Scripture Stories
ກະ​ສັດ​ດາ​ວິດ


“ກະ​ສັດ​ດາ​ວິດ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ກະ​ສັດ​ດາ​ວິດ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

1 ຊາ​ມູ​ເອນ 18–19; 31; 2 ຊາ​ມູ​ເອນ 1; 5; 11–12

ກະ​ສັດ​ດາ​ວິດ

ການ​ດີ້ນ​ລົນ​ຂອງ​ກະ​ສັດ

ຮູບ​ພາບ
ກະ​ສັດ​ໂຊນ ແລະ ດາ​ວິດ​ກຳ​ລັງ​ຫລຽວ​ເບິ່ງ​ນະ​ຄອນ

ກະ​ສັດ​ໂຊນ, ກະ​ສັດ​ຂອງ​ອິດ​ສະ​ຣາ​ເອນ​ປະ​ທັບ​ໃຈ​ກັບ​ດາ​ວິດ​ຫລາຍ​ທີ່​ເອົາ​ຊະ​ນະ​ໂກ​ລີ​ອາດ. ກະ​ສັດ​ໂຊນ​ໄດ້​ແຕ່ງ​ຕັ້ງ​ດາ​ວິດ​ໃຫ້​ເປັນ​ຜູ້​ນຳກອງ​ທັບ​ຂອງ​ເພິ່ນ.

1 ຊາ​ມູ​ເອນ 18:5

ຮູບ​ພາບ
ດາ​ວິດ

ດາ​ວິດ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຢາກ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ຢູ່​ສະ​ເໝີ. ຊາວ​ອິດ​ສະ​ຣາ​ເອນ​ຮັກ​ດາ​ວິດ.

1 ຊາ​ມູ​ເອນ 18:6–7

ຮູບ​ພາບ
ກະ​ສັດ​ໂຊນ​ເບິ່ງ​ບໍ່​ພໍ​ໃຈ

ກະ​ສັດ​ໂຊນ​ເກີດ​ຄວາມ​ອິດ​ສາ ແລະ ພະ​ຍາ​ຍາມ​ຂ້າ​ດາ​ວິດ. ແຕ່​ວ່າ​ດາ​ວິດ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ປົກ​ປ້ອງ​ເພິ່ນ​ຈາກ​ກະ​ສັດ​ໂຊນ.

1 ຊາ​ມູ​ເອນ 18:6–16; 19:1

ຮູບ​ພາບ
ງານ​ສົບ​ຂອງ​ຊາວ​ອິດ​ສະ​ຣາ​ເອນ

ຊາວ​ອິດ​ສະ​ຣາ​ເອນ​ໄດ້​ສູ້​ຮົບ​ໃນ​ຫລາຍ​ສົງ​ຄາມ. ມື້​ໜຶ່ງ​ກະ​ສັດ​ໂຊນ ແລະ ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ສະ​ໜາມ​ຮົບ. ດາ​ວິດ​ຮັກ​ພວກ​ເພິ່ນ ແລະ ເສຍ​ໃຈ​ຫລາຍ​ທີ່​ໄດ້​ຮູ້​ເຖິງ​ການ​ເສຍ​ຊີ​ວິດ​ຂອງ​ພວກ​ເພິ່ນ. ບັດ​ນີ້​ຊາວ​ອິດ​ສະ​ຣາ​ເອນ​ຕ້ອງ​ການ​ກະ​ສັດ​ຄົນ​ໃໝ່. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ດາ​ວິດ​ໃຫ້​ເປັນ​ກະ​ສັດ. ຜູ້​ຄົນ​ມີ​ຄວາມ​ປິ​ຕິ​ຍິນ​ດີ.

1 ຊາ​ມູ​ເອນ 31:2–6; 2 ຊາ​ມູ​ເອນ 1:11–12; 5:1–5

ຮູບ​ພາບ
ດາ​ວິດ​ກຳ​ລັງ​ນຳ​ພາ​ກອງ​ທັບ

ພຣະ​ຜູ້​ເປັນ​ເຈົ້າ​ອວຍ​ພອນ​ກະ​ສັດ​ດາ​ວິດ ແລະ ນຳ​ພາ​ເພິ່ນ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ກອງ​ທັບ​ຂອງ​ດາ​ວິດ​ເອົາ​ຊະ​ນະ​ສັດ​ຕູ​ຂອງ​ພວກ​ເພິ່ນ.

2 ຊາ​ມູ​ເອນ 5:6–10, 17–25

ຮູບ​ພາບ
ດາ​ວິດ​ກຳ​ລັງ​ກິນ​ໝາກ​ອະ​ງຸ່ນ

ມື້​ໜຶ່ງ​ເມື່ອ​ດາ​ວິດ​ຕ້ອງ​ອອກ​ໄປ​ສູ້​ຮົບ, ແຕ່​ເພິ່ນ​ໄດ້​ຢູ່​ທີ່​ວັງ. ເພິ່ນ​ເລີຍ​ເຫັນ​ຜູ້​ຍິງ​ທີ່​ສວຍ​ງາມ​ຄົນ​ໜຶ່ງ. ນາງ​ມີ​ຊື່​ວ່າ ບັດ​ເຊ​ບາ, ແລະ ດາ​ວິດ​ຢາກ​ແຕ່ງ​ງານ​ກັບ​ນາງ. ແຕ່​ວ່າ​ນາງ​ໄດ້​ແຕ່ງ​ງານ​ແລ້ວ​ກັບ​ອູ​ຣິ​ຢາ, ທະ​ຫານ​ຄົນ​ໜຶ່ງ​ໃນ​ກອງ​ທັບ​ຂອງ​ດາ​ວິດ.

2 ຊາ​ມູ​ເອນ 11:1–3

ຮູບ​ພາບ
ດາ​ວິດ​ກຳ​ລັງ​ເວົ້າ​ລົມ​ກັບ​ອູ​ຣິ​ຢາ

ດາ​ວິດ​ຢາກ​ແຕ່ງ​ງານ​ກັບ​ນາງ​ບັດ​ເຊ​ບາ, ດັ່ງ​ນັ້ນ​ເພິ່ນ​ຈຶ່ງ​ໄດ້​ສົ່ງ​ຜົວ​ຂອງ​ນາງ​ອອກ​ໄປ​ສະ​ໜາມ​ຮົບ​ບ່ອນ​ທີ່​ອັນ​ຕະ​ລາຍ​ເພື່ອ​ຫວັງ​ໃຫ້​ອູ​ຣິ​ຢາ​ຖືກ​ຂ້າ​ຕາຍ.

2 ຊາ​ມູ​ເອນ 11:4–17

ຮູບ​ພາບ
ດາ​ວິດ ແລະ ນາງ​ບັດ​ເຊ​ບາ

ບໍ່​ດົນ​ດາ​ວິດ​ກໍ​ໄດ້​ຮັບ​ຂ່າວ​ວ່າ ອູ​ຣິ​ຢາ​ຕາຍ​ໃນ​ສະ​ໜາມ​ຮົບ. ດາ​ວິດ​ໄດ້​ສົ່ງ​ຄົນ​ຮັບ​ໃຊ້​ຂອງ​ເພິ່ນ​ໄປ​ນຳ​ເອົາ​ນາງ​ບັດ​ເຊ​ບາ​ມາ​ທີ່​ວັງ​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້​ແຕ່ງ​ງານ​ກັບ​ນາງ.

2 ຊາ​ມູ​ເອນ 11:24, 26–27

ຮູບ​ພາບ
ນາ​ທານ​ກຳ​ລັງ​ເວົ້າ​ລົມ​ກັບ​ດາ​ວິດ

ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ພໍ​ພຣະ​ໄທ​ກັບ​ການ​ກະ​ທຳ​ຂອງ​ດາ​ວິດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ນາ​ທານ, ສາດ​ສະ​ດາ​ຄົນ​ໜຶ່ງ, ເພື່ອ​ມາ​ບອກ​ດາ​ວິດ​ເຖິງ​ບາບ​ທີ່​ຮ້າຍ​ແຮງ​ຂອງ​ເພິ່ນ. ດາ​ວິດ​ໂສກ​ເສົ້າ​ເສຍ​ໃຈ​ຫລາຍ​ກັບ​ສິ່ງ​ທີ່​ເພິ່ນ​ໄດ້​ກະ​ທຳ​ກັບ​ອູ​ຣິ​ຢາ ແລະ ​ນາງ​ບັດ​ເຊ​ບາ. ເພິ່ນ​ໄດ້​ອະ​ທິ​ຖານ ແລະ ຖື​ສິນ​ອົດ​ເຂົ້າ​ເພື່ອ​ຂໍ​ການ​ໃຫ້​ອະ​ໄພ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

2 ຊາ​ມູ​ເອນ 11:27; 12:1–13

ພິມ