Scripture Stories
ກະ​ສັດ​ໂຢ​ສີ​ອາ


“ກະ​ສັດ​ໂຢ​ສີ​ອາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ກະ​ສັດ​ໂຢ​ສີ​ອາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

2 ກະ​ສັດ 22; 2 ຂ່າວ​ຄາວ 34–35

ກະ​ສັດ​ໂຢ​ສີ​ອາ

ການ​ສະ​ແຫວງ​ຫາ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ກະ​ສັດ​ໜຸ່ມ​ໂຢ​ສີ​ອາ

ໂຢ​ສີ​ອາ​ມີ​ອາ​ຍຸ​ໄດ້​ແປດ​ປີ ຕອນ​ເພິ່ນ​ໄດ້​ກາຍ​ເປັນ​ກະ​ສັດ​ຂອງ​ຢູ​ດາຍ. ເພິ່ນ​ເປັນ​ກະ​ສັດ​ທີ່​ດີ ຜູ້​ຮັກ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ຢາກ​ຊ່ວຍ​ປະ​ຊາ​ຊົນ​ຂອງ​ເພິ່ນ, ຊາວ​ອິດ​ສະ​ຣາ​ເອນ, ໃຫ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຊົາ​ນະ​ມັດ​ສະ​ການ​ຮູບ​ປັ້ນ. ເມື່ອ​ເພິ່ນ​ໃຫຍ່​ຂຶ້ນ, ເພິ່ນ ແລະ ປະ​ຊາ​ຊົນ​ຂອງ​ເພິ່ນ​ໄດ້​ເລີ່ມ​ສ້ອມ​ແປງ​ພຣະ​ວິ​ຫານ ແລະ ເຮັດ​ໃຫ້​ມັນ​ສວຍ​ງາມ​ຄືນ​ອີກ.

2 ກະ​ສັດ 22:1–2; 2 ຂ່າວ​ຄາວ 34:3–7

ຮູບ​ພາບ
ຮິນ​ກີ​ຢາ​ກຳ​ລັງ​ພົບ​ເຫັນ​ມ້ວນ​ໜັງ​ສື​ຢູ່​ໃນ​ພຣະ​ວິ​ຫານ​ທີ່​ເພ​ພັງ

ຂະ​ນະ​ທີ່​ຜູ້​ຄົນ​ກຳ​ລັງ​ເຮັດ​ວຽກ​ຢູ່​ພຣະ​ວິ​ຫານ, ມະ​ຫາ​ປະ​ໂລ​ຫິດ​ຮິນ​ກີ​ຢາ​ໄດ້​ພົບ​ເຫັນ​ໜັງ​ສື​ກົດ​ບັນ​ຍັດ, ເປັນ​ມ້ວນ​ທີ່​ບັນ​ຈຸ​ພຣະ​ຄຳ​ພີ.

2 ກະ​ສັດ 22:3–9

ຮູບ​ພາບ
ກະ​ສັດ​ໂຢ​ສີ​ອາ​ທີ່​ໂສກ​ເສົ້າ​ກຳ​ລັງ​ຟັງ​ເນື້ອ​ຄວາມ​ຈາກ​ໜັງ​ສື​ກົດ​ບັນ​ຍັດ

ຜູ້​ຮັບ​ໃຊ້​ຄົນ​ໜຶ່ງ​ໄດ້​ອ່ານ​ປຶ້ມ​ໃຫ້​ໂຢ​ສີ​ອາ​ຟັງ. ໂຢ​ສີ​ອາ​ໄດ້​ຍິນ​ເນື້ອ​ຄວາມ ແລະ ໂສກ​ເສົ້າ ຍ້ອນ​ວ່າ​ປະ​ຊາ​ຊົນ​ຂອງ​ເພິ່ນ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ຈີກ​ເຄື່ອງ​ນຸ່ງ​ຂອງ​ຕົນ ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ໂສກ​ເສົ້າ.

2 ກະ​ສັດ 22:10–13, 19

ຮູບ​ພາບ
ຜູ້​ຮັບ​ໃຊ້​ຂອງ​ໂຢ​ສີ​ອາ​ກຳ​ລັງ​ເວົ້າ​ກັບ​ນາງ​ຮຸນ​ດາ

ເພິ່ນ​ໄດ້​ບອກ​ຮິນ​ກີ​ຢາ​ໃຫ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ພວກ​ເພິ່ນ​ຄວນ​ຈະ​ເຮັດ​ແນວ​ໃດ. ຮິນ​ກີ​ຢາ ແລະ ຜູ້​ຮັບ​ໃຊ້​ຂອງ​ກະ​ສັດ​ໄດ້​ໄປ​ຫາ​ນາງ​ຮຸນ​ດາ. ນາງ​ເປັນ​ສາດ​ສະ​ດາ​ຍິງ, ເປັນ​ຜູ້​ນຳ​ທີ່​ຊື່​ສັດ ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ. ນາງ​ໄດ້​ເວົ້າ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ໄທ​ກັບ​ໂຢ​ສີ​ອາ ຍ້ອນ​ວ່າ​ເພິ່ນ​ຢາກ​ຊ່ວຍ​ປະ​ຊາ​ຊົນ​ຂອງ​ເພິ່ນ​ໃຫ້​ເຊື່ອ​ຟັງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ ກະ​ສັດ​ໂຢ​ສີ​ອາ​ຈະ​ມີ​ຊີ​ວິດ​ທີ່​ສະ​ຫງົບ​ສຸກ.

2 ກະ​ສັດ 22:12–20

ຮູບ​ພາບ
ກະ​ສັດ​ໂຢ​ສີ​ອາ​ຢູ່​ໃນ​ງານ​ປັດ​ສະ​ການ

ກະ​ສັດ​ໂຢ​ສີ​ອາ​ຢາກ​ໃຫ້​ປະ​ຊາ​ຊົນ​ຂອງ​ເພິ່ນ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ຂໍ​ໃຫ້​ພວກ​ເຂົາ​ສະ​ຫລອງ​ງານ​ປັດ​ສະ​ຄາ ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ຈື່​ຈຳ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ດົນ​ນານ​ມາ​ແລ້ວ​ໃນ​ປະ​ເທດ​ເອ​ຢິບ.

2 ຂ່າວ​ຄາວ 35:1–19

ພິມ