Scripture Stories
ນາງ​ຮາ​ກາ


“ນາງ​ຮາ​ກາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ນາງ​ຮາ​ກາ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 16

ນາງ​ຮາ​ກາ

ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ທິ​ດາ​ຂອງ​ພຣະ​ອົງ

ຮູບ​ພາບ
ນາງ​ຮາ​ກາ​ຕັ້ງ​ທ້ອງ

ນາງ​ຮາ​ກາ​ເປັນ​ສາວ​ໃຊ້​ຂອງ​ນາງ​ຊາ​ຣາ. ນາງ​ຊາ​ຣາ​ເຖົ້າ​ແກ່ ແລະ ບໍ່​ມີ​ລູກ. ນາງ​ໄດ້​ບອກ​ອັບ​ຣາ​ຮາມ ສາ​ມີ​ຂອງ​ນາງ​ໃຫ້​ແຕ່ງ​ງານ​ກັບ​ນາງ​ຮາ​ກາ ເພື່ອ​ວ່າ​ພວກ​ເພິ່ນ​ຈະ​ມີ​ລູກ. ອັບ​ຣາ​ຮາມ ແລະ ນາງ​ຮາ​ກາ​ໄດ້​ແຕ່ງ​ງານ​ກັນ, ແລະ ບໍ່​ດົນ​ນາງ​ຮາ​ກາ​ກໍ​ຖື​ພາ.

ປະ​ຖົມ​ມະ​ການ 16:1–3

ຮູບ​ພາບ
ນາງ​ຮາ​ກາ​ໜີ​ໄປ

ນາງ​ຮາ​ກາ ແລະ ນາງ​ຊາ​ຣາ​ໄດ້​ເລີ່ມ​ຕົ້ນ​ເຮັດ​ສິ່ງ​ບໍ່​ດີ​ຕໍ່​ກັນ. ນາງ​ຮາ​ກາ​ໄດ້​ເລືອກ​ໜີ​ໄປ​ຫາ​ທະ​ເລ​ຊາຍ.

ປະ​ຖົມ​ມະ​ການ 16:4–6

ຮູບ​ພາບ
ນາງ​ຮາ​ກາ​ພັກ​ຜ່ອນ​ຢູ່​ໃກ້​ນ້ຳ

ຂະ​ນະ​ທີ່​ນາງ​ຮາ​ກາ​ເດີນ​ທາງ, ນາງ​ເມື່ອຍ​ຫລາຍ ແລະ ຫິວ​ນ້ຳ. ໃນ​ທີ່​ສຸດ, ນາງ​ໄດ້​ມາ​ເຖິງ​ບ່ອນ​ໜຶ່ງ​ທີ່​ມີ​ນ້ຳ ແລະ ໄດ້​ພັກ​ຜ່ອນ​ຢູ່​ທີ່​ນັ້ນ.

ປະ​ຖົມ​ມະ​ການ 16:7

ຮູບ​ພາບ
ທູດ​ກ່າວ​ກັບ​ນາງ​ຮາ​ກາ

ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ກ່ຽວ​ກັບ​ບັນ​ຫາ​ຂອງ​ນາງ​ຮາ​ກາ ແລະ ມີ​ແຜນ​ຊ່ວຍ​ເຫລືອ​ນາງ. ພຣະ​ອົງ​ໄດ້​ສົ່ງ​ທູດ​ອົງ​ໜຶ່ງ​ມາ ເພື່ອ​ຂໍ​ໃຫ້​ນາງ​ກັບ​ໄປ​ຫາ​ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ. ເພິ່ນ​ສັນ​ຍາ​ວ່າ ຄອບ​ຄົວ​ຂອງ​ນາງ​ຮາ​ກາ​ຈະ​ເຕີບ​ໂຕ. ເພິ່ນ​ໄດ້​ເວົ້າ​ວ່າ ລູກ​ຂອງ​ນາງ​ຈະ​ເປັນ​ຜູ້​ຊາຍ ແລະ ວ່າ​ນາງ​ຄວນ​ຕັ້ງ​ຊື່​ໃຫ້​ລາວ​ວ່າ ອິດ​ຊະ​ມາ​ເອນ.

ປະ​ຖົມ​ມະ​ການ 16:7–14

ຮູບ​ພາບ
ນາງ​ຮາ​ກາ ແລະ ອິດ​ຊະ​ມາ​ເອນ ພ້ອມ​ດ້ວຍ​ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ

ນາງ​ຮາ​ກາ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຊື່ອ​ຟັງ​ທູດ. ນາງ​ໄດ້​ກັບ​ໄປ​ຫາ​ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ. ນາງ​ຮາ​ກາ​ໄດ້​ລູກ​ຜູ້​ຊາຍ, ແລະ ຕັ້ງ​ຊື່​ໃຫ້​ລາວ​ວ່າ ອິດ​ຊະ​ມາ​ເອນ. ນາງ​ຮາ​ກາ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຄອຍ​ເຝົ້າ​ດູ​ແລ​ນາງ.

ປະ​ຖົມ​ມະ​ການ 16:11, 15

ພິມ