Scripture Stories
ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ


“ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ນາງ​ຣຸດ 1–4

ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ

ການ​ຜ່ານ​ຜ່າ​ການ​ທົດ​ລອງ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ຈົງ​ຮັກ​ພັກ​ດີ

ຮູບ​ພາບ
ນາງ​ນາ​ໂອ​ມີ ແລະ ຄອບ​ຄົວ​ກຳ​ລັງ​ຍ່າງ​ຢູ່ໃນ​ເມືອງ

ນາງ​ນາ​ໂອ​ມີ ແລະ ຄອບ​ຄົວ​ຂອງ​ນາງ​ໄດ້​ຍ້າຍ​ໄປ​ທີ່​ດິນ​ແດນ​ໂມ​ອາບ ເພາະ​ບໍ່​ມີ​ອາ​ຫານ​ພຽງ​ພໍ​ໃນ​ແຂວງ​ຢູ​ດາຍ. ຜົວ​ຂອງ​ນາງ​ນາ​ໂອ​ມີ​ໄດ້​ຕາຍ​ໄປ. ພວກ​ລູກ​ຊາຍ​ຂອງ​ນາງ​ນາ​ໂອ​ມີ​ໄດ້​ແຕ່ງ​ງານ​ກັບ​ຍິງ​ສາວ​ຊາວ​ໂມ​ອາບ ຊື່​ວ່າ ນາງ​ໂອ​ປາ ແລະ ນາງ​ຣຸດ. ເຂົາ​ເຈົ້າ​ໄດ້​ດູ​ແລ​ນາງ​ນາ​ໂອ​ມີ​ເປັນ​ເວ​ລາ 10 ປີ.

ນາງ​ຣຸດ 1:1–4

ຮູບ​ພາບ
ນາງ​ໂອ​ປາ, ນາງ​ຣຸດ, ແລະ ນາງ​ນາ​ໂອ​ມີ​ກຳ​ລັງ​ໂອບ​ກອດ​ກັນ

ແລ້ວ​ຜົວ​ຂອງ​ນາງ​ໂອ​ປາ ແລະ ຜົວ​ຂອງ​ນາງ​ຣຸດ​ໄດ້​ຕາຍ​ໄປ. ບັດ​ນີ້​ພວກ​ຜູ້​ຍິງ​ກໍ​ໄດ້​ຢູ່​ຕາມ​ລຳ​ພັງ. ນາງ​ນາ​ໂອ​ມີ​ບໍ່​ສາ​ມາດ​ລ້ຽງ​ດູ​ນາງ​ຣຸດ ແລະ ນາງ​ໂອ​ປາ.

ນາງ​ຣຸດ 1:5, 8–10

ຮູບ​ພາບ
ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ​ກຳ​ລັງ​ເດີນ​ທາງ​ໄປ​ກັບ​ໂຕ​ອູດ

ນາງ​ໂອ​ປາ​ໄດ້​ກັບ​ຄືນ​ບ້ານ. ແຕ່​ນາງ​ຣຸດ​ຢາກ​ຢູ່​ດູ​ແລ​ນາງ​ນາ​ໂອ​ມີ. ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ​ໄດ້​ຍິນ​ວ່າ​ແຂວງ​ຢູ​ດາຍ​ມີ​ຜົນ​ລະ​ປູກ​ອີກ​ຄັ້ງ, ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ເດີນ​ທາງ​ໄປ​ທີ່​ນັ້ນ.

ນາງ​ຣຸດ 1:16–19

ຮູບ​ພາບ
ນາງ​ຣຸດ​ກຳ​ລັງ​ເກັບ​ເຂົ້າ

ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ​ໄດ້​ໄປ​ເຖິງ​ແຂວງ​ຢູ​ດາຍ​ໃນ​ລະ​ຫວ່າງ​ລະ​ດູ​ເກັບ​ກ່ຽວ. ເຂົາ​ເຈົ້າ​ຕ້ອງ​ການ​ອາ​ຫານ. ຍາດ​ພີ່​ນ້ອງ​ຂອງ​ນາງ​ນາ​ໂອ​ມີ ຊື່​ໂບ​ອາດ ເປັນ​ເຈົ້າ​ຂອງ​ທົ່ງ​ໃນ​ແຂວງ​ຢູ​ດາຍ. ລາວ​ໃຫ້​ນາງ​ຣຸດ​ເກັບ​ເອົາ​ເຂົ້າ​ທີ່​ເຫລືອ​ຢູ່​ໃນ​ທົ່ງ​ຂອງ​ລາວ. ມັນ​ເປັນ​ວຽກ​ໜັກ.

ນາງ​ຣຸດ 1:22; 2:3

ຮູບ​ພາບ
ໂບ​ອາດ​ກຳ​ລັງ​ເວົ້າ​ລົມ​ກັບ​ນາງ​ຣຸດ

ໂບ​ອາດ​ນັບ​ຖື​ນາງ​ຣຸດ ເພາະ​ວ່າ​ນາງ​ເຮັດ​ວຽກ​ໜັກ ແລະ ເພາະ​ວ່າ​ນາງ​ຈົງ​ຮັກ​ພັກ​ດີ​ຕໍ່​ນາງ​ນາ​ໂອ​ມີ ແລະ ພຣະ​ຜູ້​ເປັນ​ເຈົ້າ. ລາວ​ໄດ້​ບອກ​ຄົນ​ຮັບ​ໃຊ້​ວ່າ ໃຫ້​ປະ​ຮວງ​ເຂົ້າ​ໄວ້​ໃຫ້​ຫລາຍ ຢູ່​ໃນ​ທົ່ງ​ສຳ​ລັບ​ນາງ​ຣຸດ.

ນາງ​ຣຸດ 2:5–17

ຮູບ​ພາບ
ນາງ​ຣຸດ ແລະ ນາງ​ນາ​ໂອ​ມີ

ນາງ​ນາ​ໂອ​ມີ​ຢາກ​ໃຫ້​ນາງ​ຣຸດ​ມີ​ຄອບ​ຄົວ. ນາງ​ຊຸກ​ຍູ້​ໃຫ້​ນາງ​ຣຸດ​ແຕ່ງ​ງານ​ກັບ​ໂບ​ອາດ. ນາງ​ຣຸດ​ຮູ້​ວ່າ​ຖ້າ​ຫາກ​ນາງ ແລະ ໂບ​ອາດ​ແຕ່ງ​ງານ​ກັນ, ແລ້ວ​ເຂົາ​ເຈົ້າ​ຈະ​ສາ​ມາດ​ດູ​ແລ​ນາງ​ນາ​ໂອ​ມີ​ນຳ​ກັນ​ໄດ້.

ນາງ​ຣຸດ 3:1–2; 4:15

ຮູບ​ພາບ
ນາງ​ຣຸດ ແລະ ໂບ​ອາດ

ນາງ​ຣຸດ​ໄດ້​ຕັດ​ສິນ​ໃຈ​ຂໍ​ໃຫ້​ໂບ​ອາດ​ແຕ່ງ​ງານ​ກັບ​ນາງ. ໂບ​ອາດ​ຮູ້​ວ່າ ນາງ​ຣຸດ​ເປັນ​ຜູ້​ຍິງ​ທີ່​ຈົງ​ຮັກ​ພັກ​ດີ ແລະ ມີ​ຄຸນ​ນະ​ທຳ. ລາວ​ກໍ​ຕົກ​ລົງ.

ນາງ​ຣຸດ 3:3–18; 4:13

ຮູບ​ພາບ
ນາງ​ຣຸດ, ໂບ​ອາດ, ແລະ ​ລູກ​ນ້ອຍ

ນາງ​ຣຸດ ແລະ ໂບ​ອາດ ໄດ້​ແຕ່ງ​ງານ​ກັນ. ບໍ່​ດົນ​ຈາກ​ນັ້ນ ນາງ​ຣຸດ​ກໍ​ໄດ້​ລູກ​ຊາຍ​ນ້ອຍ. ລາວ​ໄດ້​ກາຍ​ເປັນ​ພໍ່​ຕູ້​ຂອງ​ດາ​ວິດ, ກະ​ສັດ​ໃນ​ອະ​ນາ​ຄົດ. ຫລາຍ​ປີ​ຕໍ່​ມາ, ພຣະ​ເຢ​ຊູ​ຄຣິດ​ກໍ​ໄດ້​ກຳ​ເນີດ​ຢູ່​ໃນ​ຕະ​ກຸນ​ນີ້.

ນາງ​ຣຸດ 4:13–17

ພິມ