Scripture Stories
ສາດ​ສະ​ດາ​ມາ​ລາ​ກີ


“ສາດ​ສະ​ດາ​ມາ​ລາ​ກີ,” ເລື່ອງ​ພຣະ​ຄຳ​ພີ​ເດີມ (2022)

“ສາດ​ສະ​ດາ​ມາ​ລາ​ກີ,” ເລື່ອງ​ພຣະ​ຄຳ​ພີ​ເດີມ

ມາ​ລາ​ກີ 13

ສາດ​ສະ​ດາ​ມາ​ລາ​ກີ

ການ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ສ່ວນ​ສິບ

ຮູບ​ພາບ
ຜູ້​ຄົນ​ມອບ​ສ່ວນ​ສິບ​ທີ່​ບໍ່​ດີ

ຊາວ​ຢິວ​ໄດ້​ຈ່າຍ​ສ່ວນ​ສິບ​ໂດຍ​ການ​ມອບ​ໜຶ່ງ​ສ່ວນ​ສິບ​ຂອງ​ຜົນ​ລະ​ປູກ ແລະ ສັດ​ລ້ຽງ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ພວກ​ເຂົາ ເມື່ອ​ພວກ​ເຂົາ​ຈ່າຍ​ສ່ວນ​ສິບ. ແຕ່​ຊາວ​ຢິວ​ບາງ​ຄົນ​ໄດ້​ມອບ​ເຂົ້າ​ຈີ່​ທີ່​ບໍ່​ດີ ຫລື ສັດ​ລ້ຽງ​ທີ່​ຕາ​ບອດ ຫລື ເປັນ​ພະ​ຍາດ​ໃຫ້​ເປັນ​ສ່ວນ​ສິບ. ພວກ​ເຂົາ​ໄດ້​ເກັບ​ອັນ​ທີ່​ດີ​ໄວ້​ໃຫ້​ຕົວ​ເອງ.

ປະ​ຖົມ​ມະ​ການ 14:20; 28:22; ພຣະ​ບັນ​ຍັດ​ສອງ 12:6, 11, 17; ມາ​ລາ​ກີ 1:7–8, 12–13

ຮູບ​ພາບ
ມາ​ລາ​ກີ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ

ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ພໍ​ພຣະ​ໄທ. ມາ​ລາ​ກີ​ທີ່​ເປັນ​ສາດ​ສະ​ດາ​ໄດ້​ບອກ​ຊາວ​ຢິວ​ວ່າ ພວກ​ເຂົາ​ກຳ​ລັງ​ສໍ້​ໂກງ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ພວກ​ເຂົາ​ບໍ່​ຊື່​ສັດ​ໃນ​ການ​ຈ່າຍ​ສ່ວນ​ສິບ. ມາ​ລາ​ກີ​ໄດ້​ບອກ​ພວກ​ເຂົາ​ໃຫ້​ກັບ​ໃຈ.

ມາ​ລາ​ກີ 3:8–9

ຮູບ​ພາບ
ມາ​ລາ​ກີ​ກຳ​ລັງ​ເບິ່ງ​ຜູ້​ຄົນ​ທີ່​ມອບ​ສ່ວນ​ສິບ​ດ້ວຍ​ຄວາມ​ຊື່​ສັດ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ສັນ​ຍາ​ກັບ​ຊາວ​ຢິວ. ຖ້າ​ຫາກ​ພວກ​ເຂົາ​ມອບ​ສ່ວນ​ສິບ​ດ້ວຍ​ຄວາມ​ຊື່​ສັດ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖອກ​ເທ​ພອນ​ອັນ​ຍິ່ງ​ໃຫຍ່​ລົງ​ມາ​ຈາກ​ສະ​ຫວັນ.

ມາ​ລາ​ກີ 3:10–12

ພິມ