Scripture Stories
ນາງ​ຮັນ​ນາ


“ນາງ​ຮັນ​ນາ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ (2022)

“ນາງ​ຮັນ​ນາ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ

1 ຊາ​ມູ​ເອນ 1–2

ນາງ​ຮັນ​ນາ

ພຣະ​ຜູ້​ເປັນ​ເຈົ້າ​ຕອບ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ສັດ

ຮູບ​ພາບ
ນາງ​ຮັນ​ນາ​ຮ້ອງ​ໄຫ້​ອະ​ທິ​ຖານ​ຢູ່​ທີ່​ພຣະ​ວິ​ຫານ

ທຸກໆ​ປີ, ນາງ​ຮັນ​ນາ ແລະ ສາ​ມີ​ຂອງ​ນາງ​ໄດ້​ເດີນ​ທາງ​ໄປ​ຍັງ​ພຣະ​ວິ​ຫານ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ນາງ​ຮັນ​ນາ​ບໍ່​ມີ​ລູກ, ສະ​ນັ້ນ​ນາງ​ຈຶ່ງ​ຮູ້​ສຶກ​ໂສກ​ເສົ້າ​ຫລາຍ. ນາງ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຂໍ​ລູກ​ຊາຍ​ຄົນ​ໜຶ່ງ. ນາງ​ຮັນ​ນາ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຖ້າ​ຫາກ​ນາງ​ມີ​ລູກ​ຊາຍ, ລູກ​ຊາຍ​ຂອງ​ນາງ​ຈະ​ເຕີບ​ໂຕ​ຂຶ້ນ​ເພື່ອ​ຮັບ​ໃຊ້​ພຣະ​ອົງ.

1 ຊາ​ມູ​ເອນ 1:1–11

ຮູບ​ພາບ
ເອ​ລີ​ກຳ​ລັງ​ເວົ້າ​ກັບ​ນາງ​ຮັນ​ນາ

ປະ​ໂລ​ຫິດ​ຄົນ​ໜຶ່ງ​ຊື່ ເອ​ລີ​ໄດ້​ເຫັນ​ນາງ​ຮັນ​ນາ​ກຳ​ລັງ​ຮ້ອງ​ໄຫ້. ລາວ​ໄດ້​ບອກ​ນາງ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ນາງ. ນາງ​ຮັນ​ນາ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ມີ​ຄວາມ​ຫວັງ.

1 ຊາ​ມູ​ເອນ 1:12, 17–18

ຮູບ​ພາບ
ນາງ​ຮັນ​ນາ ແລະ ສາ​ມີ ກັບ​ແອ​ນ້ອຍ​ຊາ​ມູ​ເອນ

ໃນ​ປີ​ນັ້ນ, ນາງ​ຮັນ​ນາ​ໄດ້​ເກີດ​ລູກ​ຊາຍ​ຄົນ​ໜຶ່ງ. ນາງ​ຕັ້ງ​ຊື່​ໃຫ້​ລາວ​ວ່າ ຊາ​ມູ​ເອນ.

1 ຊາ​ມູ​ເອນ 1:20–23

ຮູບ​ພາບ
ນາງ​ຮັນ​ນາ​ກຳ​ລັງ​ພາ​ຊາ​ມູ​ເອນ​ມາ​ຫາ​ເອ​ລີ​ທີ່​ພຣະ​ວິ​ຫານ

ນາງ​ຮັນ​ນາ​ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ນາງ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ຊາ​ມູ​ເອນ​ໃຫຍ່​ພໍ, ນາງ​ໄດ້​ພາ​ລາວ​ໄປ​ຮັບ​ໃຊ້​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ລາວ​ໄດ້​ຮັບ​ໃຊ້​ກັບ​ເອ​ລີ, ຜູ້​ເປັນ​ປະ​ໂລ​ຫິດ. ນາງ​ຮັນ​ນາ​ໄດ້​ໄປ​ຢ້ຽມ​ຢາມ​ຊາ​ມູ​ເອນ​ເລື້ອຍໆ. ນາງ​ໄດ້​ເອົາ​ເຄື່ອງ​ນຸ່ງ​ທີ່​ນາງ​ເຮັດ​ໄປ​ໃຫ້​ລາວ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ນາງ​ຮັນ​ນາ​ດ້ວຍ​ລູກ​ຕື່ມ​ອີກ​ຫ້າ​ຄົນ.

1 ຊາ​ມູ​ເອນ 1:24–28; 2:21

ພິມ