Scripture Stories
ສາດ​ສະ​ດາ​ເຢ​ເຣ​ມີ​ຢາ


“ສາດ​ສະ​ດາ​ເຢ​ເຣ​ມີ​ຢາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ສາດ​ສະ​ດາ​ເຢ​ເຣ​ມີ​ຢາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ເຢ​ເຣ​ມີ​ຢາ 1–52

ສາດ​ສະ​ດາ​ເຢ​ເຣ​ມີ​ຢາ

ໄດ້​ຖືກ​ເອີ້ນ​ກ່ອນ​ເພິ່ນ​ມາ​ເກີດ

ຮູບ​ພາບ
ເຢ​ເຣ​ມີ​ຢາ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ສາດ​ສະ​ດາ

ເຢ​ເຣ​ມີ​ຢາ​ໄດ້​ອາ​ໄສ​ຢູ່​ເມືອງ​ເຢ​ຣູ​ຊາ​ເລັມ​ຕອນ​ເພິ່ນ​ຍັງ​ນ້ອຍ. ມື້​ໜຶ່ງ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຫາ​ເຢ​ເຣ​ມີ​ຢາ ແລະ ໄດ້​ເອີ້ນ​ເພິ່ນ​ໃຫ້​ເປັນ​ສາດ​ສະ​ດາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຢ​ເຣ​ມີ​ຢາ​ວ່າ ເພິ່ນ​ຖືກ​ເລືອກ​ໃຫ້​ເປັນ​ສາດ​ສະ​ດາ​ກ່ອນ​ເພິ່ນ​ໄດ້​ມາ​ເກີດ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ ຊີ​ວິດ​ຂອງ​ເຢ​ເຣ​ມີ​ຢາ​ຈະ​ຍາກ​ລຳ​ບາກ. ແຕ່​ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ເຢ​ເຣ​ມີ​ຢາ​ວ່າ ພຣະ​ອົງ​ຈະ​ສະ​ຖິດ​ຢູ່​ກັບ​ເພິ່ນ​ສະ​ເໝີ.

ເຢ​ເຣ​ມີ​ຢາ 1:1–10

ຮູບ​ພາບ
ເຢ​ເຣ​ມີ​ຢາ​ກຳ​ລັງ​ເຕືອນ​ຜູ້​ຄົນ

ຜູ້​ຄົນ​ໃນ​ເມືອງ​ເຢ​ຣູ​ຊາ​ເລັມ​ບໍ່​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ເຢ​ເຣ​ມີ​ຢາ​ຈຶ່ງ​ໄດ້​ເຕືອນ​ຜູ້​ຄົນ​ວ່າ ພວກ​ເຂົາ​ຈະ​ຖືກ​ຍຶດ​ຄອງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ຖ້າ​ຫາກ​ພວກ​ເຂົາ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ, ເມືອງ​ເຢ​ຣູ​ຊາ​ເລັມ​ຈະ​ບໍ່​ຖືກ​ທຳ​ລາຍ. ແຕ່​ຜູ້​ຄົນ​ບໍ່​ຟັງ.

ເຢ​ເຣ​ມີ​ຢາ 6:1–19; 8–9; 17:21–27

ຮູບ​ພາບ
ເຢ​ເຣ​ມີ​ຢາ​ຢູ່​ໃນ​ຄຸກ

ເຢ​ເຣ​ມີ​ຢາ​ໄດ້​ສິດ​ສອນ​ຜູ້​ຄົນ​ເປັນ​ເວ​ລາ​ຫລາຍ​ປີ. ແຕ່​ພວກ​ເຂົາ​ບໍ່​ໄດ້​ກັບ​ໃຈ. ກົງ​ກັນ​ຂ້າມ, ພວກ​ເຂົາ​ໄດ້​ທຳ​ຮ້າຍ​ເພິ່ນ ແລະ ໄດ້​ໂຍນ​ເພິ່ນ​ເຂົ້າ​ຄຸກ.

ເຢ​ເຣ​ມີ​ຢາ 20:2; 26:8–9; 37:15–18; 38:6

ຮູບ​ພາບ
ເຢ​ເຣ​ມີ​ຢາ​ກຳ​ລັງ​ເບິ່ງ​ເມືອງ​ເຢ​ຣູ​ຊາ​ເລັມ​ຖືກ​ທຳ​ລາຍ

ເຢ​ເຣ​ມີ​ຢາ​ຮັກ​ຜູ້​ຄົນ. ເພິ່ນ​ຮ້ອງ​ໄຫ້​ເພາະ​ບາບ​ຂອງ​ພວກ​ເຂົາ. ດັ່ງ​ທີ່​ເພິ່ນ​ໄດ້​ກ່າວ, ເມືອງ​ເຢ​ຣູ​ຊາ​ເລັມ​ໄດ້​ຖືກ​ທຳ​ລາຍ, ແລະ ຜູ້​ຄົນ​ໄດ້​ຖືກ​ຈັບ​ໄປ.

ເຢ​ເຣ​ມີ​ຢາ 9:1–8; 25:9–12; 52:1–10

ຮູບ​ພາບ
ເຢ​ເຣ​ມີ​ຢາ​ກຳ​ລັງ​ຂຽນ​ຄຳ​ທຳ​ນາຍ

ເຢ​ເຣ​ມີ​ຢາ​ໄດ້​ຖືກ​ພາ​ໄປ​ປະ​ເທດ​ເອ​ຢິບ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເພິ່ນ​ໃຫ້​ຂຽນ​ຄຳ​ທຳ​ນາຍ​ຂອງ​ເພິ່ນ​ໄວ້. ເຢ​ເຣ​ມີ​ຢາ​ໄດ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ແຕ່​ໃນ​ຍາມ​ລຳ​ບາກ​ຍາກ​ເຂັນ. ເພິ່ນ​ໄດ້​ສືບ​ຕໍ່​ບອກ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

ເຢ​ເຣ​ມີ​ຢາ 36:1–2, 27–32

ພິມ