Scripture Stories
ອາ​ດາມ ແລະ ເອ​ວາ


“ອາ​ດາມ ແລະ ເອ​ວາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ອາ​ດາມ ແລະ ເອ​ວາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 2–3; ໂມ​ເຊ 3–5; ອັບ​ຣາ​ຮາມ 5

ອາ​ດາມ ແລະ ເອ​ວາ

ການ​ໄດ້​ຮັບ​ປະ​ສົບ​ການ​ໂດຍ​ການ​ເລືອກ

ຮູບ​ພາບ
ອາ​ດາມ ແລະ ເອ​ວາ​ພ້ອມ​ທັງ​ສັດ​ສາ​ວາ​ສິ່ງ

ອາ​ດາມ ແລະ ເອ​ວາໄດ້​ເປັນ​ລູກ​ຜູ້​ທຳ​ອິດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ໂລກນີ້. ເຂົາ​ເຈົ້າ​ໄດ້​ອາ​ໄສ​ຢູ່​ໃນ​ສວນ​ເອ​ເດນ​ທີ່​ສວຍ​ງາມ, ເຕັມ​ໄປ​ດ້ວຍ​ພືດ​ພັນ ແລະ ຕົ້ນ​ໄມ້​ທຸກ​ຊະ​ນິດ. ພຣະ​ເຈົ້າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ໄດ້​ມາ​ຢ້ຽມ​ຢາມ ແລະ ເວົ້າ​ລົມ​ກັບ​ເຂົາ​ເຈົ້າ.

ປະ​ຖົມ​ມະ​ການ 2:8–9; 3:8; ໂມ​ເຊ 3:8­–9; ອັບ​ຣາ​ຮາມ 5:8, 14–19

ຮູບ​ພາບ
​ຕົ້ນໄມ້​ແຫ່ງ​ຄວາມ​ຮູ້​ດີ ແລະ ຮູ້​ຊົ່ວ

ພຣະ​ເຈົ້າໄດ້​ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ກິນ​ໝາກ​ໄມ້​ຈາກ​ທຸກ​ຕົ້ນ ຍົກ​ເວັ້ນ​ແຕ່​ຕົ້ນ​ນີ້. ຖ້າ​ຫາກ​ເຂົາ​ເຈົ້າ​ກິນ​ຈາກ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ດີ ແລະ ຮູ້​ຊົ່ວ, ເຂົາ​ເຈົ້າ​ຈະ​ຕ້ອງ​ໜີ​ຈາກ​ສວນ ແລະ ຈະ​ຕາຍ​ໃນ​ທີ່​ສຸດ. ຊາ​ຕານ​ຕົວະ ອາ​ດາມ ແລະ ເອ​ວາ. ຊາ​ຕານ​ໄດ້​ເວົ້າ​ວ່າ ຖ້າ​ຫາກ​ເຂົາ​ເຈົ້າ​ກິນ​ໝາກ​ໄມ້, ເຂົາ​ເຈົ້າ​ຈະ​ຮູ້​ຄວາມ​ດີ ແລະ ຄວາມ​ຊົ່ວ ແຕ່​ເຂົາ​ເຈົ້າ​ຈະ​ບໍ່​ຕາຍ.

ປະ​ຖົມ​ມະ​ການ 2:16–17; 3:1–5; ໂມ​ເຊ 3:9; 4:6–11; ອັບ​ຣາ​ຮາມ 5:9, 12–13

ຮູບ​ພາບ
ເອ​ວາ​ກຳ​ລັງ​ປິດ​ເອົາ​ໝາກ​ໄມ້

ເອ​ວາ​ເລືອກ​ກິນ​ໝາກ​ໄມ້.

ປະ​ຖົມ​ມະ​ການ 3:5–6; ໂມ​ເຊ 4:12

ຮູບ​ພາບ
ໝາກ​ໄມ້​ຢູ່​ໃນ​ມື

ເອ​ວາ​ໄດ້​ເອົາ​ໝາກ​ໄມ້​ໃຫ້​ອາ​ດາມ​ກິນ. ລາວ​ກໍ​ເລືອກ​ກິນ​ໝາກ​ໄມ້​ຄື​ກັນ.

ປະ​ຖົມ​ມະ​ການ 3:6–7; ໂມ​ເຊ 4:12

ຮູບ​ພາບ
ອາ​ດາມ ແລະ ເອ​ວາ​ກຳ​ລັງ​ລີ້​ຊ່ອນ​ຕົວ​ຈາກ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ

ພຣະ​ເຈົ້າ ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຢ້ຽມ​ຢາມ​ເຂົາ​ເຈົ້າ, ແຕ່​ອາ​ດາມ ແລະ ເອ​ວາ​ຢ້ານ​ກົວ ແລະ ໄດ້​ລີ້​ຢູ່. ພຣະ​ເຈົ້າ​ໄດ້​ຖາມ​ວ່າ ເຂົາ​ເຈົ້າ​ໄດ້​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ດີ ແລະ ຮູ້​ຊົ່ວ​ນັ້ນ​ຫລືບໍ່.

ປະ​ຖົມ​ມະ​ການ 3:8–13; ໂມ​ເຊ 4:13–14

ຮູບ​ພາບ
ອາ​ດາມ ແລະ ເອ​ວາ​ກຳ​ລັງ​ໜີ​ຈາກ​ສວນ​ເອ​ເດນ

ອາ​ດາມ ແລະ ເອ​ວາ​ໄດ້​ບອກ​ພຣະ​ເຈົ້າ​ວ່າ ເຂົາ​ເຈົ້າ​ໄດ້​ກິນ​ໝາກ​ໄມ້. ຍ້ອນ​ການ​ເລືອກ​ຂອງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ຈະ​ຕ້ອງ​ໜີ​ຈາກ​ສວນ​ເອ​ເດນ. ເຂົາ​ເຈົ້າ​ໄດ້​ຖືກ​ແຍກ​ຈາກ​ພຣະ​ເຈົ້າ, ແຕ່​ພຣະ​ອົງ​ມີ​ແຜນ​ສຳ​ລັບ​ເຂົາ​ເຈົ້າ. ບັດ​ນີ້ ເຂົາ​ເຈົ້າ​ຮູ້ຄວາມ​ດີ​ຈາກ​ຄວາມ​ຊົ່ວ ແລະ ສາ​ມາດ​ມີ​ລູກ.

ປະ​ຖົມ​ມະ​ການ 3:16–24; ໂມ​ເຊ 4:15–31

ຮູບ​ພາບ
ຄອບ​ຄົວ​ຂອງອາ​ດາມ ແລະ ເອ​ວາ​ກຳ​ລັງ​ຫລຽວ​ເບິ່ງ​ໄຟ

ອາ​ດາມ ແລະ ເອ​ວາ​ໄດ້​ສັນ​ຍາ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ທຸກ​ປະ​ການ​ຂອງ​ພຣະ​ເຈົ້າ. ເຂົາ​ເຈົ້າ​ໄດ້​ຖືກ​ສິດ​ສອນ​ໃຫ້​ຖວາຍ​ສັດ. ຂະ​ນະ​ທີ່​ເຂົາ​ເຈົ້າ​ເຊື່ອ​ຟັງ, ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ພຣະ​ເຢ​ຊູ​ຄຣິດ. ເຂົາ​ເຈົ້າ​ຊື່ນ​ຊົມ​ຢ່າງ​ຍິ່ງ ຍ້ອນ​ວ່າ​ພຣະ​ອົງ​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໃຫ້​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ.

ປະ​ຖົມ​ມະ​ການ 3:23; ໂມ​ເຊ 5:1–12

ພິມ