Scripture Stories
ການ​ສ້າງ​ໂລກ


“ການ​ສ້າງ​ໂລກ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ການ​ສ້າງ​ໂລກ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 1–2; ໂມ​ເຊ 1–3; ອັບ​ຣາ​ຮາມ 3–5

ການ​ສ້າງ​ໂລກ

ບ້ານ​ທີ່​ສວຍ​ງາມ​ສຳ​ລັບ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ

ຮູບ​ພາບ
ພຣະ​ເຈົ້າ ແລະ ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ສ້າງ​ຈັກ​ກະ​ວານ

ພຣະ​ເຈົ້າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ໄດ້​ສະ​ເໜີ​ແຜນ​ແຫ່ງ​ຄວາມ​ລອດ​ໃນ​ສະ​ຫວັນ. ເຮົາ​ທຸກ​ຄົນ​ໄດ້​ໂຮ​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ຊົມ! ເຮົາ​ຈະ​ສາ​ມາດ​ລົງ​ມາ​ເທິງ​ໂລກ ເພື່ອ​ຮັບ​ເອົາ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ. ຂະ​ນະ​ທີ່​ຢູ່​ເທິງ​ໂລກ, ເຮົາ​ຈະ​ຮຽນ​ຮູ້​ທີ່​ຈະ​ຕິດ​ຕາມ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສ້າງ​ໂລກ ໂດຍ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ເຈົ້າ.

ປະ​ຖົມ​ມະ​ການ 1:1; ໂຢບ 38:4–7; ໂມ​ເຊ 1:32–33; 2:1; ອັບ​ຣາ​ຮາມ 3:22–27

ຮູບ​ພາບ
ດາວ​ພະ​ເຄາະ​ໃນ​ອາ​ວະ​ກາດ

ໃນ​ມື້​ທີ​ໜຶ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຍກ​ຄວາມ​ສະ​ຫວ່າງ​ອອກ​ຈາກ​ຄວາມ​ມືດ. ພຣະ​ອົງ​ໄດ້​ເອີ້ນ​ຄວາມ​ສະ​ຫວ່າງ​ວ່າ ກາງ​ເວັນ ແລະ ຄວາມ​ມືດ​ວ່າ ກາງ​ຄືນ.

ປະ​ຖົມ​ມະ​ການ 1:3–5; ໂມ​ເຊ 2:3–5; ອັບ​ຣາ​ຮາມ 4:1–5

ຮູບ​ພາບ
ກ້ອນ​ເມກ ແລະ ມະ​ຫາ​ສະ​ໝຸດ

ໃນ​ມື້​ທີ​ສອງ, ພຣະ​ອົງ​ໄດ້​ແຍກ​ນ້ຳ​ອອກ​ຈາກ​ກັນ ລະ​ຫວ່າງກ້ອນ​ເມກ​ຢູ່​ເທິງ​ຟ້າ ແລະ ມະ​ຫາ​ສະ​ໝຸດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ປະ​ຖົມ​ມະ​ການ 1:6–8; ໂມ​ເຊ 2:6–8; ອັບ​ຣາ​ຮາມ 4:6–8

ຮູບ​ພາບ
ປ່າ​ດົງ​ໃກ້​ມະ​ຫາ​ສະ​ໝຸດ

ໃນ​ມື້​ທີ​ສາມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນິ​ລະ​ມິດ​ສ້າງ​ມະ​ຫາ​ສະ​ໝຸດ ແລະ ແຜ່ນ​ດິນ​ແຫ້ງ. ພຣະ​ອົງ​ໄດ້​ເອີ້ນ​ນ້ຳ​ວ່າ ທະ​ເລ ແລະ ແຜ່ນ​ດິນ​ແຫ້ງ​ວ່າ ແຜ່ນ​ດິນ​ໂລກ. ພຣະ​ອົງ​ໄດ້​ເຮັດ​ໃຫ້​ແຜ່ນ​ດິນ​ໂລກ​ສວຍ​ງາມ​ເຕັມ​ໄປ​ດ້ວຍ​ດອກ​ໄມ້, ໝາກ​ໄມ້, ພືດ​ພັນ, ແລະ ຕົ້ນ​ໄມ້.

ປະ​ຖົມ​ມະ​ການ 1:9–13; ໂມ​ເຊ 2:9–13; ອັບ​ຣາ​ຮາມ 4:9–13

ຮູບ​ພາບ
ຮູບ​ພາບ​ກາງ​ຄືນ ແລະ ກາງ​ເວັນ

ໃນ​ມື້​ທີ​ສີ່, ພຣະ​ອົງ​ໄດ້​ນິ​ລະ​ມິດ​ສ້າງ​ດວງ​ຕາ​ເວັນ​ເພື່ອ​ສ່ອງ​ແສງ​ໃນ​ຕອນ​ກາງ​ເວັນ. ແລ້ວ​ພຣະ​ອົງ​ໄດ້​ນິ​ລະ​ມິດ​ສ້າງ​ດວງ​ເດືອນ ແລະ ໝູ່​ດວງ​ດາວ​ເພື່ອ​ສ່ອງ​ແສງ​ໃນ​ຕອນ​ກາງ​ຄືນ.

ປະ​ຖົມ​ມະ​ການ 1:14–19; ໂມ​ເຊ 2:14–19; ອັບ​ຣາ​ຮາມ 4:14–19

ຮູບ​ພາບ
ສັດ​ທະ​ເລ

ໃນ​ມື້​ທີ​ຫ້າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນິ​ລະ​ມິດ​ສ້າງ​ຝູງ​ປາ​ໃນ​ທະ​ເລ ແລະ ຝູງ​ນົກ​ໃນ​ອາ​ກາດ. ພຣະ​ອົງ​ໄດ້​ອວຍ​ພອນ​ສັດ​ທັງ​ປວງ​ໃຫ້​ອອກ​ແມ່​ແຜ່​ລູກ ແລະ ອວຍ​ພອນ​ຝູງ​ປາ​ໃຫ້​ເຕັມ​ຢູ່​ໃນ​ມະ​ຫາ​ສະ​ໝຸດ.

ປະ​ຖົມ​ມະ​ການ 1:20–23; ໂມ​ເຊ 2:20–23; ອັບ​ຣາ​ຮາມ 4:20–23

ຮູບ​ພາບ
ສັດ​ປ່າ

ໃນ​ມື້​ທີ​ຫົກ, ພຣະ​ອົງ​ໄດ້​ນິ​ລະ​ມິດ​ສ້າງ​ສັດ​ສາ​ວາ​ສິ່ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ບາງ​ຊະ​ນິດ​ທີ່​ຍ່າງ​ຍ້າຍ ແລະ ບາງ​ຊະ​ນິດທີ່​ເລືອ​ຄານ.

ປະ​ຖົມ​ມະ​ການ 1:24–25; ໂມ​ເຊ 2:24–25; ອັບ​ຣາ​ຮາມ 4:24–25

ຮູບ​ພາບ
ອາ​ດາມ ແລະ ເອ​ວາ​ຢູ່​ໃນ​ສວນ​ເອ​ເດນ

ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ລົງ​ມາ​ຍັງ​ແຜ່ນ​ດິນ​ໂລກ​ໃນ​ມື້​ທີ​ຫົກ. ຜູ້​ຊາຍ ແລະ ຜູ້​ຍິງ​ຖືກ​ນິ​ລະ​ມິດ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສັ່ງ​ໃຫ້​ເຂົາ​ເຈົ້າ​ດູ​ແລ​ກັນ​ແລະ​ກັນ ແລະ ໃຫ້​ມີ​ລູກ. ຜູ້​ຊາຍ ແລະ ຜູ້​ຍິງ​ກໍ​ຖືກ​ໄວ້​ວາງ​ໃຈ​ໃຫ້​ດູ​ແລ​ແຜ່ນ​ດິນ ແລະ ສັດ​ສາ​ວາ​ສິ່ງ​ນຳ​ອີກ.

ປະ​ຖົມ​ມະ​ການ 1:26–27; ໂມ​ເຊ 2:26–27; ອັບ​ຣາ​ຮາມ 4:26–31; 5:7–8

ຮູບ​ພາບ
ອາ​ດາມ ແລະ ເອ​ວາ​ກຳ​ລັງ​ຫລຽວ​ເບິ່ງ​ສັດ​ສາ​ວາ​ສິ່ງ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ພໍ​ພຣະ​ໄທ​ກັບ​ທຸກ​ສິ່ງ​ທີ່​ພວກ​ພຣະ​ອົງ​ໄດ້​ນິ​ລະ​ມິດ​ສ້າງ. ໃນ​ມື້​ທີ​ເຈັດ, ພວກ​ພຣະ​ອົງ​ໄດ້​ພັກ​ຜ່ອນ​ຈາກ​ວຽກ​ງານ​ທຸກ​ຢ່າງ​ຂອງ​ພວກ​ພຣະ​ອົງ. ແຜ່ນ​ດິນ​ໂລກ​ກໍ​ສວຍ​ງາມ ແລະ ເຕັມ​ໄປ​ດ້ວຍ​ທຸກ​ສິ່ງ​ທີ່​ມີ​ຊີ​ວິດ.

ປະ​ຖົມ​ມະ​ການ 2:1–3; ໂມ​ເຊ 3:1–3; ອັບ​ຣາ​ຮາມ 5:1–3

ພິມ