ

ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ສິດ​ສອນ​ບົດ​ຮຽນ​ໃຫ້​ໂຢ​ນາ​ກ່ຽວ​ກັບ​ລູກໆ​ຂອງ​ພຣະ​ອົງ. ໂຢ​ນາ​ໄດ້​ຮຽນ​ຮູ້​ວ່າ ເພິ່ນ​ຄວນ​ເສຍ​ໃຈ​ເມື່ອ​ຜູ້​ຄົນ​ບໍ່​ກັບ​ໃຈ ແລະ ເພິ່ນ​ຄວນ​ດີ​ໃຈ​ເມື່ອ​ພວກ​ເຂົາ​ກັບ​ໃຈ.

ໂຢ​ນາ 4:10–11

ພິມ