Scripture Stories
ສາດ​ສະ​ດາ​ເອ​ນົກ


“ສາດ​ສະ​ດາ​ເອ​ນົກ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ສາດ​ສະ​ດາ​ເອ​ນົກ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 65; ໂມເຊ 6–7

ສາດ​ສະ​ດາ​ເອ​ນົກ

ວິ​ທີ​ທີ່​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ໃຫ້​ນະ​ຄອນ​ແຫ່ງ​ໜຶ່ງ​ລອດ​ໄດ້

ຮູບ​ພາບ
ພຣະ​ເຈົ້າ​ກຳ​ລັງ​ເວົ້າ​ລົມ​ກັບ​ເອ​ນົກ

ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄດ້​ຂໍ​ໃຫ້​ເອ​ນົກ​ໄປ​ບອກ​ຜູ້​ຄົນ​ໃຫ້​ກັບ​ໃຈ. ແຕ່​ເອ​ນົກ​ຄິດ​ວ່າ​ເພິ່ນ​ເວົ້າ​ບໍ່​ເກັ່ງ. ເພິ່ນ​ຢ້ານ​ວ່າ​ຜູ້​ຄົນ​ຈະ​ບໍ່​ຮັບ​ຟັງ​ເພິ່ນ.

ປະ​ຖົມ​ມະ​ການ 5:22; ໂມ​ເຊ 6:26–31

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ເຍາະ​ເຍີ້ຍ​ເອ​ນົກ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ໃຫ້​ການ​ປົກ​ປ້ອງ​ແກ່​ເອ​ນົກ ເຖິງ​ແມ່ນ​ວ່າ​ບາງ​ຄົນ​ບໍ່​ມັກ​ສິ່ງ​ທີ່​ເອ​ນົກ​ໄດ້​ສິດ​ສອນ​ກໍ​ຕາມ.

ໂມ​ເຊ 6:32–39

ຮູບ​ພາບ
ເອ​ນົກ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ

ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຄວາມ​ກ້າ​ຫານ​ແກ່​ເອ​ນົກ. ເອ​ນົກ​ໄດ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ສິດ​ສອນ​ຜູ້​ຄົນ​ດ້ວຍ​ພະ​ລັງ. ເພິ່ນ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ. ບາງ​ຄົນ​ກໍ​ເຊື່ອ​ເອ​ນົກ ແລະ ຢາກ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ.

ໂມ​ເຊ 6:47–68

ຮູບ​ພາບ
ເອ​ນົກ​ກຳ​ລັງ​ໃຫ້​ບັບ​ຕິ​ສ​ະມາ​ແກ່​ຜູ້​ຍິງ​ຄົນ​ໜຶ່ງ

ເອ​ນົກ​ມີ​ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ​ທີ່​ຈະ​ໃຫ້​ບັບ​ຕິ​ສະ​ມາ. ທຸກ​ຄົນ​ທີ່​ເຊື່ອ​ເອ​ນົກ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ໄດ້​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ. ບໍ່​ມີ​ຄົນ​ຍາກ​ຈົນ​ເພາະ​ເຂົາ​ເຈົ້າ​ໄດ້​ດູ​ແລ​ກັນ​ແລະ​ກັນ. ເຂົາ​ເຈົ້າ​ຖືກ​ເອີ້ນ​ວ່າ ຊີ​ໂອນ ເພາະ​ເຂົາ​ເຈົ້າ​ໄດ້​ອາ​ໄສ​ຢູ່​ນຳ​ກັນ​ໃນ​ຄວາມ​ຮັກ ແລະ ຄວາມ​ຊອບ​ທຳ.

ໂມ​ເຊ 7:10–20

ຮູບ​ພາບ
ພຣະ​ຊົນ​ຊີບ, ການ​ສິ້ນ​ພຣະ​ຊົນ, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ

ມື້​ໜຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ພາບ​ນິ​ມິດ​ໃຫ້​ເອ​ນົກ​ເຫັນ ເຖິງ​ທຸກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ເອ​ນົກ​ໄດ້​ເຫັນ​ພຣະ​ຊົນ​ຊີບ, ການ​ສິ້ນ​ພຣະ​ຊົນ, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເອ​ນົກ​ໄດ້​ຮຽນ​ຮູ້​ວ່າ ໃນ​ຍຸກ​ສຸດ​ທ້າຍ ພຣະ​ກິດ​ຕິ​ຄຸນ​ຈະ​ຖືກ​ຟື້ນ​ຟູ. ເພິ່ນ​ກໍ​ໄດ້​ເຫັນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ນຳ​ອີກ.

ໂມ​ເຊ 7:21–67

ຮູບ​ພາບ
ພຣະ​ເຈົ້າ​ກຳ​ລັງ​ເວົ້າ​ລົມ​ກັບ​ຜູ້​ຄົນ​ຂອງ​ຊີ​ໂອນ

ໃນ​ທີ່​ສຸດ, ທຸກ​ຄົນຢູ່​ໃນ​ນະ​ຄອນ​ຊີ​ໂອນ​ໄດ້​ເຊື່ອ​ເອ​ນົກ ແລະ ໄດ້​ກັບ​ໃຈ. ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ດູ​ແລ​ກັນ​ແລະ​ກັນ ແລະ ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຄວາມ​ສັນ​ຕິ​ສຸກ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ຮັບ​ເອົາ​ເຂົາ​ເຈົ້າ​ຂຶ້ນ​ໄປ​ຢູ່​ກັບ​ພຣະ​ອົງ.

ປະ​ຖົມ​ມະ​ການ 5:24; ໂມ​ເຊ 7:18, 21, 68–69

ພິມ