Scripture Stories
ຢາ​ໂຄບ ແລະ ຄອບ​ຄົວ​ຂອງ​ເພິ່ນ


“ຢາ​ໂຄບ ແລະ ຄອບ​ຄົວ​ຂອງ​ເພິ່ນ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ຢາ​ໂຄບ ແລະ ຄອບ​ຄົວ​ຂອງ​ເພິ່ນ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 27–33

ຢາ​ໂຄບ ແລະ ຄອບ​ຄົວ​ຂອງ​ເພິ່ນ

ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ

ຮູບ​ພາບ
ຢາ​ໂຄບ​ກຳ​ລັງ​ຍ່າງ​ໄປ​ກັບ​ໂຕ​ລໍ

ຢາ​ໂຄບ​ໄດ້​ໜີ​ຈາກ​ບ້ານ ຍ້ອນ​ຢ້ານ​ກົວ​ອ້າຍ​ເອ​ຊາວ​ທີ່​ໃຈ​ຮ້າຍ​ໃຫ້​ເພິ່ນ. ພໍ່​ຂອງ​ຢາ​ໂຄບ​ໄດ້​ອວຍ​ພອນ​ເພິ່ນ​ໃຫ້​ພົບ​ເຫັນ ແລະ ແຕ່ງ​ງານ​ກັບ​ຜູ້​ຍິງ​ທີ່​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ປະ​ຖົມ​ມະ​ການ 27:42–46; 28:1–5

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ຢາ​ໂຄບ

ຂະ​ນະ​ທີ່​ຢາ​ໂຄບ​ເດີນ​ທາງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຢ້ຽມ​ຢາມ​ເພິ່ນ​ໃນ​ພາບ​ນິ​ມິດ. ພຣະ​ອົງ​ໄດ້​ສັນ​ຍາ​ວ່າ ຈະ​ສະ​ຖິດ​ຢູ່​ກັບ​ຢາ​ໂຄບ​ຕະ​ຫລອດ​ໄປ. ຢາ​ໂຄບ​ໄດ້​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ເພິ່ນ​ຈະ​ມອບ​ໜຶ່ງ​ສ່ວນ​ສິບ​ຂອງ​ທຸກ​ສິ່ງ​ທີ່​ເພິ່ນ​ມີ​ໃຫ້​ພຣະ​ອົງ.

ປະ​ຖົມ​ມະ​ການ 28:10–16, 20–22

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ເວົ້າ​ລົມ​ກັບ​ຢາ​ໂຄບ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ຢາ​ໂຄບ​ວ່າ ເພິ່ນ​ຈະ​ມີ​ລູກ​ຫລາຍ​ຄົນ. ຜ່ານ​ທາງ​ລູກໆ​ຂອງ​ຢາ​ໂຄບ, ຄອບ​ຄົວ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ ທີ່​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຄອບ​ຄົວ​ຂອງ​ຢາ​ໂຄບ​ໃນ​ຍຸກ​ສຸດ​ທ້າຍ ຖືກ​ເອີ້ນ​ວ່າ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ.

ປະ​ຖົມ​ມະ​ການ 28:3–4, 14; 1 ນີ​ໄຟ 10:14

ຮູບ​ພາບ
ຢາ​ໂຄບ ແລະ ນາງ​ຣາ​ເຊັນ

ຢາ​ໂຄບ​ໄດ້​ເດີນ​ທາງ​ໄປ​ຫາ​ດິນ​ແດນ​ແຫ່ງ​ໜຶ່ງ​ທີ່​ເອີ້ນ​ວ່າ ຮາ​ຣານ. ຢູ່​ທີ່​ນັ້ນ ເພິ່ນ​ໄດ້​ຕົກ​ຫລຸມ​ຮັກ​ກັບ​ຍິງ​ສາວ​ທີ່​ຊອບ​ທຳ​ຄົນ​ໜຶ່ງ ຊື່​ຣາ​ເຊັນ.

ປະ​ຖົມ​ມະ​ການ 27:43; 29:9–20

ຮູບ​ພາບ
ຢາ​ໂຄບ​ກຳ​ລັງ​ເຮັດ​ວຽກ​ຢູ່​ໃນ​ທົ່ງ

ຢາ​ໂຄບ​ໄດ້​ຕົກ​ລົງ​ທີ່​ຈະ​ທຳ​ງານ​ເຈັດ​ປີ​ໃຫ້​ລາ​ບານ ພໍ່​ຂອງ​ນາງ, ຖ້າ​ຫາກ​ລາ​ບານ​ຈະ​ອະ​ນຸ​ຍາດ​ໃຫ້​ເພິ່ນ​ແຕ່ງ​ງານ​ກັບ​ນາງ​ຣາ​ເຊັນ. ລາ​ບານ​ຕົກ​ລົງ. ຢາ​ໂຄບ​ໄດ້​ທຳ​ງານ​ເປັນ​ເວ​ລາ​ເຈັດ​ປີ.

ປະ​ຖົມ​ມະ​ການ 29:21–27

ຮູບ​ພາບ
ຢາ​ໂຄບ, ນາງ​ຣາ​ເຊັນ, ແລະ ນາງ​ເລ​ອາ

ແຕ່ລາ​ບານ​ຢາກ​ໃຫ້​ນາງ​ເລ​ອາ ລູກ​ສາວ​ກົກ​ຂອງ​ລາວ​ແຕ່ງ​ງານ​ກ່ອນ. ລະ​ຫວ່າງ​ພິ​ທີ​ສົມ​ຣົດ, ລາ​ບານ​ໄດ້​ຫລອກ​ຢາ​ໂຄບ ແລະ ໄດ້​ໃຫ້​ເພິ່ນ​ແຕ່ງ​ງານ​ກັບ​ນາງ​ເລ​ອາ ແທນ​ນ້ອງ​ສາວ. ແຕ່​ຢາ​ໂຄບ​ຮັກ​ນາງ​ຣາ​ເຊັນ. ເພິ່ນ​ໄດ້​ສັນ​ຍາ​ທີ່​ຈະ​ທຳ​ງານ​ອີກ​ເຈັດ​ປີ ຖ້າ​ຫາກ​ເພິ່ນ​ສາ​ມາດ​ແຕ່ງ​ງານ​ກັບ​ນາງ​ຄື​ກັນ. ລາ​ບານ​ຕົກ​ລົງ, ແລະ ຄອບ​ຄົວ​ຂອງ​ຢາ​ໂຄບ​ເລີ່ມ​ມີ​ຈຳ​ນວນ​ຫລາຍ​ຂຶ້ນ.

ປະ​ຖົມ​ມະ​ການ 29:28–35; 30:3–13, 17–24; ຢາ​ໂຄບ 2:27–30

ຮູບ​ພາບ
ຢາ​ໂຄບ​ກຳ​ລັງ​ເດີນ​ທາງ​ໄປ​ກັບ​ຄອບ​ຄົວ

ລາ​ບານບໍ່​ໄດ້​ຈ່າຍ​ຄ່າ​ແຮງ​ງານ​ໃຫ້​ຢາ​ໂຄບ​ຢ່າງ​ສົມ​ຄ່າ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ຢາ​ໂຄບ​ດ້ວຍ​ຝູງ​ສັດ​ລ້ຽງ​ຢ່າງ​ຫລວງ​ຫລາຍ ແລະ ໄດ້​ບອກ​ຢາ​ໂຄບ​ໃຫ້​ກັບ​ຄືນ​ບ້ານ.

ປະ​ຖົມ​ມະ​ການ 30:31, 43; 31:1–7, 17–18

ຮູບ​ພາບ
ຢາ​ໂຄບ

ໃນ​ລະ​ຫວ່າງ​ທາງ, ຢາ​ໂຄບ​ໄດ້​ຍິນ​ວ່າ ອ້າຍ​ເອ​ຊາວ ແລະ ພວກ​ຜູ້​ຊາຍ 400 ຄົນ ກຳ​ລັງ​ເດີນ​ທາງ​ມາ​ພົບ​ເພິ່ນ.

ປະ​ຖົມ​ມະ​ການ 32:3–6

ຮູບ​ພາບ
ຢາ​ໂຄບ​ກຳ​ລັງ​ເຊື່ອງ​ຄອບ​ຄົວ​ໄວ້

ຢາ​ໂຄບ​ຄິດ​ວ່າ​ເອ​ຊາວ​ຍັງ​ໃຈ​ຮ້າຍ​ໃຫ້​ເພິ່ນ​ຢູ່. ຢາ​ໂຄບ​ຢ້ານ​ວ່າ​ຄອບ​ຄົວ​ຂອງ​ເພິ່ນ​ຈະ​ໄດ້​ຮັບ​ອັນ​ຕະ​ລາຍ, ຈຶ່ງ​ໄດ້​ພາ​ຄອບ​ຄົວ​ໄປ​ລີ້ ແລະ ອະ​ທິ​ຖານ.

ປະ​ຖົມ​ມະ​ການ 32:7–24

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ເວົ້າ​ລົມ​ກັບ​ຢາ​ໂຄບ

ຢາ​ໂຄບ​ໄດ້​ອະ​ທິ​ຖານ​ໝົດ​ຄືນ ຈົນ​ເຖິງ​ຕອນ​ເຊົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຢ້ຽມ​ຢາມ​ຢາ​ໂຄບ ແລະ ໄດ້​ອວຍ​ພອນ​ເພິ່ນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຢາ​ໂຄບ​ວ່າ ເພິ່ນ​ຈະ​ເປັນ​ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຕໍ່​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕັ້ງ​ຊື່​ໃໝ່​ໃຫ້​ຢາ​ໂຄບ​ວ່າ ອິດ​ສະ​ຣາ​ເອນ.

ປະ​ຖົມ​ມະ​ການ 32:24–30

ຮູບ​ພາບ
ເອ​ຊາວ​ກຳ​ລັງ​ພົບ​ກັບ​ຢາ​ໂຄບ

ບໍ່​ດົນ​ເອ​ຊາວ​ກັບ​ຜູ້​ຄົນ​ຂອງ​ລາວ​ກໍ​ໄດ້​ພົບ​ເຫັນ​ຢາ​ໂຄບ ແລະ ຄອບ​ຄົວ​ຂອງ​ເພິ່ນ. ເອ​ຊາວ​ບໍ່​ໄດ້​ໃຈ​ຮ້າຍ​ໃຫ້​ຢາ​ໂຄບ​ອີກ​ແລ້ວ. ລາວ​ໄດ້​ແລ່ນ​ໄປ​ຫາ​ຢາ​ໂຄບ ແລະ ໂອບ​ກອດ​ເພິ່ນ. ລາວ​ດີ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ເພິ່ນ ແລະ ຄອບ​ຄົວ​ຂອງ​ເພິ່ນ. ຢາ​ໂຄບ​ດີ​ໃຈ​ທີ່​ໄດ້​ເຫັນ​ເອ​ຊາວ​ອີກ​ຄື​ກັນ.

ປະ​ຖົມ​ມະ​ການ 33:1–7

ຮູບ​ພາບ
ຢາ​ໂຄບ​ກັບ​ເອ​ຊາວ​ກຳ​ລັງ​ຫລຽວ​ເບິ່ງ​ຄອບ​ຄົວ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ກັບ​ຢາ​ໂຄບ​ຕະ​ຫລອດ​ຊີ​ວິດ​ຂອງ​ເພິ່ນ. ຢາ​ໂຄບ​ໄດ້​ກັບ​ໄປ​ເຖິງ​ບ້ານ​ເກີດ​ພ້ອມ​ກັບ​ຄອບ​ຄົວ ແລະ ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ. ນັບ​ແຕ່​ນັ້ນ​ມາ, ຢາ​ໂຄບ​ໄດ້​ຖືກ​ເອີ້ນ​ວ່າ ອິດ​ສະ​ຣາ​ເອນ, ແລະ ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ຖືກ​ເອີ້ນ​ວ່າ ຊາວ​ອິດ​ສະ​ຣາ​ເອນ. ເພິ່ນ​ໄດ້​ສືບ​ຕໍ່​ຮັກ​ສາ​ພຣະ​ບັນ​ຍັດ ແລະ ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ.

ປະ​ຖົມ​ມະ​ການ 33:17–20

ພິມ