Scripture Stories
ໂຢບ


“ໂຢບ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ (2021)

“ໂຢບ,” ເລື່ອງ​ພຣະ​ຄໍາ​ພີ​ເດີມ

ໂຢບ 1–3; 19; 38–42

ໂຢບ

ການ​ໄວ້​ວາງ​ໃຈ​ໃນ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ໂຢບ ແລະ ຄອບ​ຄົວ​ກຳ​ລັງ​ກິນ​ເຂົ້າ​ແລງ

ໂຢບ​ເປັນ​ຄົນ​ດີ​ທີ່​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ໂຢບ ແລະ ເມຍ​ຂອງ​ເພິ່ນ​ມີ​ລູກ 10 ຄົນ, ແລະ ເພິ່ນ​ມີ​ຝູງ​ສັດ ແລະ ມີ​ຊັບ​ສົມ​ບັດ​ຢ່າງ​ຫລວງ​ຫລາຍ.

ໂຢບ 1:1–5

ຮູບ​ພາບ
ໂຢບ​ກຳ​ລັງ​ຫລຽວ​ເບິ່ງ​ພະ​ຍຸ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອະ​ນຸ​ຍາດ​ໃຫ້​ສັດ​ທາ​ຂອງ​ໂຢບ​ຖືກ​ທົດ​ສອບ. ໂຢບ​ໄດ້​ປະ​ເຊີນ​ກັບ​ຄວາມ​ຍາກ​ລໍາ​ບາກ.

ໂຢບ 1:6–12

ຮູບ​ພາບ
ເຮືອນ​ຂອງ​ໂຢບ​ຖືກ​ໄຟ​ໄໝ້

ມື້​ໜຶ່ງ ສັດ​ຫລາຍ​ໂຕ​ຂອງ​ໂຢບ​ໄດ້​ຖືກ​ລັກ. ຕໍ່​ມາ ໄຟ​ກໍ​ໄໝ້​ຊັບ​ສິນ​ຂອງ​ໂຢບ​ທັງ​ໝົດ ແລະ ໄດ້​ຂ້າ​ຄົນ​ຮັບ​ໃຊ້​ທັງ​ໝົດ​ຂອງ​ເພິ່ນ ແລະ ສັດ​ອື່ນໆ​ດ້ວຍ. ຈາກ​ນັ້ນ ພະ​ຍຸ​ກໍ​ພັດ​ຖະ​ລົ່ມ​ເຮືອນ​ຂອງ​ລູກ​ຊາຍ​ຂອງ​ໂຢບ. ລູກໆ​ຂອງ​ໂຢບ​ຢູ່​ໃນ​ເຮືອນ, ແລະ ພວກ​ເຂົາ​ໄດ້​ຕາຍ​ໝົດ​ທຸກ​ຄົນ. ໂຢບ ແລະ ເມຍ​ຂອງ​ເພິ່ນ​ບໍ່​ມີ​ຫຍັງ​ເຫລືອ​ເລີຍ ນອກ​ຈາກ​ສຸ​ຂະ​ພາບ​ຂອງ​ພວກ​ເພິ່ນ.

ໂຢບ 1:13–19

ຮູບ​ພາບ
ໂຢບ ແລະ ເມຍ​ຂອງ​ເພິ່ນ​ກຳ​ລັງ​ອະ​ທິ​ຖານ

ໂຢບ ແລະ ເມຍ​ຂອງ​ເພິ່ນ​ເສຍ​ໃຈ​ຫລາຍ. ພວກ​ເພິ່ນ​ໄດ້​ສູນ​ເສຍ​ທຸກ​ຢ່າງ, ແມ່ນ​ແຕ່​ລູກໆ​ຂອງ​ພວກ​ເພິ່ນ. ແຕ່​ໂຢບ​ຍັງ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ບໍ່​ໄດ້​ໂທດ​ພຣະ​ຜູ້​ເປັນ​ເຈົ້າ​ສໍາ​ລັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ.

ໂຢບ 1:20–22

ຮູບ​ພາບ
ເມຍ​ຂອງ​ໂຢບ​ກໍາ​ລັງ​ປ້ອນ​ເຂົ້າ​ໂຢບ​ທີ່​ກຳ​ລັງ​ປ່ວຍ

ແລ້ວ​ໂຢບ​ໄດ້​ລົ້ມ​ປ່ວຍ​ໜັກ. ບາດ​ແຜ​ທີ່​ເຈັບ​ປວດ​ໄດ້​ປົກ​ຄຸມ​ທົ່ວ​ຮ່າງ​ກາຍ​ຂອງ​ເພິ່ນ. ໂຢບ ແລະ ເມຍ​ຂອງ​ເພິ່ນ​ສົງ​ໄສ​ວ່າ ເປັນ​ຫຍັງ​ເລື່ອງ​ຮ້າຍໆ​ເຫລົ່າ​ນີ້​ຈຶ່ງ​ເກີດ​ຂຶ້ນ.

ໂຢບ 2:7–9; 3:1–11

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ສະ​ແດງ​ໃຫ້​ໂຢບ​ເຫັນ​ຈັກ​ກະ​ວານ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂຢບ ແລະ ສະ​ແດງ​ໃຫ້​ເພິ່ນ​ເຫັນ​ແຜ່ນ​ດິນ​ໂລກ, ໝູ່​ດວງ​ດາວ, ແລະ ສິ່ງ​ທີ່​ມີ​ຊີ​ວິດ​ທັງ​ໝົດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ບົດ​ຮຽນ​ທີ່​ສໍາ​ຄັນ​ໃຫ້​ແກ່​ໂຢບ. ທຸກ​ສິ່ງ​ໄດ້​ຖືກ​ສ້າງ​ຂຶ້ນ​ເພື່ອ​ຊ່ວຍ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ບຸດ​ຂອງ​ພຣະ​ອົງ ພຣະ​ເຢ​ຊູ​ຄຣິດ ແລະ ຕິດ​ຕາມ​ພຣະ​ອົງ.

ໂຢບ 38–41

ຮູບ​ພາບ
ໂຢບ ແລະ ຄອບ​ຄົວ

ໂຢບ​ໄດ້​ກັບ​ໃຈ ແລະ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອະ​ໄພ​ໃຫ້​ເພິ່ນ​ທີ່​ເພິ່ນ​ໄດ້​ສົງ​ໄສ. ເພິ່ນ​ໄດ້​ສັນ​ຍາ​ວ່າ​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ​ໂຢບ​ຮັກ​ພຣະ​ອົງ. ພຣະ​ອົງ​ໄດ້​ປິ່ນ​ປົວ​ໂຢບ ແລະ ອວຍ​ພອນ​ເພິ່ນ​ໃຫ້​ມີ​ລູກ​ອີກ​ຫລາຍ​ຄົນ ແລະ ຮັ່ງ​ມີ​ຫລາຍ​ກວ່າ​ເກົ່າ​ເຖິງ​ສອງ​ເທົ່າ.

ໂຢບ 19:25–2642

ພິມ