Scripture Stories
ອັບ​ຣາ​ຮາມ ແລະ ອີ​ຊາກ


“ອັບ​ຣາ​ຮາມ ແລະ ອີ​ຊາກ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ອັບ​ຣາ​ຮາມ ແລະ ອີຊາກ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 17; 21–22

ອັບ​ຣາ​ຮາມ ແລະ ອີ​ຊາກ

ບິ​ດາ, ລູກ​ຊາຍ, ແລະ ການ​ເສຍ​ສະ​ລະ

ຮູບ​ພາບ
ອັບ​ຣາ​ຮາມ, ນາງ​ຊາ​ຣາ, ແລະ ລູກ​ນ້ອຍ

ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ໄດ້​ມີ​ລູກ​ຊາຍ, ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ. ພວກ​ເພິ່ນ​ໄດ້​ຕັ້ງ​ຊື່​ໃຫ້​ລາວ​ວ່າ ອີ​ຊາກ.

ປະ​ຖົມ​ມະ​ການ 17:9; 21:1–3

ຮູບ​ພາບ
ອັບ​ຣາ​ຮາມ​ກຳ​ລັງ​ສິດ​ສອນ​ອີ​ຊາກ

ພວກ​ເພິ່ນ​ຮັກ​ອີ​ຊາກ. ພວກ​ເພິ່ນ​ໄດ້​ສິດ​ສອນ​ລາວ​ໃຫ້​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

ປະ​ຖົມ​ມະ​ການ 21:8

ຮູບ​ພາບ
ນາງ​ຊາ​ຣາ ແລະ ອັບ​ຣາ​ຮາມ​ກຳ​ລັງ​ຫລຽວ​ເບິ່ງ​ອີ​ຊາກ

ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ກັບ​ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ວ່າ ຜ່ານ​ທາງ​ອີ​ຊາກ​ຄອບ​ຄົວ​ຂອງ​ພວກ​ເພິ່ນ​ຈະ​ເຕີບ​ໃຫຍ່​ເພື່ອ​ເປັນ​ພອນ​ໃຫ້​ທັງ​ແຜ່ນ​ດິນ​ໂລກ. ແຕ່​ມີ​ມື້​ໜຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ອັບ​ຣາ​ຮາມ​ໃຫ້​ນຳ​ເອົາ​ອີ​ຊາກ​ໄປ​ຍັງ​ພູ​ເຂົາ​ໂມ​ຣິ​ຢາ ແລະ ຖວາຍ​ອີ​ຊາກ​ເປັນ​ເຄື່ອງ​ບູ​ຊາ.

ປະ​ຖົມ​ມະ​ການ 17:1–8; 22:1–2

ຮູບ​ພາບ
ອັບ​ຣາ​ຮາມ ແລະ ອີ​ຊາກ​ກຳ​ລັງ​ເດີນ​ທາງ

ໃນ​ລະ​ຫວ່າງ​ທາງ​ໄປ​ຍັງ​ພູ​ເຂົາ, ອີ​ຊາກ​ໄດ້​ຖາມ​ວ່າ​ລູກ​ແກະ​ທີ່​ຈະ​ເຜົາ​ບູ​ຊາ​ນັ້ນ​ຢູ່​ໃສ. ອັບ​ຣາ​ຮາມ​ໄດ້​ຕອບ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຈັດ​ຫາ​ໃຫ້​ເອງ.

ປະ​ຖົມ​ມະ​ການ 22:4–8

ຮູບ​ພາບ
ອັບ​ຣາ​ຮາມ ແລະ ອີ​ຊາກ​ໄດ້​ສ້າງ​ແທ່ນ​ບູ​ຊາ​ຂຶ້ນ

ເທິງ​ພູ​ເຂົາ​ໂມ​ຣິ​ຢາ, ອັບ​ຣາ​ຮາມ​ໄດ້​ສ້າງ​ແທ່ນ​ບູ​ຊາ​ຂຶ້ນ ແລະ ໄດ້​ເອົາ​ໄມ້​ຟືນ​ວາງ​ໄວ້​​ເທິງ​ແທ່ນ​ນັ້ນ.

ປະ​ຖົມ​ມະ​ການ 22:8–9

ຮູບ​ພາບ
ອັບ​ຣາ​ຮາມ​ກຳ​ລັງ​ກຽມ​ພ້ອມ​ທີ່​ຈະ​ຖວາຍ​ອີ​ຊາກ

ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ, ອັບ​ຣາ​ຮາມ​ໄດ້​ບອກ​ໃຫ້​ອີ​ຊາກ​ນອນ​ລົງ​ເທິງ​ແທ່ນ​ບູ​ຊາ. ອີ​ຊາກ​ໄວ້​ວາງ​ໃຈ​ໃນ​ອັບ​ຣາ​ຮາມ​ເຊັ່ນ​ດຽວ​ກັນ​ກັບ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄວ້​ວາງ​ພຣະ​ໄທ​ໃນ​ພຣະ​ບິ​ດາ​ຂອງ​ພຣະ​ອົງ.

ປະ​ຖົມ​ມະ​ການ 22:9

ຮູບ​ພາບ
ທູດ​ໄດ້​ມາ​ປະ​ກົດ​ຕົວ​ຕໍ່​ອັບ​ຣາ​ຮາມ ແລະ ອີ​ຊາກ

ຂະ​ນະ​ທີ່​ອັບ​ຣາ​ຮາມ​ກຳ​ລັງ​ຈະ​ຖວາຍ​ອີ​ຊາກ, ທູດ​ອົງ​ໜຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢຸດ​ເພິ່ນ​ໄວ້. ອັບ​ຣາ​ຮາມ​ໄດ້​ສະ​ແດງ​ສັດ​ທາ​ຂອງ​ເພິ່ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ອັບ​ຣາ​ຮາມ​ຮູ້​ດີ​ວ່າ​ເພິ່ນ​ຈະ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຕະ​ຫລອດ​ເວ​ລາ.

ປະ​ຖົມ​ມະ​ການ 22:10–12

ຮູບ​ພາບ
ໂຕ​ແກະ​ຄາ​ຢູ່​ພຸ່ມ​ໄມ້

ອັບ​ຣາ​ຮາມ​ແນມ​ໄປ​ຮອບໆ​ຕົວ ແລະ ເຫັນ​ແກະ​ໂຕ​ໜຶ່ງ​ຄາ​ຢູ່​ພຸ່ມ​ໄມ້. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຫາ​ແກະ​ໂຕ​ນັ້ນ​ໃຫ້​ເປັນ​ເຄື່ອງ​ບູ​ຊາ.

ປະ​ຖົມ​ມະ​ການ 22:13

ຮູບ​ພາບ
ອັບ​ຣາ​ຮາມ ແລະ ອີ​ຊາກ​ກຳ​ລັງ​ແນມ​ເບິ່ງ​ທ້ອງ​ຟ້າ

ອັບ​ຣາ​ຮາມ ແລະ ອີ​ຊາກ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ຍົກ​ພຣະ​ບຸດ​ຂອງ​ພຣະ​ອົງ ພຣະ​ເຢ​ຊູ​ຄຣິດ ໃຫ້​ເປັນ​ເຄື່ອງ​ບູ​ຊາ​ແນວ​ໃດ. ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄວ້​ວາງ​ພຣະ​ໄທ​ໃນ​ອັບ​ຣາ​ຮາມ​ຍ້ອນ​ວ່າ​ເພິ່ນ​ໄດ້​ເຊື່ອ​ຟັງ. ອັບ​ຣາ​ຮາມ​ໄວ້​ວາງ​ໃຈ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ມື້​ໜຶ່ງ​ຄອບ​ຄົວ​ຂອງ​ເພິ່ນ​ຈະ​ເຕີບ​ໃຫຍ່ ມີ​ຫລາຍ​ກວ່າ​ດວງ​ດາວ​ໃນ​ທ້ອງ​ຟ້າ.

ປະ​ຖົມ​ມະ​ການ 22:17–18; ຢາ​ໂຄບ 4:5

ພິມ