Scripture Stories
ເອ​ລີ​ຢາ ແລະ ພວກ​ປະ​ໂລ​ຫິດ​ຂອງ​ພະ​ບາ​ອານ


“ເອ​ລີ​ຢາ ແລະ ພວກ​ປະ​ໂລ​ຫິດ​ຂອງ​ພະ​ບາ​ອານ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ (2022)

“ເອ​ລີ​ຢາ ແລະ ພວກ​ປະ​ໂລ​ຫິດ​ຂອງ​ພະ​ບາ​ອານ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ

1 ກະ​ສັດ 18

ເອ​ລີ​ຢາ ແລະ ພວກ​ປະ​ໂລ​ຫິດ​ຂອງ​ພະ​ບາ​ອານ

ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທະກັບ​ພວກ​ປະ​ໂລ​ຫິດ​ປອມ

ຮູບ​ພາບ
ຮູບ​ປັ້ນ​ຂະ​ໜາດ​ນ້ອຍ​ຂອງ​ພະ​ບາ​ອານ

ອາ​ນາ​ຈັກ​ອິດ​ສະ​ຣາ​ເອນ​ໄດ້​ສືບ​ຕໍ່​ທົນ​ທຸກ​ຈາກ​ການ​ບໍ່​ມີ​ນໍ້າ. ກະ​ສັດ​ອາ​ຮາບ​ບອກ​ປະ​ຊາ​ຊົນ​ໃຫ້​ນະ​ມັດ​ສະ​ການພຣະ​ເຈົ້າ​ປອມ​ຊື່​ວ່າ ພະ​ບາ​ອານ.

1 ກະ​ສັດ 18:1–2, 17–18

ຮູບ​ພາບ
ເອ​ລີ​ຢາກຳ​ລັງ​ເວົ້າ​ລົມ​ກັບ​ອາ​ຮາບ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ສາດ​ສະ​ດາ​ເອ​ລີ​ຢາ​ໄປ​ພົບ​ກັບ​ອາ​ຮາບ. ເອ​ລີ​ຢາ​ໄດ້​ເຊື້ອ​ເຊີນ​ປະ​ຊາ​ຊົນ​ທັງ​ໝົດ​ໃຫ້​ຂຶ້ນ​ໄປ​ຍັງ​ຈອມ​ພູ. ເພິ່ນ​ໄດ້​ທ້າ​ທາຍ​ກະ​ສັດ ແລະ ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ​ເພື່ອ​ເບິ່ງ​ວ່າ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ ຫລື ພະ​ບາ​ອານ ທີ່​ເປັນ​ພຣະ​ເຈົ້າ​ອົງ​ແທ້​ຈິງ.

1 ກະ​ສັດ 18:19–21

ຮູບ​ພາບ
ເອ​ລີ​ຢາ​​ກຳ​ລັງເວົ້າ​ລົມ​ກັບ​ພວກ​ປະ​ໂລ​ຫິດ​ຂອງ​ພະ​ບາ​ອານ

ເອ​ລີ​ຢາ​ໄດ້​ອະ​ທິ​ບາຍ​ການ​ທ້າ​ທາຍ. ເພິ່ນ ແລະ ພວກ​ປະ​ໂລ​ຫິດ​ຈະ​ຕ້ອງ​ຖວາຍ​ງົວ​ໂຕ​ໜຶ່ງ​ເທິງ​ແທ່ນ​ບູ​ຊາ, ແຕ່​ບໍ່​ໃຫ້​ພວກ​ເຂົາ​ດັງ​ໄຟ​ໃສ່​ດ້ວຍ​ຕົວ​ເອງ. ພວກ​ປະ​ໂລ​ຫິດ​ຕ້ອງ​ອະ​ທິ​ຖານ​ຫາ​ພະ​ບາ​ອານ​ເພື່ອ​ໃຫ້​ສົ່ງ​ໄຟ​ລົງ​ມາ. ແລ້ວ​ເອ​ລີ​ຢາ​ກໍ​ຈະ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ໃຫ້​ສົ່ງ​ໄຟ​ລົງ​ມາ​ຄື​ກັນ. ເອ​ລີ​ຢາ​ຮູ້​ວ່າ ມີ​ແຕ່​ພຣະ​ເຈົ້າ​ອົງ​ແທ້​ຈິງ​ເທົ່າ​ນັ້ນ​ທີ່​ຈະ​ສົ່ງ​ໄຟ​ລົງ​ມາ.

1 ກະ​ສັດ 18:22–25

ຮູບ​ພາບ
ເອ​ລີ​ຢາ​​ກຳ​ລັງເວົ້າ​ລົມ​ກັບ​ກຸ່ມ​ຜູ້​ຄົນ

ພວກ​ປະ​ໂລ​ຫິດ​ຂອງ​ພະ​ບາ​ອານ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຕັ້ງ​ແຕ່​ເຊົ້າ​ຈົນ​ຮອດ​ທ່ຽງ, ແຕ່​ກໍ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ. ເອ​ລີ​ຢາ​ໄດ້​ເວົ້າ​ເຍາະ​ເຍີ້ຍ​ພວກ​ເຂົາ​ວ່າ ພະ​ບາ​ອານ​ຂອງ​ພວກ​ເຂົາ​ອາດ​ກຳ​ລັງ​ນອນ​ຫລັບ​ຢູ່.

1 ກະ​ສັດ 18:26–27

ຮູບ​ພາບ
ພວກ​ປະ​ໂລ​ຫິດ​ຂອງ​ພະ​ບາ​ອານ​ກຳ​ລັງ​ອະ​ທິ​ຖານ​ຢູ່​ແທ່ນ​ບູ​ຊາ

ພວກ​ປະ​ໂລ​ຫິດ​ໄດ້​ເລີ່ມ​ໃຈ​ຮ້າຍ, ໂດດ​ຂຶ້ນ​ເທິງ​ແທ່ນ​ບູ​ຊາ, ແລະ ຮ້ອງ​ຈົນ​ຮອດ​ຕອນ​ແລງ. ພວກ​ເຂົາ​ຫວັງ​ວ່າ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຈະ​ຕອບ, ແຕ່​ກໍ​ຍັງ​ບໍ່​ມີ​ໄຟ.

1 ກະ​ສັດ 18:28–29

ຮູບ​ພາບ
ເອ​ລີ​ຢາ​​ກຳ​ລັງ​ຄຸ​ເຂົ່າ

ບາດ​ນີ້​ຮອດ​ຜຽນ​ຂອງ​ເອ​ລີ​ຢາ. ເພິ່ນ​ໄດ້​ສ້າງ​ແທ່ນ​ບູ​ຊາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ, ຂຸດ​ຮ່ອງ​ອ້ອມ​ຮອບ​ແທ່ນ​ບູ​ຊາ, ແລະ ໄດ້​ກະ​ກຽມ​ເຄື່ອງ​ຖວາຍ​ບູ​ຊາ.

1 ກະ​ສັດ 18:30–32

ຮູບ​ພາບ
ເອ​ລີ​ຢາ ແລະ ຜູ້​ຄົນ​ກຳ​ລັງ​ສ້າງ​ແທ່ນ​ບູ​ຊາ

ເອ​ລີ​ຢາ​ໄດ້​ຂໍ​ໃຫ້​ຜູ້​ຄົນ​ເອົາ​ນໍ້າ​ມາ​ໃສ່​ໄຫ​ສີ່​ໜ່ວຍ​ໃຫ້​ເຕັມ ແລະ ເທ​ໃສ່​ຟືນ​ທີ່​ແທ່ນ​ບູ​ຊາ​ຂອງ​ເພິ່ນ​ສາມ​ເທື່ອ. ຟືນ ແລະ ແທ່ນ​ບູ​ຊາ​ໄດ້​ປຽກ​ຈື້ນ​ໄປ​ດ້ວຍ​ນໍ້າ. ນໍ້າ​ກໍ​ເຕັມ​ຮ່ອງ​ຈົນ​ລົ້ນ.

1 ກະ​ສັດ 18:33–37

ຮູບ​ພາບ
ເອ​ລີ​ຢາ​​ກຳ​​ລັງອະ​ທິ​ຖານ​ຢູ່​ທາງ​ຂ້າງ​ແທ່ນ​ບູ​ຊາ

ເອ​ລີ​ຢາ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ສະ​ແດງ​ລິດ​ອໍາ​ນາດ​ຂອງ​ພຣະ​ເຈົ້າ​ອົງ​ແທ້​ຈິງ. ໄຟ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລົງ​ມາ ແລະ ເຜົາ​ຜານ​ເຄື່ອງ​ຖວາຍ​ບູ​ຊາ, ໄມ້, ຫີນ, ແລະ ນໍ້າ​ຈົນ​ໝົດ. ປະ​ຊາ​ຊົນ​ໄດ້​ຮູ້​ວ່າ ພຣະ​ເຈົ້າ​ຂອງ​ເອ​ລີ​ຢາ​ເປັນ​ພຣະ​ເຈົ້າ​ອົງ​ແທ້​ຈິງ. ເອ​ລີ​ຢາ​ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ໄພ​ແຫ້ງ​ແລ້ງ​ສິ້ນ​ສຸດ​ລົງ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຝົນ​ມາ.

1 ກະ​ສັດ 18:38–41

ພິມ