Scripture Stories
ສາດ​ສະ​ດາ​ໂຢ​ຊວຍ


“ສາດ​ສະ​ດາ​ໂຢ​ຊວຍ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ສາດ​ສະ​ດາ​ໂຢ​ຊວຍ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ພຣະ​ບັນ​ຍັດ​ສອງ 10; 3134; ໂຢ​ຊວຍ 1; 3–6; 10–11; 2124

ສາດ​ສະ​ດາ​ໂຢ​ຊວຍ

ການ​ທົດ​ສອບ​ເທື່ອ​ສຸດ​ທ້າຍ​ກ່ອນ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ

ຮູບ​ພາບ
ໂຢ​ຊວຍ​ກຳ​ລັງ​ອະ​ທິ​ຖານ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ໂຢ​ຊວຍ​ໃຫ້​ເປັນ​ສາດ​ສະ​ດາ​ຄົນ​ໃໝ່​ແທນ​ສາດ​ສະ​ດາ​ໂມ​ເຊ ທີ່​ຖືກ​ເອົາ​ຂຶ້ນ​ໄປ​ສະ​ຫວັນ. ຂະ​ນະ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ຕັ້ງ​ຄ້າຍ​ຢູ່​ໃກ້​ແມ່​ນ້ຳ​ຈໍ​ແດນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ພວກ​ເຂົາ​ຈະ​ຍ້າຍ​ໄປ​ຢູ່​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

ພຣະ​ບັນ​ຍັດ​ສອງ 34:1–9; ໂຢ​ຊວຍ 1:1–4; ແອວ​ມາ 45:19

ຮູບ​ພາບ
ຄົນ​ຊົ່ວ​ໃນ​ດິນ​ແດນ​ກາ​ນາ​ອານ

ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ແມ່ນ​ຢູ່​ໃນ​ດິນ​ແດນ​ກາ​ນາ​ອານ, ແຕ່​ຄົນ​ຊົ່ວ​ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂຢ​ຊວຍ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ແລະ ກ້າ​ຫານ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ຊາວ​ອິດ​ສະ​ຣາ​ເອນ​ຈຶ່ງ​ສາ​ມາດ​ເຂົ້າ​ຄອບ​ຄອງ​ແຜ່ນ​ດິນ​ກາ​ນາ​ອານ​ໄດ້.

ໂຢ​ຊວຍ 1:1–9

ຮູບ​ພາບ
ຊາວ​ອິດ​ສະ​ຣາ​ເອນ​ທີ່​ແມ່​ນ້ຳ​ຈໍ​ແດນ

ໂຢ​ຊວຍ​ໄດ້​ເຕົ້າ​ໂຮມ​ກອງ​ທັບ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ພວກ​ເຂົາ​ໃຫ້​ຫາມ​ແຜ່ນ​ພຣະ​ບັນ​ຍັດ​ສິບ​ປະ​ການ ແລະ ພຣະ​ຄຳ​ພີ​ອື່ນໆ. ພວກ​ປະ​ໂລ​ຫິດ​ໄດ້​ຫາມ​ສິ່ງ​ຂອງ​ສັກ​ສິດ​ເຫລົ່າ​ນີ້​ຢູ່​ໃນ​ຫີບ​ທີ່​ເອີ້ນ​ວ່າ ຫີບ​ພັນ​ທະ​ສັນ​ຍາ. ແລ້ວ​ກອງ​ທັບ​ໄດ້​ກຽມ​ພ້ອມ​ທີ່​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ. ແມ່​ນ້ຳ​ນັ້ນ​ເລິກ ແລະ ໄຫລ​ແຮງ.

ພຣະ​ບັນ​ຍັດ​ສອງ 10:5; 31:25–26; ໂຢ​ຊວຍ 1:10–11; 3:1–11

ຮູບ​ພາບ
ສາດ​ສະ​ດາ​ໂຢ​ຊວຍ

ໂຢ​ຊວຍ​ໄດ້​ສັນ​ຍາ​ກັບ​ຊາວ​ອິດ​ສະ​ຣາ​ເອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຫລືອ​ພວກ​ເຂົາ​ຂ້າມ​ແມ່​ນ້ຳ.

ໂຢ​ຊວຍ 3:10–13

ຮູບ​ພາບ
ນ້ຳ​ໄດ້​ແຍກ​ອອກ​ຢູ່​ໃກ້​ຕີນ

ໂຢ​ຊວຍ​ໄດ້​ຂໍ​ໃຫ້​ພວກ​ປະ​ໂລ​ຫິດ 12 ຄົນ​ຫາມ​ຫີບ​ພັນ​ທະ​ສັນ​ຍາ ແລະ ຍ່າງ​ລົງ​ໄປ​ໃນ​ນ້ຳ. ທັນ​ທີ​ທີ່​ພວກ​ປະ​ໂລ​ຫິດ​ຢັ່ງ​ຕີນ​ລົງ​ນ້ຳ, ນ້ຳ​ກໍ​ແຍກ​ອອກ.

ໂຢ​ຊວຍ 3:12–17

ຮູບ​ພາບ
ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ຫາມ​ຫີບ​ພັນ​ທະ​ສັນ​ຍາ​ໄປ​ເທິງ​ພື້ນ​ແມ່​ນ້ຳ​ແຫ້ງ, ບາງ​ຄົນ​ໄດ້​ເກັບ​ເອົາ​ກ້ອນ​ຫີນ

ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຂ້າມ​ແມ່​ນ້ຳ​ໄປ​ເທິງ​ດິນ​ແຫ້ງ. ໂຢ​ຊວຍ​ໄດ້​ຂໍ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ເກັບ​ເອົາ​ກ້ອນ​ຫີນ 12 ກ້ອນ ຈາກ​ພື້ນ​ແມ່​ນ້ຳ. ເພິ່ນ​ໄດ້​ກອງ​ຫີນ​ເຫລົ່າ​ນັ້ນ​ຂຶ້ນ​ເພື່ອ​ເຕືອນ​ໃຈ​ຊາວ​ອິດ​ສະ​ຣາ​ເອນ ເຖິງ​ການ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ມື້​ນັ້ນ.

ໂຢ​ຊວຍ 3:17; 4:1–24

ຮູບ​ພາບ
ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ເດີນ​ມຸ້ງ​ໜ້າ​ໄປ​ຫາ​ເມືອງ

ໂຢ​ຊວຍ​ໄດ້​ນຳ​ພາ​ກອງ​ທັບ​ອິດ​ສະ​ຣາ​ເອນ​ໄປ​ຫາ​ແຜ່ນ​ດິນ​ກາ​ນາ​ອານ. ພວກ​ເຂົາ​ໄດ້​ໄປ​ເຖິງ​ເມືອງ​ໜຶ່ງ​ຊື່​ວ່າ ເຢ​ຣິ​ໂກ. ເມືອງ​ນັ້ນ​ເຂັ້ມ​ແຂງ​ຫລາຍ ແລະ ມີ​ກຳ​ແພງ​ສູງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂຢ​ຊວຍ​ເຖິງ​ວິ​ທີ​ທີ່​ຈະ​ຄອບ​ຄອງ​ເມືອງ​ເຢ​ຣິ​ໂກ. ພຣະ​ອົງ​ໄດ້​ກ່າວ​ວ່າ ຊາວ​ອິດ​ສະ​ຣາ​ເອນ​ຄວນ​ຍ່າງ​ອ້ອມ​ເມືອງ​ເຢ​ຣິ​ໂກ​ທຸກ​ມື້ ເປັນ​ເວ​ລາ​ຫົກ​ມື້. ໂຢ​ຊວຍ​ໄດ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ.

ໂຢ​ຊວຍ 5:13–15; 6:1–5

ຮູບ​ພາບ
ພວກ​ປະ​ໂລ​ຫິດ​ກຳ​ລັງ​ຫາມ​ຫີບ​ພັນ​ທະ​ສັນ​ຍາ, ປະ​ໂລ​ຫິດ​ຄົນ​ອື່ນໆ​ກຳ​ລັງ​ເປົ່າ​ແກ

ໂຢ​ຊວຍ​ໄດ້​ບອກ​ພວກ​ປະ​ໂລ​ຫິດ​ໃຫ້​ຫາມ​ຫີບ​ພັນ​ທະ​ສັນ​ຍາ​ອອກ​ໜ້າ​ຊາວ​ອິດ​ສະ​ຣາ​ເອນ. ແຕ່​ລະ​ມື້, ກອງ​ທັບ​ໄດ້​ຍ່າງ​ອ້ອມ​ເມືອງ​ເຢ​ຣິ​ໂກ, ແລະ ພວກ​ປະ​ໂລ​ຫິດ​ເຈັດ​ຄົນ​ໄດ້​ເປົ່າ​ແກ. ສ່ວນ​ຊາວ​ອິດ​ສະ​ຣາ​ເອນ​ຄົນ​ອື່ນໆ​ມິດ​ງຽບ.

ໂຢ​ຊວຍ 6:6–14

ຮູບ​ພາບ
ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ຮ້ອງ​ດັງໆ, ກຳ​ແພງ​ເມືອງ​ເພ​ພັງ​ລົງ

ໃນ​ມື້​ທີ​ເຈັດ, ກອງ​ທັບ​ໄດ້​ຍ່າງ​ອ້ອມ​ເມືອງ​ເຢ​ຣິ​ໂກ​ເຈັດ​ຮອບ. ຂະ​ນະ​ທີ່​ພວກ​ປະ​ໂລ​ຫິດ​ເປົ່າ​ແກ​ຂອງ​ພວກ​ເຂົາ, ໂຢ​ຊວຍ​ໄດ້​ບອກ​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ຮ້ອງ​ດັງໆ. ທັນ​ໃດ​ນັ້ນ ກຳ​ແພງ​ເມືອງ​ເຢ​ຣິ​ໂກ​ກໍ​ໄດ້​ພັງ​ລົງ​ສູ່​ພື້ນ​ດິນ, ແລະ ກອງ​ທັບ​ຂອງ​ໂຢ​ຊວຍ​ໄດ້​ຍຶດ​ເອົາ​ເມືອງ.

ໂຢ​ຊວຍ 6:15–16, 20

ຮູບ​ພາບ
ໂຢ​ຊວຍ​ກຳ​ລັງ​ກ່າວ​ກັບ​ຜູ້​ຄົນ​ໃນ​ເມືອງ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ຊາວ​ອິດ​ສະ​ຣາ​ເອນ, ດັ່ງ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ. ກອງ​ທັບ​ຂອງ​ໂຢ​ຊວຍ​ໄດ້​ສືບ​ຕໍ່​ຄອບ​ຄອງ​ແຜ່ນ​ດິນ​ກາ​ນາ​ອານ, ແລະ ຊາວ​ອິດ​ສະ​ຣາ​ເອນ​ໄດ້​ເລີ່ມ​ຕົ້ນ​ອາ​ໄສ​ຢູ່​ທີ່​ນັ້ນ. ໂຢ​ຊວຍ​ໄດ້​ເຕືອນ​ພວກ​ເຂົາ​ເຖິງ​ການ​ມະ​ຫັດ​ສະ​ຈັນ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ຂໍ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ເລືອກ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ.

ໂຢ​ຊວຍ 10:42; 11:23; 21:43–45; 24:15

ພິມ