Scripture Stories
ໂຢ​ເຊັບ​ໃນ​ປະ​ເທດ​ເອ​ຢິບ


“ໂຢ​ເຊັບ​ໃນ​ປະ​ເທດ​ເອ​ຢິບ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ໂຢ​ເຊັບ​ໃນ​ປະ​ເທດ​ເອ​ຢິບ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ປະ​ຖົມ​ມະ​ການ 39–41

ໂຢ​ເຊັບ​ໃນ​ປະ​ເທດ​ເອ​ຢິບ

ຂ້າ​ທາດ​ໄດ້​ກາຍ​ເປັນ​ຜູ້​ນຳ

ຮູບ​ພາບ
ໂຢ​ເຊັບ​ຖືກ​ຂາຍ​ໃຫ້​ໂປ​ຕີ​ຟາ

ໂຢ​ເຊັບ​ຖືກ​ຂາຍ​ໃຫ້​ເປັນ​ຂ້າ​ທາດ​ຂອງ​ຊາຍ​ຄົນ​ໜຶ່ງ​ຊື່ ໂປ​ຕີ​ຟາ. ໂປ​ຕີ​ຟາ​ຮັບ​ໃຊ້​ຟາ​ໂຣ, ຜູ້​ປົກ​ຄອງ​ປະ​ເທດ​ເອ​ຢິບ. ໂປ​ຕີ​ຟາ​ບອກ​ໄດ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ​ໂຢ​ເຊັບ. ເພິ່ນ​ໄວ້​ວາງ​ໃຈ​ໂຢ​ເຊັບ ແລະ ໃຫ້​ໂຢ​ເຊັບ​ດູ​ແລ​ບ້ານ​ເຮືອນ​ຂອງ​ເພິ່ນ ແລະ ທຸກ​ສິ່ງ​ທີ່​ເພິ່ນ​ເປັນ​ເຈົ້າ​ຂອງ.

ປະ​ຖົມ​ມະ​ການ 39:1–6

ຮູບ​ພາບ
ໂຢ​ເຊັບ​ກຳ​ລັງ​ເວົ້າ​ປະ​ຕິ​ເສດ​ເມຍ​ຂອງ​ໂປ​ຕີ​ຟາ

ເມຍ​ຂອງ​ໂປ​ຕີ​ຟາ​ຄິດ​ມັກ​ໂຢ​ເຊັບ. ນາງ​ຢາກ​ໃຫ້​ໂຢ​ເຊັບ​ລະ​ເມີດ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ນາງ. ໂຢ​ເຊັບ​ໄດ້​ເວົ້າ​ປະ​ຕິ​ເສດ​ນາງ.

ປະ​ຖົມ​ມະ​ການ 39:7–10

ຮູບ​ພາບ
ໂຢ​ເຊັບ​ກຳ​ລັງ​ແລ່ນ​ໜີ​ຈາກ​ເມຍ​ຂອງ​ໂປ​ຕີ​ຟາ

ເມຍ​ຂອງ​ໂປ​ຕີ​ຟາ​ບໍ່​ຍອມ​ຟັງ, ສະ​ນັ້ນ ໂຢ​ເຊັບ​ຈຶ່ງ​ໄດ້​ແລ່ນ​ໜີ​ໄປ. ນາງ​ໃຈ​ຮ້າຍ​ໃຫ້​ໂຢ​ເຊັບ.

ປະ​ຖົມ​ມະ​ການ 39:11–12

ຮູບ​ພາບ
ເມຍ​ຂອງ​ໂປ​ຕີ​ຟາ​ກຳ​ລັງ​ເວົ້າ​ກັບ​ໂປ​ຕີ​ຟາ

ນາງ​ໄດ້​ເອົາ​ເສື້ອ​ຂອງ​ໂຢ​ເຊັບ​ໃຫ້​ໂປ​ຕີ​ຟາ​ເບິ່ງ. ນາງ​ເວົ້າ​ຕົວະ​ໂປ​ຕີ​ຟາ​ກ່ຽວ​ກັບ​ໂຢ​ເຊັບ. ໂປ​ຕີ​ຟາ​ໄດ້​ສົ່ງ​ໂຢ​ເຊັບ​ເຂົ້າ​ຄຸກ.

ປະ​ຖົມ​ມະ​ການ 39:13–20

ຮູບ​ພາບ
ໂຢ​ເຊັບ​ຢູ່​ໃນ​ຄຸກ

ໂຢ​ເຊັບ​ໄດ້​ຖືກ​ແຍກ​ອອກ​ຈາກ​ຄອບ​ຄົວ​ຂອງ​ລາວ. ລາວ​ໄດ້​ກາຍ​ເປັນ​ຂ້າ​ທາດ, ແລະ ບັດ​ນີ້​ເປັນ​ນັກ​ໂທດ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ຊ່ວຍ​ເຫລືອ​ໂຢ​ເຊັບ​ຢູ່. ໂຢ​ເຊັບ​ບໍ່​ໄດ້​ທໍ້​ຖອຍ​ໃຈ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ຫົວ​ໜ້າ​ຜູ້​ຄຸມ​ຄຸກ​ໃຫ້​ເຫັນ​ຄວາມ​ດີ​ຂອງ​ໂຢ​ເຊັບ. ຫົວ​ໜ້າ​ຜູ້​ຄຸມ​ຄຸກ​ໄດ້​ເລີ່ມ​ໄວ້​ວາງ​ໃຈ​ລາວ, ສະ​ນັ້ນ ລາວ​ຈຶ່ງ​ໃຫ້​ໂຢ​ເຊັບ​ເປັນ​ຜູ້​ຕາງ​ໜ້າ​ເບິ່ງ​ແຍງ​ພວກ​ນັກ​ໂທດ​ທັງ​ຫລາຍ.

ປະ​ຖົມ​ມະ​ການ 39:21

ຮູບ​ພາບ
ໂຢ​ເຊັບ​ກຳ​ລັງ​ແປ​ຄວາມ​ຝັນ​ຂອງ​ພວກ​ນັກ​ໂທດ

ໂຢ​ເຊັບ​ໄດ້​ພົບ​ກັບ​ນັກ​ໂທດ​ສອງ​ຄົນ, ຜູ້​ໜຶ່ງ​ເປັນ​ຫົວ​ໜ້າ​ພະ​ນັກ​ງານ​ເຮັດ​ເຂົ້າ​ຈີ່, ອີກ​ຜູ້​ໜຶ່ງ​ເປັນ​ຫົວ​ໜ້າ​ພະ​ນັກ​ງານ​ເຮັດ​ເຫລົ້າ​ອະ​ງຸ່ນ, ທີ່​ຮັບ​ໃຊ້​ຟາ​ໂຣ. ຄົນ​ທັງ​ສອງ​ໄດ້​ມີ​ຄວາມ​ຝັນ​ທີ່​ແປກ​ປະ​ຫລາດ. ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໂຢ​ເຊັບ​ໄດ້​ແປ​ຄວາມ​ຝັນ​ຂອງ​ພວກ​ເຂົາ. ຄວາມ​ຝັນ​ຂອງ​ຫົວ​ໜ້າ​ພະ​ນັກ​ງານ​ເຮັດ​ເຫລົ້າ​ອະ​ງຸ່ນ​ໝາຍ​ຄວາມ​ວ່າ ລາວ​ຈະ​ຖືກ​ປ່ອຍ​ຕົວ. ສາມ​ມື້​ຈາກ​ນັ້ນ, ລາວ​ກໍ​ຖືກ​ປ່ອຍ​ໃຫ້​ກັບ​ໄປ​ຮັບ​ໃຊ້​ຟາ​ໂຣ​ເໝືອນ​ເດີມ.

ປະ​ຖົມ​ມະ​ການ 39:22–23; 40:1–21

ຮູບ​ພາບ
ຟາ​ໂຣ​ວຸ້ນ​ວາຍ​ໃຈ​ຫລາຍ

ມື້​ໜຶ່ງ​ຟາ​ໂຣ​ເກີດ​ວຸ້ນ​ວາຍ​ໃຈ​ຫລາຍ​ຍ້ອນ​ຄວາມ​ຝັນ​ຂອງ​ເພິ່ນ. ບໍ່​ມີ​ໃຜ​ສາ​ມາດ​ແກ້​ຄວາມ​ຝັນ​ໃຫ້​ເພິ່ນ.

ປະ​ຖົມ​ມະ​ການ 41:1–8

ຮູບ​ພາບ
ຫົວ​ໜ້າ​ພະ​ນັກ​ງານ​ເຮັດ​ເຫລົ້າ​ອະ​ງຸ່ນ​ກຳ​ລັງ​ເວົ້າ​ກັບ​ຟາ​ໂຣ

ແລ້ວ​ຫົວ​ໜ້າ​ພະ​ນັກ​ງານ​ເຮັດ​ເຫລົ້າ​ອະ​ງຸ່ນ​ຈື່​ໄດ້​ວ່າ ໂຢ​ເຊັບ​ສາ​ມາດ​ແປ​ຄວາມ​ຝັນ.

ປະ​ຖົມ​ມະ​ການ 41:9–13

ຮູບ​ພາບ
ໂຢ​ເຊັບ​ກຳ​ລັງ​ແປ​ຄວາມ​ຝັນ​ຂອງ​ຟາ​ໂຣ

ໂຢ​ເຊັບ​ໄດ້​ຖືກ​ພາ​ອອກ​ຈາກ​ຄຸກ​ເພື່ອ​ໄປ​ແປ​ຄວາມ​ຝັນ​ໃຫ້​ຟາ​ໂຣ. ໂຢ​ເຊັບ​ໄດ້​ເວົ້າ​ວ່າ ຄວາມ​ຝັນ​ນັ້ນ​ໝາຍ​ຄວາມ​ວ່າ ປະ​ເທດ​ເອ​ຢິບ​ຈະ​ມີ​ອາ​ຫານ​ການ​ກິນ​ຢ່າງ​ຫລວງ​ຫລາຍ​ເປັນ​ເວ​ລາ​ເຈັດ​ປີ ແລ້ວ​ຈະ​ຕິດ​ຕາມ​ດ້ວຍ​ຄວາມ​ອຶດ​ຢາກ​ເປັນ​ເວ​ລາ​ເຈັດ​ປີ ມີ​ອາ​ຫານ​ເລັກ​ນ້ອຍ​ທີ່​ຈະ​ກິນ. ໂຢ​ເຊັບ​ໄດ້​ບອກ​ຟາ​ໂຣ​ວ່າ ປະ​ເທດ​ເອ​ຢິບ​ຄວນ​ເກັບ​ຮິບ​ໂຮມ​ອາ​ຫານ​ໃນ​ລະ​ຫວ່າງ​ປີ​ທີ່​ອຸ​ດົມ​ສົມ​ບູນ.

ປະ​ຖົມ​ມະ​ການ 41:14–36

ຮູບ​ພາບ
ໂຢ​ເຊັບ​ກຳ​ລັງ​ສະ​ແດງ​ສາງ​ອາ​ຫານ​ໃຫ້​ຟາ​ໂຣ​ເບິ່ງ

ຟາ​ໂຣ​ຮູ້​ວ່າ ສິ່ງ​ທີ່​ໂຢ​ເຊັບ​ເວົ້າ​ກ່ຽວ​ກັບ​ຄວາມ​ຝັນ​ຂອງ​ເພິ່ນ​ເປັນ​ຄວາມ​ຈິງ. ເພິ່ນ​ໄດ້​ປ່ອຍ​ໂຢ​ເຊັບ​ອອກ​ຈາກ​ຄຸກ ແລະ ແຕ່ງ​ຕັ້ງ​ລາວ​ໃຫ້​ເປັນ​ເຈົ້າ​ນາຍ​ໃຫຍ່​ໃນ​ປະ​ເທດ​ເອ​ຢິບ. ເປັນ​ເວ​ລາ​ເຈັດ​ປີ, ໂຢ​ເຊັບ​ໄດ້​ຊ່ວຍ​ປະ​ເທດ​ເອ​ຢິບ​ເກັບ​ຮິບ​ໂຮມ​ອາ​ຫານ.

ປະ​ຖົມ​ມະ​ການ 41:37–53

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ເດີນ​ທາງ​ໄປ​ປະ​ເທດ​ເອ​ຢິບ

ແລ້ວ​ຄວາມ​ອຶດ​ຢາກ​ໄດ້​ມາ​ເຖິງ. ລະ​ຫວ່າງ​ເວ​ລາ​ນີ້, ໃຜ​ກໍ​ປູກ​ຫຍັງ​ບໍ່​ໄດ້​ຜົນ. ຜູ້​ຄົນ​ໄດ້​ເດີນ​ທາງ​ໄປ​ປະ​ເທດ​ເອ​ຢິບ​ເພື່ອ​ຊື້​ອາ​ຫານ​ທີ່​ໂຢ​ເຊັບ​ໄດ້​ເກັບ​ຮິບ​ໂຮມ​ໄວ້. ເປັນ​ຍ້ອນ​ໂຢ​ເຊັບ, ຊາວ​ເອ​ຢິບ​ຈຶ່ງ​ໄດ້​ເກັບ​ອາ​ຫານ​ໄວ້​ພຽງ​ພໍ​ສຳ​ລັບ​ຕົວ​ເອງ ແລະ ຄົນ​ອື່ນໆ ເພື່ອ​ຈະ​ໄດ້​ລອດ​ຈາກ​ຄວາມ​ອຶດ​ຢາກ.

ປະ​ຖົມ​ມະ​ການ 41:54–57

ພິມ