Scripture Stories
ໂຢ​ເຊັບ ແລະ ຄວາມ​ອຶດ​ຢາກ


“ໂຢ​ເຊັບ ແລະ ຄວາມ​ອຶດ​ຢາກ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ໂຢ​ເຊັບ ແລະ ຄວາມ​ອຶດ​ຢາກ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 42–46

ໂຢ​ເຊັບ ແລະ ຄວາມ​ອຶດ​ຢາກ

ໂອ​ກາດ​ຂອງ​ນ້ອງ​ຊາຍ​ທີ່​ຈະ​ຊ່ວຍ​ໃຫ້​ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ມາ​ຢູ່​ນຳ​ກັນ

ຮູບ​ພາບ
ຢາ​ໂຄບ​ສົ່ງ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໄປ​ປະ​ເທດ​ເອ​ຢິບ

ຄອບ​ຄົວ​ຂອງ​ຢາ​ໂຄບ​ຫິວ​ໂຫຍ​ເພາະ​ຄວາມ​ອຶດ​ຢາກ. ສະ​ນັ້ນ ຢາ​ໂຄບ​ຈຶ່ງ​ໄດ້​ສົ່ງ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໄປ​ປະ​ເທດ​ເອ​ຢິບ​ເພື່ອ​ຊື້​ອາ​ຫານ. ເພິ່ນ​ໄດ້​ໃຫ້​ລູກ​ຊາຍ​ຫລ້າ, ເບັນ​ຢາ​ມິນ, ຢູ່​ບ້ານ. ເພິ່ນ​ຢ້ານ​ວ່າ ເພິ່ນ​ຊິ​ເສຍ​ເບັນ​ຢາ​ມິນ​ໄປ​ຄື​ກັນ​ກັບ​ເພິ່ນ​ໄດ້​ເສຍ​ໂຢ​ເຊັບ ລູກ​ຊາຍ​ຂອງ​ເພິ່ນ​ໄປ ເມື່ອ​ຫລາຍ​ປີ​ກ່ອນ. ເພິ່ນ​ບໍ່​ຮູ້​ວ່າ ພວກ​ລູກ​ຊາຍ​ໃຫຍ່​ຂອງ​ເພິ່ນ​ໄດ້​ຂາຍ​ໂຢ​ເຊັບ​ໄປ​ເປັນ​ຂ້າ​ທາດ.

ປະ​ຖົມ​ມະ​ການ 42:1–4

ຮູບ​ພາບ
ພວກ​ອ້າຍ​ກຳ​ລັງ​ຂໍ​ຊື້​ອາ​ຫານ​ຈາກ​ໂຢ​ເຊັບ

ໃນ​ເວ​ລາ​ນີ້, ໂຢ​ເຊັບ​ໄດ້​ເປັນ​ຫົວ​ໜ້າ​ໃຫຍ່​ປົກ​ຄອງ​ປະ​ເທດ​ເອ​ຢິບ. ເພິ່ນ​ຄວບ​ຄຸມ​ເລື່ອງ​ການ​ຂາຍ​ອາ​ຫານ​ລະ​ຫວ່າງ​ທີ່​ມີ​ຄວາມ​ອຶດ​ຢາກ. ພວກ​ອ້າຍ​ໄດ້​ພົບ​ກັບ​ໂຢ​ເຊັບ ແລະ ຂໍ​ຊື້​ອາ​ຫານ​ຈາກ​ເພິ່ນ. ພວກ​ເຂົາ​ບໍ່​ຈື່​ເພິ່ນ.

ປະ​ຖົມ​ມະ​ການ 42:5–8

ຮູບ​ພາບ
ໂຢ​ເຊັບ​ກຳ​ລັງ​ເວົ້າ

ໂຢ​ເຊັບ​ຈື່​ພວກ​ເຂົາ​ໄດ້, ແຕ່​ທຳ​ທ່າ​ວ່າ​ບໍ່​ຮູ້​ຈັກ​ພວກ​ເຂົາ. ເພິ່ນ​ໄດ້​ຖາມ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ ເພື່ອ​ຈະ​ໄດ້​ຮູ້​ວ່າ​ພໍ່ ແລະ ເບັນ​ຢາ​ມິນ ນ້ອງ​ຊາຍ​ຂອງ​ເພິ່ນ​ຍັງ​ມີ​ຊີ​ວິດ​ຢູ່​ຫລື​ບໍ່.

ປະ​ຖົມ​ມະ​ການ 42:10–14

ຮູບ​ພາບ
ພວກ​ອ້າຍ​ກຳ​ລັງ​ກັບ​ໄປ​ບ້ານ​ພ້ອມ​ທັງ​ອາ​ຫານ

ແລ້ວ​ໂຢ​ເຊັບ​ໄດ້​ມອບ​ອາ​ຫານ​ໃຫ້​ພວກ​ອ້າຍ​ຂອງ​ເພິ່ນ. ເພິ່ນ​ໄດ້​ບອກ​ພວກ​ເຂົາ​ບໍ່​ໃຫ້​ກັບ​ຄືນ​ມາ​ຂໍ​ຊື້​ອາ​ຫານ​ອີກ ຖ້າ​ຫາກ​ພວກ​ເຂົາ​ບໍ່​ພາ​ເບັນ​ຢາ​ມິນ ນ້ອງ​ຊາຍ​ຫລ້າ​ຂອງ​ເພິ່ນ​ມາ​ນຳ.

ປະ​ຖົມ​ມະ​ການ 42:15–20

ຮູບ​ພາບ
ພວກ​ອ້າຍ​ກຳ​ລັງ​ກັບ​ໄປ​ປະ​ເທດ​ເອ​ຢິບ

ເມື່ອ​ຄອບ​ຄົວ​ບໍ່​ມີ​ອາ​ຫານ​ກິນ​ອີກ, ຢາ​ໂຄບ​ຮູ້​ວ່າ ເພິ່ນ​ຕ້ອງ​ໄດ້​ສົ່ງ​ເບັນ​ຢາ​ມິນ​ໄປ​ປະ​ເທດ​ເອ​ຢິບ​ກັບ​ພວກ​ລູກ​ຊາຍ​ຄົນ​ອື່ນໆ​ຂອງ​ເພິ່ນ. ຢາ​ໂຄບ​ກໍ​ຍັງ​ບໍ່​ກ້າ​ທີ່​ຈະ​ປ່ອຍ​ໃຫ້​ເບັນ​ຢາ​ມິນ​ໄປ. ແຕ່​ຢູ​ດາ, ອ້າຍ​ຄົນ​ໜຶ່ງ, ໄດ້​ສັນ​ຍາ​ກັບ​ເພິ່ນ​ວ່າ ລາວ​ຈະ​ຮັກ​ສາ​ເບັນ​ຢາ​ມິນ​ໃຫ້​ປອດ​ໄພ.

ປະ​ຖົມ​ມະ​ການ 43:1–15

ຮູບ​ພາບ
ໂຢ​ເຊັບ​ໄດ້​ກ່າວ​ຫາ​ອ້າຍ​ນ້ອງ​ຂອງ​ເພິ່ນ​ວ່າ ພວກ​ເຂົາ​ລັກ​ຈອກ​ເງິນ

ເມື່ອ​ອ້າຍ​ນ້ອງ​ເຫລົ່າ​ນັ້ນ​ກັບ​ໄປ​ປະ​ເທດ​ເອ​ຢິບ, ໂຢ​ເຊັບ​ໄດ້​ຫາ​ທາງ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ ເບັນ​ຢາ​ມິນ​ລັກ​ເອົາ​ຈອກ​ເງິນ. ເພິ່ນ​ຢາກ​ເບິ່ງ​ວ່າ ພວກ​ອ້າຍ​ຂອງ​ເພິ່ນ​ປ່ຽນ​ໄປ​ຫລື​ບໍ່. ຢູ​ດາ​ໄດ້​ອ້ອນ​ວອນ​ໂຢ​ເຊັບ​ບໍ່​ໃຫ້​ລົງ​ໂທດ​ເບັນ​ຢາ​ມິນ ແຕ່​ໃຫ້​ລົງ​ໂທດ​ລາວ​ແທນ.

ປະ​ຖົມ​ມະ​ການ 44

ຮູບ​ພາບ
ໂຢ​ເຊັບ​ເຜີຍ​ຕົວ​ວ່າ ເພິ່ນ​ເປັນ​ໃຜ

ໂຢ​ເຊັບ​ດີ​ໃຈ​ທີ່​ເຫັນ​ວ່າ ພວກ​ອ້າຍ​ຂອງ​ເພິ່ນ​ໄດ້​ປ່ຽນ​ໄປ. ພວກ​ເຂົາ​ຮັກ​ເບັນ​ຢາ​ມິນ​ຫລາຍ​ພໍ​ທີ່​ຈະ​ປົກ​ປ້ອງ​ລາວ. ສະ​ນັ້ນ, ໃນ​ທີ່​ສຸດ, ໂຢ​ເຊັບ​ກໍ​ໄດ້​ບອກ​ພວກ​ເຂົາ​ວ່າ ເພິ່ນ​ເປັນ​ໃຜ.

ປະ​ຖົມ​ມະ​ການ 42:21–24; 45:1–4

ຮູບ​ພາບ
ໂຢ​ເຊັບ​ກຳ​ລັງ​ໂອບ​ກອດ​ພວກ​ອ້າຍ​ຂອງ​ເພິ່ນ

ໂຢ​ເຊັບ​ໄດ້​ໃຫ້​ອະ​ໄພ​ແກ່​ພວກ​ອ້າຍ​ຂອງ​ເພິ່ນ ທີ່​ໄດ້​ຂາຍ​ເພິ່ນ​ໄປ​ເປັນ​ຂ້າ​ທາດ. ໂຢ​ເຊັບ​ເວົ້າ​ວ່າ ມັນ​ແມ່ນ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ຊ່ວຍ​ຄອບ​ຄົວ​ຂອງ​ພວກ​ເພິ່ນ​ໃຫ້​ລອດ​ຈາກ​ຄວາມ​ອຶດ​ຢາກ.

ປະ​ຖົມ​ມະ​ການ 45:5–8

ຮູບ​ພາບ
ພວກ​ອ້າຍ​ກຳ​ລັງ​ແລ່ນ​ໄປ​ຫາ​ຢາ​ໂຄບ

ພວກ​ອ້າຍ​ຂອງ​ໂຢ​ເຊັບ​ໄດ້​ກັບ​ໄປ​ຫາ​ຢາ​ໂຄບ ພໍ່​ຂອງ​ພວກ​ເຂົາ ແລະ ໄດ້​ບອກ​ເພິ່ນ​ທຸກ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ. ຢາ​ໂຄບ​ໄດ້​ພາ​ຄອບ​ຄົວ​ຂອງ​ເພິ່ນ​ໄປ​ຢູ່​ປະ​ເທດ​ເອ​ຢິບ.

ປະ​ຖົມ​ມະ​ການ 45:24–28; 46:1–26

ຮູບ​ພາບ
ໂຢ​ເຊັບ ແລະ ຢາ​ໂຄບ​ໃນ​ປະ​ເທດ​ເອ​ຢິບ, ຟາ​ໂຣ​ຫລຽວ​ເບິ່ງ

ຟາ​ໂຣ​ຕ້ອນ​ຮັບ​ຄອບ​ຄົວ​ຂອງ​ຢາ​ໂຄບ. ເພິ່ນ​ໄດ້​ມອບ​ທີ່​ດິນ ແລະ ສັດ​ລ້ຽງ​ໃຫ້​ພວກ​ເຂົາ ເພື່ອ​ວ່າ​ພວກ​ເຂົາ​ຈະ​ມີ​ອາ​ຫານ​ກິນ​ຢ່າງ​ຫລວງ​ຫລາຍ. ຄອບ​ຄົວ​ຂອງ​ຢາ​ໂຄບ​ມີ​ຊີ​ວິດ​ທີ່​ສະ​ຫງົບ​ສຸກ​ເປັນ​ເວ​ລາ​ດົນ​ນານ.

ປະ​ຖົມ​ມະ​ການ 45:16–23

ພິມ