Scripture Stories
ສາດ​ສະ​ດາ​ຍິງ​ເດ​ໂບ​ຣາ


“ສາດ​ສະ​ດາ​ຍິງ​ເດ​ໂບ​ຣາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ສາດ​ສະ​ດາ​ຍິງ​ເດ​ໂບ​ຣາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ພວກ​ຜູ້​ປົກ​ຄອງ 4–5

ສາດ​ສະ​ດາ​ຍິງ​ເດ​ໂບ​ຣາ

ຜູ້​ນຳ​ຄົນ​ໜຶ່ງ​ທີ່​ຊ່ວຍ​ອິດ​ສະ​ຣາ​ເອນ​ໃຫ້​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ສາດ​ສະ​ດາ​ຍິງ​ເດ​ໂບ​ຣາ

ນາງ​ເດ​ໂບ​ຣາ​ເປັນ​ສາດ​ສະ​ດາ​ຍິງ, ເປັນ​ຜູ້​ນຳ​ທີ່​ຊື່​ສັດ​ຊາວ​ອິດ​ສະ​ຣາ​ເອນ ຜູ້​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ຜູ້​ຄົນ​ຂອງ​ນາງ​ເຊົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຊາວ​ກາ​ນາ​ອານ​ໄດ້​ປົກ​ຄອງ​ພວກ​ເຂົາ. ຫລັງ​ຈາກ​ຊາວ​ປີ, ຊາວ​ອິດ​ສະ​ຣາ​ເອນ​ໄດ້​ເລີ່ມ​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ.

ພວກ​ຜູ້​ປົກ​ຄອງ 4:1–5

ຮູບ​ພາບ
ນາງ​ເດ​ໂບ​ຣາ​ກຳ​ລັງ​ອະ​ທິ​ຖານ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ. ພຣະ​ອົງ​ໄດ້​ບອກ​ນາງ​ເດ​ໂບ​ຣາ​ໃຫ້​ເຕົ້າ​ໂຮມ​ກອງ​ທັບ​ອິດ​ສະ​ຣາ​ເອນ​ເພື່ອ​ຕໍ່​ສູ້​ກັບ​ຊາວ​ກາ​ນາ​ອານ.

ພວກ​ຜູ້​ປົກ​ຄອງ 4:6

ຮູບ​ພາບ
ນາງ​ເດ​ໂບ​ຣາ​ກຳ​ລັງ​ເວົ້າ​ກັບ​ພວກ​ທະ​ຫານ

ກອງ​ທັບ​ກາ​ນາ​ອານມີ​ພົນ​ທະ​ຫານ ແລະ ລົດ​ຮົບ​ຢ່າງ​ຫລວງ​ຫລາຍ. ພວກ​ເຂົາ​ເຮັດ​ໃຫ້​ກອງ​ທັບ​ອິດ​ສະ​ຣາ​ເອນ​ຢ້ານ​ກົວ, ແຕ່​ນາງ​ເດ​ໂບ​ຣາ​ບໍ່​ຢ້ານ. ນາງ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ພວກ​ເຂົາ.

ພວກ​ຜູ້​ປົກ​ຄອງ 4:3, 7

ຮູບ​ພາບ
ບາ​ຣັກ​ຂໍ​ຮ້ອງ​ໃຫ້​ນາງ​ເດ​ໂບ​ຣາ​ໄປ​ນຳ

ບາ​ຣັກ​ເປັນ​ຜູ້​ນຳ​ກອງ​ທັບ​ອິດ​ສະ​ຣາ​ເອນ. ເພິ່ນ​ບໍ່​ຢາກ​ຕໍ່​ສູ້. ແຕ່​ເພິ່ນ​ຄິດ​ວ່າ ຖ້າ​ຫາກ​ນາງ​ເດ​ໂບ​ຣາ​ໄປ​ກັບ​ກອງ​ທັບ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົກ​ປ້ອງ​ພວກ​ເຂົາ. ນາງ​ເດ​ໂບ​ຣາ​ໄດ້​ຕົກ​ລົງ​ໄປ​ນຳ. ນາງ​ໄດ້​ທຳ​ນາຍ​ວ່າ ຜູ້​ຍິງ​ຄົນ​ໜຶ່ງ​ຈະ​ເອົາ​ຊະ​ນະ​ຊີ​ເຊ​ຣາ, ຜູ້​ນຳ​ກອງ​ທັບ​ກາ​ນາ​ອານ.

ພວກ​ຜູ້​ປົກ​ຄອງ 4:8–9

ຮູບ​ພາບ
ນາງ​ເດ​ໂບ​ຣາ ແລະ ກອງ​ທັບ​ຢູ່​ເທິງ​ພູ​ເຂົາ

ກອງ​ທັບ​ອິດ​ສະ​ຣາ​ເອນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເທິງ​ພູ​ເຂົາ, ແລະ ຊາວ​ກາ​ນາ​ອານ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຮ່ອມ​ພູ. ນາງ​ເດ​ໂບ​ຣາ​ໄດ້​ບອກ​ບາ​ຣັກ​ໃຫ້​ລົງ​ໄປ​ຈາກ​ພູ​ເຂົາ. ນາງ​ສັນ​ຍາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖິດ​ຢູ່​ກັບ​ພວກ​ເຂົາ.

ພວກ​ຜູ້​ປົກ​ຄອງ 4:12–14

ຮູບ​ພາບ
ລົດ​ຮົບ​ກຳ​ລັງ​ຖືກ​ນ້ຳ​ຊັດ​ໄຫລ​ໜີ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຝົນ​ລົງ​ມາ, ແລະ ລົດ​ຮົບ​ຂອງ​ຊາວ​ກາ​ນາ​ອານ​ຖືກ​ນ້ຳ​ຊັດ​ໄຫລ​ໜີ. ຊາວ​ກາ​ນາ​ອານ​ຫລາຍ​ຄົນ​ໄດ້​ຈົມ​ນ້ຳ​ຕາຍ​ຢູ່​ໃນ​ແມ່​ນ້ຳ, ແຕ່​ຊີ​ເຊ​ຣາ​ໄດ້​ແລ່ນ​ໜີ​ໄປ.

ພວກ​ຜູ້​ປົກ​ຄອງ 4:15, 17; 5:4–5, 19–22

ຮູບ​ພາບ
ນາງ​ຢາ​ເອນ​ໄດ້​ເຊື້ອ​ເຊີນ​ຊີ​ເຊ​ຣາ​ໃຫ້​ເຂົ້າ​ໄປ​ໃນ​ຜ້າ​ເຕັ້ນ

ຍິງ​ຄົນ​ໜຶ່ງ​ຊື່ ຢາ​ເອນ ອາ​ໄສ​ຢູ່​ໃນ​ຜ້າ​ເຕັ້ນ​ໃກ້​ແຖວ​ນັ້ນ. ນາງ​ເຫັນ​ຊີ​ເຊ​ຣາ​ກຳ​ລັງ​ແລ່ນ​ມາ ແລະ ໄດ້​ບອກ​ລາວ​ໃຫ້​ໄປ​ລີ້​ຢູ່​ໃນ​ຜ້າ​ເຕັ້ນ​ຂອງ​ນາງ. ນາງ​ຢາ​ເອນ​ຮູ້​ວ່າ ລາວ​ເປັນ​ຜູ້​ນຳ​ກອງ​ທັບ​ກາ​ນາ​ອານ ແລະ ໄດ້​ຂ້າ​ລາວ ເພື່ອ​ວ່າ​ລາວ​ຈະ​ບໍ່​ສາ​ມາດ​ທຳ​ຮ້າຍ​ຜູ້​ຄົນ​ຕື່ມ​ອີກ.

ພວກ​ຜູ້​ປົກ​ຄອງ 4:15–21

ຮູບ​ພາບ
ນາງ​ເດ​ໂບ​ຣາ​ກຳ​ລັງ​ຫລຽວ​ເບິ່ງ​ເມືອງ​ທີ່​ສະ​ຫງົບ​ສຸກ

ຄຳ​ທຳ​ນາຍ​ຂອງ​ນາງ​ເດ​ໂບ​ຣາ​ໄດ້​ເກີດ​ເປັນ​ຈິງ. ຊີ​ເຊ​ຣາ​ໄດ້​ຜ່າຍ​ແພ້​ໂດຍ​ຜູ້​ຍິງ​ທີ່​ກ້າ​ຫານ​ຄົນ​ໜຶ່ງ. ນາງ​ເດ​ໂບ​ຣາ​ໄດ້​ຮ້ອງ​ເພງ​ເພື່ອ​ຊ່ວຍ​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ຈື່​ຈຳ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ພວກ​ເຂົາ​ໃຫ້​ລອດ. ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ ແລະ ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ສະ​ຫງົບ​ສຸກ​ເປັນ​ເວ​ລາ 40 ປີ.

ພວກ​ຜູ້​ປົກ​ຄອງ 5:1, 24–27, 31

ພິມ