Scripture Stories
ໂມ​ເຊ ແລະ ງູ​ທອງ​ສຳ​ລິດ


“ໂມ​ເຊ ແລະ ງູ​ທອງ​ສຳ​ລິດ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ໂມ​ເຊ ແລະ ງູ​ທອງ​ສຳ​ລິດ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ຈົດ​ບັນ​ຊີ 21

ໂມ​ເຊ ແລະ ງູ​ທອງ​ສຳ​ລິດ

ການ​ຮຽນ​ຮູ້​ທີ່​ຈະ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ງູ​ລຸມ​ກັດ​ຜູ້​ຄົນ

ຂະ​ນະ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ພວກ​ເຂົາ​ມັກ​ລືມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ມັກ​ເວົ້າ​ຈົ່ມ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ງູ​ມາ ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ຖ່ອມ​ຕົວ ແລະ ລະ​ນຶກ​ເຖິງ​ພຣະ​ອົງ. ງູ​ໄດ້​ຕອດ​ຜູ້​ຄົນ, ແລະ ຫລາຍ​ຄົນ​ໄດ້​ຕາຍ​ໄປ.

ຈົດ​ບັນ​ຊີ 21:1–6

ຮູບ​ພາບ
ຜູ້​ຄົນ​ອ້ອນ​ວອນ​ໂມ​ເຊ

ບໍ່​ດົນ​ຜູ້​ຄົນ​ກໍ​ໄດ້​ກັບ​ໃຈ. ພວກ​ເຂົາ​ໄດ້​ຂໍ​ໃຫ້​ໂມ​ເຊ​ອະ​ທິ​ຖານ ເພື່ອ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ງູ​ໜີ​ໄປ. ພຣະ​ຜູ້​ເປັນ​ເຈົ້າບໍ່​ໄດ້​ເຮັດ​ໃຫ້​ງູ​ໜີ​ໄປ. ແຕ່​ພຣະ​ອົງ​ໄດ້​ຫາ​ວິ​ທີ​ທາງ​ໃຫ້​ຜູ້​ຄົນ​ລອດ​ຊີ​ວິດ ຖ້າ​ຫາກ​ພວກ​ເຂົາ​ຖືກ​ກັດ.

ຈົດ​ບັນ​ຊີ 21:7

ຮູບ​ພາບ
ໂມ​ເຊ​ກຳ​ລັງ​ຍົກ​ໄມ້​ງູ​ທອງ​ສຳ​ລິດ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂມ​ເຊ​ໃຫ້​ເຮັດ​ງູ​ດ້ວຍ​ທອງ​ສຳ​ລິດ ແລະ ຕິດ​ມັນ​ໄວ້​ໃນ​ປາຍ​ໄມ້. ເມື່ອ​ຜູ້​ຄົນ​ຖືກ​ກັດ ແລະ ໄດ້​ຫລຽວ​ເບິ່ງ​ງູ​ທອງ​ສຳ​ລິດ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ໃຫ້​ພວກ​ເຂົາ​ລອດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ຖ່ອມ​ຕົວ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ອົງ.

ຈົດ​ບັນ​ຊີ 21:8–9; 1 ນີ​ໄຟ 17:41; ຮີ​ລາ​ມັນ 8:14–15

ພິມ