Scripture Stories
ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ


“ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ດາ​ນີ​ເອນ 1

ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ

ປະ​ຕິ​ເສດ​ການ​ກິນ​ອາ​ຫານ​ຂອງ​ກະ​ສັດ

ຮູບ​ພາບ
ຊາຍ​ໜຸ່ມ​ຫລາຍ​ຄົນ​ຖືກ​ນຳ​ຕົວ​ໄປ​ໂດຍ​ທະ​ຫານ

ອານາ​ຈັກ​ບາ​ບີ​ໂລນ​ໄດ້​ໄຊ​ຊະ​ນະ​ເຢ​ຣູ​ຊາ​ເລັມ. ພວກ​ເຂົາ​ໄດ້​ນຳ​ເອົາ​ຊາຍ​ໜຸ່ມ​ທີ່​ສະ​ຫລຽວ​ສະ​ຫລາດ ແລະ ແຂງ​ແຮງ​ທີ່​ສຸດ​ໄປ​ຈາກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໃນ​ເມືອງ​ເຢ​ຣູ​ຊາ​ເລັມ ແລະ ນຳ​ເອົາ​ເຂົາ​ເຈົ້າ​ກັບ​ໄປ​ທີ່​ບາ​ບີ​ໂລນ​ເພື່ອ​ຮັບ​ໃຊ້​ກະ​ສັດ.

ດາ​ນີ​ເອນ 1:1–4

ຮູບ​ພາບ
ພວກ​ຊາຍ​ໜຸ່ມ​ຢູ່​ໃນ​ຣາຊ​ສຳ​ນັກ​ຂອງ​ກະ​ສັດ

ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ​ເປັນ​ໜຶ່ງ​ໃນ​ຈຳ​ນວນ​ຊາຍ​ໜຸ່ມ​ເຫລົ່າ​ນີ້. ເຂົາ​ເຈົ້າ​ຖືກ​ເລືອກ​ໃຫ້​ຮັບ​ໃຊ້​ໃນ​ຣາຊ​ສຳ​ນັກ​ຂອງ​ກະ​ສັດ ແລະ ກາຍ​ເປັນ​ໂຫ​ລາ​ຈານ​ຂອງ​ກະ​ສັດ.

ດາ​ນີ​ເອນ 1:4–6

ຮູບ​ພາບ
ອາ​ຫານ ແລະ ເຫລົ້າ​ອະ​ງຸ່ນ

ກະ​ສັດ​ໄດ້​ໃຫ້​ອາ​ຫານ ແລະ ເຫລົ້າ​ອະ​ງຸ່ນ​ກັບ​ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ. ແຕ່​ວ່າ​ເຂົາ​ເຈົ້າ​ບໍ່​ຍອມ​ກິນ​ອາ​ຫານ ແລະ ດື່ມ​ເຫລົ້າ​ອະ​ງຸ່ນ​ຂອງ​ກະ​ສັດ. ມັນ​ເປັນ​ການ​ເຮັດ​ຜິດ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ດາ​ນີ​ເອນ 1:5–8

ຮູບ​ພາບ
ພວກ​ຊາຍ​ໜຸ່ມ​ກຳ​ລັງ​ກິນ​ເຂົ້າ

ສິ່ງ​ນີ້​ເຮັດ​ໃຫ້​ຄົນ​ຮັບ​ໃຊ້​ຂອງ​ກະ​ສັດ​ຢ້ານ​ກົວ​ຫລາຍ. ລາວ​ເປັນ​ຄົນ​ເບິ່ງ​ແຍງ​ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ, ແລະ ລາວ​ຄິດ​ວ່າ​ຖ້າ​ເຂົາ​ເຈົ້າ​ປະ​ຕິ​ເສດ​ອາ​ຫານ​ຂອງ​ກະ​ສັດ, ເຂົາ​ເຈົ້າ​ອາດ​ຈະ​ອ່ອນ​ແອ​ກວ່າ​ຊາຍ​ໜຸ່ມ​ຄົນ​ອື່ນໆ. ແລ້ວ​ກະ​ສັດ​ອາດ​ຈະ​ໃຈ​ຮ້າຍ ແລະ ຂ້າ​ຄົນ​ຮັບ​ໃຊ້​ກໍ​ເປັນ​ໄດ້.

ດາ​ນີ​ເອນ 1:9–10

ຮູບ​ພາບ
ດາ​ນີ​ເອນ​ກຳ​ລັງ​ເວົ້າ​ລົມ​ກັບ​ຄົນ​ຮັບ​ໃຊ້

ແຕ່​ວ່າ​ດາ​ນີ​ເອນ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ຢາກ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ດາ​ນີ​ເອນ​ໄດ້​ຂໍ​ໃຫ້​ຄົນ​ຮັບ​ໃຊ້​ເອົາ​ແຕ່​ນໍ້າ​ລ້າໆ​ກັບ​ຜັກ​ມາ​ໃຫ້​ເຂົາ​ເຈົ້າ​ກິນ​ເປັນ​ເວ​ລາ 10 ວັນ ແລະ ແລ້ວ​ໃຫ້​ທຽບ​ສຸ​ຂະ​ພາບ​ຂອງ​ເຂົາ​ເຈົ້າ​ໃສ່​ກັບ​ຊາຍ​ໜຸ່ມ​ຄົນ​ອື່ນໆ. ຄົນ​ຮັບ​ໃຊ້​ໄດ້​ຕົກ​ລົງ.

ດາ​ນີ​ເອນ 1:11–14

ຮູບ​ພາບ
ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ​ກຳ​ລັງ​ຮຽນ​ໜັງ​ສື

ຫລັງ​ຈາກ 10 ວັນ, ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ​ໄດ້​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ກວ່າ​ຊາຍ​ໜຸ່ມ​ຄົນ​ອື່ນໆ​ທຸກ​ຄົນ. ດາ​ນີ​ເອນ ແລະ ໝູ່​ຂອງ​ລາວ​ໄດ້​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ສະ​ຫລຽວ​ສະ​ຫລາດ​ທີ່​ສຸດ​ໃນ​ຣາຊ​ສຳ​ນັກ​ຂອງ​ກະ​ສັດ.

ດາ​ນີ​ເອນ 1:15–20

ພິມ