Scripture Stories
ດາ​ນີ​ເອນ ແລະ ຖ້ຳ​ສິງ


“ດາ​ນີ​ເອນ ແລະ ຖ້ຳ​ສິງ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ດາ​ນີ​ເອນ ແລະ ຖ້ຳ​ສິງ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ດາ​ນີ​ເອນ 6

ດາ​ນີ​ເອນ ແລະ ຖ້ຳ​ສິງ

ຊາຍ​ຄົນ​ໜຶ່ງ​ທີ່​ກ້າ​ອະ​ທິ​ຖານ

ຮູບ​ພາບ
ດາ​ນີ​ເອນ​ກຳ​ລັງ​ເວົ້າ​ລົມ​ກັບ​ກະ​ສັດ

ດາ​ຣິ​ອຸດ​ໄດ້​ກາຍ​ເປັນ​ຜູ້​ປົກ​ຄອງ​ຕະ​ຫລອດ​ທົ່ວ​ບາ​ບີ​ໂລນ. ເພິ່ນ​ຮັກ​ດາ​ນີ​ເອນ ແລະ ຢາກ​ໃຫ້​ລາວ​ເປັນ​ຜູ້​ນຳ​ຕະ​ຫລອດ​ທົ່ວ​ອາ​ນາ​ຈັກ​ທັງ​ໝົດ. ພວກ​ໂຫ​ລາ​ຈານ​ຂອງ​ກະ​ສັດ​ເກີດ​ຄວາມອິດ​ສາ​ລິດ​ສະ​ຫຍາ.

ດາ​ນີ​ເອນ 6:1–4

ຮູບ​ພາບ
ພວກ​ໂຫ​ລາ​ຈານ​ກຳ​ລັງ​ສົມ​ຮູ້​ຮ່ວມ​ຄິດ

ພວກ​ໂຫ​ລາ​ຈານ​ຮູ້​ວ່າດາ​ນີ​ເອນ​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ, ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຫລອກ​ໃຫ້​ກະ​ສັດ​ຕັ້ງ​ກົດ​ໝາຍ​ໃໝ່​ຂໍ້​ໜຶ່ງ​ຂຶ້ນ​ມາ. ທຸກ​ຄົນ​ທີ່​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ ຈະ​ຖືກ​ໂຍນ​ລົງ​ໃນ​ຖ້ຳ​ສິງ.

ດາ​ນີ​ເອນ 6:5–9

ຮູບ​ພາບ
ດາ​ນີ​ເອນ​ກຳ​ລັງ​ອະ​ທິ​ຖານ

ດາ​ນີ​ເອນ​ໄດ້​ເລືອກ​ອະ​ທິ​ຖານ​ຫາ​ພຣະເຈົ້າ​ຢູ່​ຄື​ເກົ່າ. ພວກ​ໂຫ​ລາ​ຈານ​ຂອງ​ກະ​ສັດ​ໄດ້​ເຫັນ​ດາ​ນີ​ເອນ​ອະ​ທິ​ຖານ ແລະ ໄດ້​ໄປ​ບອກ​ກະ​ສັດ​ວ່າ ດາ​ນີ​ເອນ​ຝ່າ​ຝືນ​ກົດ​ໝາຍ. ກະ​ສັດ​ຮູ້​ວ່າ ພວກ​ໂຫ​ລາ​ຈານ​ຂອງ​ເພິ່ນ​ໄດ້​ຫລອກ​ເພິ່ນ. ເພິ່ນ​ໄດ້​ພະ​ຍາ​ຍາມ​ຫາ​ວິ​ທີ​ຊ່ວຍ​ເຫລືອ​ດາ​ນີ​ເອນ, ແຕ່​ກະ​ສັດ​ຕ້ອງ​ໄດ້​ເຮັດ​ຕາມ​ກົດ​ໝາຍ​ຂອງ​ເພິ່ນ.

ດາ​ນີ​ເອນ 6:10–15

ຮູບ​ພາບ
ດາ​ນີ​ເອນ​ຢູ່​ໃນ​ຖ້ຳ​ສິງ

ດາ​ນີ​ເອນ​ຖືກ​ໂຍນ​ລົງ​ໄປ​ໃນ​ຖ້ຳ​ສິງ. ກະ​ສັດບໍ່​ຫລັບ​ບໍ່​ນອນ​ໝົດ​ຄືນ, ໄດ້​ຖື​ສິນ​ອົດ​ເຂົ້າ ເພື່ອ​ວ່າ​ດາ​ນີ​ເອນ​ຈະ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ.

ດານີເອນ 6:16–18

ຮູບ​ພາບ
ກະ​ສັດ​ກຳ​ລັງ​ຫລຽວ​ເບິ່ງ​ດາ​ນີ​ເອນ​ຢູ່​ໃນ​ຖ້ຳ​ສິງ

ເຊົ້າ​ມື້​ຕໍ່​ມາ, ກະ​ສັດ​ໄດ້​ຟ້າວ​ໄປ​ຫາ​ຖ້ຳ​ສິງ. ເພິ່ນ​ໄດ້​ເອີ້ນ​ດາ​ນີ​ເອນ ເພື່ອ​ເບິ່ງວ່າ​ລາວ​ຍັງ​ມີ​ຊີ​ວິດ​ຢູ່​ຫລືບໍ່. ດາ​ນີ​ເອນ​ໄດ້​ຂານ​ຕອບ! ລາວ​ບອກ​ກະ​ສັດ​ວ່າ ພຣະ​ເຈົ້າ​ໄດ້​ສົ່ງ​ທູດ​ສະ​ຫວັນ​ອົງ​ໜຶ່ງ​ມາ​ປິດ​ປາກໂຕ​ສິງ. ໂຕ​ສິງ​ບໍ່​ໄດ້​ທຳ​ຮ້າຍ​ລາວ.

ດາ​ນີ​ເອນ 6:19–23

ຮູບ​ພາບ
ກະ​ສັດ​ກຳ​ລັງ​ໂອບ​ກອດ​ດາ​ນີ​ເອນ

ກະ​ສັດ​ດີ​ໃຈ​ທີ່​ດາ​ນີ​ເອນ​ປອດ​ໄພ. ເພິ່ນ​ໄດ້​ລົງ​ໂທດ​ພວກ​ໂຫລາ​ຈານ​ທີ່​ໄດ້​ຫລອກ​ເພິ່ນ, ແລະ ເພິ່ນ​ໄດ້​ຍົກ​ເລີກ​ກົດ​ໝາຍ​ຂໍ້​ນັ້ນ. ເພິ່ນ​ໄດ້​ສິດ​ສອນ​ອາ​ນາ​ຈັກ​ຂອງ​ເພິ່ນ​ກ່ຽວ​ກັບ​ອຳ​ນາດ ແລະ ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ.

ດາ​ນີ​ເອນ 6:23–27

ພິມ