Scripture Stories
ສາດ​ສະ​ດາ​ໂມ​ເຊ


“ສາດ​ສະ​ດາ​ໂມ​ເຊ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ສາດ​ສະ​ດາ​ໂມ​ເຊ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ອົບ​ພະ​ຍົບ 2–3

ສາດ​ສະ​ດາ​ໂມ​ເຊ

ຖືກ​ເອີ້ນ​ໃຫ້​ປົດ​ປ່ອຍ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ຄົນ​ເອ​ຢິບ​ກຳ​ລັງ​ຂ້ຽນ​ຕີ​ຄົນ​ອິດ​ສະ​ຣາ​ເອນ

ໂມ​ເຊ​ເຕີບ​ໃຫຍ່​ຂຶ້ນ​ໃນ​ຖາ​ນະ​ລູກ​ຊາຍ​ຂອງ​ລູກ​ສາວ​ຂອງ​ຟາ​ໂຣ. ໂມ​ເຊ​ໄດ້​ເຫັນ​ຊາວ​ເອ​ຢິບ​ຂົ່ມ​ເຫັງ​ຊາວ​ອິດ​ສະ​ຣາ​ເອນ. ເພິ່ນ​ໂສກ​ເສົ້າ​ທີ່​ຊາວ​ເອ​ຢິບ​ໄດ້​ບັງ​ຄັບ​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ເປັນ​ຂ້າ​ທາດ​ຂອງ​ພວກ​ເຂົາ.

ອົບ​ພະ​ຍົບ 2:10–11

ຮູບ​ພາບ
ໂມ​ເຊ​ກຳ​ລັງ​ປົກ​ປ້ອງ​ຄົນ​ອິດ​ສະ​ຣາ​ເອນ

ມື້​ໜຶ່ງ​ໂມ​ເຊ​ໄດ້​ເຫັນ​ຄົນ​ເອ​ຢິບ​ກຳ​ລັງ​ຂ້ຽນ​ຕີ​ຄົນ​ອິດ​ສະ​ຣາ​ເອນ. ເພື່ອ​ປົກ​ປ້ອງ​ຄົນ​ອິດ​ສະ​ຣາ​ເອນ, ໂມ​ເຊ​ໄດ້​ຂ້າ​ຄົນ​ເອ​ຢິບ.

ອົບ​ພະ​ຍົບ 2:11–14

ຮູບ​ພາບ
ໂມ​ເຊ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

ເມື່ອ​ຟາ​ໂຣ​ໄດ້​ຍິນ​ເລື່ອງ​ນັ້ນ, ເພິ່ນ​ຢາກ​ຂ້າ​ໂມ​ເຊ, ແຕ່​ໂມ​ເຊ​ໄດ້​ໜີ​ໄປ​ຈາກ​ປະ​ເທດ​ເອ​ຢິບ​ແລ້ວ.

ອົບ​ພະ​ຍົບ 2:15

ຮູບ​ພາບ
ໂມ​ເຊ ແລະ ຄອບ​ຄົວ

ໂມ​ເຊ​ໄດ້​ໄປ​ເຖິງ​ດິນ​ແດນ​ແຫ່ງ​ໜຶ່ງ​ເອີ້ນ​ວ່າ ມີ​ດີ​ອານ, ບ່ອນ​ທີ່ເພິ່ນ​ໄດ້​ພົບ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ ຊື່​ສິບ​ໂປ​ລາ. ພວກ​ເພິ່ນ​ໄດ້​ແຕ່ງ​ງານ​ກັນ ແລະ ມີ​ລູກ​ຫລາຍ​ຄົນ.

ອົບ​ພະ​ຍົບ 2:21–22

ຮູບ​ພາບ
ໂມ​ເຊ​ກຳ​ລັງ​ຫລຽວ​ເບິ່ງ​ຟຸ່ມ​ໄມ້​ທີ່​ລຸກ​ເປັນ​ໄຟ

ຂະ​ນະ​ທີ່​ອາ​ໄສ​ຢູ່​ມີ​ດີ​ອານ, ໂມ​ເຊ​ໄດ້​ເຫັນ​ຟຸ່ມ​ໄມ້​ທີ່​ລຸກ​ເປັນ​ໄຟ, ແຕ່​ໄຟ​ບໍ່​ໄດ້​ໄໝ້​ຟຸ່ມ​ໄມ້. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກົດ​ຢູ່​ໃນ​ແປວ​ໄຟ ແລະ ກ່າວ​ກັບ​ໂມ​ເຊ.

ອົບ​ພະ​ຍົບ 3:1–6

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ເວົ້າ​ລົມ​ກັບ​ໂມ​ເຊ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະ​ອົງ​ຮູ້​ວ່າ​ຊາວ​ອິດ​ສະ​ຣາ​ເອນ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ປະ​ເທດ​ເອ​ຢິບ. ພຣະ​ອົງ​ໄດ້​ບັນ​ຊາ​ໂມ​ເຊ​ໃຫ້​ກັບ​ໄປ​ປະ​ເທດ​ເອ​ຢິບ ແລະ ບອກ​ຟາ​ໂຣ​ວ່າ ໃຫ້​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ໄປ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະ​ອົງ​ຈະ​ຊ່ວຍ​ໂມ​ເຊ​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ ແລະ ນຳ​ພາ​ພວກ​ເຂົາ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

ອົບ​ພະ​ຍົບ 3:7–18

ພິມ