Scripture Stories
ກ່ຽວ​ກັບ​ພຣະ​ຄຳ​ພີ​ເດີມ


“ກ່ຽວ​ກັບ​ພຣະ​ຄຳ​ພີ​ເດີມ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ກ່ຽວ​ກັບ​ພຣະ​ຄຳ​ພີ​ເດີມ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ກ່ຽວ​ກັບ​ພຣະ​ຄຳ​ພີ​ເດີມ

ຄຳ​ສັນ​ຍາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກັບ​ລູກໆ​ຂອງ​ພຣະ​ອົງ​ດົນ​ນານ​ມາ​ແລ້ວ

ຮູບ​ພາບ
ຮູບ​ພາບ​ປະ​ກອບ​ກ່ຽວ​ກັບ​ໂລກ​ກ່ອນ​ເກີດ

ພາກ​ສ່ວນ​ທຳ​ອິດ​ຂອງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ແມ່ນ​ພຣະ​ຄຳ​ພີ​ເດີມ. ພຣະ​ຄຳ​ພີ​ເຫລົ່າ​ນີ້​ໄດ້​ຖືກ​ຂຽນ​ໄວ້​ດົນ​ນານ​ມາ​ແລ້ວ, ແມ່ນ​ແຕ່​ກ່ອນ​ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ກຳ​ເນີດ. ມັນ​ມີ​ເລື່ອງ​ລາວ​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ສັດ​ທາ​ໃນ​ພຣະ​ອົງ. ມັນ​ສິດ​ສອນ​ເຮົາ​ວ່າ ແຕ່​ລະ​ຄົນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແມ່ນ​ພາກ​ສ່ວນ​ໃນ​ຄອບ​ຄົວ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ວ່າ​ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ອົງ.

ພຣະ​ບັນ​ຍັດ​ສອງ 7:7–9; ເອ​ຊາ​ຢາ 45:10–12

ຮູບ​ພາບ
ອາ​ດາມ ແລະ ເອ​ວາ​ໃນ​ສວນ​ເອ​ເດນ

ໃນ​ພຣະ​ຄຳ​ພີ​ເດີມ, ພຣະ​ເຢ​ຊູ​ຄຣິດ​ຖືກ​ເອີ້ນ​ວ່າ ເຢ​ໂຮ​ວາ ແລະ ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ໄດ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ນັບ​ແຕ່​ວັນ​ເວ​ລາ​ຂອງ​ອາ​ດາມ ແລະ ເອ​ວາ​ເປັນ​ຕົ້ນ​ມາ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສົ່ງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ມາ​ກ່າວ​ກັບ​ສາດ​ສະ​ດາ​ຂອງ​ພຣະ​ອົງ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສົ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ເປັນ​ຄວາມ​ຈິງ.

ອົບ​ພະ​ຍົບ 6:2–3; 2 ຂ່າວ​ຄາວ 20:20; ອາ​ໂມດ 3:7; 2 ເປ​ໂຕ 1:21; ໂມ​ເຊ 2:1

ຮູບ​ພາບ
ລູກ​ຫລານ​ຂອງ​ອາ​ດາມ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ສາດ​ສະ​ດາ​ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ ພັນ​ລະ​ຍາ​ຂອງ​ເພິ່ນ​ວ່າ ຄອບ​ຄົວ​ຂອງ​ພວກ​ເພິ່ນ​ຈະ​ເຕີບ​ໂຕ ແລະ ເປັນ​ພອນ​ໃຫ້​ທັງ​ໂລກ. ຢາ​ໂຄບ ຫລານ​ຊາຍ​ຂອງ​ພວກ​ເພິ່ນ​ມີ​ຄອບ​ຄົວ​ໃຫຍ່ ທີ່​ໄດ້​ກາຍ​ເປັນ​ປະ​ຊາ​ຊາດ. ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, ຫລື ຊາວ​ອິດ​ສະ​ຣາ​ເອນ. ສາດ​ສະ​ດາ​ໄດ້​ສິດ​ສອນ​ພວກ​ເຂົາ​ໃຫ້​ຕັ້ງ​ຕາ​ລໍ​ຄອຍ​ເວ​ລາ​ທີ່​ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ.

ປະ​ຖົມ​ມະ​ການ 15:5–6; 17:1–8; ພຣະ​ບັນ​ຍັດ​ສອງ 18:15; ເອ​ຊາ​ຢາ 7:14

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຫລຽວ​ເບິ່ງ​ຮຸ້ງ​ກິນ​ນ້ຳ

ຫລາຍ​ເລື່ອງ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ​ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ກັບ​ຊາວ​ອິດ​ສະ​ຣາ​ເອນ​ແນວ​ໃດ.

ປະ​ຖົມ​ມະ​ການ 9:13–17; ເຢ​ເຣ​ມີ​ຢາ 11:4–5; ເຮັບ​ເຣີ 11:1–35

ຮູບ​ພາບ
ໂມ​ເຊ​ກຳ​ລັງ​ສະ​ແດງ​ໄມ້​ຄ້ອນ​ເທົ້າ​ໃຫ້​ຜູ້​ຄົນ​ເບິ່ງ

ເວ​ລາ​ຊາວ​ອິດ​ສະ​ຣາ​ເອນ​ຟັງ​ຄວາມ​ສາດ​ສະ​ດາ ແລະ ຮັກ​ສາ​ພຣະ​ບັນ​ຍັດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ພວກ​ເຂົາ. ເມື່ອ​ພວກ​ເຂົາ​ບໍ່​ເຊື່ອ​ຟັງ, ພຣະ​ອົງ​ບໍ່​ສາ​ມາດ​ຊ່ວຍ​ພວກ​ເຂົາ.

ພຣະ​ບັນ​ຍັດ​ສອງ 11:26–28; ໂຢບ 36:11–12

ຮູບ​ພາບ
ພວກ​ເດັກ​ນ້ອຍ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ທ່ານ​ເປັນ​ພາກ​ສ່ວນ​ໃນ​ຄອບ​ຄົວ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ເມດ​ຕາ, ແລະ ພຣະ​ອົງ​ຮັກ​ທ່ານ. ພຣະ​ອົງ​ມີ​ແຜນ​ສຳ​ລັບ​ທ່ານ. ເປັນ​ຍ້ອນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ທ່ານ​ຈຶ່ງ​ສາ​ມາດ​ກັບ​ຄືນ​ໄປ​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ອີກ​ຄັ້ງ. ເໝືອນ​ດັ່ງ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຖືກ​ສິດ​ສອນ, ທ່ານ​ກໍ​ສາ​ມາດ​ເລືອກ​ທີ່​ຈະ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ອົບ​ພະ​ຍົບ 15:2; ພຣະ​ບັນ​ຍັດ​ສອງ 4:31; 5:10; ໂມ​ເຊ 1:39

ພິມ